ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-11 15:27:35    
ຊາວ​ປາ​ເລັສ​ຕິນ​ເສົ້າ​ສະ​ຫລົດ​ໃຈ​ຍ້ອນ​ທ່ານ​ອາ​ລາ​ຟັດ​ເຖິງ​ແກ່​ກຳ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 11 ພະຈິກ ມວນ​ຊົນ​ປາ​ເລັສ​ຕິນ​ຕ່າງ​ໄດ້​ສະ​ແດງ​ຄວາມ​ໂສກ​ເສົ້າ​ສະ​ຫລົດ​ໃຈ​ຕໍ່​ທ່ານ​ອາ​ລາ​ຟັດ​ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ເຖິງ​ແກ່​ກຳ​ໄປ​ຢູ່​ປາ​ຣີ​ແຫ່ງ​ຝຣັ່ງ.

ຢູ່​ຕໍ່​ຫນ້າ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ອາລາ​ຟັດ​ທີ່​ເມືອງ​ລາ​ມາ​ລາ ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ນັກ​ຂ່າວ​ວິ​ທະ​ຍຸ CRI ​ໄດ້​ເຫັນ​, ຊາວ​ປາ​ເລັສ ຕິນ​​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ເມື່ອ​ຮູ້​ຂ່າວ​ທ່ານ​ອາ​ລາ​ຟັດ​ເຖິງ​ແກ​ກຳ​ທະ ຍອຍ​ກັນ​ສະ​ແດງ​ຄວາມໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ທ່ານ​ອາລາ​ຟັດ​ຢູ່​ທຳ ນຽບ​ປະ​ທາ​ນາ​ທິ​ບໍ​ດີ.ຊາວ​ປາ​ເລັສ​ຕິນ​ຜູ່​ຫນຶ່ງ​ທີ່​ຊື່​ວ່າ:ອັບ​ດຸນ.ນັດ​ເຊີ ຟາ​ຍນ້ຳ​ຕາ​​ເວົ້າຕໍ່​ນັກ​ຂ່າວ​ວ່າ,ມວນ​ຊົນປາ​ເລັສ​ຕິນ​ແຄ້ນ​ໃຈ​ຍ້ອນ​ໄດ້​ຍິນ​ຂ່າວ​ດັ່ງກ່າວ. ຊາວ​ປາ​ເລັສ​ຕິ​ນອີກ​ຜູ່​ຫນຶ່ງ​ຊື່​ໂມ​ຮາ​​ເມັດ.ວາ​ຢິນ​ເວົ້າ​ວ່າ, ການ​ເຖິງ​ແກ່​ກຳ​ໄປ ຂອງ​ທ່ານ​ອາລາ​ຟັດ​ເປັນ​ການ​ສູນ​ເສຍ​ຂອງ​ປະ​ຊາ​ຊົນ​ປາ​ເລັສ​ຕິນ ຂອງ​ໂລກ​ອາ​ລັບ​ແລະ​ໂລກ​ອິສ​ລາມ.ພວກ​ເຂົາ​ເຈົ້າ​ຄອງ​ຄອຍ​ໃຫ້​ຊັ້ນ​ຜູ່​ນຳ​ປາ​ເລັສ​ຕິນ​ສາ​ມັກ​ຄີ​ເປັນ​ນ້ຳຫ​ນຶ່ງ​ໃຈ​ດຽວ​ກັນ, ນຳພາ​ປະຊາ​ຊົນ​ປາ​ເລັສ​ຕິນ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.