ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-11 16:44:47    
ເຜົ່າດອຍ

cri Author: huang

ເຜົ່າ​ດອຍ​ເຊິ່ງຕົ້ນຕໍ​ແມ່ນ​ຢາຍ​ກັນ​ຢູ່​ພາກ​ກາງ​ຕອນ​ໃຕ້​ຂອງ​ແຂວງ​ໄຫ​ຫຼຳຢູ່​ພາກ​ໃຕ້​ຂອງ​ຈີນ.​ແຂວງ​ໄຫ​ຫຼຳ​ແມ່ນ​ແຂວງ​ໃຕ້​ສຸດ​ຂອງ​ປະ​ເທດ​ຈີນ,ມີ​ເນື້ອ​ທີ່​ກວ້າງ 34 ພັນ​ກິ​ໂລ​ແມັດ​ຕາ,ທິດ​ເຫນືອ​ແມ່ນ​ມໍ່​ກັບ​ແຂວງ​ກວາງ​ຕຸ້ງທີ່​ຂັ້ນ​ກັນ​ດ້ວຍ​ຮ່ອມ​ທະ​ເລ.

ຕາມ​ເອກະສານ​ຂໍ້ມູນ​ສະ​ແດງ​ວ່າ,ຕັ້ງ​ແຕ່ 2200 ກວ່າ​ປີ​ກ່ອນ,​ເຜົ່າ​ດອຍ​ແມ່ນ​ຍ້າຍ​ມາ​ແຕ່​ແຂວງ​ກວາງ​ຕຸ້ງ​ແລະ​ເຂດ​ກວາງຊີ​ຂອງ​ຈີນ​ໄປ​ຕັ້ງ​ພູມລຳ​ເນົາ​ຢູ່​ເກາະ​ໄຫ​ຫຼຳ  ຢ່າງ​ຕໍ່​ເນື່ອງ​ກັນ.

​ເຜົ່າ​ດອຍ​ມີ​ພາສາ​ຂອງ​ຕົນ​ເອງ,​ເຊິ່ງສັງ​ກັດ​ຕະກູນພາສາ​ຈີນ-ຕິ​ເບດ,ຢູ່​ທ້ອງ​ຖິ່ນ​ທີ່​ຕ່າງ​ກັນ,ກໍ​ມີ​ພາສາ​ພື້ນ​ເມືອງ​ທີ່​ຕ່າງ​ກັນ,ມີ​ຄົນ​ຈຳນວນ​ບໍ່​ຫນ້ອຍ​ແມ່ນ​ຮູ້​ທັງ​ພາສາ​ຈີນ,​ເຖິງ​ແມ່ນ​ວ່າ​ເຜົ່າ​ດອຍ​ບໍ່​ມີ​ຕົວ​ຫນັງສື​ປະຈຳ​ເຜົ່າ​ຂອງ​ຕົນ​ກໍ​ຕາມ,​ແຕ່​ກໍ​ໄດ້​ມີ​ວັນນະຄະດີ​ປະ​ເພດ​ເລົ່າ​ຕໍ່ປາກ​ຫຼາຍ​ຮູບຫຼາຍ​ແບບ,ວັນນະຄະດີ​ປະ​ເພດ​ເລົ່າຕໍ່ປາກ​ລວມມີ​ການ​ກອນ,ຂັບ​ພື້ນ​ເມືອງ,​ເທບ​ນິຍາຍ,ນິທານ,ພື້ນ​ສຶບ,ສຸພາສິດ​ແລະ​ຄຳຫວາຍ​ເປັນ​ຕົ້ນ,ມີ​ເນື້ອ​ໃນ​ອັນ​ກວ້າງຂວາງ,ມີ​ກິ່ງ​ອາຍ​ຊີວິດ​ອັນ​ເຂັ້ມ​ຂຸ້ນ​ແລະ​ຈຸດ​ພິ​ເສດ​ປະຈຳ​ເຜົ່າ.


ເຜົ່າ​ດອຍ​ແມ່ນ​ເຜົ່າ​ທີ່​ມັກ​ຟ້ອນ​ລຳ​ທຳ​ເພງ,​ເພງ​ພື້ນ​ເມືອງ​ເຜົ່າ​ດອຍ​ມີ​ຫຼາຍ​ທຳນອງ​ແລະ​ຫຼາຍຈັງຫວະ,ຟ້ອນ​ຫາ​ຟືນ ຟ້ອນ​ຕຳ​ເຂົ້າ​ເຊິ່ງ​ເປັນ​ວາດ​ຟ້ອນ​ດັ້ງ​ເດີມ​ຂອງ​ເຂົາ​ເຈົ້າ​ກໍ​ແຜ່ຜາຍ​ຢ່າງ​ກວ້າງຂວາງ,​ແລະ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍ​ຈາກ​ປະຊາຊົນ​ເຜົ່າ​ດອຍ.ຟ້ອນ​ຫາ​ຟືນ​ໂດຍ​ທົ່ວໄປ​ແລ້ວ​ແມ່ນ​ສະ​ແດງ​ໃນ​ຍາມ​ບຸນ​ປະ​ເພນີ,ຍາມ​ເຊົາ​ເມື່ອຍ​ໃນ​ເວລາ​ອອກ​ແຮງ​ງານ,ຫຼື​ຕອນ​ຄ່ຳ​ໃນ​ຍາມ​ຫວ້າງ​ວຽກ​ໄຮ່​ການ​ນາ,ກ່ອນ​ຈະ​ຟ້ອນ​ນັ້ນ,ຄົນ​ທັງຫຼາຍ​ພາກັນ​ແບກ​ໄມ້​ໄຜ່​ຫຼາຍ​ລຳ​ມາ​ວາງ​ໄວ້​ຢູ່ເດີ່ນ​ບ້ານ​ຫຼື​ຢູ່​ຕາມ​ລານ​ເຂົ້າ​ຫຼື​ຢູ່​ຕາມ​ເດ່ີນ​ສີ​ຄ້ອຍໆ,​ແລ້ວ​ເອົາ​ໄມ້​ໄຜ່​ບາງ​ລຳ​ມາ​ວາງ​ກ່າຍ​ໄວ້​ທາງ​ຂວາງ​ສຳລັບ​ເຕັ້ນ​ແຊ​ເຊິ່ງບໍ່​ຕ່າງ​ຫຍັງ​ກັບ​ການ​ເຕັ້ນ​ແຊ​ຂອງ​ຊາວ​ເຜົ່າ​ໄທ​ດຳ​ຢູ່​ແຖວ​ເມືອງ​ແກງ​ແລະ​ແຖວ​ຫຼວງ​ນ້ຳ​ທາ.

ເຜົ່າ​ດອຍ​ມີ​ເຄື່ອງ​ເສບ​ປະ​ເພດ​ເຄາະ​ທີ່​ເກົ່າ​ແກ່​ບູຮານ​ຊະນິດ​ຫນຶ່ງ​ຊື່ວ່າ​ຕິ່ງ​ຕົ່ງ,​ເຄື່ອງ​ເສບ​ຊະນິດ​ນີ້​ແມ່ນ​ເຮັດ​ດ້ວຍ​ໄມ້​ພິ​ເສດ​ບາງ​ຊະນິດ,ມີ​ສຽງ​ເສາະ​ໃສ​ແລະ​ດັງ​ຫອງ.ການ​ກຳ​ເນີ​ດຂອງ​ເຄື່ອງ​ເສບ​ຕິ່ງ​ຕົງ​ດັ່ງກ່າວ​ແມ່ນ​ມີ​ການ​ພົວພັນ​ຢ່າງ​ສະຫນິດແຫນ້ນ​ກັບ​ການ​ຜະລິດ,ປະຊາຊົນ​ເຜົ່າ​ດອຍ​ທີ່​ຕັ້ງ​ພູມລຳ​ເຍົາ​ຢູ່​ເກາະ​ໄຫ​ຫຼຳມາ​ເປັນ​ເວລາ​ຍາວ​ນານ​ນັ້ນ,​ໃນ​ໄລຍະ​ປະຫວັດສາດ​ທີ່​ຍາວ​ນານ​ສົມຄວນ,ພວກ​ເຂົາ​ເຈົ້າ​ໄດ້​ຜ່ານ​ຊີວິດ​ແບບ​ດຶກ​ດຳ​ບັນ​ທີ່​ເຮັດ​ໄຮ່​ຈູດ,ພາຫະນະ​ການ​ຜະລິດ​ກໍ​ຫຼ້າ​ຫລັງ,ຜົນ​ຜະລິດ​ກໍ​ໄດ້​ຫນ້ອຍ,​ເພື່ອ​ຮັກສາ​ເຄື່ອງ​ປູກ​ຂອງ​ຝັງ​ທີ່​ໄດ້​ມາ​ບໍ່​ແມ່ນ​ຂອງ​ງ່າຍ​ນັ້ນ,​ໃນ​ແຕ່ລະ​ປີ,ປະຊາຊົນ​ເຜົ່າ​ດອຍ​ຕ້ອງ​ປຸກ​ຖຽງ​ໄຮ່​ໄວ້​ຕີນ​ພູ​ເພື່ອ​ເບ່ິງ​ແຍງ​ເຄື່ອງ​ປູກ​ຂອງ​ຝັງ,ຕັ້ງ​ແຕ່​ເກີດ​ດອກ​ອອກ​ຜົນ​ຈົນ​ຮອດ​ຍາມ​ເກັບ​ກ່ຽວ​ກໍ​ເພື່ອ​ລະງັບ​ຄວາມ​ມິດ​ງຽບ​ແລະ​ຄວາມ​ອິດ​ເມື່ອຍ,​ແລະ​ເພື່ອ​ໄລ່​ນົກ​ແລະ​ສັດປ່າ,ຜູ່​ເຝົ້າ​ເຄື່ອງ​ປູກ​ຂອງ​ຝັງ​ຈຶ່ງ​ຕັດ​ເອົາ​ໄມ້ມາ​ເຄາະ​ກັນ,ການ​ເຮັດ​ແນວ​ນີ້​ທັງ​ສ້າງ​ຄວາມ​ມ່ວນ​ຊື່ນ​ທັງ​ປົກ​ປັກ​ຮັກສາ​ເຄື່ອງ​ປູກ​ຂອງ​ຝັງ​ໄວ້​ໄດ້.

ແຕ່ລະ​ປີ,ຕາມ​ຈັນທະຄະຕິ​ຈີນ​ເດືອນ 3 ອອກ​ໃຫມ່ 3 ຄ່ຳ,​ໂດຍ​ທົ່ວ​ໄປ​ແມ່ນ​ກົງ​ກັບ​ປີ​ສາກົນ,​ເດືອນ​ເມສາ​ແລະ​ເດືອນ​ພຶດສະພາ​ແມ່ນ​ບຸນ​ປະ​ເພນີ​ຂອງ​ເຜົ່າ​ດອຍ,​ເມື່ອ​ຮອດ​ມື້​ນັ້ນ,​ແຕ່​ລະ​ບ້ານ​ຈະ​ຕ້ອງ​ຈັດ​ພິທີ​ບູຊາ​ບັນພະ​ບູລຸດ​ໂດຍ​ມີ​ຜູ່​ເຖົ້າ​ຜູ່​ແກ່​ນັ່ງ​ເປັນ​ປະທານ,ຜູ່​ບ່າວ​ຜູ່​ສາວ​ຕ້ອງ​ນຸ່ງ​ເຄື່ອງ​ງາມ,ຕ່າງ​ຄົນ​ຕ່າງ​ຖື​ຊີ້ນ​ແຫ້ງ,​ເຫຼົ້າ​ເຂົ້າຫນຽວ​​ແລະ​ເຂົ້າຕົ້ມ​ທີ່​ກຽມ​ໄວ້​ກ່ອນ​ແລ້ວ,​ແລ້ວ​ໃຫ້​ຜູ່​ບ່າວ​ທີ່​ງາມ​ກື້ນຜູ່​ຫນຶ່ງ​ແລະ​ຜູ່​ສາວ​ງາມ​ທີ່​ປາກ​ເກັ່ງ​ຜູ່​ຫນຶ່ງ​ເປັນ​ຜູ່​ພາ​ຫມູ່​ໄປ​ໂຮມ​ກັນ​ຢູ່​ບ່ອນ​ເຄື່ອນ​ໄຫວ,ຫລັງ​ຈາກ​ນັ້ນ,ກໍ​ເຊີນ​ສາຍ​ໃຈ​ຂອງ​ຕົນ​ທີ່​ຢູ່​ນອກ​ເຄື​ອຍາດ​ດ້ວຍ​ຮູບ​ການ​ຂັບ​ຕໍ່​ແຍ,​ແລ້ວຄູ່​ຮັກແຕ່ລະ​ຄູ່​ເກາະ​ແຂນ​ກັນ​ຍ່າງ​ແຍກ​ໄປ​ຕາມ​ປ່າ​ແລະ​ຕາມ​ຫ້ວຍເພື່ອ​ລະບາຍ​ຄວາມ​ຮັກ​ມັກ​ກັນ.

ຄັນ​ຮອດ​ຍາມ​ຫົວ​ຄ່ຳ,ຢູ່​ຕາມ​ຈ້າຍ​ພູ​ແລະ​ຢູ່​ຕາມ​ແຄມ​ນ້ຳ,​ເຂົາ​ເຈົ້າ​ກໍ​ດັງ​ໄຟ​ຂຶ້ນ​ຫຼາຍ​ກອງ,ຍິງ​ຊາຍ​ນ້ອຍ​ໃຫຍ່​ຢູ່​ອ້ອມ​ກອງ​ໄຟ,ບາງ​ຄົນ​ກໍ​ໂອ່ນ​ໂລນຊາ,ບາງ​ຄົນ​ຂັບຕໍ່​ແຍກັນ,ບາງ​ຄົນ​ປ້ຳ​ກັນ​ແລະ​ຟ້ອນ​ເຢາະ​ຟ້ອນຢ່ອງ​ກໍ​ມີ,ຄົນ​ທັງຫຼາຍ​ພາກັນ​ຫຼິ້ນ​ມ່ວນ​ຊື່ນ​ຢ່າງ​ສົມ​ອົກສົມ​ໃຈ​ໃນ​ທ່າມກາງ​ບັນຍາກາດ​ອັນ​ຟົດ​ຟື້ນ.ຈົນ​ຮອດ​ຟ້າ​ຈະ​ແຈ້ງ,ຄົນ​ທັງຫຼາຍ​ຈຶ່ງ​ກຽມ​ເມືອ​ເຮືອນ​ໃຜລາວ,​ເວລາ​ນັ້ນ,ພວກ​ຜູ່​ບ່າວ​ຜູ່​ສາວ​ທີ​ມັກ​ຮັກ​ກັນ​ນັ້ນ​ ກໍ​ໃຫ້​ຂອງ​ຫມັ້ນ​ກັນ​ເພື່ອ​ອຳ​ລາຄາ​ຈາກ​ດ້ວຍ​ຄວາມ​ອາ​ໄລ​ອາວ​ອນ,​ເຊີນ​ມາ​ພົບ​ກັນ​ອີກ​ໃນ​ເດືອນ​ສາມ​ອອກ​​ໃຫມ່​ສາມ​ຄ່ຳ​ປີຫນ້າ.

ໃນ​ດ້ານ​ຮີດ​ແຕ່ງດອງ​ນັ້ນ,ຊາວ​ເຜ່ົາ​ດອຍ​ແມ່ນ​ນິຍົມ​ຮີດ​ທີ່​ວ່າ​ເວົ້າ​ຢອກ​ເຈົ້າ​ສາວ,ການ​ເວົ້າ​ຢອກ​ເຈົ້າ​ສາວ​ນັ້ນ​ແມ່ນ​ຫມາຍ​ເຖິງ​ໃນ​ເວລາ​ແຕ່ງດອງ,ພວກ​ຜູ່​ບ່າວ​ຢູ່​ບ້ານ​ຂອງ​ເຈົ້າ​ບ່າວ​ມັກ​ເວົ້າ​ຢອກ​ເຈົ້າ​ສາວ​ແລະ​ຄູ່​ເຈົ້າ​ສາວໃນ​ຕອນ​ຄ່ຳ​ມື້​ແຕ່ງດອງ​ນັ້ນ,​ເວລາ​ຂະ​ບວນ​ແຫ່​ ​ເຈົ້າ​ສາວ​ຍັງ​ບໍ່​ທັນ​ມາ​ຮອດ​ຫນ້າ​ເຮືອນ​ເຈົ້າ​ບ່າວ​ເທື່ອ​ນັ້ນ,ພວກ​ຜູ່​ບ່າວ​ກໍ​ຖື​ກະບອງ​ຍາດ​ກັນ​ໄປ​ເຍືອງ​ເບິ່ງ​ຫນ້າ​​ເຈົ້າ​ສາວ​ແລະ​ຄູ່​ເຈົ້າ​ສາວ,​ເບ່ິງ​ວ່າ​ຜູ່​ໃດ​ຈະ​ງາມ​ກວ່ມກັນ,​ໃນ​ເວລາ​ນັ້ນ,​ເຈົ້າສາວ​ແລະ​ຄູ່​ເຈົ້າ​ສາວ​ຕ່າງ​ອັດ​ຫນ້າ​ຂອງ​ຕົນ​ໄວ້,ພວກ​ຜູ່​ບ່າວ​ໃຈ​ມານ​ກໍ​ເອົາ​ກະບອງ​ໄປ​ລົນ​ຫນ້າ​ເຈົ້າ​ສາວ​ແລະ​ຄູ່​ເຈົ້າ​ສາວ,ລາງ​ຄົນ​ກໍ​ເອົາ​ໄມ້ຄ້ອນ​ໄປ​ຜູກ​ຕິດ​ຂາ​ພວກ​ຜູ່​ສາວ​ໄວ້,​ເວລາ​ນັ້ນ,​ເຈົ້າ​ສາວ​ແລະ​ຄູ່​ເຈົ້າ​ສາວ​ຈຳ​ເປັນ​ຕ້ອງ​ຍ່າງ​ແບບ​ຢຸດໆ​ຢ່ອນໆ,ຫຼົບ​ພຸ້ນ​ຫຼີກ​ພີ້,​ແຕ່​ກໍ​ຫຼີກ​ບໍ່​ມົ້ນ​ຖືກ​ກະບອງ
ລົນ​ຈົນ​ຫນ້າ​ມຸມ​ຫມົດ​ແລະ​ເມື່ອຍ​ຈົນ​ເຫື່ອ​ໄຫຼ​ໄຄ​ຍ້ອຍ,ຈົນ​ຮອດ​ຍາມ​ກ້າວ​ເຂົ້າ​ປະຕູ​ເຮືອນ​ຂອງ​ເຈົ້າ​ບ່າວ​ແລ້ວ​ຈ່ິງ​ຫວິດ​ເວນ​ຫວິດ​ກຳ.

ແມ່ຍິງ​ເຜົ່າ​ດອຍ​ຊ່າງ​ເຂັນຝ້າຍ​ຕ່ຳຫູກ,ປະຫວັດ​ເຂັນຝ້າຍ​ຕ່ຳຫູກ​ອາດ​ຫວນ​ຄືນ​ເຖິງ 2000 ກວ່າ​ປີ​ກ່ອນ,​ໃນ​ຄາວ​ນັ້ນ,ຜ້າ​ປູ​ບ່ອນ​ສະຫຼັບ​ສີ​ແລະ​ຜ້າ​ຫົ່ມ​ທີ່​ແມ່ຍິງ​ເຜົ່າ​ດອຍ​ຕ່ຳ​ນັ້ນ​ໄດ້​ກາຍ​ເປັນ​ຂອງ​ດີ​ມີ​ຄຸນຄ່າ​ທີ່​ເອົາ​ໄປ​ເປັນ​ເຄື່ອງ​ບັນນາການ​ຖວາຍ​ພະ​ລາຊະ​ວັງ​ທຸກໆ​ປີ.ທ່ານ​ຮວງຕ້າວ​ເພີ ນັກ​ຕ່ຳຫູກ​ທີ່​ມີ​ສຽງ​ໃນ​ສະຕະວັດ​ທີ 13 ​ໄດ້​ນຳ​ເອົາກຳມະ​ວິທີ​ເຂັມ​ຝ້າຍ​ຕຳ່ຫູກ​ທີ່​ຮຽນ​ຢູ່​ໄຫ​ຫຼຳ​ເຂົ້າ​ມາ​ເຜີຍ​ແຜ່​ຢູ່​ເຂດ​ໃນ​ຂອງ​ຈີນ​ໄດ້​ຊຸກ​ຍູ້​ໃຫ້ການ​ປັ່ນທໍ​ຂອງ​ຈີນ​ມີ​ການ​ພັດທະນາ,ຈົນ​ຮອດ​ຊູ່​ມື້​ນີ້,ການ​ເຂັນຝ້າຍ​ຕຳ​ຫູກກໍ​ຍັງ​ສະຫນິດ​ຕິດ​ແຫນ້ນ​ຢ່າງ​ແຍກ​ອອກ​ຈາ​ກກັນ​ບໍ່​ໄດ້​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຜົ່າ​ດອຍ.

ກ່ອນ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫມ່​ເມື່ອ​ປີ 1949,ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ເຂດ​ເຜົ່າ​ດອຍ​ກໍ​ຍັງ​ອ່າວ​ຫຼ້າ​ຫລັງ​ຢູ່,ຍ້ອນ​ປ່າ​ເລິກ​ດົງ​ຫນາ​ແລະ​ການ​ຄົມມະນາຄົມ​ບໍ່​ສະດວກ,ມີ​ບາງ​ທ້ອງ​ຖິ່ນ​ຈົນ​ຮອດ​ກ່ອນ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫມ່​ກໍ​ຍັງ​ຄົງ​ຮັກສາ​ແບບ​ວິທີ​ການ​ຜະລິດ​ຂອງ​ລະບອບ​ຄອມ​ມູນ​ປະຖົມ​ບູຮານ​ໄວ້​ຢູ່,ຫລັງ​ຈາກ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫມ່​ແລ້ວ,ປະຊາຊົນ​ເຜ່ົາ​ດອຍ​ຈຶ່ງ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ທີ່​ດິນ​ແລະ​ປະຕິ​ຮູບ​​ເປັນ​ປະຊາທິປະ​ໄຕ,​ແລ້ວ​ສ້າງ​ຕັ້ງ​ເຂດ​ຍ່ອຍ​ເຜົ່າ​ດອຍ​ເຜົ່າ​ແມ້ວ​ປົກຄອງ​ຕົນ​ເອງ,ປະຕິບັດ​ເຂດ​ຊົນ​ເຜົ່າ​ປົກຄອງ​ຕົນ​ເອງ​ຢູ່​ໄຫ​ຫຼຳ​ໃນ​ປີ 1952,ມາຮອດ​ປີ 1988 ,​ເມື່ອສ້າງ​ເປັນ​ແຂວງ​ໄຫ​ຫຼຳ​ແລ້ວ,​ເຂດ​ຍ່ອຍ​ເຜ່ົາ​ດອຍ​ເຜ່ົາ​ແມ້ວ​ປົກຄອງ​ຕົນ​ເອງ​ຈິ່ງ​ໄດ້​ປ່ຽນ​ເປັນ 7 ​ເມືອງ​,​ເຜົ່າ​ດອຍ​ປົກຄອງ​ຕົນ​ເອງ.

ໃນ 50 ປີ​ມາ​ນີ້,ອຸດສາຫະກຳ ຄົມມະນາຄົມ​ຂົນ​ສົ່ງ,​ໄປສະນີ​ໂທລະ​ຄົມ ວັດທະນະທຳ​ ການ​ສຶກສາ​ແລະສາ ທາລະນະ​ສຸກ​ຂອງ​ທ້ອງ​ຖິ່ນ​ເຜົ່າ​ດອຍ​ກໍ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ,​ໂດຍ​ສະ​ເພາະ​​ແມ່ນເກາະ​ໄຫ​ຫຼຳ​ໄດ້​ກາຍ​ເປັນເຂດ​ເສດຖະກິດ​ພິ​ເສດ​ທີ່​ໃຫຍ່​ກວ່າ​ຫມູ່​ໃນ​ປະ​ເທດ​ຈີນ​ເມື່ອ​ປີ 1988 ເປັນ​ຕົ້ນ​ມາ,ການ​ສ້າງສາ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ​ເຜົ່າ​ດອຍ​ຈຶ່ງ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​ກວ່າ​ເກົ່າ​ຊີວິດ​ການ​ເປັນຢູ່​ຂອງ​ປະຊາຊົນ​ກໍ​ໄດ້​ມີ​ລະດັບ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.