ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-11 18:31:09    
ປະຊາ​ຄົມ​ໂລກ​ທຳ​ປະຕິ​ກິລິຍາ​ຕໍ່​ທ່ານ​ອາລາ​ຟັດ​ເຖິງ​ແກ່​ກຳ​ຍ້ອນ​ເປັນ​ພະຍາດ

cri Author: q
ຕາມ​ຂ່າວCRI,ພາຍຫຼັງ​ທ່ານ​ອາລາ​ຟັດ ປະທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ເຖິງ​ແກ່​ກຳ​ຍ້​ອນ​ເປັນ​ພະ​ຍາດ​ຢູ່​ໂຮງ​ໝໍ​ແປກ​ຊີ​ຊານ​ເມືອງ​ປາຣີ​ແຫ່ງ​ຝະ​ຣັ່ງ​ໃນ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ11​ພະຈິກ​ແລ້ວ,​ປະ​ຊາ​ຄົມ​ໂລກ​ໄດ້​ພາກັນ​ທຳ​ປະ​ຕິ​ກ​ິລ​ິ​ຍາ​ຕໍ່​ເລື່ອງນີ້.

ໃນ​ມື້​ດຽວ​ກັນ,ທ່ານຄາ​ຊາ​ຟປະ​ທານາທິບໍດີ​ອິດ​ສະລະ​ແອນ​ກ່າວ​ວ່າ,ຫວັງ​ໃຫ້​ຊາວ​ປາ​ເລັສ​ຕິນ​ສາ​ມາດ​ຟື້ນ​ຟູ​ຈາກ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຍ້ອນ​ເສຍ​ທ່າ​ນອາລາ​ຟັດ,​ແລ້ວ​ເລືອກ​ຕັ້ງ​ຜູ້ນຳ​ຜູ້​ໃໝ່​ໂດຍ​ໄວ.

ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ຈາກ​ໂຄ​ສົກ​ຂອງ​ທ່ານ​ອອກ​ຖະ​ແຫຼ​ງການ​,ສະ​ແດງ​ຄວາມ​ໄວ້​ອາ​​ໄລ​ຢ່າງສຸດ​ເຊິ່ງຕໍ່​ທ່ານ​ອາລາ​ຟັດ​ເຖິງ​ແກ່​ກຳ​ຍ້ອນ​ເປັນ​ພະ​ຍາດ.​ຖະ​ແຫຼ​ງການ​ຂຽນ​ວ່າ,ທ່ານ​ອາລາ​ຟັດ​ບໍ່​ສາ​ມາດ​ເຫັນ​ຄວາມ​ຝັນ​ແຫ່ງ​ສັນຕິ​ພາບ​ບັນລຸ​​ຜົນເປັນ​ຈິງ​ໃນ​ເວລາ​ທ່ານ​ຍັງ​ມີ​ຊີວິດ​ຢູ່​ນັ້ນ​ແມ່ນ​ເລື່ອງ​ໂສກ​ນາດຕະ​ກຳ.

ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼ​ງການ,ສະ​ແດງ​ຄວາມ​​ໄວ້ອາ​ໄລ​ຕໍ່​ປະ​ຊາ​ຊົນ​ປາ​ເລັສຕິນ,​ຮຽກ​ຮ້ອງ​ບັນດາ​ປະ​ເທດຢູ່​ພາກ​ພື້ນຕາ​ເວັນ​ອອກ​ກາງ​ແລະ​ປະ​ເທດ​ອື່ນໆ​ໃນ​ໂລກ​ພ້ອມ​ກັນ​ກັບ​ອາ​ເມ​ລິ​ກາ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ບັນລຸ​ເປົ້າ​ໝາຍ​ສຸດ​ທ້າຍ​ທີ່​​ເຮັດ​ໃຫ້​ຕ​າ​ເວັນ​ອອກ​ກາງ​ມີ​ສັນ​ຕິ​ພາບ.

ທ່ານ​ປູ​ຕິນປະທານາທິບໍດີ​ລັດ​ເຊຍ​ໄດ້​ຝາກ​ໂທລະ​ເລກ​ໄປ​ຍັງ​ຜູ້ນຳ​ປາ​ເລັສຕິນ​ໂດຍ​ຂຽນ​ວ່າ,​ທ່ານ​ອາລາ​ຟັດ​ເຖິງ​ແກ່​ກຳ​ແມ່ນ​ຄວາມ​ເສຍ​ຫາຍ​ອັນ​ໜັກ​ໜ່ວງ​ຂອງ​ປະຊາຊົນ​ປາ​ເລັສ​ຕິນ​ທຸກ​ຖ້ວນ​ໜ້າ.

ທ່ານ​ຊີ​ລັກ ປະ​ທາ​ນາ​ທິບໍດີ​ຝະຣັ່ງ​ໄດ້​ຝາກ​ໂທລະ​ເລກ​ໄປ​ຍັງ​ຜູ້ນຳ​ປາ​ເລັສຕິ​ນ,​ຍ້ອງ​ຍໍ​ວ່າ​ທ່ານ​ອາ​ລາ​ຟັດ​ເປັນ​ຄົນ​ກ້າ​ຫານ,​ເປັນ​ຄົນ​ທີ່​ມີ​ອຸດົມ​ການ.

ເອຢິບ,ຕຸຍ​ນີຊີ​ແລະ​ຊອກ​ດາ​ນີຕ່າງ​ປະກາດ​ວ່າ,ຈະ​ຈັດການ​ໄວ້ອາ​ໄລ​ທ່ານ​ອາລາ​ຟັດ​ເປັນ​ເວ​ລາ​3​ມື້​ໃນ​ທົ່ວ​ປະ​ເທດ.ນອກ​ນີ້,​ສັນ​ນິບາດ​ປະ​ເທດ​ອາລັບ​ທີ່​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ເລີ​ແກ​ກໍ​ຈະ​ຈັດ​ການ​ເຄື່ອນ​ໄຫວ​ໄວ້ອາ​ໄລ​ທ່ານ​ອາລາ​ຟັດ.