ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-12 10:32:58    
ຮອງ​ປະທານ​ປະ​ເທດ​ຈີນ​ໄປ​ໄວ້ອາ​ໄລ​ທ່ານ​ອາລາ​ຟັດ​ຢູ່​ສະຖານ​ທູດ​ປາ​ເລັສ​ຕິນ​ປະ​ຈຳ​ຈີນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 11 ພະຈິກ, ທ່ານ​ເຈີງ​ຊິ້ງຫົງ ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ໄປ​​ສະຖານທູດ​ປາ​ເລັສຕິນປະຈຳ​ຈີນ​ເພື່ອ​ວາງ​ພວງມາລາ​ໄວ້ອາ​ໄລ​​ເຖິງ​ດວງ​ວິນ​ຍານທ່ານຢັດ​ເຊີ ​ອາລາ​ຟັດ ປະທານາທິ ບໍດີປະ​ເທດ​ປາ​ເລັສຕິນ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ ປະທານ​ຄະນະ​ບໍລິຫານ​ງານ​ອົງການ​ປົດ​ປ່ອຍ​ປາ​ເລັສຕິນ.

ທ່ານ​ເຈີງ​ຊິ້ງຫົງ​ໄດ້​ຂຽນ​ຄຳລະ​ລຶກ​ໃສ່​​ໃນປື້​ມສະດຸ​ດີ​ຢູ່​ສະຖານທູດ​, ຍ້ອງຍໍ​ສໍລະ​ເສີນ​ທ່ານ​ອາລາ​ຟັດ​ແມ່ນ​ຜູ່​ນຳ​ທີ່​ດີ​ເລີດ​ແລະ​ນັກ​ການ​ເມືອງ​ທີ່​ດີ​ເດັ່ນ​ຂອງ​ປາ​ເລັສຕິນ, ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ເຊິ່ງຕໍ່​ການ​ເຖິງ​ແກ່​ກຳ​ຂອງ​ທ່ານ. ທ່ານ​ຈາ​ຄາ​ເລຍ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປາ​ເລັສຕິນ​ປະຈຳ​ຈີນ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງ​ເລິກ​ເຊິ່ງ, ​ແລະ​ຍ້ອງ​ຍໍ​ລັດ​ຖະບານ​ແລະ​ປະຊາຊົນ​ຈີນ​ໃນ​ລະດັບ​ສູງ​ທີ່​ໄດ້​​ສະໜັບສະໜູນ​ພາລະກິດ​ຂອງ​ປາ​ເລັສ​ຕິນຢ່າງສະ​ເໝີ​ຕົ້ນສະ​ເໝີ​ປາຍ.