ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-12 10:48:35    
ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດລົດທຸງ​ລົງ​ເຄິ່ງ​ເສົາ​ໄວ້ອາ​ໄລ​ທ່ານ​ອາລາ​ຟັດ(ພາບ)

cri Author: lm

            

ຕາມ​ຂ່າວCRI: ວັນ​ທີ 11 ພະຈິກ, ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນິວ​ຢອກ​ໄດ້​ລົດ​ທຸງ​ລົງ​ເຄິ່ງ​ເສົາ​ເພື່ອ​ໄວ້ອາ​ໄລ ​ທ່ານອາລາ​ຟັດ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ເຖິງ​ແກ່​ກຳ.

ຕອນ​ບ່າຍ​ມື້​ດຽວກັນ, ​ໃນ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງທີ 59, ຜູ່​ແທນ​ທັງ​ຫຼາຍ​ລຸກ​ຢືນ​ຂຶ້ນ, ກົ້ມຫົວ​ໄວ້ອາ​ໄລໜຶ່ງນາທີ, ພ້ອມກັນນັ້ນ ສະພາຄວາມໝັ້ນຄົງກໍອອກ​ຖະ​ແຫຼງການ, ສະແດງຄວາມໄວ້ອາໄລດ້ວຍຄວາມເສົ້າສະຫຼົດໃຈຕໍ່ການເຖິງແກ່ ກຳ​ຂອງ​ທ່ານ​ອາລາຟັດ. ທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດກ່າວວ່າ, ທົ່ວ​ໂລກ​ຈະ​ຈາລຶກການປະກອບສ່ວນອັນສຳຄັນຂອງທ່ານອາລາຟັດ​ໃນຂະ​ບວນ​ວິ​ວັດ​ສັນຕິ​ພາບ​ຕາ​ເວັນອອກກາງຈົນເທົ່າໃດໆ.

ນອກນີ້ຂ່າວແຈ້ງວ່າ, ວັນ​ທີ 12 ພະຈິກ​ນີ້, ຕວກກີກໍຈະລົດທຸງລົງເຄິ່ງເສົາໃນ​ຂອບ​ເຂດ​ທົ່ວປະເທດ, ເພື່ອໄວ້ອາໄລທ່ານອາລາຟັດ.

ວັນທີ 11 ພະຈິກ, ທ່ານອາເຊຟີ ໂຄສົກກະຊວງການຕ່າງປະເທດອີຣານໄດ້ອອກຖະ​ແຫຼງການ, ສະແດງຄວາມໄວ້ອາໄລຢ່າງເສົ້າສະຫຼົດໃຈຕໍ່ການເຖິງແກ່ກຳຂອງທ່ານ​ອາ​ລາຟັດ.