ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-16 16:06:16    
ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ມີ​ກຳ​ລັງ​ແກ່ງ​ແຍ່ງ​ເພີ່ມ​ຂຶ້ນ​ຢ່າງ​​ແຂງ​ແຮງ

cri
ຕາມ​ຂ່າວCRI:ໃນ​ຫຼາຍ​ປີ​ມາ​ນີ້,ສະ​ພາ​ບັນດິດ​​ວິທະຍາສາດ​ຈີນ​ ​ເຊິ່ງ​ເປັນ​ອົງການ​ຄົ້ນຄວ້າ​ວິທະຍາສາດ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​​ ໄດ້​ດຳ​ເນີນການ​ປະຕິ​ຮູບຢ່າງຂະໜາດ​ໃຫຍ່​ທີ່​ເອີ້ນ​ກັນ​ວ່າ,​ເປັນ​​ກິດ​ຈະ​ການ​ປະ​ດິດ​ສ້າງ​ຄວາມ​ຮູ້​ໃໝ່,​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ລະ​ບອບ​​ໃຊ້​ພະ​ນັກ​ງານ,​ລະ​ບອບ​ແບ່ງ​ປັນ,​ແລະ​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ເປັນ​ຕົ້ນ.​ຜ່ານ​ການ​ປະ​ຕິ​ຮູບ,​ກຳ​ລັງ​ແກ່ງ​ແຍ່ງ​ຂອງ​ສະ​ພາ​ບັນ​ດິດ​​ວິທະ​ຍາ​ສາດ​ຈີນ​​ໄດ້​ສູງ​ຂຶ້ນ​ຫຼາຍ,​ປະ​ກົດ​ມີ​ໝາກ​ຜົນ​ການ​ຄົ້ນ​ຄວ້າ​ວິທະ​ຍາ​ສາດ​ທີ່​ສຳ​ຄັນ​ບໍ່​ໜ້ອຍ.​

ວັນ​ທີ 1 ພະຈິກ​ປີ​ນີ້,ສະ​ພາ​ບັນດິດ​​ວິທະຍາສາດ​ຈີນ​ໄດ້​ຕ້ອນຮັບ​ວັນ​ເກີດ​ຄົບ​ຮອບ 55 ປີຂອງ​ຕົນ.​ແຕ່​ສ້າງຕັ້ງຂຶ້ນ​ເປັນຕົ້ນ​ມາ,ສະ​ພາ​ບັນດິດ​​ວິທະຍາສາດ​ຈີນ​ກໍແມ່ນ​ອົງການ​ຄົ້ນ​ຄວ້າ​ວິທະ​ຍາ​ສາດ​ທຳ​ມະ​ຊາດ​ທີ່ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ໂດຍ​ຕະ​ຫຼອດ.​ຜົນສຳ​ເລັດທາງ​ດ້ານ​ການ​ຄົ້ນ​ຄວ້າ​ວິທະ​ຍາ​ສາດ​ພື້ນ​ຖານ​ແລະ​ຄົ້ນ​ຄວ້າ​​ເຕັກ​ນິກ​ສູງ​​ແລະ​ໃໝ່​ຂອງ​ຈີນ​ຈຳ​ນວນ​ຫຼວງ​ຫຼາຍ​ລ້ວນ​ແຕ່​ກຳ​​ເນີດ​ເກີດ​ຂຶ້ນ​ຢູ່​ແຫ່ງ​ນີ້.

​ແຕ່​ວ່າ,​ເມື່ອຮອດ​ຊຸມ​ປີ 90 ສະຕະວັດ​ທີ​ແລ້ວ,ຍ້ອນຄ່າ​ໃຊ້​ຈ່າຍ​ການຄົ້ນ​ຄວ້າ​ວິທະ​ຍາ​ສາດ​ບໍ່​ພຽງ​ພໍ,ວັດ​ຖຸ​ອຸປະ​ກອນ​ເກົ່າ​ແກ່,​ວິທີ​ການ​ຄຸ້ມ​ຄອງ​ຫຼ້າ​ຫັຼງ​ແລະ​ປັດ​ໄຈ​ອື່ນໆ,ພະ​ນັກ​ງານ​ຄົ້ນ​ຄວ້າ​ວິທະ​ຍາ​ສາດ​ຂອງ​ສະພາ​ບັນດິດ​ວິທະ​ຍາ​ສາດ​ຈີນ​ຍ້າຍ​ໜີ​ຢ່າງ​ຫຼວງ​ຫຼາຍ,​ລະດັບ​ຜົນ​ການ​ຄົ້ນ​ຄວ້າ​ວິທະ​ຍາ​ສາດກໍ​ອ່າວ​ໄກ​ກັບ​ລະດັບ​ກ້າວ​ໜ້າ​ຂອງ​ໂລກ.

​ເພື່ອປ່ຽນ​ແປງ​ສະພາບ​ດັ່ງກ່າວນີ້,​ເລີ່ມ​ແຕ່​ປີ 1998 ​​ເປັນຕົ້ນ​ມາ,​ພາຍ​ໃຕ້​ການ​ສະໜັບ​ສະ​ໜູນ​ຂອງ​ລັດຖະ​ບານ,​ສະ​ພາ​ບັນດິດ​​ວິທະ​ຍາ​ສາດ​ຈີນ​ເລີ່ມ​ດຳ​ເນີນ​ການ​ປະຕິ​ຮູບ​ຂະ​ໜາດ​ໃຫຍ່​ທີ່ຖື​ເປັນ​ກິດ​ຈະ​ການ​ປະດິດ​ສ້າງ​ຄວາມ​ຮູ້​ໃໝ່.​ທ່ານ​ລີ​ຈື້ກັ່ງ ​ເລຂາ​ທິ​ການ​ໃຫຍ່​ຂອງ​ສະ​ພາ​ບັນ​ດິດ​​ວິທະ​ຍາ​ສາດ​ຈີນ​ແນະ​ນຳ​ໃຫ້​ຮູ້​ວ່າ:

"​ປະຕິບັດ​ກິດຈະການ​ປະດິດ​ສ້າງ​ຄວາ​ມຮູ້​ໃໝ່,ກໍຕ້ອງ​ກັ່ນຕອງ​ເປົ້າໝາຍ​ວິທະຍາສາດ​ເຕັກນິກ​ຂອງ​ພວກ​ເຮົາ​ຢ່າງ​ບໍ່​ຢຸດ​ຢັ້ງ,ຕ້ອງ​ເຮັດ​ໃຫ້​ເປົ້າ​ໝາຍ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ສຳ​ຄັນ​ຂອງ​ລັດ​ແລະ​ໃຫ້​ຢູ່​ແຖວ​ໜ້າ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ໂລກ,​ພ້ອມ​ກັນ​ນັ້ນ ກໍ​ຕ້ອງ​ສັບ​ຊ້ອນ​​ອົງ​ປະ​ກອບ​ການ​ຈັດ​ຕັ້ງ,​ປະ​ຕິ​ຮູບ​​ໂຄງ​ປະ​ກອບ​ການ​ຄຸ້ມ​ຄອງ."

ພາຍ​ຫັຼງປະຕິບັດ​ກິດຈະການ​ປະດິດ​ສ້າງ​ຄວາມ​ຮູ້​​ໃໝ່ແລ້ວ,ສະ​ພາ​ບັນດິດ​​ວິທະຍາສາດ​ຈີນ​ເລີ່ມຈາກຄວາມ​ຮຽກຮ້ອງ​ຕ້ອງການທາງຍຸດ​ທະ​ສາດ​ຂອງ​ລັດ​ແລະ​ທ່ວງທ່າ​ພັດ​ທະນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ໂລກ,ກຳ​ນົດ​ເປົ້າ​ໝາຍ​ພັດ​ທະນາ​ຈຸດ​ໜັກ,ຊຶ່ງ​ກໍຄື​ວິທະ​ຍາ​ສາດ​ແລະ​ເຕັກ​ນິກ​ໃນ​ຂົງ​ເຂດ​ຂໍ້​ມູນ​ຂ່າວ​ສານ ຊີ​ວິດ ສິ່ງ​ແວດ​ລ້ອມ​ຊັບ​ພະຍາ​ກອນ ພະລັງ​ງານ​ແລະ​ມະ​ຫາ​ສະ​ໝຸດ​ເປັນ​ຕົ້ນ.

​ພ້ອມກັນນັ້ນ,ສະ​ພາ​ບັນດິດວິທະຍາສາດ​ຈີນ​ຍັງ​ໄດ້ສັບ​ຊ້ອນ​ການຈັດ​ວາງ​ວິທະຍາສາດ​ເຕັກນິກ​ແລະ​ອົງ​ປະກອບ​ການຈັດ​ຕັ້ງ​ຢ່າງ​ຂະໜາດ​ໃຫຍ່​ທີ່​ສຸດໃນ​ປະຫວັດ​ສາດ,ຜ່ານ​ຈາກ​ການ​ສັບ​ຊ້ອນ​ສະຖາບັນ​​ແລະ​ຫ້ອງ​ຄົ້ນ​ຄວ້າ,​ໄດ້​ສ້າງຕັ້ງ​ແຫຼ່ງ​ປະດິດ​ສ້າງ​ວິທະຍາ​ສາດ​ເຕັກ​ນິກ​ສັງ​ລວມ​ຂະ​ໜາດ​ໃຫຍ່​ງວດ​ໜຶ່ງ,​ໃນ​ນັ້ນ​ລວມ​ທັງສະ​ຖາ​ບັນ​ຄົ້ນ​ຄວ້າ​ວິທະຍາ​ສາດ​ຊີວິດ​ຊຽງ​ໄຮ້,ສະ​ຖາ​ບັນ​ຄົ້ນ​ຄວ້າ​ຄະນິດ​ສາດ​ແລະ​ລະບົບ​ວິ​ທະ​ຍາ​ສາດ​,ຫໍ​ດາ​ລາ​ສາດ​ແຫ່ງ​ຊາດ​ເປັນ​ຕົ້ນ.​ໃນ​ຂະນະ​ດຽວ​ກັນ​ນີ້,​ສະ​ພາ​ບັນ​ດິດ​​ວິທະ​ຍາ​ສາດ​ຈີນຍັງ​​ໄດ້​ສ້າງ​ຕັ້ງ​ອົງ​ການ​ຄົ້ນ​ຄວ້າ​ໃໝ່​ງວດ​ໜຶ່ງ,​ເຈາະ​ຈົງ​ຄົ້ນ​ຄວ້າ​ວິ​ຊາ​ການ​ທີ່ຈະ​ເລີ​ນ​ໃໝ່​ຄ​ື​ສີ່ງ​ແວດ​ລ້ອມ​ໜ່ວຍ​ໂລກ​ແລະ​ແຊນ​ເປັນ​ຕົ້ນ.​ເມື່ອ​ໄດ້​ສັບ​ຊ້ອນ​ແລ້ວ,​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຂອງ​ສະ​ພາ​ບັນດິດ​​ວິທະ​ຍາ​ສາດ​ຈີນ​ໄດ້​ຫຼຸດ​ລົງ​ຈາກ 120 ກວ່າ​ແຫ່ງ,​ເຫຼືອ​ພຽງ 80 ກວ່າ​ແຫ່ງ​.

ນອກຈາກ​ອົງການກະທັດ​ຮັດ​ແລະ​ພະນັກງານຫຼຸດ​ໜ້ອຍ​ລົງ​ແລ້ວ,ການ​ປະຕິ​ຮູບ​ການ​ຄຸ້ມ​ຄອງ​ກໍ​ແມ່ນ​ຈຸດ​ຮຸ່ງທີ່ສຳຄັນ​ຈຸດ​ໜຶ່ງ​ໃນ​ກິດຈະການປະດິດສ້າງ​ຄວາມ​ຮູ້​​ໃໝ່ຂອງສະ​ພາ​ບັນດິດ​​ວິທະຍາສາດ​ຈີນ.ຕໍ່​ເລື່ອງ​ນີ້,ທ່ານ​ຊຸນ​ມູ້ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວັດ​ຖຸ​ວິ​ທະ​ຍາ​ຂອງສະ​ພາ​ບັນ​ດິດ​​ວິ​ທະ​ຍາ​ສາດ​ຈີນ​ບອກ​ນັກ​ຂ່າວ​ວ່າ:

"ຈາກ​ການ​ປະຕິບັດ​ກິດຈະການ​ປະດິດສ້າງ,ສະ​ພາ​ບັນດິດ​​ວິທະຍາສາດ​ຈີນ​ໄດ້​ນຳ​​ເອົາ​ທັດ​ສະນະ​ຄະຕິ ​ໂຄງ​ປະກອບ​ແລະ​ກົນ​ໄກການ​ຄຸ້ມ​ຄອງອັນ​ໃໝ່​ອ່ຽມ​ເຂົ້າມາ.​ເຊັ່ນ:ການນຳ​ເອົາຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​​ເຂົ້າມາ,ດູດ​ດຶງ​ເອົານັກ​ວິທະ​ຍາສາດ​ໜຸ່ມ​ຜູ້​ດີ​ເລີດ​ທີ່​ຮຽນ​ຢູ່​ນອກ​ໃຫ້​ກັບ​ຄືນ​ປະ​ເທດ;ປະ​ຕິບັດ​ລະບອບ​ເຊັນ​ຂໍ້​ຜູກ​ພັນ​​ເຮັດ​ວຽກ​ກັບ​ພະນັກ​ງານ​ທັງ​ໝົດ,​ລະບອບ​​ແບ່ງ​ປັນ​ພົວພັນ​ກັບ​ຜົນ​ງານ​ຂອງ​ພະນັກ​ງານ​ຢ່າງ​ແໜ້ນ​ແຟ້ນ,ອັນ​ໄດ້ປຸກ​ລະດົມ​ຄວາມ​ຂະ​ຫຍັນ​ຫ້າວຫັນ​ຂອງ​ແຕ່ລະ​ຄົນ​ຢ່າງ​ເຕັມ​ສ່ວນ;​ໃນ​ດ້ານ​ຕີ​ລາຄາ​ວິທະຍາ​ສາດ​ເຕັກ​ນິກກໍ​ໄດ້ດຳ​ເນີນ​ການ​ກວດ​ສອບ​ປະຈຳ​ປີ​ແລະ​ຕີ​ລາຄາ​​ໃນ​ສາກົນ​."

ອາ​ໄສ​ການ​ແກ່ງ​ແຍ່ງກັນຊັກ​ຈຸ​ງການ​ພັດທະນາ ​ເວົ້າ​​ໄດ້​ວ່າ​ແມ່ນວິທີ​ອັນ​ຍອດ​ຢ້ຽມ​ວິທີ​ໜຶ່ງ​ໃນ​ການ​ປະຕິ​ຮູບ​ຂອງ​ສະ​ພາ​ບັນດິດ​​ວິທະ​ຍາ​ສາດ​ຈີນ.​ເລືອກ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດີ​ເລີດ​ເຂົ້າ​ຮັບ​ໜ້າ​ທີ່​ວຽກ​ງານ,​​ແກ່ງ​ແຍ່ງ​ກັນ​ຍາດ​ເອົາ​ໂຄງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​,​ໃຫ້​ລາງ​ວັນ​ຫຼວງ​ຫຼາຍ​ແກ່​ສະ​ຖາ​ບັນ​ແລະ​ບຸກ​ຄົນ​ທີ່​ໄດ້​ຮັບ​ຜົນ​ງານ​ດີ​ເດັ່ນ​.​ໃນ​ເວລາ​ສຳ​ພາດ ນັກ​ຂ່າວ​ໄດ້​ຊາບ​ວ່າ,​ການ​ແກ່ງ​ແຍ່ງ​ກັນ​ເຮັດ​ໃຫ້​ພະ​ນັກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຜູ້​ມີ​ຄວາມ​ສາ​ມາດ​ສູງ​ແລະ​ໂຄງ​ການ​ຄົ້ນ​ຄວ້າ​ທີ່​ມີ​ອະ​ນາ​ຄົດ​ພັດ​ທະ​ນາ​ເຫົ່ຼາ​ນັ້ນ​ໄດ້​ຮັບ​ຊັບ​ພະ​ຍາ​ກອນ​ຕ່າງໆ​ຢ່າງ​ເຕັມ​ສ່ວນ​ຄື:​ຄ່າ​ໃຊ້​ຈ່າຍ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ອຸປະ​ກອນ​ກ້າວ​ໜ້າ​ເປັນ​ຕົ້ນ,​ແລ້ວ​ໄດ້​​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄົ້ນ​ຄວ້າ​ວິທະ​ຍາ​ສາດ​ເຕັກ​ນິກ.

ການ​ປະຕິບັດ​ກິດຈະການ​ປະດິດສ້າງ​ຄວາມ​ຮູ້​​ໃໝ່ໄດ້​ເຮັດ​ໃຫ້​ໝາກຜົນ​ການ​ປະດິດ​ສ້າງ​ທາງ​ດ້ານ​ວິ​ທະຍາ​ສາດ​ເຕັກນິກ​ຂອງສະ​ພາ​ບັນດິດ​​ວິທະຍາສາດ​ຈີນ​ເພີ່ມຂຶ້ນ​ຢ່າງ​ຫຼວງ​ຫຼາຍ.ປີ 2003,ຈຳນວນ​ບົດ​​ວິທະຍານິພົນຂອງສະ​ພາ​ບັນດິດ​ດັ່ງກ່າວທີ່ພິມ​ລົງ​ວາລະສານ​ວິຊາ​ການ​ສາກົນ​ໄດ້​ເພີ່ມຂຶ້ນຫຼາຍກວ່າ 6 ປີ​ກ່ອນ​ໜຶ່ງ​ເທົ່າ​ປາຍ,​ໄດ້​ຮັບສິດ​ທີ​ບັດ​ປະດິດ​ສ້າງ​ແລະ​ລິກຂະ​ສິດຊອຟ​ແວເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

​ໃນ​ສະ​ຖາ​ບັນ​ຄົ້ນຄວ້າ​ຕ່າງໆ​ຂອງສະພາ​ບັນດິດ​​ວິທະຍາສາດ​ຈີນ,ສະ​ຖາ​ບັນ​ຄົ້ນຄວ້າ​ຄອມ​ພິວ​ເຕີ​ແມ່ນ​ສະ​ຖາ​ບັນ​ແຫ່ງໜຶ່ງ​ທີ່​​ໄດ້​ຮັບ​ໝາກຜົນ​ວິຊາການວິທະຍາສາດ​ເຕັກນິກພົ້ນ​ເດັ່ນ​ທີ່ສຸດ​ໃນ​ຫຼາຍ​ປີ​ມາ​ນີ້.ຄອບ​ພິວ​ເຕີ​ຊູ​ກວງ 4000 A ສັບພະ​ຄຸນ​ສູງ​ທີ່​ສະ​ຖາ​ບັນຄົ້ນຄວ້າ​ດັ່ງກ່າວ​ຄົ້ນຄວ້າ​ຜະລິດ​ນັ້ນ​,ມີ​ຄວາມ​ໄວ​ໃນ​ການ​ຄິດ​ໄລ່ບັນລຸ 11000 ຕື້​ເທື່ອຕໍ່ວິ​ນາທີ,ຄອງ​ອັນ​ດັບ​ທີ 10 ​ໃນ​ການ​ລຽງ​ລຳດັບ 500 ຄອມ​ພິວ​ເຕີ​ທີ່ມີ​ສັບພະ​ຄຸນ​ສູງ​ຂອງ​ໂລກ​ໃນ​ປີ​ນີ້.

​ເພື່ອ​ສະໜັບສະໜູນ​ການ​ປະຕິ​ຮູບ​ຂອງສະ​ພາ​ບັນດິດ​​ວິທະຍາສາດ​ຈີນ,ລັດຖະບານ​ຈີນ​ກໍ​​ໄດ້​ເພີ່ມ​ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ການຄົ້ນຄວ້າ​ຂອງສະພາ.ອັນໄດ້​ປົວ​ແປງ​ເງື່ອນ​ໄຂຄົ້ນຄວ້າ​ວິທະຍາສາດ​ຂອງສະ​ພາ​ບັນດິດ​​ວິທະຍາສາດ​ຈີນ​​ໃຫ້​ດີ​ຂຶ້ນຢ່າງ​ຫຼວງ​ຫຼາຍ,ລາຍ​ໄດ້​ຂອງ​ພະນັກງານ​ຄົ້ນຄວ້າ​ວິທະຍາສາດ​ກໍ​ໄດ້​​ເພີ່ມ​ຂຶ້ນ​ໃນ​ໜ້າ​ພຽງ​ກວ້າງ.ພະນັກງານ​ຄົ້ນຄວ້າ​ວິທະຍາສາດ​ບໍ່ຕ້ອງ​ເປັນ​ຫ່ວງ​ນຳ​ຊີວິດການ​ເປັນ​ຢູ່​ອີກ,ສາມາດສຸມ​ຈິດ​ສຸມ​ໃຈ​ເຮັດ​ວຽກ​ຄົ້ນຄວ້າ​ວິທະຍາສາດ​.ທ່ານ​ວັງ​ຈ້ຽນທ່າວ​ແຫ່ງສະ​ຖາ​ບັນ​ຄົ້ນຄວ້າ​ວັດ​ຖຸວິທະຍາ​ຂອງສະ​ພາ​ບັນດິດ​​ວິທະຍາສາດ​ຈີນ​ບອກ​ນັກ​ຂ່າວດ້ວຍຄວາມຮູ້ສຶກອັນ​ເລິກ​​ເຊິ່ງວ່າ:

"ພາຍ​ຫັຼງສະ​ພາ​ບັນດິດ​​ວິທະຍາ​ສາດ​ຈີນ​ເລີ່ມ​ປະຕິບັດ​ແຜນ​ການ​ປະດິດ​ສ້າງນີ້​ແລ້ວ,​ສະ​ພາບ​ແວດ​ລ້ອມ​ການ​ຄົ້ນ​ຄວ້າ​ວິທະຍາ​ສາດ​ຂອງ​ພວກ​ເຮົາ​ໄດ້​ມີ​ການ​ປ່ຽນ​ແປງ​​ຫຼາຍ.​ເມື່ອປີ 1998,ຄ່າ​ໃຊ້​ຈ່າຍ​ການຄົ້ນຄວ້າ​ວິທະຍາສາດ​ຂອງ​ພວກ​ເຮົາ​ບໍ່ຫຼາຍ,​ແຕ່​ວ່າ​ເມື່ອ​ໄດ້​ປະ​ຕິ​ບັດ​ກິດ​ຈະ​ການ​ປະ​ດິດ​ສ້າງ​ແລ້ວ,​ອຸ​ປະ​ກອນ​​ແລະ​ຄ່າ​ໃຊ້​ຈ່າຍ​ລ້ວນ​ແຕ່​ຮັບ​ປະ​ກັນ​.​ໃນ​ 3 ປີ​ຜ່ານ​ມາ,​ອຸປະ​ກອນ​ທີ່​ທາງ​ສະ​ຖາ​ບັນ​ຊື້​ເຂົ້າ​ມາ​ນັ້ນ​ມີ​ມູນ​ຄ່າ 150 ລ້ານ​ຢວນ,​ອັນ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ທົດ​ລອງ​ພື້ນ​ຖານ​ຂອງ​ພວກ​ເຮົາ."

ຄຽງ​ຄູ່​ກັບ​ກຳລັງ​ແຮງ​ເພີ່ມ​ທະວີ​ຂຶ້ນ,ສະ​ພາ​ບັນດິດ​​ວິທະຍາສາດ​ຈີນກໍ​ຍິ່ງ​ມີ​ກຳລັງ​ດູດ​ດຶງ​​ແລະ​ແຮງ​ໜ່ຽງປັ້ນ​ເຂົ້າກັນຢ່າງພົ້ນ​ເດັ່ນ​.​ແຕ່​ກ່ອນ,ນັກ​ສຶກສາປະລິນຍາ​ເອກ​ແລະປະລິນຍາ​ໂທ​ທີ່ຮຽນຈົບ​ຈາກສະ​ພາ​ບັນດິດ​​ວິທະຍາສາດ​ຈີນ​ສ່ວນ​ໜຶ່ງ​ເຫັນ​ວ່າ,​ເງື່ອນ​ໄຂຄົ້ນຄວ້າ​ວິທະຍາສາດ​ເຕັກນິກ​ຂອງ​ຕ່າງປະ​ເທດ​ດີກ​ວ່າ,ຢາກ​ໄປ​ຫາ​ທາງພັດທະນາ​ຢູ່​ຕ່າງ​ປະ​ເທດ.​ແຕ່​ດຽວ​ນີ້,​ເງື່ອນ​ໄຂຄົ້ນຄວ້າ​ວິທະຍາສາດ​ຂອງສະ​ພາ​ບັນດິດ​ພວກເຮົາ​ນັບ​ມຶ້ນັບ​ດີ​ຂຶ້ນ,​ລາຍ​ໄດ້​ຂອງ​ພະນັກງານ​ຄົ້ນຄວ້າ​ວິທະຍາສາດກໍ​ນັບ​ມື້​ນັບ​ສູງ,ຫຼາຍ​ຄົນ​ຈຶ່ງບໍ່ຢາກ​​ໄປ​ຕ່າງ​ປະ​ເທດອີກ​ແລ້ວ,ສ່ວນ​ຜູ້​​ໄປ​​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ,ທັງ​ມີ​ຖາ​ນະ​ສູງ​ແລະ​ເງິນ​ເດືອນ​ກໍຫຼາຍ​ແລ້ວ​ນັ້ນກໍ​ພາກັນ​ກັບ​ຄືນ​ມາປະ​ເທດ,​​ແລະໄປ​​ເຮັດ​ວຽກ​ຢູ່ສະພາ​ບັນດິດ​​ວິທະຍາສາດ​ຈີນ​.