ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-17 15:27:54    
ເພງ​ພື້ນ​ເມືອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ

cri Author: huang

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ. ​ໃນ​ລາຍການ​ພາກ​ນີ້, ທ່ານ​ຈະ​ໄດ້​ຟັງ​ເພງ​ພື້ນ​ເມືອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ, ​ແລະຈະ​ແນະນຳຮີດຄອງ​ປະ​ເພນີ​ທ້ອງ​ຖິ່ນ​ນັ້ນ.

ທີ່ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ພື້ນ​ເມືອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ທີ່​ຊື່ວ່າ "ຕິວ​ເຈ້ຍ​ຈື" ​ແປ​ວ່າ "​​ແຫວນເສຍ". ​ວາດ​ພາບ​ນາງສາວຜູ່​ໜຶ່ງ​​ເຮັດ​ແຫວນທີ່​ຄູ່​ຮັກ​​ເອົາ​ໃຫ້​ເສຍ, ນາງ​​ໃຈ​ຮ້ອນ​ຈົນ​ບໍ່​ຄຶດ​ເລື່ອງ​ລະອາຍ​ເວົ້າກັບ​ຜູ່​ອື່ນ ຈົນ​ສັນຍາ​ວ່າ ຖ້າ​ໃຜ​ເກັບ​ໄດ້ຈະ​ໃຫ້​ຄ່າ​ຕອບແທນ​ເປັນຈຳນວນ​ເງິນຫຼວງຫຼາຍ​.

ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ໝາຍ​ເຖິງສາມ​ແຂວງ​ ຄື ​ແຂວງ​ເຮີຍຫຼົງຈຽງ ​ແຂວງ​ຈີ​ລິນ​ແລະ​ແຂວງ​ລຽວນິງ. ຢູ່​ແຫ່ງ​ນັ້ນດິນ​ດຳນ້ຳຊຸມ, ມີ​ແມ່ນ້ຳ​ໄຫຼສົນ​ສວານ, ມີປ່າ​​ໄມ້​ຕຶບ​ໜາ, ​ແມ່ນ​ທົ່ງພຽງ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ. ​ເນື່ອງ​ຈາກ​ຄົມມະນາຄົມ​ສະດວກຫຼາຍ, ສາມ​ແຂວງ​ດັ່ງກ່າວ​ຈຶ່ງ​ໄດ້​ມີ​ການແລກປ່ຽນກັນ​ທາງ​ດ້ານ​ເສດຖະກິດ​ແລະວັດທະນະທຳ​ເລື້ອຍໆ, ສະນັ້ນ ​ເພງ​ພື້ນ​ເມືອງ​ສາມ​ແຂວງ​ນີ້​ຈຶ່ງ​ມີ​​ລັກສະນະຄ້າຍຄື​ກັນ, ຈຸດ​ພິ​ເສດ​ກໍ​ແມ່ນ​ຟົດ​ຟື້ນ​ເປີດ​ອົກ​ເປີດ​ໃຈ ຊື່ສັດມ່ວນຊື່ນ, ​ທຳນອງ​​ເພງ​ກໍ​ເປັນ​ແບບ​ພື້ນ​ເມືອງ​ທີ່​ສຸດ. ຕໍ່​ໄປ​ເຊີນ​ຟັງ​ເພງ "ຊິນ​ຮົວ​ລາງ" ​ແປ​ວ່າ "ອ້າຍ​ຂາຍ​ຂອງ​ຜູ່ໃໝ່" ​ເພງ​ນີ້​ມີ​ທຳນອງ​ມ່ວນ​ຊື່ນ​ເບົາ​ອາລົມ, ​ ວາດ​ພາບ​ອ້າຍ​ບ່າວຂາຍຂອງ​ຜູ່ໜຸ່ມ​ນ້ອຍຜູ່​ໜຶ່ງ​ສົ່ງ​ເຄື່ອງ​ໄປ​ຂາຍ​ຢູ່​ຊົນ​ນະ​ບົດ.

​ເພງພື້ນ​ເມືອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ມີ​ເນື້ອ​ໃນ​ອຸດົມສົມບູນທີ່​ສຸດ, ສ່ວນຫຼາຍສ່ອງ​ແສງຊີວິດ​ບັນ​ເທີ​ງຂອງ​ປະຊາຊົນ​, ທັງນີ້​​​ກ່ຽວ​ພັນ​ເຖິງ​ຮີດຄອງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ຈີນ. ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ ​ໃນ​ລະດູ​ໜາວ​ອາກາດ​ໜາວ​ຈັດ, ​ເວລາ​ຫວາງ​ວຽກ​​ໄຮ່​ການ​ນາ​ຈຶ່ງຍາວນານ​ກວ່າ​ແຫ່ງ​ອື່ນ, ​ໃນ​ໄລຍະ​ນີ້, ຊາວນາ​ບໍ່​ຕ້ອງ​​ໄປ​​ໄຮ່​ໄປ​ນາ, ມີ​ແຕ່​ເຮັດ​ວຽກ​ຢ້າວ​ການ​ເຮືອນ​ເລັກໜ້ອຍ​, ຫຼືນັ່ງ​ຕີ​ເປັນ​ວົງ​ໂອ້​ລົມ​ກັນ ສູ​ບ​ຢາ​ກອກ ຫຼິ້ນ​ເກ​ມຫຼື​ພາ​ກັນ​ໄປ​ທ່ຽວທາງ​ນອກ. ຕໍ່​ໄປ​ເຊີນ​ຟັງ​ເພງ "ຟ້າງ​ເຟິງ​ເຈິ​ງ" ​ແປ​ວ່າ "ປ່ອຍ​ວ່າວ" , ​ເພງ​ນີ້​ໄດ້​ວາດ​ພາບ​ພວກຜູ່​ສາວ​ເປັນ​ໝູ່​ກັນ​ໄປ​ປ່ອຍ​ວ່າວຢ່າງ​ມ່ວນ​ຊື່ນ​.

​ໃນ​ເພງ​ພື້ນ​ເມືອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ກໍ​ມີ​ເນື້ອ​​ເປັນນິທານປະຫວັດສາດ​ບໍ່​ໜ້ອຍ, ​ເພງ​ປະ​ເພດ​ນີ້​ມັກ​ມີ​ທຳນອງ​ລະບາຍ​ອາລົມ, ​​ບັນ​ລະ​ຍາຍ​ເລື່ອງ​ລາວຫຼາຍຕອນ​ດ້ວຍ​ທຳນອງດຽວ​ກັນ. ​ໃນ​ນັ້ນ​ເພງ "​ແຢ້ຢາ​ອູ​ຈິງ" "ຊີກ​ເດືອນ​ຍາມ​ເດິກ" ກໍ​ແມ່ນ​ຕົວ​ຢ່າງ, ​ເພງ​ນີ້​ບັນ​ລະ​ຍາຍ​ຊາຕາກຳ​ຂອງ​ຍິງ​ສາວ​ສີ່ຄົນ​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ​ຄື ​ນາງ​ເມິງ​ຈຽງ​ນີ ນາງ​ລິນ​​ໄຕ້​ອີ້ ນາງ​ຊີ​ຊື​ແລະ​ນາງ​ວາງ​ຈາວ​ຈິນ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ມ້ວນທ້າຍ​ລາຍການ​ພາກ​ນີ້, ​ເຊີນ​ຟັງ​ເພງ "ສຽວ​ສິງ​ລາງ" ​ແປ​ວ່າ "​ພົບ​ຄູ່​ຮັກ" ​ເພງ​ພື້ນ​ເມືອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ຈີນ​. ​ເພງ​ນີ້​ເລົ່າເລື່ອງນາງສາວ​​ຜູ່​ໜຶ່ງ​ຊື້​ຂອງ​ຂວັນຫຼາຍຢ່າງ​ຫຼາຍ​ແນວ​ຈະ​ໄປ​​ພົບກັບ​ຄູ່​ຮັກ​ຕາມ​ນັດດ້ວຍ​ຄວາມດີ​ອົກ​ດີ​ໃຈ, ​ແຕ່​ຍ້ອນ​ມື້ນັ້ນຝົນຕົກ ທາງ​ມື່ນ, ນາງ​ໃຈ​​ຮ້ອນຫຼາຍບໍ່​ລະວັງ​ຈົນ​ພະລາດ​ລົ້ມ, ຂອງທີ່​ຖື​ໄປ​ກໍ​ຕົກ​ເຮ່ຍ​ໄປ​ໝົດ​ທາງ. ​ເພງນີ້​ມີ​​ເອກະລັກ​ທ້ອງ​ຖິ່ນ​ຢ່າງເຂັ້ມຂຸ້ນ, ຕະຫຼົກຊວນ​ຫົວ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍ​ການ​ນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່ນີ້, ຂອບ​ໃຈ​ທີ່​ທ່ານ​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ.