ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-18 16:13:47    
ຈີນ​ຈະ​ບັນລຸການ​ສັງ​ເກດວັດ​ແທກສາມ​ມິຕິ​ດ້ວຍດາວ​ທຽມຕໍ່​ທ່ົວ​ໂລກ​ພາຍ​ໃນ 20 ປີ

cri Author: huang

ວັນ​ທີ 16 ພະຈິກ,​ໃນ​ກອງ​ປະຊຸມ​ທີ່​ໄຂ​ຂຶ້ນ​ຢູ່​ປັກ​ກ່ິງ,ທ່ານ​ຊຸນ​ໄລ​ຢັນ ຫົວຫນ້າ​ກົມ​ການບິນ​ອະວະ​ກາດ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ,ຈີນ​ຈະ​ເອົາ​ການ​ສັງ​ເກດ​ວັດ​ແທກ​ຫນ່ວຍ​ໂລກເປັນຈຸດ​ຫນັກ​ໃນ​ການ​ພັດທະນາ​ການບິນ​ອະວະກາດ.​ໃນ 20 ປີ​ຂ້າງ​ຫນ້າ,ຈະສ້າງ​ລະບົບ​ສັງ​ເກດ​ວັດ​ແທກຫນ່ວຍ​ໂລກ​ທີ່​ຫມູນ​ເດີນ​ຢ່າງ​ຫມັ້ນ​ທ່ຽງ​ເປັນ​ເວລາ​ຍາວ​ນານ.​ແລະ​ບັນລຸ​ການ​ສັງ​ເກດ​ວັດ​ແທກແບບ​ສາມ​ມິ​ຕິ​ຕໍ່​ແຜ່ນດິນ​ໃຫຍ່,ອາ​ກາດ​ແລະ​ທະ​ເລຂອງ​ຈີນ​ກໍ​ຄື​ທ່ົວ​ໂລກ.ຕໍ່​ໄປ​ເຊີນ​ທ່ານ​ຟັງ​ບົດ​​ແຈ້ງ​ຂ່າວລະອຽດ
ປະຈຸ​ບັນ​ນີ້,ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 18 ຂອງ​ຄະ​ກຳມະການ​ສັງ​ເກດວັດ​ແທກ​ຫນ່ວຍ​ໂລກ​ດ້ວຍ​ດາວ​ທຽມ​ສາກົນ​ໄດ້ຈັດ​ຂຶ້ນ​ຢູ່​ປັກ​ກ່ິງ​.​ອົງການ​ກ່ຽວຂ້ອງ​ທີ່ຮັບຜິດຊອບການ​ສັງ​ເກດວັດ​ແທກ​ຫນ່ວຍ​ໂລກຂອງ​ບັນດາ​ປະ​ເທດ​ໃນໂລກ​ ​ເຈົ້າ​ຫນ້າ​ທີ່​ອົງການ​ວິທະຍາສາດ​​ເຕັກນິກ​ສາກົນແລະ​ຜູ່​ຊ່ຽວຊານ ນັກ​ປາດ 600 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມດ່ັງກ່າວ.

ໃນ​ກອງ​ປະຊຸມ,ທ່ານ​ຊຸນ​ໄລ​ຢັນ ຫົວຫນ້າ​ກົມ​ການບິນ​ອະວະກາດ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າໃນ 20 ປີ​ຂ້າງ​ຫນ້າ,ຈີນ​ຈະ​ສ້າງ​ລະບົບ​ສັງ​ເກດ​ວັດ​ແທກຫນ່ວຍ​​ໂລກ​ດວ້ຍດາວ​ທຽມ​ທີ່​ຫມູນ​ເດີນ​ຢ່າງ​ຫມັ້ນ​ທ່ຽງ​ເປັນ​ເວລາ​ຍາວ​ນານ​ເ​ປັນ​​ກ້າວໆ.​ແລະ​ບັນລຸ​ການ​ສັງ​ເກດ​ວັດ​ແທກແບບ​ສາມມິ​ຕິ​ແລະ​ກວດກາ​ຕາມ​ເວລາ​ກຳນົດ​ຕໍ່​ແຜ່ນດິນ​ໃຫຍ່ອາກາດແລະ​ທະ​ເລ​ຂອງ​ຈີນ​ກໍ​ຄືທ່ົວ​ໂລກ

ໃນ 20 ປີຂ້າງ​ຫນ້າ,ພວກ​ເຮົາ​ຈະ​ສ້າງ​ລະບົບສັງ​ເກດວັດ​ແທກ​ແບບ​ສາມມິ​ຕິ​ ​ໃນ​ທຸກ​ສະພາບ​ອາກາດ​ຕໍ່ແຜ່ນດິນ​ໃຫຍ່,ອາກາດ,ທະ​ເລ​ຂອງ​ຈີນ​ແລະ​ທ່ົວ​ໂລກ​ໃນ​ຂັ້ນ​ພື້ນຖານ.ນີ້​ແມ່ນ​ລະບົບ​ສັງ​ເກດວັດ​ແທກ​ຫນ່ວຍ​ໂລກ​ແບບ​ສັງ​ລວມທີ່​ເປັນ​ເອກະ​ພົບ​ດຽວ​ຂອງ​ປະ​ເທດຈີນ,ລະ​ບົບສັງ​ເກດ​ດ່ັງກ່າວ​ນີ້​ໃຊ້​​ແບບ​ສັງ​ລວມ​ໄດ້​ໃນພາກສ່ວນຕ່າງໆ​ເຊ່ັນ:ກະສິກຳ ປ່າ​ໄມ້ ນ້ຳ ວິທະຍາສາດ ການ​ສຶກສາ ອຸຕຸນິຍົມ   ສື່ສານ​ແລະ​ທະ​ເລ​ເປັນ​ຕົ້ນ.

ທ່ານ​ຊຸນ​ໄລ​ຢັນ​ຍັງ​ເວົ້າ​ຕໍ່​ຜູ່​​ຮ່ວມ​ປະຊຸມວ່າ,ກ່ອນ​ປີ 2010,ຈີນ​ຈະ​ຄົ້ນຄວ້າ​ແລະ​ຜະລິດ​ດາວ​ທຽມ​ອຸຕຸນິຍົມ ດາວ​ທຽມ​ຊັບພະຍາກອນ ​ແລະ​ດາວ​ທຽມ​ທະ​ເລ​ຮຸ່ນ​​ໃຫມ່,​ເຮັດ​ໃຫ້​ 3 ລະບົບ​ຄືດາວ​ທຽມ​ອຸຕຸນິຍົມ ດາວ​ທຽມ​ຊັບພະຍາກອນ ​ແລະ​ດາວ​ທຽມ​ທະ​ເລ​ໃຫ້​ສົມບູນຂຶ້ນ​ເປ​ັນ​ເທື່ອ​ລະ​ກ້າວ.ພ້ອມ​ກັນ​ນັ້ນ,ຈີນ​ຍັງ​ຈະ​ສ້າງ​​ດາວ​ທຽມ​ນ້ອຍ​ທີ່​ສັງ​ເກດ​ພະຍາ​ກອນສ່ິງ​ແວດ​ລ້ອມ​ແລະຊັບພະຍາກອນ​ຕາມ​ສະ​ເຫ​ນີ​ໃຫ້​ຮູ້​ວ່າ ລະ​ບົບສັງ​ເກດ​ວັດ​ແທກຫນ່ວຍ​ໂລກ​ດ້ວຍ​ດາວ​ທຽມ​ຂອງ​ຈີນ​ໃນ​ປະຈຸ​ບັນ​,ຕອບ​ສະຫນອງ​ໄດ້​ແຕ່​ຄວາມ​ຕ້ອງການ​ດ້ານ​ການ​ທົດ​ລອງ​ແລະ​ນຳ​ໃຊ້​ໃນ​ສະ​ເພາະ​ຫນ້າ​ນີ້ທໍ່​ນັ້ນ,ຍັງ​ມີ​ບັນຫາ​ທີ່​ດາວ​ທຽມ​ມີ​ອາຍຸ​​ໃຊ້​ງານສັ້ນ​ແລະ​​ໄລຍະ​ຫມູນ​ຮອບ​ແຫ່ງ​ການ​ຍິງ​ສ່ົງ​ດາວ​ທຽມດົນ​ເປັນ​ຕົ້ນ,​ສ່ວນ​ລະບົບ​ສັງ​ເກດ​ວັດ​ແທກຫນ່ວຍ​​ໂລກ​ໃນ​ອະນາຄົດ,ຕ້ອງການ​ຫມູນ​ເດີນ​ເປັນ​ເວລາ​ຍາວ​ນານຢ່າງ​ລຽນຕິດ​ແລະ​ຫມັ້ນ​ທ່ຽງ.ຖ້າວ່າ​ດາວ​ທຽມ​ມີ​ບັນຫາ​ຢູ່​ທ້ອງຟ້າ,ກໍ​ຕ້ອງ​ເອົາ​ດາວ​ທຽມ​ດວງໃຫມ່​​ໄປແທນ.ມີ​ແຕ່​​ເຮັດແນວ​ນີ້,ຈ່ິງ​ຈະ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ຂະ​ແຫນງ​ການ​ນຳ​ໃຊ້​ໄດ້
​ໃນ​ກອງ​ປະຊຸມ​,ທ່ານ​ຊິກວນ​ຮວາ ລັດຖະມົນຕີ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີຂອງ​ຈີນ ປະທານ​ກອງ​ປະ​ຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ດາວ​ທຽມສາກົນ​ສັງ​ເກດ​ວັດ​ແທກຫນ່ວຍ​ໂລກ​ສະ​ໄຫມ​ນີ້​ເວົ້າ​ວ່າ,ການ​ສ້າງ​ລະບົບ​ສັງ​ເກດ​ວັດ​ແທກຫນ່ວຍ​ໂລກ​ຄົບ​ວົງ​ຈອນມີ​ບົດບາດ​ສຳຄັນ​ ​ຕໍ່​ຈີນ​ຕົກລົງ​ນະ​ໂຍບາຍ​ສຳຄັນ ການ​ພັດທະນາ​ອຸດສາຫະກຳຕ່າງໆ​ເຊ່ັນ: ກະສິກຳ ການ​ຄ້າ ການ​ບໍລິການ​ເປັນ​ຕົ້ນ ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ  ຍົກ​ຄວາ​ມປອດ​ໄພ​ແລະ​ຄວາມສຸກ​ຂອງ​ມວນ​ມະນຸດ​ເປັນ​ຕົ້ນ,ຈີນ​ເອົາ​ໃຈ​ໃສ່​ແລະ​ເພ່ີມ​ທະວີ​ວຽກ​ງານ​ສັງ​ເກດ​ວັດ​ແທກຫນ່ວຍ​ໂລກ,ກໍແມ່ນ​ເພື່ອ​ຊອກ​ຮູ້​ຫນ່ວຍ​ໂລກ​ໃຫ້​ດີກ​ວ່າ​ເກ່ົາ,​ແລະ​ປົກ​ປ້ອງ​ສ່ິງ​ແວດ​ລ້ອມ​​ໃຫ້​ດີ​ຄຽງ​ຄູ່​ກັບ​ການ​ພັດທະນາ​ເສດຖະກິດ.

ພວກ​ເຮົາ​ເລ່ັງລັດ​ການສ້າງ​ລະບົບ​ສັງ​ເກດ​ວັດ​ແທກຫນ່ວຍ​ໂລກ​ແບບ​ສັງ​ລວມຂອງ​ຈີນ​,ຍົກ​ລະດັບ​ເຕັກນິກ​ແລະ​ນຳ​ໃຊ້ຂອງ​ຈີນ​ໃນ​ຂົງ​ເຂດ​ສັງ​ເກດວັດ​ແທກ​ຫນ່ວຍໂລກ​ໃຫ້​ສູງ​ຂຶ້ນ,​ແມ່ນ​ເພື່ອ​ເພ່ີມ​ທະວີ​ການ​ຕິດຕາມກວດກາ​ຊັບ​ພະຍາກອນສ່ິງ​ແວ​ດລ້ອມ,ພະລັງງານ​ແລະສ່ິງ​​ແວດ​ລ້ອມ​ຢູ່​ລອດ​,ຊຸກຍູ້ກາ​ພັດທະນາ​ສັງຄົມເສດຖະກິດແລະ​ມວນ​ມະນຸດ​ຢ່າງ​ຮອບດ້ານ.