ໃນສະໄຫມ ຊຸນຊິວຍຸທະຈັກ ຢູ່ເມືອງຊູມີ ນັກຍິງທະນູຜູ່ຫນ່ຶງຊື່ວ່າຢາງອິວຈີ.ວິຊາຍິງທະນຂອງເຂົາບໍ່ພຽງແຕ່ແມ່ນຢຳບໍ່ຜິດຈັກເມັດທໍ່ນັ້ນ ,ຫາກຍັງແຂງແຮງມີກຳລັງນຳອີກ,ມີປີ ຫນ່ຶງ, ເມືອງຈ້ິນກັບເມືອງຊູລົບເລວກັນຢູ່ໂນນອ່ຽນຫຼິງ,ເຈົ້າຊີວິດກົງເມືອງຊູເຫັນກອບທັບຂອງເມືອງຈິ້ນໃຫຍ່ຫຼາຍ,ຈ່ິງຄຶດຢ້ານ, ໃນຂະນະນີ້,ຢາງອິວຈີນນັກຍິງທະນູກັບຟານຕັງ ນາຍທະຫານອີກຜູ່ຫນ່ຶງ, ເອົາເສື້ອເກາະທີ່ຫຍິບດ້ວຍຫນັງ 7 ຊັ້ນທີ່ຖືກທະນູຍິງຊອດເປັນຮູບັກໃຫຍ່ຫຼາຍຮູມາອວດອ້າງຕໍ່ຫນ້າເຈົ້າຊີວິດກົງວ່າ:ຂໍເດຊະ,ພະບາດຊົງທອດພະເນດເບ່ິງແມນີ້ແມ່ນສີມືຍິງທະນູຂອງຂ້າພະບາດມີເສຍນາເກ່ັງປານນີ້,ພະອົງຍັງຢ້ານຕີບໍ່ແພ້ຫວາ ເມື່ອເຈົ້າຊີວິດກົງຟັງແລ້ວກໍ່ຮ້າຍພວກເຂົາເທັງສອງວ່າຈ່ັງແມ່ນອາຍເພ່ິນ,ພວກເຈົ້າແມ່ນນາຍທະຫານ ຫຍັງມາເວົ້າງ່າຍໆແບບນີ້,ສູ້ລົບກັນຢູ່ສະຫນາມອາໄສແຕ່ຍິງທະນຊິໄດ້ຫວະ?
ມື້ອື່ນພວກເຈົ້າຕ້ອງຕາຍຢູ່ສະຫນາມລົບແນ່ນອນ!ມື້ລຸນມາ,ສອງຝ່າຍກໍໄດ້ເລ່ີມລົບເລວກັນຢ່າງໃຫຍ່,ນາຍທະຫານເວີ້ຍສີເມື່ອຈິ້ນຍິງທະນູລູກຫນ່ຶງມາໃສ່ພໍດີຖືກຕາຂອງເຈົ້າຊີວິດກົງເມືອງຊູ,ເຈົ້າຊີວິດກົງເຈັບປວດຈົນທົນບໍ່ໄຫວ, ມືຫນ່ຶງງຸບຕາໄວ້,ອີກມືຫນ່ຶງຖອດເອົາທະນູສອງລູກອອກຈາກຖົງທະນູແລ້ວຮ້ອງໃສ່ຢາງ ອິວຈີວ່າ,ຢາງອິວຈີເອົາທະນູສອງລູກນີ້ໄປຍິງຖືກນາຍທະຫານເມືອງຈິ້ນໃຫ້ຕາຍດຽວນີ້,ແກ້ແຄ້ນໃຫ້ພະອົງເຮົາ!ຢາງອິວຈີເຫັນເຈົ້າຊີວິດຂອງຕົນຖືກຍິງຈ່ິງໂມໂຫຫຼາຍ,ມືນຕາມົ້ງກົ້ງ,ແລ້ວຮັບເອົາທະນູແລ້ວຂ່ີມ້າແລ່ນໄປຫາສັດຕູ,ນາຍທະຫານ
ເວີ້ຍສີເມືອງຈີ້ນຍັງຂຶງຂັງມັງມໍແຜງລິດແຜງເດດຢູ່,ໃນຂະນະນີ້ໄດ້ຍິນແຕ່ສຽງຈິ້ວບາດຫນ່ຶງ,ເວີ້ຍສີຍັງບໍ່ທັນປ່ິນຫນ້າມາເບ່ິງເທື່ອ,ທະນູກໍແທງເຂົ້າຄໍຫອຍເຂົາແລ້ວ,ແລະບໍ່ທັນຮ້ອງຄາງເຂົາກໍຕົກລົງຈາກຫລັງມ້າ.ຢາງອິວຈີຊັກແຄ່ນມ້າໂງກັບຄືນແລ່ນໄປຫາເຈົ້າຊີວິດກົງ,ແລ້ວເອົາອີກລູກຫນ່ຶງທີ່ເຫຼືອໃຫ້ເຈົ້າຊີວິດກົງແລະເວົ້າວ່າ,ພະອົງຊົງຈົ່ງທະນູລູກນີ້ໄວ້,ມື້ຫນ້າຍິງໃສ່ຕາຂອງເຈົ້າຊີວິດເມືອງຈິ້ນ,ເພື່ອແກ້ແຄ້ນ.ຕໍ່ມາ, ກອງທັບເມືອງຊູຕົກຢູ່ໃນສະພາບຫຍຸ້ງຍາກອີກ,ທະຫານເມືອງຈີ້ນຈ່ິງໃຫ້ມາປິດລ້ອມ,ຢາງອິວຈີເຫັນເປັນຈ່ັງຊັ້ນເລີຍຍິງທະນູສອງລູກໄປໃສ່ນາຍພົນທະຫານເມືອງຈິ້ນສອງຄົນຕາຍກັບບ່ອນ,ທະຫານເມືອງຈິ້ນຈ່ຶງ ຢ້ານແລ້ວຫັນຫລັງປົບຫນີ,ທະຫານເມືອງຊູຈິ່ງຊະນະວິຊາຍິງທະນູຢາງອິວຈີກໍອັດສະຈັນແນວນີ້ແຫຼະ,ສະນັ້ນ,ໃນປະຫວັດສາດຂອງຈີນຈ່ິງໄດ້ບັນທຶກໄວ້ວ່າ,ຢາງອິວຈີຍິງທະນູຍິງນັດໃດຖືກນັດນັ້ນ,ແຕ່ເດີມສຸພາສິດນີ້ຫມາຍເຖິງຜູ່ຍິງທະນເກ່ັງ,ຕໍ່ມາ,ກໍໃຊ້ມາບັນລະຍາຍນັກຍິງທະນູຫຼືຍິງປືນເກ່ັງ, ບາງທີກໍຫມາຍເຖິງການຄາດຄະເນເລື່ອງລາວຖືກຕ້ອງປານເທວະດາ
|