ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-18 22:24:57    
ການ​ແລກປ່ຽນ​ກັບ​ຕ່າງປະ​ເທດ​ໃນ​ສະ​ໄຫມ​ບູຮານ​ຂອງ​ເຄື່ອງດິນ​ເຄືອບ​ຈີນ

cri

ເຄື່ອງດິນ​ເຄືອບ​​ປະຕົວເມື່ອ 1700 ປີກ່ອນ,ຕໍ່​ມາ​ບໍ່​ດົ​ນ,​ເຄື່ອງ​ດິນເຄືອບ​​ຈ່ິງ​​ເອົາ​ໄປຂາຍ​ຢູ່​ຕ່າງປະ​ເທດ, ​ເຜີຍ​ແຜ່​ໄປຫຼາຍ​ປະ​ເທດ​ໃນ​ໂລກ,​ຮອດ​ປະຈຸ​ບັນ​ນີ້ເຄື່ອງດິນ​ເຄືອບ​ຢອດ​ຢ້ຽມ​ຈຳນວນ​ຫນ່ຶງຍັງ​ຖືກ​​ເກັບມ້ຽນ​ຢູ່​ຫໍພິພິທະ​ພັນ​ຊື່​ດັງ​ໃນ​ໂລກ.


ຕາມ​ປື້​ມປະຫວັດສາດ​ບັນທຶກ​ໄວ້ວ່າ,ປະຫວັດສ່ົງເຄື່ອງ​ດິນເຄືອບ​ຂອງ​ຈີນ​​ໄປຂາຍ​ຢູ່ຕ່າງປະ​ເທດ​ນັ້ນເລ່ີ​ມ​ແຕ່ສະຕະວັດ​ທີ 8 ,ຍາມ​ນັ້ນ,​ເຄື່ອງ​ດິນເຄືອບຂອງ​ຈີນ​ເອົາ​ໄປ​​ຂາຍ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ​ເຊ່ິງ​ເປັນ​ບ່ອນ​ກຳ​ເນີ​ດອາລະຍະ​ທຳ​ຂອງ​ໂລກ,ພາຍຫລັງ​ເຄື່ອງ​ດິນເຄືອບ​ໄປຮອດ​​ແຫຼ່ງນັ້ນແລ້ວ,ກ່ອນ​ອື່ນ​​ແມ່ນໃຫ້​ເຈົ້າ​ຊີວິດ​ແລະ​​ເຈົ້າຂຸນ​ມຸນ​ນາຍ​ນຳ​ໃຊ້,​ສ່ວນພວກ​ເສຖີກໍ່​ໄດ້ຮັບ​ເຄື່ອງດິນ​ເຄືອບ​ທີ່​ກ້ຽງ​ງາມຄື​ຢົກ​ທີ່​ເຮັດ​ດ້ວຍ​ຂີ້​ດິນ​ເຊ່ິງ​ແມ່ນ​ພວກ​ເຂົາ​ເຈົ້າ​ຖື​ເປັນ​ສ່ິງ​ມະຫັດ​ອັດສະຈັນ,​ໃນ​ ຄ.ສ  ສະຕະວັດ​ທີ 9 ,​ແບກ​ແດດ​ແມ່ນ​ສູນ​ການ​ຄ້າ​ຂອງ​ໂລກ​ອິສລາມ,ຜ້າ​ໄຫມ ​ເຄື່ອງ​ດິນເຄືອບຂອງ​ຈີນ​ໄດ້​ກາຍ​ເປັນ​ສິນຄ້າ​ຕົ້ນຕໍ,​ໂດຍ​ສ​ະ​ເພາະ​ແມ່ນ​ເຄື່ອງ​ດິນເຄືອບ​ສີ​ ຂາວ​ເຄື່ອງດິນ​ເຄືອບ​ສາມ​ສີ​ລາຊະວົງ​ຖາງ​ແລະ​ເຄື່ອງ​ດິນເຄືອບສີຂຽວ​​ໄດ້​ເອົາ​ໄປຂາຍ​ຢູ່ພາກ​ຕາ​ເວັນ​ຕົກ​ຕາມ​ເສັ້ນທາງ​ນີ້​ຢ່າງ​ບໍ່​ຂາດ​ສາຍ.


ສ່ິງ​ທີ່​ເປັນ​ຫນ້າ​ເວົ້າ​ເຖິງ​ແມ່ນ​ເຈີງ​ເຫີ ນັກ​ເດີນ​ທະ​ເລ​ລາດ​ຊະ​ວົງ​ມິ​ງ,​​ເພ່ິນ​ໄດ້​ເດີນ​ທະ​ເລ 7 ​ເທື່ອ​ໃນ 29 ປີ​ແຕ່​ປີ 1405 ຫາ ປີ 1433 ,ຈີນ​ໄດ້​ກໍ່ກະ​ແສ​ການ​ຄ້າ​ກັບຕ່າງປະ​ເທດ​ຢ່າງ​ແທ້​ຈິງ,​ເຄື່ອງ​ດິນເຄືອບ​ໃນ​ຍາມ​ນັ້ນ​ແມ່ນ​ຖື​ເອົາ​ເຄື່ອງ​ດິນເຄືອບສີຂຽວ​ເປັນ​ຫລັກ,ທຳ​ມະ​ດາ​ແລ້ວ,​ເຄື່ອງ​ດິນເຄືອບ​ສີຂຽວ​ໂລງ​ຊວນ​ແລະ​ເຄື່ອງດິນ​ເຄືອບ  ສີຂາວ​ເຕີ​ຮວາ​ກໍ​ແມ່ນ​ພາກ​ປະກອບ​ສ່ວນ​ອັນສຳຄັນ​​ເຈີ​ເຫີ​ຍັງນຳ​ເອົາ​ເຄື່ອງ​ດິນເຄືອບ​ຈິງ​ເຕີ​ບໍ່​ຫນ້ອຍ​ໄປເປັນ​ຂອງຂວັນ​ໃຫ້​ແຫ່​ງຕ່າງໆ,ຮອດ​ປະຈຸ​ບັນ​ນີ້,​ເຄື່ອງ​ດິນເຄືອບ​​ເຫຼ່ົາ​ນີ້​ຍັງ​ເກັບ​ມ້ຽນ​ຢູ່​ຫໍພິພິທະ​ພັນ​ຂອງ​ຫຼາຍ​ປະ​ເທດ.
ຢູ່​ຫໍພິພິທະ​ພັນ​ທົບ​ກາ​ບີ ອິສຕັນ​ບູ ​ແຫ່ງຕວກກີ,​ ເຄື່ອງ​ດິນເຄືອບ​ ຈີນ​ທີ່​ຖືກ​ເກັບ​ມ້ຽນມີ​ຈຳນວນ 13058 ​ເຄື່ອງ,ລ້ວນ​ແ​ຕ່​ແມ່ນ​ເຄື່ອງ​ດິນເຄືອບ​ຢອດ​ຢ້ຽມ​,​ໂດຍ​ສະ​ເພາະ​ແມ່ນ​ເຄື່ອງ​ດິນເຄືອບ​ສີຂຽວ,ລາດ​ຊະ​ວົງ​ຢວນຂອງ​ຈີນ​ທີ່​ວາງສະ​ແດງ​ທີ່ຜະລິດແຕ່ ປີ 1206 ຫາ ປີ 1368 ,ລວດລາຍ​ມີ​ສີສັນອິສລາມ​ອັນ​​ເຂັ້ມຂຸ້ນ,​ ເຮັດ​ໃຫ້ເຄື່ອງ​ດິນເຄືອບ​ສີຂຽວ​ລາດ​ຊະ​ວົງ​ຢວນຈຳນວນ​ຫຼວງ​ຫຼາຍ​ທີ່​ເກັບ​ມ້ຽນ​ຢູ່ໃນຫໍພິພິ
ທະ​ພັນຂອງ​ຈີນ​ກໍ່​ປຽບທຽບ​ໄດ້, ທັງ​ນີ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ,​ເຄື່ອງ​ດິນເຄືອບ​​ທີ່​​ເອົາ​ໄປຂາຍຢູ່​ຕ່າງປະ​ເທດ​ໃນ​ຄາວ​ນັ້ນ​ແມ່ນ​ຜະລິດ​ຕາມ​ໃບ​ຈອງ​ຊື້,​ແລະ​ເຮັດດ້ວຍ​ວັດຖຸ​ດີ​​ເລີດ​​ແລ້ວ​ເລືອກ​ເອົາ​ອັນ​ຍອດ​ຢ້ຽມ​ສ່ົງ​ໄປ​ຂາຍ​ຢູ່​ຕ່າງປະ​ເທດ.


​ເຄື່ອງ​ດິນເຄືອບ​​ຂອງ​ຈີນ​​ເລ່ີ​ມ​ເອົາ​ໄປ​ຢູ່​ເອີ​ລົບ​​ແຕ່​ສະຕະວັດ​ທີ 16 , ​ໄປຮອດ​ປອກຕຸຍ​ການກ່ອນ,​ໂດຍ​ຜ່ານ​ສົງຄາມ​ການ​ຄ້າຢູ່​ທະ​ເລ​ຫຼາຍ​ປີ,ຊາວ​ໂຮ​ນລັງ​ໄດ້​​ເຂົ້າແທນ​ຖານະ​ມະຫາ​ອຳນາດ​ຂອງ​ຊາວ​ປອກຕຸຍ​ການ​ຢູ່​ມະຫາ​ສະ​ຫມຸດ​ປາຊິ​ຟິກຕາ​ເວັນ​ຕົກ,​ແລະ​ກາ​ຍ​ເປັນ​ລູກ​ຄ້າ​ໃຫຍ່​ກວ່າ​ຫມູ່ທີ່​ຊື້​ເຄື່ອງດິນ​ເຄືອບ​​ເມືອງ​ຈິງ​ເຕີ​,​ໃນ​ລະຫວ່າງ ປີ 1636 ຫາ​ ປີ 1639 ,​ໂຮ​ນລັງ​​ເຄີຍ​ຊື້​ເຄື່ອງ​ດິນ​ເຄືອບ​ເມືອງເຈີງ​ເຕີ​ຫຼາຍ​ແສນ​ເຄື່ອງ​ໄປຂາຍ​ຢູ່​ຕ່າງປະ​ເທດໃນ​ລະຫວ່າງ 100 ປີ​ໃນ​ສະຕະວັດ​ທີ 18,​ເຄື່ອງດິນ​ເຄືອບ​​ທີ່​ເອົາ​ໄປຂາຍຢູ່​ເອີ​ລົບມີ​ຈຳນວນ 60  ລ້ານ​ກວ່າ​ເຄື່ອງຂຶ້ນ​ໄປ.


​ເພື່ອ​​ໃຫ້ສອດ​ຄ່ອງ​ກັບ​ສະຕິ​ສູນ​ທອດ​ທັດ​ຂອງ​ຊາວ​ຝ່າຍ​ຕາ​ເວັນ​ຕົກ,ຮູບ​ນອກ​ແລະ​ສີສັນ​ສິລະ​ປະ​ຂອງ​ເຄື່ອງດິນ​ເຄືອບ​ເມືອງ​ຈິງ​ເຕີທີ່​ຂາຍ​ໄປ​ຕ່າງປະ​ເທດລ້ວນ​ແຕ່​ຕ່າງ​ກັນ​ກັບ​ເຄື່ອງ​ເຄືອບ​ປັ້ນດິນ​ເຜົາ​ທີ່​ຂາຍ​ຢູ່​ພາຍ​ໃນ​ປະ​ເ​ທດ,​ໃນ​ນັ້ນ,ສ່ວນ​ຫຼາຍ​ແມ່ນ​ເຄຶ່ອງ​ດິນເຄືອບສີຂຽວ​ຊະນິດ​ຫນ່ຶງ, ​ເຊ່ິງຖື​ເອົາ​ຈານ ຖ້ວຍ​ແລະ​ແຈກັນ​ເປັນ​ຫຼັກ,​ລວດລາຍ​ມີ​ນົກຫນູ​ປູ​ປີກ,ຮູບຄົນ​ອັນ​ເປ​ັນດັ້ງ​ເດີມ​ຂອງ​ຈີນ,ກໍ​ມີ​ລວດລາຍ​ທີ່​ມີ​ສີສັນຕ່າງປະ​ເທດ​ແລະ​ດອກ​ຕູ​ລິບ,,​ເຄື່ອງດິນ​ເຄືອບ​ເຫຼ່ົາ​ນີ້​ໄດ້​ຮັບ​ຄວາມນິຍົມ​ຊົມຊອບ​ຈາ​ກຂຸນ​ນາງ​ເອີ​ລົບ.


ຄຽງ​ຄູ່​ກັບການ​ຊື້ເຄື່ອງ​ດິນເຄືອບຂອງ​ຈີນ​ນັ້ນ,ມີ​ຫຼາຍ​ປະ​ເທດ​ຍັງ​ຍາດ​ແຍ່ງກັນ​ລອກ​ແບບ​ແລະ​ຜະລິດ​ເຄື່ອງ​ດິນເຄືອບ​,​ເມືອງ​ອິສນິກທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ນະຄອນ​ອິສຕັນ​ບູ່ນກໍ​ແມ່ນ​ເມືອງ​ຈີງ​ເຕີ​ຂອງ​ຕວກກີ,​ເມື່ອ​ປີ 1755 ,ຊາວ​ເອີ​ລົບ​ໄດ້​ປະກົດ​​ເຫັນຂີ້​ດິນ​ຊະນິດ​ຫນ່ຶງໃນ​ປະ​ເທດ​ຕົນ,ນີ້​ແມ່ນ​ວັດຖຸ​ດິບທີ່ດີ​ເລີດ​ເຊ່ິງຜະລິດຢູ່​ເມືອງ​ຈີງ​ເຕີຂອງ​ຈີນ​ທີ່​ເປັນ​ເມືອງ​ຜະລິດເຄື່ອງ​ດິນເຄືອບ​ຊື່​ດັງ​ຂອງ​ຈີນ,​ແລະ​​ໄດ້ຜະລິດ​ເຄື່ອງ​ດິນເຄືອບ​​ທີ່​ຄ້າຍຄື​ກັນ​ກັບ​ເຄື່ອງ​ດິນເຄືອບຂອງ​ຈີນ​ເປັນ​ເທື່ອທຳ​ອິດ​ເມື່ອ​ປີ 1768 ,ຄື​ດ່ັງ​ທ່ານ​ອາ​ເຊ​ດອນ ນັກ​ປະ​ຫວັດ​ວິທະຍາອາ​ເມ​ລິ​ກາ​ໄດ້ຂຽນ​ໃນ​ປື້​ມທີ່ຊື່ວ່າ​ປະ​ເທດ​ຈີນ​ຢູ່ໃນປະຫວັດ ສາດ​ຂອງ​ໂລກ​,​ທ່ານ​ຂຽນ​ວ່າໃນ​ສະຕະວັດ​ທີ 18 ,ພະ​ເຢຊູ​​ໄດ້ເອົາ​ເອກະສານ​ເຕັກນິກ​ຈີນ​ຫຼາຍ​ຢ່າງ ​ຈາກ​ປະ​ເທດ​ຈີນ​ແລະ​ຖືກ​ນຳ​ໃຊ້,​ເອີ​ລົບ​ຈ່ິງ​ຜະລິດ​ເຄື່ອງ​ດິນເຄືອບ​ຢ່າງ​ແທ້​ຈິງ​ໄດ້


ສູ່​ມື້​ນີ້,ຢູ່​ຫໍພິພິທະ​ພັນລູ​ເວີຼ ພະ​ລາຊະວົງ​​ແວກ​ຊາຍຂອງຝຼ່ັງ, ຫໍພິພິທະ​ພັນ​​ໄຮ​ເດັນ​ແບກ​ຂອງ​ເຢຍລະ​ມັນ ຫໍພິພິທະ​ພັນ​ບຼີທິສ​ແລະ​ຫໍພິພິທະ​ພັນ​ວິກ​ໂຕ​ເລຍ​ຂອງ​ອັງກິດ​ເປັນ​ຕົ້ນ,ຄົນ​ທັງຫຼາຍ​ຈະ​ໄດ້ເຫັນເຄື່ອງ​ດິນເຄືອບ​ຊະນິດ​ຕ່າງໆທີ່​​ຂົນ​ຈາກປະ​ເທດ​ຈີນ​​ໄປເອີ​ລົບ​ໃນ​ຄາວນັ້ນ,​ເຄື່ອງດິນ​ເຄືອບຍອດ​ຢ້ຽມ​ສວຍ​ງາມ​ເຫຼ່ົາ​ນີ້​ເຮັດ​​ໃຫ້​ຜູ່​ຊົມ​ຍ້ອງຍໍ​ບໍ່​ເຫືອດ​ສົບ​ເຫືອດ​ປາກ​ແລະ​ຕື້ນ​ຕັນ​ໃຈ​ນຳທີ່​ສຸດ,ຄົນ​ທັງຫຼາຍ​ອຸທານ​ວ່າ ບັນພະ​ບູລຸດຂອງ​ຈີນ​ມີ​ສີ​ໄມ້​ລາຍ​ມື​ສູງ​ແທ້​ສູງ​ວ່າ​ໃນ​ການຜະລິດ​ເຄື່ອງ​ດິນເຄືອບ​ ​ອັນ​ຍອດ​ຢ້ຽມ​ປານ​ນີ້.