ທ່ານລິນທອງ ນັກກະວິທີ່ອາຍຸ 41 ປີແມ່ນບຸກຄົນສຳຄັນຜູ່ຫນຶ່ງຂອງນັກກະວີໄວກາງໃນເວທີປາໄສແຕ່ງກາບກອນ.ທ່ານພໍ່ພຽງແຕ່ສາມາດແຕ່ງກອບກອນແລະບົດວິຈານກາບກອນເທົ່ານັ້ນ,ຍັງມີຄວາມຈູບຈ້າວຫ້າວຫັນໃນການຈັດຕັ້ງການເຄື່ອນໄຫວກາບກອນແລະສ້າງວາລະສານກາບກອນ.
ທ່ານລິນທອງເກີດໃນຄອບຄົວຊາວກະສິກອນຢູ່ແຂວງເຊສວນເມື່ອປີ 1963,ເມື່ອປີ 1983,ເພິ່ນໄດ້ຮຽນຈົບຈາກມະຫາວິທະຍາໄລສ້າງຄູ ແລ້ວເປັນຄູສອນໃນໂຮງຮຽນມັດທະຍົມຫຼັງຫນຶ່ງຢູ່ກວາງອານ.ກ່ອນຊຸມປີ 90 ສະຕະວັດແລ້ວນີ້,ທ່ານລິນທອງໄດ້ແຕ່ງກາບກອນຄວາມຮັກເປັນຈຳນວນຫຼວງຫຼາຍ,ແຕ່ມີຊື່ສຽງຫນ້ອຍ.
ພາຍຫຼັງປີ 1995 , ທ່ານລິນທອງກັບກະແສສຳຄັນຂອງວົງການກາບກອນຈີນມີການພົວພັນຢ່າງສະຫນິດແຫນ້ນ . ປີ 1992,vທ່ານລິນທອງບໍ່ພໍໃຈເປັນຄູສອນຜູ່ຫນຶ່ງ,ແລ້ວລາອອກຕຳແຫນ່ງໄປຮອດແຂວງກວາງຕຸ້ງທີ່ເປັນແແນວຫນ້າແຫ່ງການປະຕິຮູບແລະໄຂປະຕູສູ່ພາຍນອກຂອງຈີນ,ແຕ່ກິ່ນອາຍການຄ້າອັນເຂັ້ມຂຸ້ນຂອງທ້ອງຖິ່ນນີ້ໄດ້ເຮັດໃຫ້ທ່ານທີ່ມີອຸດົມຄະຕິວັນນະຄະດີຮູ້ສຶກເສຍໃຈທີ່ສຸດ.ຫຼັງຈາກນັ້ນສອງປີ,ທ່ານໄດ້ມາຮອດປັກກິ່ງ ເມືອງບູຮານ,ຢູ່ແຫ່ງນີ້,ເພິ່ນໄດ້ພົບພໍ້ເພື່ອນກາບກອນທີ່ມີອຸດົມການອັນດຽວກັນຫມູ່ຫນຶ່ງ,ໄດ້ສ້າງຝ່າຍກາບກອນທີ່ຊື່ວ່າເສັ້ນທາງທີສາມ,ທ່ານຄືຊິໄດ້ຊອກພົບບ້ານເກີດເມືອງນອນອາລົມຈິດຂອງຕົນ,ທ່ານລິນທອງກ່າວວ່າ:
"ເດືອນພະຈີກປີ 1999,ຢູ່ປັກກິ່ງມີສະມາຄົມກາບກອນທີ່ຊື່ວ່າລອງໄມ້,ຂ້າພະເຈົ້າກັບນັກກະວີບາງຄົນຂອງປັກກິ່ງເຊັ່ນ:ທ່ານເສີນຊຽນຈີແລະທ່ານສູໄຊເປັນຕົ້ນສ້າງຝ່າຍກາບກອນທີ່ຊື່ວ່າເສັ້ນທາງທີສາມ,ຕົ້ນເດືອນທັນວາ ໄດ້ຮຽບຮຽງພິມຈຳຫນ່າຍກາບກອນເລືອກເຟັ້ນ 9 ຄົນ,ນີ້ເປັນຂີດຫມາຍສະແດງໃຫ້ເຫັນວ່າເສັ້ນທາງທີສາມໄດ້ປະກົດຕົວໃນວົງການກາບກອນຢ່າງແທ້ຈິງ."
ທ່ານລິນທອງໄດ້ພິມຈຳຫນ່າຍຊຸມນຸມກາບກອນທີ່ຊື່ວ່າຄວາມຕາຍຂອງຄວາມງາມແລະບົດປະພັນວິຈານກາບກອນໂດຍຈຳເພາະທີ່ຊື່ວ່າ,ກາບກອນວັດທະນະທຳ, ບົດປະພັນຕົວແທນຂອງທ່ານແມ່ນ_ຢູ້ລິງເຫີ ກາບກອນລະບາຍອາລົມ
ຢູ້ລິງເຫີແມ່ນບົດປະພັນກ່ຽວກັບການຫນີຈາກບ້ານເກີດ,ນັກກະວີໄດ້ສະແດງໃຫ້ເຫັນຈິດໃຈຊາວຫນຸ່ມ,ເມື່ອທ່ານປະເຊີນກັບແມ່ນ້ຳເກົ່າແກ່ໃນບ້ານເກີດຊົນນະບົດຂອງຕົນ,ທ່ານມີຄວາມຂັດແຍ່ງຈະເລີນໄປຫຼືບໍ່ແລະຄວາມທຸກທໍລະມານທີ່ອັ່ງອໍໃນໃຈເປັນເວລາດົນນານມານີ້.ໃນຕອນສຸດທ້າຍຂອງກາບກອນ,ມັນຕ່າງກັນກັບອາລົມຈິດຂອງນັກກະວີດັ້ງເດີມຈີນທີ່ມັກວາດພາບໃຫ້ເຫັນວ່າ,ເມື່ອລູກຫຼານປະເທດຊາດຈາກບ້ານເກີດໄປແລ້ວ ແຕ່ໃນທີ່ສຸດພັດກັບຄືນບ້ານເກີດເມືອງນອນ,ໃນກາບກອນນີ້,ນັກກະວີຮ້ອງຢ່າງດົ່ງດັງວ່າ ມານດາເອີຍ,ໂລກພາຍນອກຈັ່ງແມ່ນດີແທ້ໆ,ອັນໄດ້ສ່ອງແສງໃຫ້ເຫັນອາລົມຈິດອັນສັບສົນຂອງຊາວຫນຸ່ມຈີນໃນບຸກປະຈຸບັນທີ່ປະເຊີນກັບການປະຕິຮູບອັນດຸເດືອນຂອງສັງຄົມ.ທ່ານລິນທອງເວົ້າວ່າ:
"ເວລາຂ້າພະເຈົ້າເຂົ້າໃຈກາບກອນນັ້ນ,ບໍ່ເນັ້ນຫນັກລັກສະນະແນວຄິດແລະລັກສະນະສິລະປະ,ຂ້າພະເຈົ້າເນັ້ນຫນັກແນວຄິດບໍລິສຸດແລະສິລະປະບໍລິສຸດ.ຂ້າພະເຈົ້າຮູ້ສຶກວ່າກາບກອນທີ່ດີແທ້ທັງມີແນວຄິດບໍລິສຸດ ທັງມີສິລະປະບໍລິສຸດ."
ນອກຈາກແຕ່ງບົດກາບກອນແລະບົດວິຈານກາບກອນແລ້ວ,ປະຈຸບັນ,ທ່ານລິນທອງໄດ້ເປັນບັນນາທິການຮຽບຮຽງວາລະສານvທີ່ຊື່ວ່ານັກປະພັນຍຸກສະໄຫມ.ນອກນີ້,ທ່ານລິນທອງຍັງນຳໃຊ້ອິນເທີເນັດຢ່າງຕັ້ງຫນ້າ,ປະກາດບົດປະພັນຂອງຕົນ,ພ້ອມກັນກັບເພື່ອນກາບກອນຊອກຄົ້ນເລື່ອງຈຳນວນຫນຶ່ງໃນຂົງເຂດກາບກອນ,ເພິ່ນຮູ້ສຶກວ່າ,ກາບກອນອິນເທີເນັດກັບກາບກອນໃນມະໂນພາບດັ້ງເດີມບໍ່ມີຄວາມແຕກຕ່າງກັນໃນດ້ານທາດແທ້,ການປ່ຽນແປງຂອງມັນຕຕົ້ນຕໍສະແດງໃຫ້ເຫັນແບບວິທີເຜີຍແຜ່.ທ່ານລິນທອງເຫັນວ່າ,ໃນສັງຄົມທັນສະໄຫມ,ເວທີປາໄສກາບກອນຂອງຈີນຄືກັນກັບເວທີປາໄສກາບກອນຂອງບັນດາປະເທດອື່ນໆ,ແມ່ນຂອກແຄແຈຣົ້ວທີ່ຕ້ອງການນັກກະວີປະເຊີນກັບຄວາມໂດດດ່ຽວປ່ຽວພອຍແລະທຸກຍາກລຳບາກຢ່າງກ້າຫານ,ແຕ່ໃນຖານເປັນຊ່ອງທາງອັນຫນຶ່ງທີ່ມະນຸດຊອກຄົ້ນຄວາມຫມາຍຊີວິດ,ຈະມີນັກກະວີກຳເນີດເກີດຂຶ້ນຢ່າງບໍ່ຢຸດຢັ້ງ,ເວທີປາໄສນກາບກອນບໍ່ຫ່ອນຈະສູນເສຍຄວາມສະຫງ່າລາສີທີ່ເທົ່າທີ່ຄວນຂອງມັນຈົນເທົ່າໃດໆ.
ເຖິງວ່າທ່ານລິນທອງຂຸ້ນນຳວຽກທຸກໆມື້,ແຕ່ການອ່ານຫນັງສືໂດຍສະເພາະແມ່ນອ່ານກາບກອນນັ້ນຍັງແມ່ນເນື້ອໃນຕົ້ນຕໍໃນຊີວິດຂອງທ່ານລິນທອງ,ທ່ານເວົ້າວ່າ,ຂ້າພະເຈົ້າມັກອານກາບກອນຢ່າງກວ້າງຂວາງ,ຈາກທ່ານຊູຢວນຮອດທ່ານລີໄປແລະທ່ານຕູ້ຟູ ທະແນມແຕ່ແມ່ນນັກກະວີດີໃນສະໄຫມບູຮານ,ຂ້າພະເຈົ້າກໍ່ມັກອ່ານທັງຫມົດນັ້ນ,ຂ້າພະເຈົ້າບໍ່ປັດປ່າຍນັກກະວີຜູ່ໃດຜູ່ຫນຶ່ງ,ຕົວຢ່າງຄືນັກກະວີບາງຄົນໃນສະໄຫມລາຊະວົງເຊັງບໍ່ໄດ້ຮັກສາສິນທຳດີໃນຍາມປັດສິມມະໄວຂອງພວກເຂົາເຈົ້າ,ແຕ່ຂ້າພະເຈົ້າຮູ້ສຶກວ່າກາບກອນທີ່ເພິ່ນແຕ່ງນັ້ນດີຫຼາຍ,ຂ້າພະເຈົ້າກໍມັກອ່ານ
|