ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-19 11:01:04    
ນ້ຳຕານ​ຖ້າກິນຫຼາຍຜົນ​ຮ້າຍ​ຂອງ​ມັນ​ຍັງ​ແຮງ​ກວ່າ​ການ​ສູບຢາ

cri Author: li
(CRI) ຂອງຫວານ​ແມ່ນ​ອາຫານ​ທີ່​ພວກ​ເຮົາ​ມັກ​ກິນ. ​ແຕ່​ອົງການ​ອະນາ​ໄມ​ໂລກ​ເມື່ອ​ໄດ້​ສຳຫຼວດມູນ​ເຫດ​ທີ່​ພາ​ໃຫ້​ຄົນຕາຍ​ຂອງ​ປະຊາກອນ​ຂອງ 23 ປະ​ເທດ​ແລ້ວ ​ໄດ້​ຂໍ້​ສະຫຼຸບວ່າ: ນ້ຳຕານ​ຖ້າ​ກິນຫຼາຍຜົນ​ຮ້າຍ​ຂອງ​ມັນ​ຍັງແຮງ​ກວ່າ​ການສູບຢາ,ກິນ​ອາຫານ​ທີ່​ຫວານຫຼາຍ​ເປັນ​ເວລາ​ຍາວ​ນານ​ຈະ​ເຮັດ​ໃຫ້​ອາຍຸ​ຂອງ​ຄົນສັ້ນ​ເຂົ້າຢ່າງ​ເດັ່ນ​ຊັດ,​ແລະ​ໄດ້​ສະ​ເໜີ​ຄຳ​ຂວັນ​ທີ່​​ໃຫ້"​ເຊົາ​ກິນ​ນ້ຳຕານ". ​ແຕ່​ວ່າ,ຄົນ​ສ່ວນຫຼາຍຍັງ​ບໍ່​ຮູ້ຜົນ​ຮ້າຍ​ຂອງ​ການ​ກິນນ້ຳຕານ​​ເທື່ອ.

ຢາກ​ໃຫ້​ຄົນ​ເຊົາ​ກິນນ້ຳຕານ​​ແມ່ນ​​ເລື່ອງຍາກຫຼາຍ,ຄັນຊັ້ນ,​ໃນ​ຊີວິດ​ປະຈຳ​ວັນ,ພວກ​ເຮົາ​ຄວນ​ກິນນ້ຳຕານຫຼືກິນ​ຂອງຫວານຫຼາຍປານ​ໃດ? ນ້ຳຕານ​ແນວ​ໃດ​ຈະ​ດີ​ກວ່າ?

​ສັບ​ວ່າ"ນ້ຳຕານ"ມີ​ຄວາມ​ໝາຍ​ທົ່ວ​ໄປ​ແລະ​ຄວາມ​ໝາຍ​ສະ​ເພາະ. ຄວາມ​ໝາຍ​ທົ່ວ​ໄປແມ່ນ​ໝາຍ​ເຖິງທາດ​ຫວານ​ປະ​ເພດ​ຕ່າງໆທີ່​ຍ່ອຍ​ໄດ້​,ລວມທັງ​ນ້ຳຕານ​ທີ່​ມີ​ລົດ​​ຫວານ​ແລະ​ທາດ​ແປ້ງ​ທີ່​ບໍ່​ມີ​ລົດ​​ຫວານ; ນ້ຳຕານ​ໃນ​ຄວາມ​ໝາຍ​ສະ​ເພາະ​ໝາຍ​ເຖິງ​ນ້ຳຕານ​ຂາວຫຼືນ້ຳຕານ​ຊາຍ​ທີ່​ປຸງ​ແຕ່ງ​ແລ້ວແລະ​ນ້ຳ​ເຊື່ອມ​ທີ່​ມັກ​ໃຊ້​​ປຸງ​ແຕ່ງອາຫານ​ແລະເຄື່ອງ​ດື່ມ. ທີ່​ມີ​ຜົນ​ຮ້າຍ​ຕໍ່​ຄົນ​ເຮົາ​ນັ້ນສຳຄັນ​ແມ່ນ​ນ້ຳ​ເຊື່ອມ.

​ໃນ​ອາຫານ​ຫວານ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ມີ​ທາດຫວານ​ທີ່​ເຮັດ​ດ້ວຍ​ນ້ຳຕານ​ຂາວຫຼືນ້ຳ​ເຊື່ອມ​ຢ່າງຫຼວງຫຼາຍ. ສະນັ້ນ ​ເວົ້າສຳລັບ​ເດັກນ້ອຍ​ແລະ​ຍິງ​ໜຸ່ມ​ທີ່​ມັກ​ກິນ​ຂອງຫວານ,​ເຂົ້າໜົມ​ປັງ,ຂອງ​ກິນຫຼິ້ນແລະ​ເຄື່ອງ​ດື່ມ​ແລ້ວ,ການ​ກິນນ້ຳຕານ​ຂາວມື້​ລະ 100 ກຼາມຂຶ້ນ​ໄປ​ແມ່ນ​ເລື່ອງ​ທຳ​ມະ​ດາ. ​ແຕ່​ນັກ​ໂພ​ຊະນາ​ການສະ​ເໜີ​ວ່າ​ຂອງຫວານ​ມື້ໜຶ່ງ​ຢ່າງຫຼາຍ​ໃຫ້​ກິນ​ແຕ່ 30 ຮອດ 40 ກຼາມທໍ່​ນັ້ນ.

ນ້ຳຕານ​ 30 ຮອດ 40 ກຼາມ​ແມ່ນ​ຫຼາຍປານໃດ? ​ໃນ​ຂອງຫວານ​ທີ່​ຄົນ​ເຮົາ​ກິນ​ເລື້ອຍໆນັ້ນ,ໝາກ​ໄມ້​ກວນ​ໜຶ່ງ​ບວງ​ໃຫຍ່​ມີນ້ຳຕານ​ປະມານ 15 ກຼາມ,ນ້ຳອັດ​ລົມ​​ໂຄກ​ໜຶ່ງ​ກະ​ປ໋ອງມີນ້ຳຕານ​ປະມານ 37 ກຼາມ,​ໂຊ​ໂກລາ 3 ກ້ອນ​ນ້ອຍ​ມີນ້ຳຕານ 9 ກຼາມ,​ໄອສ໌ຄີຼມກ້ອນໜຶ່ງ​​ມີນ້ຳຕານ​ປະມານ 10 ກຼາມ…ຖ້າ​ບໍ່​​ລະວັງ,ນ້ຳຕານ​​ໃນ​ອາຫານ​ທີ່​ກິນ​ກໍ​ຈະເກີນ 30 ຮອດ 40 ກຼາມ​ຢ່າງງ່າຍ​ທີ່​ສຸດ.

ນ້ຳຕານ​ຂາວ​ທີ່​ປຸງ​ແຕ່ງ​ຢ່າງ​ດີ​ນັນມີ​ທາດ​ຫວານຫຼາຍທີ່​ສຸດ,ຈົນເຖິງ 99%,ໝາຍ​ຄວາມ​ວ່າ​ເກືອບ​ບໍ່​ມີ​ທາດ​ບຳລຸງແນວ​ອື່ນຫຍັງ​ເລີຍ​,ມີ​ແຕ່​ກາ​ໂລ​ຣີ​ແນວ​ດຽວ​ຢ່າງຫຼວງຫຼາຍ. ຖ້າ​ກິນ​ຂອງຫວານຫຼາຍ,​ກໍ​ຈະ​ຮູ້ສຶກ​ອີ່ມ​ຍ້ອນ​ກິນ​ກາ​ໂລ​ຣີຫຼາຍ​ໂພດ,​ແລ້ວ​ພາ​ໃຫ້​ເຊົາ​ຢາກ​ອາຫານ​ອື່ນໆ​ທີ່​ມີ​ໂປຼຕິນ,ວີ​ຕາ​ມິນ,​ທາດແຮ່​​ແລະ​ອາຫານ​ເຍື້ອໄຍຕ່າງໆ. ດົນ​ຕາມ​ດົນ,ຈະ​ພາ​ໃຫ້​ຂາດ​ທາດ​ບຳລຸງ,​ເຕີບ​​​ໂຕ​ຊ້າ,ອ້ວນ​ພີ​ແລະ​ເປັນ​ພະຍາດ​ອື່ນໆ.

ອີກ​ດ້ານ​ໜຶ່ງ,ການ​ຂັບ​ຖ່າຍ​ທາດ​ຫວານ​ໃນ​ຮ່າງກາຍ​ຕ້ອງສິ້ນ​​​ເປືອງ​ວິຕາມິນ​ແລະ​ວັດຖຸ​ທາດແຮ່​ຫຼາຍຊະນິດ,ດັ່ງນັ້ນ,ການ​ກິນນ້ຳຕານ​ຫຼາຍໆ​ຈະ​ພາ​ໃຫ້​ຂາດ​ທາດ​ບຳລຸງ​ຫຼາຍຢ່າງເຊັ່ນ​​ວິຕາມິນ,ການ​ຊີ​ອົມ​ແລະ​ຂາດ​ທາດກາລີ​. ນັກ​ໂພຊະ​ນາ​ການ​ຍີ່​ປຸ່ນ​ເຫັນ​ວ່າ,​ເດັກນ້ອຍ​ກິນ​ຂອງຫວານຫຼາຍ​ເກີນ​ໄປ​ແມ່ນ​ມູນ​ເຫດ​ສຳຄັນ​ທີ່​ພາ​ໃຫ້​​ກະດູກ​ຫັກ​; ນັກ​ໂພຊະ​ນາ​ການ​ອາ​ເມ​ລິ​ກາ​ກໍ​ຊີ້​ອອກ​ວ່າ,​ເດັກນ້ອຍ​ທີ່​ມັກ​ກິນ​ຂອງຫວານ​ກະດູກຈະ​ຫັກ​ງ່າຍ.

ການ​ສຳຫຼວດດ້ານ​ທາດ​ບຳລຸງ​ຍັງ​ປະກົດ​ເຫັນ​ວ່າ,​ເຖິງ​ວ່າ​ກິນ​ນ້ຳຕານ​ອາດ​ຈະ​ບໍ່​​ແມ່ນ​ມູນ​ເຫດ​ໂດຍ​ກົງ​ທີ່ພາ​ໃຫ້​ເປັນ​ໂຣກ​ເບົາຫວານ​ກໍ​ຕາມ,​ແຕ່​ກິນ​ຂອງຫວານຫຼາຍ​ເລື້ອຍໆ​ເປັນ​ເວລາ​ຍາວ​ນານ​ຈະ​ພາ​ໃຫ້​ແອ​ງສຸ​ລີ​ນຊຶມ​ອອກຫຼາຍ​ເກີນ​ຄວາມ​ຕ້ອງການ,​ແລ້ວ​ພາ​ໃຫ້ການ​ຂັບ​ຖ່າຍທາດ​ຫວານ​ແລະ​​ໄຂມັນ​ຜິດ​ປົກກະຕິ,ພາ​ໃຫ້​​ພາຍ​ໃນ​ຮ່າງກາຍ​ເສຍ​ຄວາມດຸນ​ດ່ຽງ​ກັນ,​ແລ້ວ​ພາ​ໃຫ້ເປັນ​ພະຍາດ​ຊຳ​ເຮື້ອຫຼາຍຊະນິດ,ຕົວຢ່າງ​ຄື​ພະຍາດ​ສາຍ​ເລືອດ​ສະໝອງ​​ແລະຫົວ​ໃຈ,​ໂຣກ​ເບົາຫວານ,​ໂຣກອ້ວນ​ພີ,ຕາ​ເຂົ້າ​ເຝື້ອຜູ້​ເຖົ້າ,​ແຂ້ວ​ແມງ,ສາຍຕາ​ສັ້ນ​ແລະ​ພະຍາດ​ດູກ​ອ່ອນ. ກິນ​ຂອງຫວານຫຼາຍຍັງ​ຈະ​ພາ​ໃຫ້​ເລືອດ​​ຫັນ​​ເປັນລັກສະນະ​ອາ​ສິດ,ບໍ່​ມີ​ຜົນ​ດີ​ຕໍ່​ການ​ໝູນວຽນ​ຂອງ​ເລືອດ,​ແລະ​​ເສື່ອ​ມ​ສັບພະ​ຄຸນລະບົບພູມ​ຕ້ານທານ.

ຄວາມ​ມັກ​ກິນ​ຂອງຫວານ​ຍັງ​ອາດ​ຈະ​ກາຍເປັນ​ຄວາມແງ້ນ​ໃນ​ດ້ານ​ສະລີລະສາດ​ແລະ​ຈິດ​ໃຈ. ການຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ,ລົດ​ຫວານ​ແມ່ນ​ລົດ​ຊາດ​ທີ່​ມະນຸດ​ຮັບ​ເອົາ​ແລະ​ຊອກ​ຫາ​ກ່ອນ​ໝູ່ຫຼັງ​ຈາກ​ເກີດ​ອອກ​ມາຈາກ​ທ້ອງ​ແມ່,ການ​ມັກ​ກິນ​ຂອງຫວານ​ແມ່ນ​ສັນຊາດ​ຍານ​ຂອງ​ມະນຸດ. ການ​ທົດ​ລອງ​ທາງແພດສາດ​ຢັ້ງຢືນ​ວ່າ,​ເວົ້າ​ໃນ​ດ້ານ​ຄວາມ​ໝາຍ​ໃດ​ໜຶ່ງ​ແລ້ວ,ຂອງຫວານ​ທີ່​​ໃສ່ນ້ຳຕານ​ຫຼາຍ ບົດບາດຂອງ​ມັນ​ແມ່ນ​ຄ້າຍຄື​ກັນ​ກັບ​ຢາ​ເສບ​ຕິດ​. ຖ້າ​ໃຫ້​ສັດ​ກິນ​ຂອງຫວານ​ເປັນ​ປະຈຳ​ຈົນ​ມັນ​ລື້​ງ,ກໍ​ຈະ​ກະຕຸກ​ສະໝອງ​ຂອງ​ມັນ,​ເຮັດ​ໃຫ້​​ມັນ​ຮູ້ສຶກ​ມ່ວນດີ​ໃຈ. ​ເມື່ອໃດ​ເຊົາ​ໃຫ້​ມັນ​ກິນ​ຂອງຫວານ​,ມັນ​ກໍ​ຈະ​ຮູ້ສຶກ​ທໍລະມານ,ຫງຸດຫງິດ,ວັດຖຸ​ເຄມີ​ໃນ​ສະໝອງຂອງ​ມັນ​ຈະ​ເສຍ​ຄວາມ​ດຸນ​ດ່ຽງ. ປະກົດ​ການ​ດັ່ງກ່າວ​ແມ່ນ​ຄ້າຍຄື​ກັນ​ທີ່​ສຸດກັບ​ປະຕິກິລິຍາ​ຕິດ​ແງ້ນ​ຢາ​ເສບ​ຕິດ.

​ເຖິງ​ວ່າກິນຂອງຫວານ​ຫຼາຍຈະ​ເປັນ​ໂທດ​ຕໍ່​ຮ່າງກາຍ​ກໍ​ຕາມ,​ແຕ່​ຖ້າ​ກິນ​ໜ້ອຍ​ໜຶ່ງໃນ​ເວລາ​ອັນ​ເໝາະ​ສົມ,ມັນ​ກໍ​ມີ​ຜົນ​ດີ​ອັນ​ແນ່ນອນຕໍ່​ສຸຂະພາບ. ຕົວຢ່າງ​ຄື​ໃນ​ເວລາ​ທາດ​ຫວານ​ໃນ​ເລືອດຕ່ຳລົງ,ກິນ​ນ້ຳຕານບ​າງ​ເລັກ​ໜ້ອຍ​ສາມາດ​ຕາບ​ຈູ​ນ​ໂດຍ​ດ່ວນ. ​ໃນ​ເວລາທາດ​ຫວານ​ເລືອດ​ຕ່ຳ,​ຫິວ​ເຂົ້າ,ຈະ​ຮູ້ສຶກ​ໜ້າມືດ,​ແຂນ​ຂາຫຼ່ອຍ,ວິທີ​​ແກ້ດີ​ທີ່​ສຸດ​ກໍ​ແມ່ນ​ຊງ​ນ້ຳຕານກິນ​ຈອກ​ໜຶ່ງ​ໃນ​ທັນທີ. ຜູ້​ທີ່​ບໍ່​ມັກກິນ​ອາຫານ​ເຊົ້າ ​ເມື່ອ​ຮອດ​​ໃກ້​ທ່ຽງ​ມັກ​ຮູ້ສຶກ​ວິນ,​ໃຈ​ບໍ່​ຕ້ອມ,ຄວາມ​ສາມາດ​ຄິດ​ຫງຳ​ກໍຕ່ຳລົງ,​ເວລາ​ນີ້ ຖ້າ​ກິນ​ຂອງຫວານ​ໜ້ອຍ​ໜຶ່ງກໍ​ຈະ​ພາ​ໃຫ້​ມີ​ແຮງ​ຂຶ້ນ​ໂລດ.

ນອກ​ນີ້ ການຄົ້ນຄວ້າ​ແພດສາດ​ກິລາ​ຢັ້ງຢືນ​ວ່າ,ກ່ອນຫຼິ້ນກິລາ​ທີ່​ດຸ​ເດືອດ​ ນັກ​ກິລາ​ຖ້າ​ກິນ​ເຄື່ອງ​ດື່ມ​ຫວານ​ຈັກ​ໜ້ອຍ,ຈະ​ຊ່ອຍ​​ໃຫ້ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ຜົນງານ​ດີ​ຂຶ້ນ; ຫຼັງຈາກ​ຫຼິ້ນກິລາ​ແລ້ວ​ກິນ​ເຄື່ອງ​ດື່ມ​ຫວານ​ຫຼື​ນ້ຳຕານ​,ສາມາດ​ແກ້​ອິດ​ເໝື່ອຍ. ຄົນ​ທຳ​ມະ​ດາ​ຖ້າ​ກິນ​ຂອງຫວານ​ຫຼື​ນ້ຳຕານ​ໜ້ອຍໜຶ່ງ​ກ່ອນ​ອາບນ້ຳ​ຫຼື​ໃນ​ເວລາຫິວ​ເຂົ້າ​ກໍ​ມີ​ຜົນ​ດີ​ເຊັ່ນ​ດຽວ​ກັນ.

​ໃນ​ເມື່ອ​ກິນນ້ຳຕານ​ກໍ​ມີ​ຜົນ​ດີ​ຕໍ່​ຮ່າງກາຍ​ແລ້ວ,ຄັນຊັ້ນ ຕ້ອງ​ເລືອກ​ກິນ​ນ້ຳຕານ​​ແນວ​ໃດ? ຖ້າ​ຢາກ​​ໃຫ້​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ແລ້ວ,ດີ​ທີ່​ສຸດ​ໃຫ້​ກິນ​ນ້ຳຕານ​ຫຼາຍ​ຊະນິດ​ດັ່ງ​ລຸ່ມ​ນີ້:

ໜຶ່ງ​ແມ່ນ​ນ້ຳອ້ອຍ. ຄົນ​ຈີນ​ເອີ້ນ​ນ້ຳຕານ​ແດງຫຼື​ນ້ຳຕານ​ດຳ,ນ້ຳອ້ອຍ​ມີ​ວັດຖຸ​ທາດ​ແຮ່​ຫຼາຍຢ່າງ​ເຊັ່ນ​ເຫຼັກ,ການ​ຊີ​ອົມ​,​ກາລີ​​ແລະ​ມາ​ເຍຊີ​ອົມ,ມີ​ຄຸນຄ່າ​ບຳລຸງ​ຫຼາຍ​ສົມຄວນ.​ແຕ່​ວ່າ​ຖ້າ​ກິນ​ນ້ຳອ້ອຍ​ຫຼາຍ,ຈະ​ພາ​ໃຫ້​ຮ້ອນ​ໃນ,ມັກ​ຄໍ​ແຫ້ງ,ສະນັ້ນກໍ​ບໍ່​ຄວນ​ກິນ​ຫຼາຍ.

ສອງ​ແມ່ນ​ນ້ຳຕານ​ໝາກ​ໄມ້,ນ້ຳຕານ​ເຂົ້າໝັກ. ນ້ຳຕານ​ສອງ​ປະ​ເພດ​ນີ້​ມີ​ກາ​ໂລ​ຣີຕ່ຳ,ຊ່ອຍ​ຈຸລິນ​ຊີ​ທີ່​ມີ​ປະ​ໂຫຍດ​ໃນ​ຮ່າງກາຍ​ເຕີບ​ໃຫຍ່​,ລະງັບການ​​ແຜ່​ເຊື້ອ​ຂອງ​ແມ່​ພະຍາດ​​ໃນລຳ​ໄສ້​ແລະ​ແມ່​ພະຍາດ​ເປື່ອຍ​ເນົ່າ.

ສາມ​ແມ່ນ​ນ້ຳຕານ​ໄມ້,ນ້ຳຕານ​ໂຊ​ບິນ​ເປັນຕົ້ນ,ນ້ຳຕານ​ປະ​ເພດ​ນີ້​ບໍ່​ຫວານ​ທໍ່ນ້ຳຕານ​ຊາຍ. ກາ​ໂລ​ຣີກໍ​ຕ່ຳ,ບໍ່​ພາ​ໃຫ້​ເປັນ​ແຂ້ວ​ແມງ,ບໍ່​ພາ​ໃຫ້​ທາດ​ຫວານ​ໃນ​ເລືອດ​ສູງ​ຂຶ້ນ,​ແມ່ນ​ທາດຫວານ​ທີ່​ບຳລຸງ​ສຸຂະພາບ. ​ແຕ່​ດີ​ທີ່​ສຸດ,​ມື້ໜຶ່ງບໍ່​ໃຫ້​ກິນກາຍ  2​0 ກຼາມ,​ເພາະ​ວ່າ​ກິນຫຼາຍ​ຈະ​ພາ​ໃຫ້​ລົງທ້ອງ​.