ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-19 13:50:05    
ສົ້ມຜັກຕ້ອງ​ກິນ​ສົດ

cri Author: li
(CRI) ຫຼາຍຄົນ​ມັກ​ກິນ​ສົ້ມຜັກ,​ເພາະ​ມັກ​ກິນ​ລົດ​ສົ້ມໆ. ​ແຕ່​ວ່າ​ຜັກ​ດອງ​ຈະ​ມີ​ທາດ​ບຳລຸງ​ອຸດົມສົມບູນ​ຄື​ກັບ​ຜັກ​ສົດືບໍ່;​ແລະ​ນີຕຼິດທີ່​ເກີດ​ຂຶ້ນ​ໃນ​ຜັກ​ດອງ​ມີ​ຜົນ​ສະທ້ອນ​ຫຍັງ​ແດ່​ຕໍ່​ຮ່າງກາຍ​ຄົນ​ເຮົາ?

ຕາມ​ການຄົ້ນຄວ້າ​ປະກົດ​ເຫັນ​ວ່າ,ສົ້ມຜັກ​ເມື່ອດອກ​​ໄດ້ 2-3 ມື້​ແລ້ວ,​ໃນ​ຜັກຈະ​ມີ​ທາດນີຕິຼດ​ເກີດ​ຂຶ້ນ. ນີຕິຼດ​ແມ່ນ​ທາດ​ເຄມີ​ຊະ​ຊິນ​ດໜຶ່ງ​ທີ່​ມີ​ພິດ​,ຖ້າ​ກິນ​ເຂົ້າ​ໃນ​ຮ່າງກາຍເກີນ 200 ມີ​ລີກຼາມ​ ກໍ​ຈະ​ມີ​ອາການອ່ອນ​ເພຍ,​ຫົດໃຈ​​ເຕັ້ນ,ຫາຍໃຈ​ຝືດ,ຍື່ງທ້ອງ​ແລະ​ສະຫຼົບ​ໄປ​ກໍ​ມີ,ຖ້າ​ອາການ​ໜັກ,ຍັງ​ຈະ​ພາ​ໃຫ້​ຕາຍກໍ​ເປັນ​ໄດ້.  ​ສົ້ມຜັກ​ເມື່ອ​ດອງ​ໄດ້ 7 - 8 ມື້​ຈະ​ມີ​ນີຕິຼດຫຼາຍທີ່​ສຸດ,ຄັນກາຍ 9 ມື້​ກໍຈະ​ຄ່ອຍໆ​ໜ້ອຍ​ລົງ. ສະນັ້ນ,ທຳ​ມະ​ດາ​ແລ້ວ,ສົ້ມຜັກ​​ຕ້ອງ​ດອງ​ໄດ້​ເຄິ່ງ​ເດືອນ​ຈຶ່ງ​ຄ່ອຍ​ກິນ​ໄດ້,ດີ​ທີ່​ສຸດ​​ໃຫ້​ກິນ​ໝົດ​ພາຍ​ໃນ 2 – 3 ​ເດືອນ. ຄັນ​ເວລາ​ດອງ​ສັ້ນ​ເກີນ​ໄປຫຼືດົນ​ເກີນ​ໄປ​ລ້ວນ​ແຕ່​ຈະ​ພາ​ໃຫ້​ນີຕິຼດ​ໃນ​ສົ້ມຜັກຫຼາຍ​ເກີນ​ມາດຖານ.

ກ່ຽວ​ກັບທາດ​ບຳລຸງ​ຂອງ​ສົ້ມຜັກຕ້ອງ​ເບິ່ງ​ວ່າ​​​ຜັກຊະນິດ​ໃດ​,ຜັກ​ດອງນອກຈາກ​ວິຕາມິນ​ເຊ​ຖືກ​ທຳລາຍ​ອ່າວຫຼາຍ​ແລ້ວ,ທາດ​ບຳລຸງ​ແນວ​ອື່ນ​ໃນ​ສົ້ມຜັກ​ຍັງ​ຮັກສາ​ໄວ້​ຢູ່​. ຖ້າກິນສ່ຳ​ໃດ​ສ່ຳ​ໜຶ່ງ​ຢ່າງ​ເໝາະ​ສົມ​ຍັງ​ຈະ​ຊຸກ​ຍູ້​ໃຫ້​ຮ່າງກາຍ​ຄົນ​ຮັບ​ເອົາ​ທາດ​ເຫຼັກ​ໃນ​ອາຫານ.

ສົ້ມຜັກຖ້າດອງ​​ດ້ວຍວິທີ​​ຖືກຕ້ອງ​ແມ່ນ​ປອດ​ໄພຢູ່,​ແຕ່​ຖ້າ​ກິນຫຼາຍຈະ​ມີ​ຜົນ​ສະທ້ອນ​ທາງ​ລົບ​ຕໍ່​ສຸຂະພາບ; ໜຶ່ງ,ອາດ​ຈະ​ພາ​ໃຫ້​ລະບົບ​​ປັດສາວະ​ເປັນ​ໜິ້ວ. ​ເພາະວ່າ​ທາດ​ເຄມີ​ຢ່າງ​ໜຶ່ງ​ໃນ​ສົ້ມຜັກ​ເມື່ອ​ໄປ​ປະສົມ​ກັບ​ທານ​ການ​ຊີ​ອົມ​ໃນກະ​ເພາະ​ລຳ​ໄສ້​,ມັນ​ອາດ​ຈະ​ກາຍ​ເປັນ​ໜິ້ວ​ໄດ້.

ສອງ​ແມ່ນອາດ​ຈະ​ເຮັດ​ໃຫ້​ຄົນ​ເຮົາ​ເບື່ອ​ຍ້ອນ​ຂາດ​ອອກ​ຊີ​ແຊນ. ​ໃນ​ສົ້ມຜັກມີ​ທາດນີຕິຼດ​ເລັກໜ້ອຍ,ຖ້າ​ກິນຫຼາຍ​ເກີນ​ໄປ ມັນ​ຈະ​ພາ​ໃຫ້​ໂປຼຕິນ​​ເລືອດແດງ​ເສື່ອ​ມ​ເສຍ​ສັບພະ​ຄຸນ​ນຳ​ສົ່ງ​ອອກ​ຊີ​ແຊນ,​ແລ້ວພາ​ໃຫ້​ຄົນ​ເຮົາ​ເບື່ອ​ຍ້ອນ​ຂາດ​ອອກ​ຊີ​ແຊນ.

ສະນັ້ນ ​ໃນ​ເວລາ​ກິນ​ສົ້ມຜັກ,ດີ​ທີ່​ສຸດ​ໃຫ້​ກິນ​ຜັກ​ສົດ​​ແນວ​ອື່ນທີ່​ມີ​ວິຕາມິນ​ເຊຫຼາຍ​ໄປ​ພ້ອມ,ຕົວຢ່າງ​ຄື​ຜັກ​ໃບ​ຂຽວ,ຫົວ​ກາຫຼົດ,ມັນ​ຝຣັ່ງ,ຜັກ​ບົວ​ໃຫຍ່​​ແລະ​ອື່ນໆ. ວິຕາມິນ​ເຊ​ສາມາດ​ສະກັດ​ກັ້ນບໍ່​ໃຫ້​ເກີດ​ທາດທີ່​ພາ​ໃຫ້​ເປັນ​ມະ​ເຮັງ.

ນອກ​ນີ້ ສົມ​ຜັກທີ່​ປ່ຽນລົດ​​ແລ້ວຫຼືຂຶ້ນຮາ​ແລ້ວ​ກິນ​ບໍ່​ໄດ້​ເດັດຂາດ; ສອງ​ແມ່ນ​ຜັກດອງທີ່​ຍັງ​ບໍ່​​ເປັນ​ຄັກ​ເທື່ອ​ກໍ​ກິນ​ບໍ່​ໄດ້. ​ໃນ​ສົ້ມຜັກສອງ​ຊະນິດ​ດັ່ງກ່າວ​ລ້ວນ​ແຕ່​ມີ​ທາດນີຕຼິດຫຼາຍ,ຍິ່ງ​ຈະ​ພາ​ໃຫ້​ເປັນ​ມະ​ເຮັງ​ໄດ້​ງ່າຍ.

ວິທີ​ແຕ່ງ​ແກງ​ປາ​​ໃສ່ສົ້ມຜັກ(​ອາຫານ​ທີ່​ມີ​ຊື່​ສຽງ​ຂອງ​ແຂວງ​ເຊ​ສວນ​​ຈີນ)

​ເຄື່ອງ​ແຕ່ງ​​ມີ: ປາ​ໄນ​ສົດໂຕໜ່ງ,ໜັກ​ປະມານ 900 ກຼາມ,ໝາກ​ເຜັດ​ແດງ 100 ກຼາມ,ສົ້ມຜັກກາດ 200 ກຼາມ,ຂີງ​ແລະ​ຜັກທຽມ 50 ກຼາມ,​ກ້ອນ​ຊຸບ​ໄກ່​ກ້ອນ​ໜຶ່ງ,​ເກືອ,​​ໝາກພິກ​ໄທ,ແປ້ງ​ນົວ​,ນ້ຳມັນພືດ 75 ກຼາມ,ນ້ຳມັນ​ງາ 15 ກຼາມ.

ວິທີ​ປຸງແຕ່ງ​ຄື: ຄົວ​ປາ​​ໃຫ້​ດີ,ຕັດ​ເອົາ​ຫົວ​ອອກ,​ແລ່​ໂຕ​ປາ​ເປັນ​ສອງ​ເຄິ່ງ,​ເອົາ​ກ້າງ​ໃຫຍ່​ອອກ,​ແລ້ວ​ຕັດ​ເປັນ​ຕ່ອນ​ນ້ອຍ​ພໍດີ,​ແລ້ວ​ເອົາ​ຕ່ອນ​ປາ​ໃສ່​ໃນ​ຊາມ,​ໃສ່​ຂີງ,ຜັກ​ບົ່ວ​ໃບ,ຖອກ​ເຫຼົ້າໜ້ອຍ​ໜຶ່ງ​ແລະ​ໃສ່​ເກືອ,​ເອືອບ​ໄວ້ 15 ນາທີ. ​ແລ້ວ​ເອົາ​ໝາກ​ເຜັດ​ແຫ້ງ,ຂີງ​ແລະ​ຜັກທຽມ​ຊອຍ​ໃຫ້​ມຸ່ນ,ສົ້ມຜັກກາດ​ຊອຍ​ເປັນ​ແຜ່ນ​ພໍດີ,ຕັ້ງໝໍ້​ກະທະ​ເມື່ອນ້ຳມັນ​ຮ້ອນ​ແລ້ວ,​ເອົາ​ໝາກ​ເຜັດ,ຂີງ,ຜັກທຽມ​ລົງ​ໃສ່,ຂົ້ວບຶດໜຶ່ງ​ຈົນ​ມີ​ກິ່ນ​ຫອມ,​ແລ້ວ​ເອົາ​ສົ້ມຜັກ​ກາດ​ລົງ​ໃສ່​ຂົ້ວນຳກັນ,​ແລ້ວ​ໃສ່​ນ້ຳ. ຈາກ​ນັ້ນ ​ໃສ່​ຫົວ​ປາ​ແລະ​ກ້າງ​ໃຫຍ່,ຕົ້ມກ່ອນ​ປະມານ 15 ນາທີ,​ແລ້ວ​ໃສ່​ເກືອ,​ໃສ່​ເຫຼົ້າໜ້ອຍ​ໜຶ່ງ,​ໃສ່​ໝາກພິກ​ໄທ,ກ້ອນ​ຊຸບ​ໄກ່​ແລະ​ຊີ້ນ​ປາ​ທີ່​ໝັກ​ໄວ້,ຕົ້ນອີກປະມານ 5 ນາທີ. ພໍ​ຊີ້ນ​ປາ​ຫາ​ກໍ່​ສຸກ,​ເອົາ​ນ້ຳມັນ​ງາ​ໃສ່,​ແລ້ວ​ປົງ​ໝໍ້,ຕັກ​ໃສ່​ຖ້ວຍ​ແກງ​ກິນ​ໄດ້​ເລີຍ.