ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-20 17:54:11    
ໂຮງ​ຫມໍ​ທະ​ຫານ​ແປກ​ຊີ​ໄດ້​ມອບ​ໃບ​ບົ່ງ​ມະ​ຕິ​ພະ​ຍາດ​ຂອງ​ທ່ານ​ອາ​ລາ​ຟັດ​ໃຫ້​ທ່ານ​ນາງ​ຊູ​ຮາ

cri Author: sayvanny
ຕາມ​ຂ່າວ ​CRI: ຕອນ​ຄ່ຳວັນ​ທີ 19 ພະ​ຈິກ ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງ​ຊູ​ຮາ ພັນ​ລະ​ຍາ​ຂອງ​ທ່ານ​ອາ​ລາ​ຟັດ ປະ​ທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ທີ່​ເຖິງ​ແກ່​ກຳ​ໄດ້​ອອກ​ປະ​ກາດ​ແຈ້ງ​ການ​ໂດຍ​ກ່າວ​ວ່າ, ມື້​ດຽວ​ກັນ ​ໂຮງ​ຫມໍ່​ທະ​ຫານ​ແປກ​ຊີ​ຝຣັ່ງ​ໄດ້​ມອບ​ໃບ​ບົ່ງ​ມະຕິ​ພະຍາດ​ຂອງ​ທ່ານ​ອາ​ລາ​ຟັດ​ໃຫ້​ທ່ານ​ນາງ​ຊູ​ຮາ​ແລ້ວ, ທ່ານ​ນາງ​ຊູ​ຮາ​ຈະ​ພິ​ຈາ​ລະ​ນາ​​ເຮັດ​ແນວ​ໃດ​ຊຳລະ​​ໃບ​ບົ່ງ​ມະ​ຕິ​ພະ​ຍາດ​ຂອງ​ທ່ານ​ອາລາ​ຟັດ​.

​ເພື່ອ​ຢາກ​ໄດ້​ໃບ​ບົ່ງມະຕິ​ພະຍາດ​ຂອງ​ທ່ານ​ອາລາ​ຟັດ, ​ວັນ​ທີ 18 ພະຈິກ ທ່ານ​ນາ​​ແຊນ.ອານ​ຄິດ​ວາ ຫລານ​ຂອງ​ທ່ານ​ອາລາ​ຟັດ ຜູ່​ແທນ​ປາ​ເລັສຕິ​ນປະຈຳ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເດີນທາງ​ໄປ​ປາຣີ.ທ່ານ​ຄິດ​ວາ​ກ່າວ​ວ່າ​ຈະ​ມອບໃບ​ບົ່ງມະຕິ​ພະຍາດ​​ໃຫ້​ຄະນະ​ກຳ​ມະ​ການ​ສຳ​ຫລວດ​ມູນ​ເຫດການ​ຕາຍ​ຂອງ​ທ່ານ​ອາລາ​ຟັດ​ທີ່ຝ່າຍ​ປາ​ເລັສ​ຕິນ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ຈຳ​ເພາະ.ວັນ​ທີ 19 ພະ​ຈິກ ທ່ານ​ຄູ​ໄລ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ປາ​ເລັສຕິ​ນປົກຄອງ​ຕົນ​ເອງ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ຝ່າຍ​ປາ​ເລັສ​ຕິນຈະ​ປະກາດ​ມູນ​ເຫດການ​ຕາຍ​ຂອງ​ທ່ານ​ອາລາ​ຟັດ​ຕໍ່​ສາ​ທາ​ລະ​ນະ​ຊົນ​ຊາບ​ຢ່າງ​ແນ່​ນອນ.