ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-20 18:00:10    
ທ່ານ​ຄູ​ໄລ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຍຶດ​ຫມັ້ນ​ຕາ​ລາງ​ເວ​ລາ​ທີ່​ໃຫ້​ປາ​ເລັສ​ຕິນ​ສ້າງ​ຕັ້ງ​ປະ​ເທດ​ທີ່​ລະ​ບຸ​ໄວ້​ໃນ​ແຜນ​ການ​ເສັ້ນ​ທາງ​ສັນຕິພາບ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 19 ພະຈິກ ທ່ານ​ຄູ​ໄລ ນາຍົກ​ລັດ​ຖະ​ມົນ​ຕີ​ລັດ ຖະ​ບານ​ປາ​ເລັສ​ຕິນ​ປົກ​ຄອງ​ຕົນ​ເອງ​ທວງ​ໃຫ້​ອາ​ເມ​ລິ​ກາ​ຍຶດຫມັ້ນ​ເປົ້າ​ຫມາຍ​ເດີມ​ທີ່​ໃຫ້​ປາ​ເລັສ​ຕິນ​ສ້າງ​ຕັ້ງ​ປະ​ເທດ​ໃນ​ທ້າຍ​ປີ 2005, ​ແລະ​ເຫັນ​ວ່າທ່ານ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ສະ​ເຫນີ​ວ່າ​ບັນ​ລຸ​ໃຫ້​ປາ​ເລັສ​ຕິນ​ສ້າງ​ຕັ້ງ​ປະ​ເທດ​ພາຍ​ໃນ 4 ປີ​ທີ່​ທ່ານ​ດຳ​ລົງ​ຕຳ​ແຫນ່​ງນັ້ນຈະ​​ເຮັດ​ໃຫ້​ອິສ​ລະ​ແອນ​ມີ​ເວ​ລາ​ຍິ່ງ​ຫລາຍ​ຍຶດ​ຄອງ​ດິນ​ແດນ​ປາ​ເລັສຕິນ.

ທ່ານ​ຄູ​ໄລ​ເວົ້າວ່າ, ຝ່າຍ​ປາ​ເລັສ​ຕິນ​ຫວັງ​​ໃຫ້​ທ່ານ​ພໍ​ແວວ​ ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ຈະ​ຢ້ຽມ​ຢາມ​ປາ​ເລັສ​ຕິນ​ໃນ​ອາທິດ​ຫນ້າ​ຈົ່ງ​ຈະ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ວ່າ​ຈະ​ເຄົາລົບ​ຕາ​າງ​ເວລາ​ທີ່​ກຳນົດ​​ໄວ້ໃນ​ແຜນ​ການ​ເສັ້ນ​ທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.