|
 |
(GMT+08:00)
2004-11-22 15:19:33
|
 |
ທ່ານພໍແວວຢ້ຽມຢາມອິສລະແອນ
cri
Author: sayvanny
ຕາມຂ່າວ CRI:ວັນທີ 21 ພະຈິກ ທ່ານພໍແວວ ລັດຖະມົນຕີການຕ່າງປະເທດອາເມລິກາໄດ້ເດີນທາງໄປຮອດອິສລະແອນ, ເລີ່ມຢ້ຽມຢາມເຂດປາເລັສຕິນອິສລະແອນເປັນເວລາມື້ຫນຶ່ງ.
ກ່ອນອອກເດີນທາງ, ທ່ານພໍແວວໄດ້ໃຫ້ສຳພາດວ່າ, ປາເລັສຕິນກັບອິສລະແອນພວມປະເຊີນກັບໂອກາດປະຫວັດສາດ, ໃນໄລຍະຢ້ຽມຢາມ, ທ່ານຈະຊຸກຍູ້ໃຫ້ສອງຝ່າຍປາເລັສຕິນແລະອິສລະແອນໃຊ້ມາດຕະການທຸກຢ່າງທີ່ອາດເປັນໄປໄດ້, ຮັບປະກັນໃຫ້ການເລືອກຕັ້ງປະທານອົງການອຳນາດແຫ່ງຊາດປາເລັສຕິນທີ່ຈະຈັດຂຶ້ນໃນເດືອນມັງກອນປີຫນ້າດຳເນີນໄປຢ່າງສະດວກ,ອາເມລິກາກໍ່ຈະໃຫ້ການຊ່ອຍເຫລືອແກ່ຝ່າຍປາເລັດສຕີນ.
ນີ້ແມ່ນທ່ານພໍແວວຢ້ຽມຢາມເຂດປາເລັສຕິນອິສລະແອນຄັ້ງທຳອິດໃນປີເຄິ່ງມານີ້,ຫາງສຽງເຫັນວ່າ,ທ່ານພໍແວວຢ້ຽມຢາມປາເລັສຕິນອິສລະແອນເທື່ອນີ້ມີຄວາມຫມາຍວ່າອາເມລິກາໄດ້ຟື້ນຟູການເຄື່ອນໄຫວໄກ່ເກ່ຍຢູ່ເຂດປາເລັສຕິນອິສລະແອນ.ໃນປີປາຍມານີ້, ອາເມລິກາໄດ້ອ້າງຕະຫລອດມາວ່າທ່ານອາລາຟັດ ອະດີດມື້ລາງຜູ່ນຳປາເລັສຕິນຂັດຂວາງຂະບວນວິວັດສັນຕິພາບເປັນຂໍ້ອ້າງແລ້ວສະຫນັບສະຫນູນອິສລະແອນງົບການເຈລະຈາສັນຕິພາບກັບປາເລັສຕິນ.
|
|
|