ເຜົ່າລະວ້າມີປະຊາກອນ 3 ແສນ 5 ຫມື່ນກວ່າຄົນ,ຕົ້ນຕໍແມ່ນຢາຍກັນຢູ່ພາກຫໍລະດີຂອງແຂວງຢຸນນານ,ແຕ່ກ່ອນ,ເຜົ່າລະວ້າກໍບໍ່ມີໂຕຫນັງສືຂອງຕົນ,ໃນສະໄຫມຫາກໍ່ສ້າງຕັ້ງປະເທດຈີນໃຫມ່ຄືປີ 1957,ຈິ່ງໄດ້ປະດິດສ້າງອັກສອນທີ່ມີພະຍັນຊະນະແລະສະຫຼະແບບອັກສອນລາຕີນ.
ຢູ່ເຂດພູດອຍເຜົ່າລະວ້າ,ບໍ່ວ່າໄປຮອດບ່ອນໃດກໍໄດ້ຍິນສຽງທັ່ງໂປງທີ່ດັງຂຶ້ນແລະດຸເດືອດ,ເຜົ່າລະວ້າພາກັນຖືໂປງເປັນເຄື່ອງສັກກາລະບູຊາ,ເພາະວ່າຢູ່ໃນສາຍຕາຂອງພວກເຂົາເຈົ້າ,ໂປງແມ່ນສັນຍາລັກຂອງຜູ່ເປັນແມ່,ຕາມເວົ້າກັນວ່າທັດສະນະຄະຕິດັ່ງກ່າວແມ່ນຕັ້ງຕົ້ນມາຈາກສັງຄົມມານດາສິດທິລາດ,ເມື່ອຮອດຍາມເສິກສົງຄາມຫຼືຍາມເຄື່ອນໄຫວລ້ຽງຜີຢ່າງໃຫຍ່ໂຕ,ກໍມັກທັ່ງໂປງ,ເວລານັ້ນ,ຄົນທັງຫຼາຍຄືວ່າໄດ້ຍິນສຽງຮຽກຮ້ອງຜູ່ເປັນແມ່,ແລ້ວຟ້າວອອກຈາກທຸກຈອກທຸກແຈມາໂຮມກັນ,ແຕ່ວ່າໃນຊູ່ມື້ນີ້,ໂປງເລີຍກາຍເປັນເຄື່ອງເສບທີ່ຂາດບໍ່ໄດ້ສຳລັບຟ້ອນພື້ນເມືອງຂອງເຜົ່າລະວ້າ.
ແມ່ຍິງເຜົ່າລະວ້າແມ່ນນິຍົມຜົມດົກຈິ່ງວ່າງາມ,ຜົມຍາວດຳເຫຼື້ອມໄດ້ເຮັດໃຫ້ແມ່ຍິງເຜົ່າລະວ້າສະແດງອອກໃນການຟ້ອນເພື່ອລະບາຍຄວາມຮັກຄວາມຊັງຄວາມໂສກເສົ້າແລະດີໃຈແລະຄວາມມຸ່ງມາດປາຖະຫນາ,ແມ່ຍິງເຜົ່າລະວ້າມັກຖືແຫວນເງິນວົງໃຫຍ່,ທັງນີ້ແມ່ນລັກສະນະພິເສດອັນຫນ່ຶງຂອງແມ່ຍິງເຜົ່າລະວ້າໃນດ້ານເຄື່ອງນຸ່ງຂອງຖື,ແຫວນເງິນແມ່ນເອກະລັກທີ່ປະຈັກຕາຄົນທີ່ສຸດ,ໂດຍທົ່ວໄປແລ້ວແມ່ນຍາວປະມານ 10 ຊັງຕິ,ສ່ວນຫຼາຍແມ່ນເຮັດດ້ວຍໂລຫະຕ່າງໆເປັນຕົ້ນແມ່ນເງິນ,ອາລຸນິຍົມແລະອັງຕີມວນເປັນຕົ້ນ,ຢູ່ຕາມແຫວນໄດ້ສະຫຼັກລິງລາຍຕ່າງໆໃສ່ອີກ.
ກ່ຽວກັບແຫວນຊະນິດນີ້ຍັງມີທິທານເກ່ົາແກ່ເລື້ອງຫນ່ຶງທີ່ວ່າຕັ້ງແຕ່ກີ້ແຕ່ກ່ອນ,ຢູ່ບ້ານເຜົ່າລະວ້າມີສາວຜູ່ຫນຶ່ງອອກໄປເກັບຫມາກໄມ້ປ່າຢູ່ເທິງພູ,ເລີຍໄປພໍ້ຫມີໃຫຍ່ໂຕຫນຶ່ງ,ນາງສາວຜູ່ນີ້ໄປລີ້ກໍບໍ່ທັນ,ເລີຍຄຶດເຫັນວິທີສະຫຼາດແນວຫນຶ່ງ,ນາງຈ່ິງຈົກເອົາບັ້ງທີງອອກມາ,ສຸບໃສ່ແຂນ,ຫມີໃຫຍ່ນຶກວ່າຈັບມີຜູ່ສາວໄດ້ແລ້ວ,ກໍດີໃຈຍຸ້ມເປິຍຸ້ມເປີ້ຍ,ເວລານັ້ນນາງສາວຜູ່ນີ້ກໍຄ່ອຍໆຖອນແຂນອອກຈາກບັ້ງທີງ,ແລ້ວກໍປຶບປັບແລ່ນຫນີເພື່ອເອົາຕົວລອດ,ຕັ້ງເມື່ອຜູ່ສາວອອກຈາກເຮືອນໄປ,ເພື່ອລະວັງເຫດການທີ່ຄາດຄຶດບໍ່ເຖິງເກີດຂຶ້ນ,ຈິ່ງມັກເອົາແຂນສຸບໃສ່ໄມ້ໃຜ່ປ້ອງຫນຶ່ງ,ເມື່ອຜ່ານເວລາມາຫຼາຍຟ້າຫຼາຍປີ,ປ້ອງໄມ້ໃຜ່ກໍກາຍເປັນແຫວນ,ຕໍ່ມາກໍປ່ຽນເປັນແຫວນເງິນແລະແຫວນອາລຸມີຍົມ,ພື້ນສຶບກ່ຽວກັບແຫວນປອກກວ້າງທີ່ເຄີຍກູ້ຊີວິດໄດ້ສ່ອງແສງເຖິງຄວາມສະຫຼາດຫຼັກແຫຼມແລະຄວາມອົງອາດກ້າຫານຂອງແມ່ຍິງເຜົ່າລະວ້າ.
ເວົ້າທົ່ວໄປແລ້ວ,ຜູ່ຊາຍເຜົ່າລະວ້າມັກເອົາຜ້າດຳຫຼືຜ້າສີຄາມຄຽນຫົວ,ມັກນຸ່ງເສື້ອກິ້ນສີຄາມບໍ່ມີຄໍແລະນຸ່ງສົ້ງສີຄາມຂາກວ້າງ,ຜູ່ຊາຍເຜົ່າລະວ້າຢູ່ຕາມແຫ່ງຕ່າງໆ,ໃນຍາມອອກໄປເຮັດວຽກແມ່ນມັກພາຍຖົງລາຍ,ຖືງ້າວແລະແບກຫນ້າທະນູ,ຢູ່ໃນຫມູ່ເຜ່ົາລະວ້ານັ້ນ,ຜູ່ຊາຍຖືງ້າວເປັນສັນຍະລັກສະແດງເຖິງຄວາມງາມແລະຄວາມແຂງແຮງຂອງຜູ່ຊາຍ,ຜູ່ຊາຍບໍ່ຖືງ້າວ,ຄົນທັງຫຼາຍກໍຈະຖືວ່າເຄື່ອງນຸ່ງບໍ່ເປັນລະບຽບ,ຖ້າບໍ່ຖືຫນ້າທະນູກໍຈະຖືເປັນການຂາດຄວາມທະນົງອົງອາດຂອງຜູ່ຊາຍ.
ຊາວລະວ້າມັກກິນເຫຼົ້າ,ໃນຍາມບຸນສິນກິນທານແລະຮັບແຂກຮັບຄົນ,ກໍຫນີຈາກເຫຼົ້າບໍ່ໄດ້,ພວກເຂົາເຈົ້າເວົ້າວ່າ,ຖ້າບໍ່ມີເຫຼົ້າຈະຈັດພິທີກໍບໍ່ເປັນ,ເມື່ອຊຸມກັນບໍ່ມີເຫຼົ້າກໍບໍ່ໄດ້,ໃນເວລາໄປເປັນແຂກຢູ່ບ້ານລະວ້າ,ເມື່ອເຈົ້າພາບທີ່ດູດດ່ືມຍໍເຫຼົ້າຫອມຫວານຖ້ວຍຫນຶ່ງມາໃຫ້ທ່ານ,ກໍສະແດງວ່າເພິ່ນໄດ້ໃຫ້ຄວາມຕ້ອນຮັບແລະເຄົາລົບທ່ານ,ສະນັ້ນ,ຈະຕ້ອງກິນໃຫ້ຫມົດ. ຕາມເລົ່າລືກັນວ່າ,ແຕ່ປາງກີ້ປາງກ່ອນ,ມີແມ່ປ້າເຜົ່າລະວ້າຜູ່ຫນຶ່ງ,ຫໍ່ເຂົ້າຫນຽວຂຶ້ນເມືອເທິງພູເພື່ອກິນງາຍໃນຍາມອອກແຮງງານຢູ່ເທິງພູ,ແມ່ປ້າກໍເມົາແຕ່ຂຸດດິນຢູ່ກຸ່ນໆ,ຈົນລືມກິນເຂົ້າທີ່ລາວຫໍ່ແຂວນໄວ້ຢູ່ເທິງກົກໄມ້,ຕໍ່ມາ,ອີກຫຼາຍມື້ຈຶ່ງເຫັນຫໍ່ເຂົ້າທີ່ແຂວນໄວ້ຢູ່ເທິງກົກໄມ້,ເຂົ້າຫນຽວຢູ່ໃນຫໍ່ຖືກຫມັກເຊື້ອຈົນກາຍເປັນເຂົ້າເຫຼົ້າຫມາກ,ແມ່ປ້າຖອກເຂົ້າໄວ້ໃນບັ້ງທີງ,ເພື່ອກຽມຈະຖອກນ້ຳໃສ່ຕື່ມແລ້ວຈິ່ງກິນ,ເລີຍປະກົດເຫັນໃນນ້ຳແຊ່ເຂົ້າມີກິ່ນຫອມທີ່ເຮັດໃຫ້ຄົນເມົາຍ້ອນ,ຈາກນັ້ນ,ແມ່ປ້າຜູ່ດັ່ງກ່າວກໍກາຍເປັນຜູ່ປະດິດເຫຼົ້າກ່ອນຫມູ່,ຈາກເລື່ອງດັ່ງກ່າວ,ຄົນທັງຫຼາຍຈິ່ງມີແລວຄວາມຄຶດໃຊ້ເຂົ້າສານຈ້າວທີ່ແຊ່ແລ້ວມາປົນກັບເປືອກອົບເຊີຍ,ເປືອກກ້ວຍແລະຫມາກແຄນມາຕົ້ມກັ່ນເປັນເຫຼົ້າຢາພື້ນເມືອງ,ໃນເວລາຕົ້ມກັ່ນເຂົ້າເຫຼົ້ານັ້ນ, ຕ້ອງເອົາເຂົ້ານົກ ເຂົ້າບະເລແລະເຂົ້າສາລີເປັນຕົ້ນມາຫນື້ງແລ້ວປົນກັບສ່າເຫຼົ້າໃຫ້ພໍດ້າມພໍດີ,ເອົາໃບກ້ວຍປົກໄວ້ຢູ່ເທິງກະຕ່າຫຼືພາດຊະນາແນວອື່ນໆ,ເພື່ອຫມັກເຊື້ອ,ຜ່ານເວລາລະຫວ່າງ 10 ມື້ກໍເອົາອອກ,ໄປຖອກໃສ່ບັ້ງທີງແລ້ວເອົານ້ຳເຢັນຖອກໃສ່ເມື່ອຕອງແລ້ວກໍຈະເຫັນນ້ຳເຫຼົ້າສີນ້ຳນົມ.
ໃນເວລາຈັດການເຄື່ອນໄຫວຮ່ວມຫມູ່ແລະຈັດພິທີໄຫວ້ຜີຢູ່ບ້ານເຜົ່າລະວ້າ,ກໍຈະມີແມ່ເຖົ້າທີ່ຮັບຜິດຊອບຫນື້ງເຂົ້າແລະແບ່ງປັນຂອງກິນໂດຍຈຳເພາະ,ພວກເພີ່ນມີອິດທິພົນສູງຢູ່ໃນຫມູ່ມວນຊົນ,ຮູ້ຈັກຮີດຄອງປະເພນີຊົນເຜົ່າແລະຮູ້ພິທີແລະລະບຽບການເຄື່ອນໄຫວຕ່າງໆ,ແລະກໍລື້ງເຄີຍກັບພໍ່ແມ່ປະຊາຊົນໃນບ້ານ,ໃນເວລາແບ່ງປັນເຂົ້າໃຫ້ຜູ່ທີ່ມາເຂົ້າຮ່ວມນັ້ນ,ພວກເພິ່ນກໍຈະແບ່ງປັນໃຫ້ຄົນຫມົດທຸກຄົນຢ່າງທ່ຽງທຳ,ຕໍ່ແຂກຜູ່ທີ່ມາຈາກແຫ່ງອື່ນໆກໍຍັງຈະໃຫ້ການເບິ່ງແຍງເປັນພິເສດ.
ກ່ອນສ້າງຕັ້ງປະເທດຈີນໃຫມ່ນັ້ນ,ເນື່ອງຈາກເຂດເຜົ່າລະວ້າຖືກເງື່ອນໄຂປະຫວັດສາດແລະເງື່ອນໄຂທຳມະຊາດຈຳກັດ,ການພັດທະນາສັງຄົມກໍບໍ່ສະຫມ່ຳສະເຫມີ,ມີບາງບ່ອນກໍຍັງຕົກຢູ່ໃນໄລຍະພັດທະນາເສດຖະກິດຂອງເຈົ້າທີ່ດິນສັກດິນາ,ລະດັບການຜະລິດ ກະສິກຳກໍບໍ່ສູງ,ການປູກຝັງກໍຍັງເປັນແບບຊະຊາຍ,ຜົນຜະລິດເຂົ້າກໍຕ່ຳ,ຫັດຖະກຳກໍຍັງບໍ່ທັນແຍກຕົວອອກເປັນພາກສ່ວນການຜະລິດເອກະລາດເທື່ອ.
ພາຍຫລັງສ້າງຕັ້ງປະເທດຈີນໃຫມ່ຂຶ້ນເມື່ອປີ 1949,ລັດຖະບານຈີນໄດ້ອີງຕາມສະພາບເສດຖະກິດສັງຄົມ ພັດທະນາຢ່າງບໍ່ສະຫມ່ຳສະເຫມີຢູ່ເຂດເຜົ່າລະວ້າ,ໄດ້ໃຊ້ບາດກ້າວແລະວິທີທີ່ຕ່າງກັນ,ຢູ່ເຂດທີ່ມີຊາວເຜົ່າລະວ້າຕັ້ງພູມລຳເນົາຢູ່ຫຼາຍນັ້ນ,ກໍໄດ້ຕັ້ງຫຼືຮ່ວມກັນຕັ້ງເປັນ 5 ເມືອງປົກຄອງຕົນເອງຢ່າງຕໍ່ເນື່ອງ.
ໃນ 40 ກວ່າປີມານີ້,ຄວາມກ້າວຫນ້າແລະການພັດທະນາຂອງປະຊາຊົນເຜົ່າລະວ້າແມ່ນໃຊ້ຕົວເລກມາຄຳນວນຍາກທີ່ສຸດ,ພວກເຂົາເຈົ້າໃຊ້ເວລາພຽງຈັກສິບປີທໍ່ນັ້ນກໍຂ້າມຜ່ານຂະບວນວິວັດປະຫວັດສາດຂອງມວນມະນຸດທີ່ຫຼາຍໆເຜ່ົາຕ້ອງຜ່ານຫຼາຍຮ້ອຍປີຫຼືເປັນພັນປີຈຶ່ງເຮັດສຳເລັດໄດ້.ປະຊາຊົນເຜົ່າລະວ້າໄດ້ປ່ຽນແປງແບບວິທີການຜະລິດອັນຫຼ້າຫລັງແບບເຮັດໄຮ່ຈູດທີ່ຕົກທອດມາຫຼາຍຮ້ອຍຫຼາຍພັນປີ,ໄດ້ນຳໃຊ້ເຕັກນິກປູກຊາຈາກແຫ່ງອື່ນໆ,ໄດ້ຮ່ຳຮຽນເຕັກນິກປູກແລະປຸງແຕ່ງຢາງຕັງດິ້ວຍັງໄດ້ຕັ້ງໂຮງງານເລືອກແຮ່ທີ່ມີລະດັບກ້າວຫນ້າຂອງໂລກນຳອີກ.ເຂດພູດອຍເຜົ່າລະວ້າທີ່ແຕ່ກ່ອນເຫຼັກຕະປູເຫຼັ້ມດຽວກໍຕ້ອງໄປຊື້ຢູ່ແຫ່ງອື່ນໆ,ແຕ່ມາດຽວນີ້,ກໍມີນາຍຊ່າງແລະຜູ່ມີຄວາມຮູ້ຄວາມສາມາດຢູ່ໃນບ້ານຫັ້ນປະກົດຕົວຂຶ້ນມາເປັນຈຳນວນຫຼວງຫຼາຍແລ້ວ.
ຄຽງຄູ່ກັບການເຜີຍແຜ່ເຕັກນິກກະສິກຳທີ່ກ້າວຫນ້າໃຫ້ທົ່ວເຖິງນັ້ນ,ທັນຍາຫານຢູ່ເຂດພູດອຍເຜົ່າລະວ້າກໍເກັບກ່ຽວໄດ້ຫຼາຍຕິດໆກັນມາຫຼາຍປີ,ລາຍໄດ້ສະເລ່ຍຂອງຊາວກະສິກອນໄດ້ເພີ່ມຂຶ້ນຄົບເທົ່າ,ໂດຍສະເພາະແມ່ນໃນສະໄຫມປະເທດຈີນປະຕິບັດນະໂຍບາຍປະຕິຮູບແລະໄຂປະຕູຕໍ່ພາຍນອກໃນ 40 ປີມານີ້,ກໍຍິ່ງສ້າງໂອກາດໃຫມ່ໃຫ້ແກ່ປະຊາຊົນເຜົ່າລະວ້າພວມແຕ່ງເລື່ອງປະຫວັດສາດໃຫມ່ຂອງຕົນຢູ່.
|