ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-22 20:18:14    
ທ່ານ​ພໍ​ແວວ​ກ່າວ​ລື້ມ​ວ່າ, ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ປາ​ເລັສ​ຕີນ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ

cri Author: mo
ຕາມ​ຂ່າວCRI:ວັນທີ 22 ພະຈິກ, ທ່ານ​ພໍ​ແວວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ກ່າວ​ລື້​ມຢູ່​ເຢລູຊາ​ເລັມ​ວ່າ, ອາ​ເມ​ລິ​ກາ​ສະໜັບສະໜູນປາ​ເລັສຕີນ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ. ທ່ານ​ຍັງ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຈະ​ກຳ​ໂອກາດ​ຊຸກ​ຍູ້​ຂະ​ບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.

ໃນ​ເວລາ​ພົບ​ປະ​ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິດສະລາ​ແອນ​ນັ້ນ, ທ່ານ​ພໍ​ແວວ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຈະ​ພະຍາຍາມ​ຈົນສຸດ​ຄວາມ​ສາມາດ​ຮັບປະກັນການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​ເລັສຕີນ​ໃນ​ວັນ​ທີ 9 ມັງກອນ​ປີໜ້າດຳ​ເນີນ​ໄປຢ່າງ​ສະດວກ. ທ່ານ​ຍັງ​ເຕືອນ​ໃຫ້​ສອງ​ຝ່າຍ​ປາ​ເລັສຕີນ​ອິດສະ​ລາ​​ແອນ​ໃຊ້​ມາດ​ຕະການ, ສ້າງ​ເງື່ອນ​ໄຂທີ່​ມີ​ຜົນ​ດີ​​ໃຫ້​ຊາວ​ປາ​ເລັສຕີນ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງທົ່ວ​ໄປ. ພ້ອມ​ກັນນັ້ນ, ທ່ານ​ພໍ​ແວວ​ຍັງ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຍັງຄົງ​ຈະ​ຍຶດໝັ້ນ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ເພື່ອ​ແກ້​ໄຂ​ບັນຫາ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິດສະ​ລາ​ແອນ, ​ແລະ​ຈະ​ອອກ​ແຮງ​ສຸດ​ຂີດ​ຊຸກ​ຍູ້​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ປະຕິບັດຕາມ​ແຜນການ​ດັ່ງກ່າວ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.