ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-22 20:47:41    
ສັງ​ເກດ​ການ​​ໄປຢ້ຽມ​ຢາມ​ປາ​ເລັສ​ຕິນ​ແລະ​ອິດ​ສະ​ລາ​ແອນ​ຂອງ​ທ່ານ​ພໍ​ແວວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 21 ພະຈິກ, ທ່ານ​ພໍ​ແວວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເດີນທາງ​ໄປ​ຮອດ​ອິດສະ​ລາ​ແອນ​ເພື່ອ​ຢ້ຽມຢາມ​ເຂດປາ​ເລັສຕີນ​ແລະ​ອິດສະ​ລາ​ແອນ​ເປັນ​ເວລາ​ມື້ໜຶ່ງ. ນີ້​ແມ່ນ​ທ່ານ​ພໍ​ແວວ​ໄປ​ຢ້ຽມຢາມ​​ເຂດປາ​ເລັສຕີນ​ແລະ​ອິດສະ​ລາ​ແອນ​ເປັນຄັ້ງທຳ​ອິດ​ພາຍ​ໃນ​ປີ​ເຄິ່ງທີ່​ຜ່ານ​ມາ. ຫາງ​ສຽງ​ເຫັນ​ວ່າ, ນີ້ມີ​ຄວາມ​ໝາຍວ່າ, ອາ​ເມ​ລິ​ກາ​ເລີ່​ມປັບປຸງ​ນະ​ໂຍບາຍ​ຕໍ່ປາ​ເລັສຕີນ​ແລະ​ອິດສະ​ລາ​ແອນ​ຂອງ​ຕົນ​ເປັນ​ເທື່ອ​ລະ​ກ້າວ​ພາຍຫລັງ​ທ່ານ​ອາລາ​ຟັດ ຜູ້ນຳ​ປາ​ເລັສຕີນ​ເຖິງ​ແກ່​ກຳ, ​ແລະ​ເພີ່ມ​ຄວາມ​ແຮງ​ໃນ​ການ​ໄກ່​ເກ່ຍຕໍ່​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິດສະ​ລາ​ແອນ.

ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ພໍ​ແວວ​ຈະ​​ພົບ​ປະ​ເຈລະຈາ​ກັບ​ທ່ານຊາ​ລົງ ນາຍົກລັດຖະມົນຕີ​ແລະ​ທ່ານ​ຊາ​ໂລມ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ອິດສະ​ລາ​ແອນ, ຕໍ່​ຈາກ​ນັ້ນ, ທ່ານ​ຈະ​ໄປ​ເມືອງ​ເຈ​ລີ​ໂຄ ຕົວ​ເມືອງຝັ່ງຕາ​ເວັນ​ຕົກ​​ແມ່ນ້ຳ​ຈໍ​ແດນ​ເພື່ອ​ພົບ​ປະ​ຜູ້ນຳ​ປາ​ເລັສຕິນ. ຕາມ​ສື່​ມວນ​ຊົນ​ອິດສະ​ລາ​ແອນ​ລາຍ​ງານ​ວ່າ, ທ່ານ​ພໍ​ແວວ​ຈະ​ຮຽກຮ້ອງ​ໃຫ້​ກອງ​ທະຫານ​ອິດສະ​ລາ​ແອນ​ຜ່ອນ​ຍານ​ການ​ຈຳກັດ​ຕໍ່ການ​ເຄື່ອນ​ໄຫວ​ຂອງ​ຊາວ​ປາ​ເລັສຕິນ, ຖອນ​ອອກ​ຈາກ​ຕົວ​ເມືອງ​ປາ​ເລັສຕີນ, ຫລຸດ​ຜ່ອນການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ທີ່​ແນ​ໃສ່​ປາ​ເລັສຕີນ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​ເລັສຕີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງກອນ​ປີໜ້າ.

ຝ່າຍ​ປາ​ເລັສຕີນ​ເອົາ​ໃຈ​ໃສ່​ທີ່​ສຸດນຳການ​ຢ້ຽມຢາມ​ປາ​ເລັສຕີນ​ແລະ​ອິດສະ​ລາ​ແອນ​ຂອງ​ທ່ານ​ພໍ​​ແວວ​ເທື່ອ​ນີ້, ຫວັງ​ຖືໂອກາດ​ນີ້​ສະ​ແດງ​ຄວາມ​ຈິງ​​ໃຈຕໍ່​ຝ່າຍ​ອາ​ເມ​ລິ​ກາກ່ຽວ​ກັບການ​ຈັດການ​​ເຈລະຈາ​ສັນຕິພາບ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິດ​ສະ​ລາ​ແອນ​ຄືນ​ໃໝ່, ​ແລະ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ໃຊ້​ກຳລັງ​ໜີບ​ຕໍ່​ອິດສະ​ລາ​​ແອນ, ຢ່າ​ລົບ​ກວນການ​ເລືອກຕັ້ງທົ່ວ​ໄປ​ຂອງ​ປາ​ເລັສຕິນ, ສ້າງ​ສະພາບ​ແວ​ດລ້ອມພາຍ​ນອກ​ທີ່​ດີງາມ​ໃຫ້​ແກ່​ການ​ມອບ​ຮັບ​ອຳນາດ​ປາ​ເລັສຕີນ​ຢ່າງ​ໝັ້ນທ່ຽງ​ແລະ​ໃຫ້​ບັນດາ​ຝ່າຍ​ພາຍ​ໃນ​ປາ​ເລັສຕີນ​ຜ່ອນ​ສັ້ນຜ່ອນ​ຍາວ​ແກ່​ກັນ.

ກ່ອນ​ທ່ານ​ພໍ​ແວວ​ໄປ​ຢ້ຽມຢາມ, ຫລັກ​ໝັ້ນຂອງອິດ​ສະລາ​ແອນ​​ໃນ​ບັນຫາ​ປາ​ເລັສຕິ​ນອິດສະ​ລາ​ແອນໄດ້​ມີ​ຮ່ອງຮອຍ​​ໂຍະຍານຈຳນວນ​ໜຶ່ງ​. ຕາມ​ຊາບ​ວ່າ, ອິດສະ​ລາ​ແອນອາດ​ຈະ​ຕອບສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ທ່ານ​ພໍ​ແວວ, ພະຍາຍາມ​ບໍ່​ສ້າງ​ອຸປະສັກ​ໃຫ້​ແກ່​ການ​ເລືອກຕັ້ງທົ່ວ​​ໄປ​ຂອງ​ປາ​ເລັສຕີນ. ວັນ​ທີ 18 ພະຈິກ, ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິດສະລາ​ແອນ​ຍັງ​ກ່າວ​ວ່າ, ທ່ານ​ເຂົ້າ​ໃຈ​ວ່າ, ຝ່າຍ​ປາ​ເລັສຕີນ​ທັບ​ມ້າງ​ອົງການ​ກໍ່​ການຮ້າຍ​ຍັງ​ຕ້ອງການ​ເວລາ​ຢູ່, ສະນັ້ນ, ​ເພື່ອ​ກວດ​ສອບ​ຄວາມ​ຈິງ​​ໃຈ​ແຫ່ງ​ສັນຕິພາບຂອງ​ຂັ້ນນຳ​ປາ​ເລັສຕີນ​, ທ່ານ​ສະ​ເໜີ​ວ່າ, ກ່ອນ​ຝ່າຍ​ປາ​ເລັສຕີນ​​ເລີ່​ມຕົ້ນ​ແຜນການ​ເສັ້ນທາງ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ, ຕ້ອງຢຸດຕິ​ການ​ໂຄສະນາ​ແລະ​ການ​ສຶກສາ​ຕ້ານ​ອິດສະ​ລາ​ແອນ. ພາຍຫລັງ​ທ່ານ​ອາລາ​ຟັດ​ເຖິງ​ແກ່​ກຳ​ແລ້ວ, ທ່ານ​ຊາ​ລົງ​ໄດ້​ກ່າວ​​ໂດຍ​ຕະຫລອດ​ວ່າ, ຝ່າຍ​ປາ​ເລັສຕີນ​ລົບ​ລ້າງ​ລັດທິ​ກໍ່​ການ​ຮ້າຍ​ຢ່າງ​ເຖິງ​ຖອງ​ແມ່ນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ເລີ່ມຕົ້ນການ​ເຈລະຈາ​ສັນຕິພາບ​ປາ​ເລັສຕີນ​ອິດສະ​ລາ​ແອນ​ຄືນ​ໃໝ່, ມີ​ການ​ວິ​ເຄາະ​ເຫັນ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ຊາ​ລົງ​ໃນ​ວັນ​ທີ 18 ພະຈິກ​ໄດ້​ສະ​ແດງ​ໃຫ້​​ເຫັນ​ວ່າ, ທ່ານ​ໄດ້​ຜ່ອນ​ຍານ​ລົງ​ແດ່ໃນ​ບັນຫາ​ດັ່ງກ່າວ​ນີ້.

ແຕ່​ວ່າ, ມີ​ຜູ້ວິ​ເຄາະ​ຊີ້​ອອກ​ວ່າ, ​ເຖິງ​ວ່າ​ຮ່ອງຮອຍ​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​ວ່າ, ອາ​ເມ​ລິ​ກາ​ຈະ​ເພີ່ມ​ຄວາມ​ແຮງ​ໃນ​ການ​ໄກ່​ເກ່ຍການ​ປະທະ​ກັນລະຫວ່າງປາ​ເລັສຕີນກັບ​ອິດສະ​ລາ​ແອນ, ​ແຕ່​ກ່ອນ​ສະ​ເຫລີ​ຍຜົນ​ການ​ເລືອກ​ຕັ້ງທົ່ວ​​ໄປ​ຂອງ​ປາ​ເລັສຕີນ, ລະຫວ່າງ​ປາ​ເລັສຕີນ​ອິດ​ສະລະ​ແອນ​ບໍ່​ອາດ​ຈະ​ດຳ​ເນີນ​ການ​ເຈລະຈາ​ສັນຕິພາບ​ທີ່​ມີ​ຄວາມ​ໝາຍ​ແທ້​ຈິງ. ກ່ອນ​ອື່ນ, ສະຖານະ​ການ​ການ​ເມືອງ​ປາ​ເລັສຕີນ​ໃນ​ສະ​ເພາະ​ໜ້ານ​ນີ້​ຍັງ​ຄົງ​ມີ​ຄວາມ​ບໍ່​ຄັກແນ່​ຫລາຍ, ລະຫວ່າງ​ຝ່າ​ຍຕ່າງໆ​ຂອງ​ປາ​ເລັສຕີນ​ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ​ຫລາຍ​ໃນ​ການ​ຢຸດ​ຍິງ​ຕໍ່ອິດສະ​ລາ​ແອນ ການ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ແນວ​ໃດ​ເປັນຕົ້ນ, ການ​ເລືອກ​ຕັ້ງທົ່ວ​ໄປຂອງ​ປາ​ເລັສຕີນ​ຈະ​ດຳ​ເນີນ​ໄປ​ຢ່າງ​ສະດວກ​ຫລື​ບໍ່​ແລະ​ໃຜ​ຈະ​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງນັ້ນ, ອາ​ເມ​ລິ​ກາ​ແລະ​ອິດສະ​ລາ​ແອນກໍ​ບໍ່​ຮູ້​ເທື່ອ.

ຖັດມາ, ພາຍຫລັງ​ທ່ານ​ອາລາ​ຟັດ​ເຖິງ​ແກ່​ກຳ​ຍ້ອນ​​ເປັນ​ພະຍາດ​ແລ້ວ, ລັດຖະບານ​ບຸ​ສຂອງ​ອາ​ເມ​ລິ​ກາ​ເຖິງ​ຈະ​ມີ​ຄວາມຕິດ​ໃຈບັນຫາ​ປາ​ເລັສຕີນ​ອິດສະ​ລາ​ແອນ​ຄືນ​ໃໝ່ກໍ່ຕາມ, ​ແຕ່​ຄຳ​ໝັ້ນສັນຍາ​ທີ່​ອາ​ເມ​ລິ​ກາ​ທຳ​ອອກ​ໃນ​ປະຈຸ​ບັນ​ຍັງ​ໄກ​​ຫລາຍ​ກັບ​ຄວາມ​ປາຖະໜາ​ຂອງ​ຂັ້ນນຳ​ປາ​ເລັສຕີນ. ບຸກຄົນ​ວິ​ເຄາະ​ເຫັນ​ວ່າ, ການ​ຢ້ຽມຢາມ​ປາ​ເລັສຕີນ​​ແລະອິດສະ​ລາ​ແອນ​ຂອງ​ທ່ານ​ພໍ​ແວວ​ເທື່ອນີ້​ພຽງ​ແຕ່​​ເປັນການ​ເລີ່​ມຕົ້ນທໍ່​ນັ້ນ, ລັດຖະບານ​ບຸ​ສອາ​ເມ​ລິ​ກາ​ຈະ​​ເຮັດ​ແນວ​ໃດປະຕິບັດ​ຕາມຄຳ​ໝັ້ນສັນຍາ​ຂອງ​ຕົນ​ໃນ​ການ​ຊຸກ​ຍູ້​​ການສ້າງຕັ້ງປະ​ເທດ​ປາ​ເລັສຕີນ​ນັ້ນ, ຍັງ​ຕ້ອງ​ຄອຍ​ຖ້າ​ສັງ​ເກດ​ເບິ່ງຕໍ່​ໄປ.