ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-22 21:45:24    
ຜູ້​ຊ່ຽວ​ຊານ​ກ່າວ​ວ່າ,​ການ​ດັດ​ສົມ​ມະ​ຫາ​ພາກ​ເຮັດ​ໃຫ້​ເສດ​ຖະ​ກິດ​ຈີນ​ປີ​ນີ້​​ພັດ​ທະ​ນາ​ດີ​ກວ່າ​ເມື່ອ​ກ່ອນ

cri Author: q
ຕາມຂ່າວສານຊິນຮວາ,ທ່ານສູຫົງຢວນ ຮອງຫົວໜ້າພະແນກຍຸດທະສາດພັດທະ
ນາຂອງສູນຂໍ້ມູນຂ່າວສານແຫ່ງຊາດຈີນກ່າວວ່າ,ແຕ່ຈີນປະຕິບັດນະໂຍບາຍດັດ
ສົມມະຫາພາກໃນເດືອນເມສາປີນີ້ມາ,ປະກົດການເສດຖະກິດບາງພາກສ່ວນພັດ
ທະນາຮ້ອນເກີນໄປນັ້ນໄດ້ຜ່ານຄາຍລົງ.ເສດຖະກິດຈີນປີນີ້ໄດ້ພັດທະນາດີກວ່າ
ເມື່ອກ່ອນ.

ທ່ານ​ສູ​ຫົງ​ຢວນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວທີ​ປາ​ໄສ​ເທື່ອ​ໜຶ່ງ​ທ​​ີ່​ຈັດ​ຂຶ້ນຢູ່ ຊຽງໄຮ້​ໃນ​ວັນ​ທີ22​ພະ​ຈິກ,​ທ່ານ​ກ່າວ​ວ່າ,ຍ້ອນ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​ນະ​ໂຍບາຍ​ດັດສົມ​ມະ​ຫາ​ພາກ,​ຜົນ​ຜະ​ລິດ​ທັນ​ຍາ​ຫານ​ຂອງ​ຈີນ​ໃນ​ປີ​ນີ້​ກະ​ວ່າ​ຈະ​ບັນລຸ​ເຖິງ465​ຕື້​ກິ​ໂລ​,ຊາວນາ​ມີ​ລາຍ​ໄດ້​​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.​ກະ​ສິກຳ​ໄດ້​ປະກົດ​ມີ​ສະ​ພາບ​ດີ​ທີ່​ບໍ່​ສູ້​ເຫັນ​ໃນ​ຫຼາຍ​ປີ​ມາ​ນີ້.ການ​ລົງ​ທຶນ​ອະສັງ​ຫາ​ລິມະ​ຊັບ​ຫຼາຍ​ເກີນ​ໄປນັ້ນ​ແມ່ນ​ເຫດຜົນ​ອັນ​ໜຶ່ງ​ທີ່​ພາ​ໃຫ້​ຈີນ​ດຳ​ເນີນ​ການ​ດັດ​ສົມ​ມະ​ຫາ​ພາກ.​ເມື່ອ​ໄດ້​ດັດ​ສົມ​​ແລ້ວ,ຄວາມ​ໄວ​​​ເຕີບ​​ໂຕ​ແຫ່ງ​ການ​ລົງ​ທຶນ​ອະ​ສັງ​ຫາ​ລິ​ມະ​ຊັບ​ໄດ​້​ຫຼຸດ​ຈາກ​ປະ​ມານ​49%​ໃນ​ຕົ້ນ​ປີ​ນີ້​ລົງ​ຮອດ​ປະ​ມານ​​26%​ໃນ​ທ້າຍ​ເດືອນ​ຕ​ຸລາ​.​ແຕ່​ວ່າ​ປັດ​ໃຈ​ບໍ່​ມີ​ຜົນ​ດີ​ທີ່​ຜູກ​ມັດ​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ລົບ​ລ້າງ​ໃຫ້​ໝົດ​ເທື່ອ.