ທ່ານພໍແວວເຈລະຈາກັນກັບທ່ານມາມຸດອັບບັສ ຜູ້ນຳປາເລັສຕິນ
cri
Author: q
ຕາມຂ່າວCRI,ວັນທີ22ພະຈິກ,ຢູ່ເຈລີໂກເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນ,ທ່ານພໍແວວ ລັດຖະມົນຕີການຕ່າງປະເທດແລະທ່ານອັບບັສ ປະທານຄະນະບໍລິຫານງານອົງການປົດປ່ອຍປາເລັສຕິນໄດ້ພົບປະເຈລະຈາກັນ.ພາຍຫຼັງການເຈລະຈາສິ້ນສຸດລົງແລ້ວ,ທ່ານພໍແວວ ກ່າວວ່າ,ອາເມລິກາຈະທຳຄວາມພະຍາຍາມຢ່າງສຸດຂີດ,ຮັບປະກັນໃຫ້ການເລືອກຕັ້ງທົ່ວໄປຂອງປາເລັສຕິນຈັດຂຶ້ນຢ່າງສະດວກ.
ທ່ານພໍແວວກ່າວວ່າ,ອາເມລິກາຫວັງໃຫ້ສອງຝ່າຍປາເລັສຕິນ,ອິສຣາແອນຈົ່ງປະຕິບັດຕາມພັນທະທີ່ກຳນົດໄວ້ໃນແຜນການເສັ້ນທາງສັນຕິພາບນັ້ນຢ່າງແທ້ຈິງ.
ໃນມື້ດຽວກັນ,ໃນລັດຖະສະພາອິສຣາແອນຈົ່ງ,ທ່ານຊາລົງກ່າວວ່າ,ເຫັນດີໃຫ້ຊາວປາເລັສຕິນທີ່ຢູ່ເຢລູຊາແລມຕາເວັນອອກເຂົ້າຮ່ວມການເລືອກຕັ້ງທົ່ວໄປຂອງປາເລັສຕິນ.
|
|