|
 |
(GMT+08:00)
2004-11-23 18:31:30
|
 |
4 ຝ່າຍກ່ຽວກັບບັນຫາຕາເວັນອອກກາງຈັດການເຈລະຈາຢູ່ຊາມແອນເຊັກ
cri
Author: MO
ຕາມຂ່າວCRI: 4 ຝ່າຍກ່ຽວກັບບັນຫາຕາເວັນອອກກາງ ຄືອາເມລິກາ ຣັດເຊຍ ສະຫະປະຊາຊາດແລະສະຫະພາບເອີລົບ ໄດ້ຈັດການເຈລະຈາຢູ່ຊາມແອນເຊັກແຫ່ງເອຢິບໃນວັນທີ 23 ພະຈິກ, ຊອກຄົ້ນບັນຫາຕ່າງໆຄືຊ່ອງທາງບັງເກີດຜົນໃນການເລີ່ມຕົ້ນຂະບວນວິວັດສັນຕິພາບຕາເວັນອອກກາງຄືນໃໝ່ ແລະຟື້ນຟູການເຈລະຈາສັນຕິພາບລະຫວ່າງປາເລັສຕີນກັບອິດສະລາແອນ.
ຕາມຊາບວ່າ, ຜູ້ເຂົ້າຮ່ວມການເຈລະຈາ 4 ຝ່າຍເທື່ອນີ້ມີທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານພໍແວວ ລັດຖະມົນຕີການຕ່າງປະເທດອາເມລິກາ, ທ່ານລາວົຼຟ ລັດຖະມົນຕີການຕ່າງປະເທດຣັດເຊຍແລະທ່ານໂຊລານາ ຜູ້ແທນຊັ້ນສູງຂອງສະຫະພາບເອີລົບທີ່ຮັບຜິດຊອບນະໂຍບາຍການຕ່າງປະເທດແລະຄວາມປອດໄພ, ທ່ານໂບດ ລັດຖະມົນຕີການຕ່າງປະເທດໂຮນລັງ ປະທານປະເທດຝຽນສະຫະພາບເອີລົບແລະທ່ານອື່ນໆ.
ພາຍຫລັງທ່ານອາລາຟັດ ປະທານອົງການອຳນາດແຫ່ງຊາດປາເລັສຕີນເຖິງແກ່ກຳໃນວັນທີ 11 ພະຈິກແລ້ວ, ປະຊາຄົມໂລກຫວັງໂດຍທົ່ວໄປໃຫ້ປາເລັສຕີນບັນລຸການຂ້າມຜ່ານອຳນາດການປົກຄອງຢ່າງໝັ້ນທ່ຽງ, ແລະເອົາອັນນີ້ເປັນໂອກາດເລີ່ມຕົ້ນຂະບວນວິວັດສັນຕິພາບປາເລັສຕີນອິດສະລາແອນຄືນໃໝ່. ຫວ່າງມໍ່ໆນີ້, ໃນເວລາໄປຢ້ຽມຢາມປາເລັສຕີນແລະອິດສະລາແອນນັ້ນ, ທ່ານພໍແວວເຄີຍກ່າວວ່າ, ອາເມລິກາຍິນດີຊຸກຍູ້ການປະຕິບັດແຜນການເສັ້ນທາງສັນຕິພາບຕາເວັນອອກກາງ.
|
|
|