ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-23 18:45:07    
ທ່ານ​ຄັດ​ດູ​ມີ​ບໍ່​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ການ​ສ້າງ​ຕັ້ງປະ​ເທດປາ​ເລັສຕີນ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 22 ຕຸລາ, ຢູ່​ທີ່​ເບ​ລຸດ, ທ່ານ​ຄັດ​ດູ​ມີ ປະທານ​ຄະນະ​ກຳມະການ​ສູນ​ກາງອານ​ຟາ​ຕາ ຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັສຕີນ ຫົວໜ້າ​ກອງ​ການ​ເມືອງ​ອົງການ​ປົດ​ປ່ອຍ​ປາ​ເລັສຕີນ​ກ່າວ​ວ່າ, ທ່ານ​ບໍ່​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່ບັນຫາ​ສ້າງ​ຕັ້ງປະ​ເທດປາ​ເລັສຕີນ.

ມື້​ດຽວ​ກັນ, ທ່ານ​ຄັດ​ດູ​ມີ​ໄດ້​ຈັດການ​ເຈລະຈາ​ກັບ​ທ່ານ​ຮຳມຸດ ລັດຖະມົນຕີ​ການ​ຕ່າງປະ​ເທດ​ລີ​ບັງ, ຫາລື​ບັນຫາຕ່າງໆ​ເຊັ່ນ ການ​ຂະຫຍາຍຕົວ​ຂອງສະຖານະ​ການ​ພາກ​ພື້ນຕາ​ເວັນ​ອອກ​ກາງ ​ໂດຍ​ສະ​ເພາະ​ແມ່ນຂອງປາ​ເລັສຕີນ​ແລະ​ອີຣັກ, ພ້ອມ​ດ້ວຍ​ການ​ພົວພັນ​ລີ​ບັງ​ປາ​​ເລັສຕີນເປັນຕົ້ນ. ພາຍຫລັງ​​ເຈລະຈາ​ແລ້ວ, ທ່ານ​ກ່າວ​ວ່າ, ອິງ​ຕາມ​ແຜນການ​ເສັ້ນທາງ​ທີ່​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ເຫັນ​ດີ, ປາ​ເລັສຕີນ​ຄວນ​ສ້າງ​ຕັ້ງປະ​ເທດໃນ​ປີ 2005, ​ແຕ່​ຫວ່າງ​ມໍ່ໆ​ນີ້, ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາໄດ້​ສະ​ເໜີ​ໃຫ້​ສ້າງ​ຕັ້ງປະ​​ເທດ​ໃນ​ປີ 2009. ທ່ານ​ຄັດ​ດູ​ມີ​ກ່າວ​ວ່າ, ​ໃນ​ບັນຫາ​ນີ້, ຝ່າຍ​ປາ​ເລັສຕີນ​ຈະ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ທ່ານ​ພໍ​ແວວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ແລະ​ຂອງ​ຜູ້​ເຂົ້າຮ່ວມກອງປະຊຸມສີ່​ຝ່າຍທີ່​ຈັດ​ຂຶ້ນ​ຢູ່​ຊາມ​ແອນ​ເຊັກ​ແຫ່ງ​ເອຢິບ​ໃນ​ວັນ​ທີ 23 ພະຈິກ.