ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-23 21:25:08    
ພູສາ​ສະຫນາ​ທີ່​ຊື່​ສຽງ 4 ​ແຫ່ງ​ຂອງ​ຈີນ

cri Author: huang

ພູສາ​ສະຫນາ​ທີ່​ຊື່​ສຽງ 4 ​ແຫ່ງ​ຂອງ​ຈີນ​ມີ​ພູ​ເອີ​ເມ ພູ​ພູ​ໂຕ ພູ​ອູ​ໄຕ​ແລະ​ພູ​ຈິ​ວຮວາ
​ເຊ່ິງ​ເປັນ​ເຂດ​ທິວ​ທັດ​ຈຸດ​ຫນັກ​ທີ່​ມີ​ຊື່​ສຽງ​ງວດ​ທຳ​ອິດ​ຂອງ​ຈີນ,ກ່ອນ​ອື່ນ,ພວກ​ເຮົາ​ພາກັນ​ໄປ​ຊົມ​ພູ​ເອີ​ເມ ​ແຂວງ​ເຊ​ສວນ ພູ​ທິວ​ທັດ​ທີ່​ມີ​ຊື່​ສຽງ​ແລະ​ງາມ​ທີ່​ສຸດ​ຂອງ​ຈີນ, ພູ​ເອີ​ເມ​ຕັ້ງ​ຢູ່​ຫ່າງ​ຈາກ​ເມືອງ​ເອີ​ເມ​ແຂວງ​ເຊ​ສວນ​ໄປ​ທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້ 7 ກິ​ໂລ​ແມັດ,ຮູບ​ສັນຖານ​ຂອງ​ພູ​ແຫ່ງ​ນີ້​ທັງ​ກັນດານ,​ແຕ່​ມີ​ພາບ​ວິວທິວ​ທັດ​ງາມ​ແທ້​ງາມ​ວ່າ.ຈອມພູ​ຕົ້ນຕໍ​ຂອງ​ພູ​ເອີ​ເມ​ສູງ​ຕັ້ງ 3099 ​ແມັດ,ມີ​ສາຍພູ​ຕັ້ງ​ສະຫຼັບ​ສັບ​ຊ້ອນ​ເຈືອ​ລະ​ເນືອ​ກັນ​ເປັນ​ຫຼືບ,ຢູ່​ແຫ່ງ​ນີ້​ອາກາດ​ອົບ​ອຸ່ນ,ຊຸ່ມ​ເຢັນ ມີ​ປ່າ​ໄມ້​ດົກຫນາ,ພາຍ​ໃນ​ຂອບ​ເຂດ​ກວ້າງ 60 ກິ​ໂລ​ແມັດ​ທີ່​ຈາກ​ຕີນ​ພູ​ຮອດ​ຈອມ​ພູ,ຍ້ອນ​ພູມ​ສັນຖານ​ຕ່ຳ​ສູງ​ຕ່າງ​ກັນ​ອັນ​ໄດ້​ຈໍ່​ຕົວ​ເປັນ​ອາກາດ​ທີ່​ຕ່າງ​ກັນ,ປະລິມານ​ຝົນຕົກ​ກໍ​ຕ່າງ​ກັນ​ແລະ​ມີ​ພຶກສາຊາດ​ຕ່າງ​ກັນ,ຈ່ິງ​ປະກົດ​ມີ​ພຶກສາຊາດ​ຕ່າງ​ກັນ​ຂອງ​ແຖບ​ມໍ່​ແຖບ​ຮ້ອນ,​ແຖ​ບອຸ່ນ​ເຂດ​ພູດ​ອຍ​ແລະ​ແຖບ​ອຸ່ນ​ຫນາວ​ຂອງ​ເຂດ​ພູ​ສູງ,ມີ​ຊັບພະຍາກອນ​ສັດ​ແລະພຶກສາຊາດ​ອຸດົມສົມບູນ.

ຢູ່​ແຫ່ງ​ນີ້,ສາມາດ​ຊົມ​ທິວ​ທັດ​ອັດ​ສະ​ຈັນ​ຄື​ຕາ​ເວັນ​ໂພ່​ຂຶ້ນ​ຈາກ​ຂອບ​ຟ້າ,ທະ​ເລ​ເມກ,ພະ​ພຸດທະ​ຮູບ​ເປ່ັງ​ແສງ​ແລະ​ໂຄມ​ທິບ​ເປັນ​ຕົ້ນ,​ແຫ່ງ​ນີ້​ມີ​ທັດສະນີ​ຍະ​ພາບ​ທີ່​ລື​ຊື່,​ເຊັ່ນວິຫານ​ທີ່​ອ່າວ​ໃຫຍ່​ແດ່​ກໍ​ມີ​ວັດ​ປ້າວ​ໂກວ ວັດ​ຟູ​ຮູ ວັດວ້ານນຽນ ວັດ​ຊຽນຟົງ​ເປັນ​ຕົ້ນ,​ໃນ​ສະ​ໄຫມ​ລາຊະວົງ​ຖາງ​ແລະ​ລາຊະວົງ​ຊົ້ງ,​ແມ່ນ​ມີ​ສາ​ສະນິກກະ​ຊົນ​ໄປ​ນະມັດສະການ​ຢ່າງ​ຫຼາກ​ຫຼາຍ,​ໃນ​ສະ​ໄຫມ​ລາຊະວົງ​ມິ​ງ​ແລະ​ລາດ​ຊະວົງ​ເຊ່ັງ​ເຊ່ິງ​ເປັນ​ສະ​ໄຫມ​ທີ່​ພຸດທະ​ສາສະຫນາ​ຈະ​ເລ່ີນ​ທີ່​ສຸດ​ນັ້ນ,ທ່ົວ​ເຂດ​ພູດ​ອຍມີ​ວັດ 70 ກວ່າ​ແຫ່ງ,​ເປັນ​ບ່ອນ​ຈັດ​ພິທີ​ສາສະຫນາ​ຂອງ​ພະ​ໂພທິສັດ​ພູ​ຊຽນ,ຈາກ​ນັ້ນ,ພວກ​ເຮົາ​ຈ່ົງ​ໄປ​ເບ່ິງ​ພູ​ພຸດ​ໂທ,ທ່ານ​ນາງ​ຈ່າງ​ຈີ້​ງຊຸນ​ເວົ້າ​ວ່າ,ພູ​ພຸດ​ໂທ​ແມ່ນ​ພູ​ສັກສິດ​ຂອງ​ພຸດທະ​ສາສະຫນາ​ທີ່​ຕັ້ງ​ເຈີ້ນ​ເທີ້ນຢູ່​ພຽງ​ແຫ່ງ​ດຽວ​ໃນ​ເກາະ​ກາງ​ທະ​ເລ,ພູ​ພຸດ​ໂທ​ຕັ້ງ​ຢູ່​ເມືອງ​ພຸດ​ໂທ​ແຂວງ​ເຈີ​ຈ່ຽງ ​ແມ່ນ​ເກາະ​ນ້ອຍ​ແຫ່ງ​ຫນ່ຶງ​ໃນ​ຫມູ່​ເກາະ​ໂຈ​ວຊານ,ຕາມ​ເວົ້າ​ກັນ​ວ່າ,ພະ​ເຖລະ​ຍ່ີ​ປຸ່ນ​ໄດ້​ອັນ​ເຊີນ​ຮູບ​ເຈົ້າ​ແມ່​ກວນ​ອີ​ມ.

ຈາກ​ພູ​ອູ​ໄທ​ຊານ​ກັບ​ຄືນ​ປະ​ເທດ,ຢູ່​ກາງ​ທາງ​ເລີຍ​ພໍ້​ລົມ​ແຮງ,ຈ່ິງ​ເລີຍ​ປະ​ຮູບ​ເຈົ້າ​ແມ່​ກວນ​ອີ​ມ​ໄວ້,​ແລ້ວ​ສ້າງ​ວິຫານ​ຂຶ້ນ​ເປັນ​ວັດ​ທີ່​ສ້າງ​ຂຶ້ນ​ກ່ອນ​ຫມູ່​ຢູ່​ເທິງ​ເກາະ​ດ່ັງກ່າວ.

ເກາະນ້ອຍ​ແຫ່ງ​ນີ້​ມີ​ເນື້ອ​ທີ່​ຍາວ​ແຕ່​ເຫນືອ​ຮອດ​ໃຕ້ 8,6 ກິ​ໂລ​ແມັດ,​ແຕ່​ທິດຕາ​ເວັນ​ອອກ​ຮອດ​ທິດຕາ​ເວັນ​ຕົກ​ກວ້າງ 3,5 ກິ​ໂລ​ແມັດ,ມີ​ເນື້ອ​ທີ່​ກວ້າງ 12,76 ກິ​ໂລ​ແມັດ​ຕາ,ຈອມ​ພູ​ສູງ​ສຸດ​ແມ່ນ​ພູ​ພະ​ເກດ​ສູງ​ກວ່າ​ລະດັບ​ຫນ້າ​ນ້ຳ​ທະ​ເລ 291,3 ​ແມັດ,​ໃນ​ສະ​ໄຫມ​ຕົ້ນ​ລາ​ຊະ​ວົງ​ເຊ່ັນ:ພຸດທະສາສະຫນາ​ຈະ​ເລີ​ນ​ຮຸ່ງ​ເຮືອງ,​ເທິງ​ພູມີ​ວັດ​ພູ​ຈີ ວັດ​ຟາ​ຢູ ​ແລະ​ວັດ​ຮ້ວຍ​ຈີ ມີ​ວັດ​ພິຂຸ​ນີ 88 ​ແຫ່ງ,ມີ​ສາສະ​ນິກກະ​ຊົນ​ຕັ້ງ​ຫຼາຍ​ພັນ,​ແມ່ນ​ບ່ອນ​ຈັດ​ພິທີ​ສາສະຫນາ​ຂອງ​ເຈົ້າ​ແມ່​ກວນ​ອີ​ມ,ແມ່ນປູຊະນີຍະສະຖານພຸດ
ທະສາສະຫນາທີ່​ເຮືອງ​ນາມ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ແລະ​ຕ່າງປະ​ເທດ.

ພູ​ພຸດ​ໂທ​ມີ​ທັດສະນີ​ຍະ​ພາບ​ທຳ​ມະ​ຊາດ​ທີ່​ມີ​ທັງ​ພູດ​ອຍ ມີ​ທັງ​ທະ​ເລ ປ່າ​ໄມ້​ແລະ​ມີ​ທັງ​ບໍ່ນ້ຳ,​ເພ່ີນ​ຈ່ິງ​ເອີ້ນ​ເປັນ​ແດນ​ພະ​ພຸດ​ເທິງ​ທະ​ເລ ປູຊະນີ​ຍະສະ​ຖານ​ຕົ້ນຕໍ​ມີ​ຖ້ຳ​ສຽງ​ທະ​ເລ​ຫາຍ​ໃຈ ​ຖ້ຳ​ສຽງ​ພາມ,ຖ້ຳ​ຕາ​ເວັນ​ຂຶ້ນ,ຖ້ຳປະຕູ​ທັກສິນ​ເປ​ັນຕົ້ນ,ສະພາບ​ທີ່​ຫນ້າ​ຊົມ​ກວ່າ​ຫມູ່​ແມ່ນ​ຊົມ​ຟອງ​ທະ​ເລ​ຫາຍ​ໃຈ.

ຕໍ່​ໄປ,ທ່ານ​ນາງ​ຈາງ​ຈີ້​ງຊຸນ​ຈະ​ພາ​ພວກ​ເຮົາ​ໄປ​ຊົມ​ພູ​ອູ​ທາຍ​ຊານ,ທ່ານ​ນາງ​ສະ​ເຫ​ນີ​ໃຫ້​ຮູ້​ວ່າ ພູ​ອູ​ທາຍ​ຊານ​ແມ່ນ​ພູ​ຊື່​ດັງ​ໃນ​ໂລກ​ພຽງ​ແຫ່ງ​ດຽວ​ທີ່​ໄດ້​ບັນທຶກ​ເຂົ້າ​ໃນ​ພຸດທະຄຳ​ພີ,ພູ​ອູ​ທາຍ​ຊານ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ແຂວງ​ຊ່ານ​ຊີ,ຍ້ອນ​ປະກອບ​ດ້ວຍ 5 ຈອມ​ພູ​ທີ່​ເປັນ​ແທ່ນພຽງ​ເລີຍ​ເອີ້ນ​ອູ​ທາຍ​ຊານ.

ຈອມ​ພູ 5 ຫນ່ວຍ​ດ່ັງກ່າວ​ຊື່ວ່າ,ຈອມ​ພູວ້າງຫາຍ ​ແປ​ວ່າ​ຈອມ​ພູ​ຫຼຽວ​ເບ່ິງ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ,ຈອມ​ພູ​ກ້ວາ​ເຢະ​ແປ​ວ່າ​ຈອມ​ພູ​ຫ້ອຍ​ດວງ​ເດືອນ​ຢູ່​ແທ່ນ​ຕາ​ເວັນ​ຕົກ,ຈອມ​ພູ​ຈິງ​ຊີ້​ວ​ແປ​ວ່າ​ຈອມ​ພູ​ສວຍ​ງາມ​ຢູ່​ແທ່ນ​ໃຕ້,ຈອມ​ພູ​ຊຸຍ​ຢຽນ​ແປ​ວ່າ​ຈອມ​ພູ​ຫີນ​ຂຽວ​ຢູ່​ແທ່ນ​ກາງ,​ແລະ​ຈອມ​ພູ​ເຢ້​ໂຕ​ວຢູ່​ແທ່ນ​ເຫນືອ,​ໃນ​ນັ້ນ,ຈອມ​ພູ​ສູງ​ກວ່າ​ຫມູ່​ແມ່ນ​ຈອມ​ພູ​ເຢ້​ໂຕ​ວ,ສູງ​ກວ່າ​ລະດັບ​ຫນ້າ​ນ້ຳ​ທະ​ເລ 3058 ​ແມັດ,ຢູ່​ຫວ່າງ​ກາງຂອງ​ພູ 5 ຫນ່ວຍ​ນີ້,​ແມ່ນ​ຮ່ອມ​ພູ,ສູງ​ກວ່າ​ລະດັບ​ຫນ້າ​ນ້ຳ​ທະ​ເລ 1700 ​ແມັດ,ມີ​ວັດ​ຊຽນທ່ົງ ວັດ​ທາ​ຢ້ວນ ວັດ​ຊູ​ຊ້ຽງ ວັດ​ພູ​ຊາຕິ​ງ​ເປ​ັນຕົ້ນ,ຍ້ອນ​ວ່າ​ອາກາດ​ແຫ່ງ​ນີ້​ເຢັນ​ສະບາຍ,ສະ​ນັ້ນ,ຈ່ິງ​ເອີ້​ນ​ເປັນ​ພູ​​ເຢັນ​ສະບາຍ​ອີກ,​ໃນ​ສະ​ໄຫມ​ຢົງ​ພີ​ງລາຊະວົງ​ຕົງ​ຮ້າຍ​ມີ​ພະ​ເຖລະ​ອິນ​ເດຍມາ​ເຜີຍ​ແຜ່​ສາສະຫນາ​ຢູ່​ຈີນ,ຈ່ິງ​ເອີ້ນ​ພູ​ອູທາຍ​ຊານ​ເປັນ​ບ່ອນ​ຈັດ​ພິທີສາສະຫນາ​ຂອງ​ພະ​ໂພທິສັດ​ອຸນຊູ,​ໃນ​ສະ​ໄຫມ​ສາສະຫນາ​ພຸດ​ຈະ​ເລ່ີນ​ທີ່​ສຸດ​ນັ້ນ,ມີ​ວັດວາອາ​ຮາມ 360 ກວ່າ​ແຫ່ງ,ມີ​ພິຂຸ ພິຂຸ​ນີ 2 ພັນ​ກວ່າ​ຕົນ,ປະຈຸ​ບັນ​ຍັງ​ມີ​ວັດ​ທີ່​ຮັກສາ​ໄວ້ 58 ​ແຫ່ງ,​ໃນ​ນັ້ນ,ວັດ​ນານ​ຊານ ​ແລະ​ວັດ​ໂຟກວງ​ແມ່ນ​ວັດ​ບູຮານ​ຂອງ​ລາຊະວົງ​ຖາງ ​ແມ່ນ​ເຄຫະ​ກໍ່​ດ້ວຍ​ໄມ້​ກ່ອນ​ຫມູ່​ຂອງ​ຈີນ​ທີ່​ມາ​ຮອດ​ປະຈຸ​ບັນ​ກໍ​ຍັງ​ຮັກສາ​ໄວ້​ຢູ່,ນອກ​ນີ້,ຍັງ​ມີ​ເຄຫະ​ທີ່​ກໍ່​ດ້ວຍ​ດິນ​ຈ່ີ ຫີນ ​ແລະ​ທອງ​ເປັນ​ຕົ້ນ​ຂອງ​ສະ​ໄຫມ​ຕ່າງໆ,ພ້ອມ​ດ້ວຍ​ມໍລະດົກ​ຫວັດ​ສາດ​ຄື​ຮູບ​ພາບ ຮູບຄວັດ ພະ​ພຸດທະ​ຮູບ ພະ​ຄຳ​ພີ​ເປັນ​ຕົ້ນ.

ຫຼືບ​ດິນ​ຂອງ​ພູ​ອູ​ທາຍ​ຊານ​ແມ່ນ​ສັບສົນ​ຫຼາຍ,​ແມ່ນ​ແຫຼ່ງສຳຄັນ​ແຫ່ງ​ຫນ່ຶງ​ສຳລັບຄົ້ນ​ຄວ້າ​ທໍລະນີ​ສາດ​ຂອງ​ຈີນ.

ສຸດ​ທ້າຍ,​ເຊີນ​ທ່ານ​ຜູ່​ຟັງ​ໄປ​ນຳ​ກັນ​ກັບ​ພວກ​ເຮົາ,​ໄປ​ທ່ຽວ​ພູ​ຈີວຮວາ​ຊານ ນາງ​ຈາງ​ຈິງ​ຊຸນ​ເວົ້າ​ວ່າ,ພູ​ຈີວຮວາ​ຊານ​ແມ່ນ​ພູມີ​ຊື່​ສຽງ​ດ້ານ​ສາສະຫນາ​ພຽງ​ຫນ່ວຍ​ດຽວ​ເຊ່ິງ​ແມ່ນ​ພະ​ເຖລະ​ຕ່າງປະ​ເທດ​ເລ່ີ​ມສ້າງ,ພູ​ຈິ​ວຮວາ​ຊານ​ຕັ້ງ​ຢູ່​ເມືອງ​ຊິງ​ຢາງ​ແຂວງ​ອານ​ອຸຍ​ກວ້າງ 100 ກວ່າ​ກິ​ໂລ​ແມັດ​ຕາ,ພູ​ຈິ​ວຮວາ​ຊານ​ມີ​ຈອມ​ພູ 99 ຫນ່ວຍ,​ໃນ​ນັ້ນ,ມີ​ຈອມ​ພູ 9 ຫນ່ວຍ,ຄື​ຈອມ​ພູ​ທຽນ​ທາຍ​ຟົງ ຈອມ​ພູ​ລຽນ​ຮວາ​ຟົງ ຈອມ​ພູ​ທຽນ​ຈູ້​ຟົງ​ແລະ​ຈອມ​ພູ​ຊືວາງ​ຟົງ​ເປັນ​ຕົ້ນ,ມີ​ສະພາບ​ສະຫງ່າ​ງາມ​ທີ່​ສຸດ.
ຈອມ​ພູ​ຫຼັກ​ຄື​ຈອມ​ພູ​ຊືວາງ​ຟົງສູງ​ກວ່າ​ລະດັບ​ຫນ້າ​ນ້ຳ​ທະ​ເລ 1342 ​ແມັດ,ມີ​ພື້ນ​ຕີນ​ພູ​ກວ້າງ​ກວ່າ​ຫມູ່,ຍອດພູ​ຫີນ​ກາງ​ເປີ້ນພູ​ຂຶ້ນ​ໄປ​ຕັ້ງ​ຊ້ອງໆ​ກັນ​ປານ​ຫນໍ່​ໄມ້​ໃນ​ຍາມ​ຝົນ,ປະກົດ​ມີ​ພາບ​ອັນ​ຫນ້າ​ອັດສະຈັນ,ຢູ່​ຫວ່າງ​ພູມີ​ລຳ​ເຊ ນ້ຳຕົກຕາດ,ຕົ້ນສົນ​ແລະ​ໄມ້​ໄຜ່​ຂຽວ​ອຸ່ມ​ທຸ່ມ.

ໃນ​ສະ​ໄຫມ​ລາຊະວົງ​ຖາງ,ພະ​ເຖລະ​ເກົາ​ຫຼີບູຮານ​ເຄີຍ​ມາບ​ວດຢູ່​ວັດ​ນີ້​ເປັນ​ເວລາ 75 ປີ,​ແລະ​ໄດ້​ສ້າງ​ວັດ​ຂຶ້ນ,​ໃນ​ສະ​ໄຫມ​ຈະ​ເລີ​ນທີ່​ສຸດ,ມີ​ພິຂຸ ພິຂຸ​ນີ 4 ພັນ​ກວ່າ​ຕົນມີ​ວັດວາອາ​ຮາມ 300 ກວ່າ​ແຫ່ງ,ປະຈຸ​ບັນ​,ຍັງ​ມີ​ວັດ 65 ​ແຫ່ງ,ວັດ​ຊື່​ດັງ​ມີວັດ​ວາ​ເຊີງ,ວັດ​ປາຍ​ຊຸ້ຍ ວັດ​ຮວຍ​ຊຽງ ​ແລະ​ວັດ​ທຽນ​ທາຍ​ເປັນ​ຕົ້ນ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ຫວ່າງ​ກີ້​ນີ້,ທ່ານ​ນາງ​ຈາງ​ຈິງຊຸນ ອະດີດ​ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ​ຈີນ​ປະຈຳ​ປາລີ​ໄດ້​ສະ​ເຫ​ນີພູ​ພຸດທະ​ສາສະຫນາ​ທີ່​ມີ​ຊື່​ສຽງ​ສ່ີ​ຫນ່ວຍ​ຂອງ​ຈີນ​,ນາງ​ເວົ້າ​ວ່າ,ພູສາ​ສະຫນາ​ພຸດ​ທີ່​ມີ​ຊື່​ສຽງສ່ີຫນ່ວຍ​ຂອງ​ຈີນ​ນັ້ນ​ຢູ່​ໃນ​ໂລກ​ນີ້​ກໍ່​ມີ​ຊື່​ສຽງ​ຄື​ກັນ,ປີ​ໃດ​ກໍ່​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ,ຊາວ​ພຸດ​ຕ່າງ​ປະ​ເທດ​ຢ່າງ​ຫຼາກ​ຫຼາຍ,​ເມື່ອ​ມາ​ທ່ຽວ​ຢູ່​ຈີນ,ກໍ່​ມັກ​ໄປນະມັດສະການ​ພູ​ພຸດທ​ະສາສະຫນາ​ເຫຼ່ົາ​ນີ້,ລາວ​ແມ່ນ​ປະ​ເທດ​​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ​ຂອງ​ຈີນ,​ແມ່ນ​ປະ​ເທດ​ທີ່​ເຊື່ອ​ຖື​ພຸດທະ​ນາ,ຖ້າວ່າ​ເພື່ອນ​ຜູ່​ຟັງ​ຫາກ​ມີ​ໂອກາດ​ມາ​ທ່ຽວ​ປະ​ເທດ​ຈີນ,ກໍ​ຢ່າ​ພາດໂອກາດ​ໄປ​ທ່ຽວ​ປູຊະນີຍະສະຖານ​ເຫຼ່ົາ​ນີ້.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ເພື່ອ​ໃຫ້​ທ່ານ​ຜູ້​ຟັງ​ຈື່​ໄດ້​ຄັກ,​ເຮົາ​ຂໍ​ເວົ້າຕ່ືມ​ອີກ​ເທື່ອ​ຫນ່ຶງ​ພູ​ພຸດທະ​ສາສະນາ​ທີ່​ມີ​ຊື່​ສຽງ​ສ່ີ​ຫນ່ວຍ​ຂອງ​ຈີນ​ແມ່ນ​ພູ​ເອີ​​ເມ​ຊານ ພູ​ພຸດ​ໄທ ພູ​ອູ​ທາຍ​ຊານ ​ແລະ​ພູ​ຈີວຮວາ​ຊານ.