ຊາວຕ່າງປະເທດຫຼາຍຄົນເຊິ່ງລວມທັງຊາວລາວພວກເຂົາເຈົ້ານອກຈາກນິຍົມຊົມຊອບນອກຈາກປະຫວັດສາດທີ່ຍາວນານ 5 ພັນປີຂອງຈີນແລ້ວ,ຍັງຢາກຮູ້ ແພດສາດຈີນເປັນພິເສດ.ໃນສາຍຕາຂອງພວກເຂົາເຈົ້າ,ແພດສາດຈີນເລິກລັບທີ່ສຸດ
ໃນແພດສາດດັ້ງເດີມຂອງຈີນ,ແພດສາດເຜົ່າຮ້ານມີປະຫວັດດົນນານກວ່າຫມູ່,ມີບົດຮຽນພຶດຕິກຳແລະຄວາມຮູ້ທິດສະດີອຸດົມສົມທີ່ສຸດ
ແພດສາດຈີນໄດ້ກຳເນີດຢູ່ລ້ອງແມ່ນ້ຳເຫຼືອງຂອງຈີນ,ໄດ້ສ້າງລະບົບວິຊາການໃນສະໄຫມບູຮານ,ໃນຂະບວນວິວັດທະນາການເປັນເວລາດົນນານຂອງແພດສາດຈີນ,ທຸກສະໄຫມລ້ວນແຕ່ມີການປະດິດຄິດສ້າງຕ່າງກັນ,ແລ້ວປະກົດມີນາຍແພດຫຼາຍໆຄົນທີ່ມີຊື່ສຽງ,ໄດ້ປະກົດມີຝ່າຍວິຊາການແລະບົດປະພັນທີ່ສຳຄັນຢ່າງຫຼວງຫຼາຍ
ໃນຕົວຫນັງສືທີ່ຄວັດໃສ່ອອງເຕົ່າແລະກະດູກສັດລາຊະວົງອີງຊາງກ່ອນນີ້ 3000 ກວ່າປີ,ຈີນໄດ້ມີບົດບັນທຶກກ່ຽວກັບການປິ່ນປົວສາທາລະນະສຸກແລະພະບາດ 10 ກວ່າຊະນິດ.ໃນສະໄຫມລາຊະວົງໂຈວໄດ້ນຳໃຊ້ວິທີບົ່ງມະຕິພະຍາດຊະນິດຕ່າງໆເຊັ່ນ:ສັງເກດເບິ່ງ ຟັງ ຖາມແລະຈັບຊີບພະຈອນເປັນຕົ້ນແລະວິທີປິ່ນປົວຊະນິດຕ່າງໆເຊັ່ນ:ຢຸກຢາ ປັກເຂັມແລະຜ່າຕັດເປັນຕົ້ນ.ໃນສະໄຫມລາດຊະວົງຊິນແລະຮ້ານ,ໄດ້ຈໍ່ຕົວເປັນບົດປະພັນທີ່ມີທິດສະດີຕ່າງໆຢ່າງເປັນລະບົບ ຄືປຶ້ມຮວງຕີ້ໄນຈີງ.ປຶ້ມເຫຼັ້ມນີ້ແມ່ນບົດປະພັນຍອດຢ້ຽມກ່ອນຫມູ່ທີ່ມີທິດສະດີແພດສາດຈີນທີ່ເກັບຮັກສາໄວ້ໃນປະຈຸບັນ.ທິດສະດີວ່າດ້ວຍພະຍາດໄຂ້ທໍລະພິດແລະອື່ນໆທີ່ທ່ານຈັ່ງຈົ້ງຈິງແຕ່ງນັ້ນໄດ້ບັນລະຍາຍໂດຍຈຳເພາະກ່ຽວກັບຫຼັກການບົ່ງມະຕິພະຍາດແລະປິ່ນປົວພະຍາດຕ່າງໆ,ໄດ້ສ້າງພື້ນຖານການພັດທະນາໃຫ້ແກ່ແພດສາດການປົວພະຍາດສະໄຫມຫຼັງ.ວິຊາພະແນກສັນລະຍະກຳໃນລາຊະວົງຮ້ານໄດ້ມີລະດັບຂ້ອນຂ້າງສູງ,ຕາມການບັນທຶກຂອງເລື່ອງສາມກົກ,ທ່ານຮວາໂທ ນາຍແພດທີ່ມີຊື່ສຽງໄດ້ເລີ່ມນຳໃຊ້ມາເຟສານທີ່ເປັນຢາມຶນເຮັດໃຫ້ມືນຫມົດຕົນໂຕແລ້ວດຳເນີນການຜ່າຕັດພະແນກພາຍນອກຕ່າງໆ.
ຈາກລາດຊະວົງເວ້ຈິນເຫນືອໃຕ້(ເມື່ອຄ ສ ປີ 220 ຮອດປີ 589)ຮອດ5ຍຸກສະໄຫມລາຊະວົງຊຸຍຖ້າງ(ເມື່ອຄ ສ ປີ 581 ຮອດປີ 960),ການບົ່ງມະຕິພະຍາດດ້ວຍການຈັບຊີບພະຈອນໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ. ບົດປະພັນມ້າຍຈິງແປວ່າຊີບພະຈອນທີ່ທ່ານວາງຊູ້ເຮີ ນາຍແພດທີ່ມີຊື່ສຽງໃນລາຊະວົງຈິ້ນແຕ່ງນັ້ນໄດ້ຂ້ອນໂຮມປະກົດການຊີບພະຈອນ 24 ຊະນິດ,ປຶ້ມເຫຼັ້ມນີ້ບໍ່ພຽງແຕ່ມີຜົນສະທ້ອນຫຼາຍຕໍ່ແພດສາດຂອງຈີນເທົ່ານັ້ນ,ຫາກຍັງໄດ້ເຜີຍແຜ່ໄປຮອດຕ່າງປະເທດ. ພະແນກຕ່າງໆຂອງແພດສາດຫັນເປັນແບບວິຊາສະເພາະໃນສະໄຫມນີ້ໄດ້ນັບມື້ນັບສຸກງອມແລ້ວ ໃນການສຶກສາແພດສາດຂອງລາຊະວົງຊົ້ງ,ການສິດສອນປັກເຂັມໄດ້ມີການປະຕິຮູບຢ່າງຫຼວງຫຼາຍ.ທ່ານວາງເວອີໄດ້ແຕ່ງປຶ້ມຮູບທອງຄົນທີ່ຫມາຍຮູປັກເຂັມໃສ່, ພາຍຫຼັງມາ,ທ່ານຍັງໄດ້ອອກແບບຫຼໍ່ຮູບທອງຄົນສອງຄົນທີ່ໃຫຍ່ທໍ່ຄົນແທ້ ແລ້ວຫມາຍຮູປັກເຂັມໃສ່,ໃນເວລາສິດສອນ,ໃຫ້ນັກຮຽນເຝິກປັກເຂັມ.ການກະທຳດັ່ງກ່າວມີຜົນສະທ້ອນອັນໃຫຍ່ຫຼວງຕໍ່ການພັດທະນາວິຊາປັກເຂັມໃນສະໄຫມຫຼັງ. ຈົນຮອດລາຊະວົງມິງຄືຄ ສ 1368ຮອດ 1644,ມີນັກແພດສາດງວດຫນຶ່ງສະເຫນີໃຫ້ແຍກພະຍາດໄຂ້ທໍລະພິດກັບພະຍາດໄຂ້ແລະພາຍຸເປັນຕົ້ນອອກຈາກກັນ,ນັບມາຮອດລາຊະວົງເຊັງ,ວິຊາພະຍາດໄຂ້ໄດ້ຂະຫຍາຍໄປຮອດໄລຍະສຸກງອມ,ແລ້ວຈຶ່ງໄດ້ແຕ່ງບົດປະພັນວິຊາສະເພາະເຊັ່ນທິດສະດີວ່າດ້ວຍພະຍາດໄຂ້ເປັນຕົ້ນ.
ເລີ່ມແຕ່ລາຊະວົງມິງ,ແພດສາດຝ່າຍຕາເວັນຕົກໄດ້ແຜ່ຜາຍເຂົ້າມາຈີນ,ນັກແພດສາດງວດຫນຶ່ງມີເຈດຈຳນົງເຮັດໃຫ້ແພດສາດຈີນກັບແພດສາດຝ່າຍຕາເວັນຕົກເຊື່ອມໂຍງເຂົ້າກັນ,ທັງນີ້ໄດ້ກາຍເປັນສຽງຮຽກຮ້ອງກ່ອນຫມູ່ທີ່ຢາກເຮັດໃຫ້ແພດສາດຈີນກັບແພດສາດຝ່າຍຕາເວັນຕົກປະສານກັນໃນຍຸກປະຈຸບັນ
|