ທ່ານຂົງຈື້ເລີ່ມອາໃສຄວາມເມດຕາມາປົກຄອງລັດ,ຄັດຄ້ານການປາບປາມດ້ວຍກຳລັງອາວຸດ,ມີປີຫນຶ່ງ,ພາຍໃນລັດຫຼູໄດ້ເກີດເສິກສົງຄາມ,ເຮັດໃຫ້ສາມັນຊົນຖືກທໍລະມານ,ທະຍອຍກັນຫນີຈາກບ້ານເກີດເມືອງນອນໄປ,ເພື່ອຊອກຫາບ່ອນເພິ່ງພາອາໄສ.ທ່ານຂົງຈື້ຢ້ານຄອບຄົວຂອງເພິ່ນປະສົບເຄາະຮ້າຍ,ກໍ່ນຳພາຄອບຄົວແລະລູກສິດທີ່ທ່ານຮັກແພງຫຼາຍຄົນ,ຫນີນໄປຫຼີ້ໄພຢູ່ລັດຊີຢ່າງຟ້າງຟັ່ງ.ເຈົ້າຊີວິດລັດຊີໄດ້ຍິນທ່ານຂົງຈື້ມາຮອດລັດຊີແລ້ວ,ດີໃຈທີ່ສຸດ,ເພາະວ່າເຈົ້າຊີວິດຢາກພົບພໍ້ທ່ານຂົງຈື້ທີ່ມີຊື່ສຽງຜູ່ນີ້ແຕ່ດົນແລ້ວ,ສະນັ້ນ,ເຈົ້າຊີວິດອົງນີ້ໄດ້ຈັດພິທີຕ້ອນຮັບສູງສຸດຕໍ່ທ່ານຂົງຈຶ້,ເມື່ອໄດ້ຕິດຕໍ່ພົວພັນກັບທ່ານຂົງຈື້,ທ່ານຂົງຈື້ທີ່ມີຄວາມຮູ້ຫຼວງຫຼາຍ ມີຄວາມເຫັນເລິກເຊິ່ງແລະການວິເຄາະເລື່ອງຢ່າງເຖິງຖອງເຮັດໃຫ້ເຈົ້າຊີວິດລັດຊີໂຄລົບນັບມື້ຫຼາຍ,ສະເດັດເລີຍໃຫ້ທ່ານຂົງຈື້ພັກຢູ່ແຫ່ງນີ້ອີກຫຼາຍມື້,ຍ້ອນບ້ານເກີດເມືອງນອນຂອງທ່ານຂົງຈື້ພວມຢູ່ໃນເສິກສົງຄາມ,ທ່ານຂົງຈື້ບໍ່ມີບ່ອນເພິ່ງພາອາໄສ,ເພິ່ນກໍຍິນດີພັກຢູ່ລັດຊີ
ມີມື້ຫນຶ່ງ,ເຈົ້າຊີວິດລັດຊີເຊີນທ່ານຂົງຈຶ້ໄປຟັງດົນຕີ,ເມື່ອທ່ານຂົງຈື້ໄດ້ຍິນດົນຕີທີ່ຊື່ວ່າ ຊ້າວ,ດົນຕີແຕ່ງໄດ້ດີທີ່ສຸດ,ມີເນື້ອໃນບໍລິສຸດແລະມີທຳນອງອ່ອນໂຍນມ່ວນຫູບວກັບຜູ່ເສບມີສີມືດີເລີດ.ເຮັດໃຫ້ທ່ານຂົງຈື້ເພີດເພີນນຳດົນຕີດັ່ງກ່າວ.ໃນເວລານີ້ມີຄົນຜູ່ຫນຶ່ງຖາມທ່ານຂົງຈື້ວ່າ:ເມື່ອທ່ານຟັງບົດດົນຕີຊ້າວ,ກໍ່ໄດ້ຟັງດົນຕີອື່ນໆ,ໃນນັ້ນມີດົນຕີອູທີ່ມີຊື່ສຽງທີ່ສຸດ,ທ່ານເຫັນວ່າ,ແມ່ນດົນຕີຊ້າວມ່ວນຫຼືວ່າແມ່ນດົນຕີອູມ່ວນ? ທ່ານຂົງຈື້ຄິດບຶດຫນຶ່ງແລ້ວເວົ້າວ່າ:ທີ່ຈິງແລ້ວແມ່ນດົນຕີຊ້າວມ່ວນກວ່າ,ເພາະວ່າທຳນອງຂອງດົນຕີຊ້າວມ່ວນຫູ,ແລະມີເນື້ອໃນທັງກວ້າງທັງເລິກ,ສາມາດເວົ້າໄດ້ວ່າແມ່ນສົມບູນຈົບງາມທີ່ສຸດ,ແລະບໍ່ມີອັນຕິ,ສ່ວນດົນຕີອູກໍ່ແມ່ນດົນຕີທີ່ມີຊື່ສສຽງ,ແຕ່ເນື້ອໃນແລະທຳນອງຂອງດົນຕີອູພັດບໍ່ສົມບູນປານໃດ,ບໍ່ໄດ້ກ້າວເຖິງລະດັບທັງຈົບງາມຄືດົນຕີຊ້າວ.
ທີ່ຈິງແລ້ວ,ດົນຕີຊ້າວແລະດົນຕີອູລ້ວນແຕ່ແມ່ນດົນຕີທີ່ດີທີ່ສຸດ,ເພາະວ່າທ່ານຂົງຈື້ບໍ່ມັກເສິກສົງຄາມ,ຊັງໃຊ້ກຳລັງອາວຸດຍຶດເອົາປະເທດອື່ນ,ສະນັ້ນຈຶ່ງຮູ້ສຶກວ່າດົນຕີອູໃນສະໄຫມລາຊະວົງອູບໍ່ມ່ວນທໍ່ດົນຕີຊ້າວໃນສະໄຫມຢາວຊ້ວນ,ເຈົ້າຊີວິດແມ່ນໃຊ້ກຳລັງອາວຸດບຸກໂຈມຕີເຈົ້າຊີວິດໂຈ້ ແລ້ວຍາດແຍ່ງເອົາປະເທດອື່ນໆ,ສ່ວນດົນຕີ
ຊ້າວແມ່ນດົນຕີໃນສະໄຫມຢາວຊ້ວນ,ທ່ານຂົງຈຶ້ຝັກໃຝ່ເປັນພີເສດຕໍ່ຍຸກສະໄຫມທີ່ບໍ່ມີສົງຄາມແລະໂລກມີສັນຕິສຸກປາສະຈາກການເມືອງກຳລັງຮຸນແຮງຄືສະໄຫມຢາວຊ້ວນ.ສະນັ້ນ,ທ່ານຈຶ່ງພະຍາຍາມສຸດຂີດຍ້ອງຍໍສັນລະເສີນດົນຕີຊ້າວແມ່ນທັງຈົບທັງງາມ.
ທັງຈົບທັງລາມອອກຈາກປຶ້ມລວນຢູທີ່ຂຽນວ່າ,ດົນຕີຊ້າວທັງຈົບທັງງາມ,ສົມມຸດວ່າການກະທຳຫຼືເລື່ອງໄດ້ບັນລຸເຖິງລະດັບສົມບຸນ ຈຶ່ງວ່າທັງຈົບທັງງາມໄດ້
|