ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-25 14:07:42    
ຜູ່​ນຳ​ປາ​ເລັສ​ຕິນ​ພົບ​ປະ​ທູດ​ພິ​ເສດ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຂອງ​ຈີນ

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 24 ພະ​ຈິກ ຢູ່​ເມືອງ​ລາມາ​ລາ ຕົວ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍ​​ແດນ, ​ທ່ານ​ອັບ​ບັສ ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ຂອງ​ອົງ​ການ​ປົດ​ປ່ອຍ​ປາ​ເລັສຕິນ ທ່ານ​ຄູ​ໄລ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ປາ​ເລັສ​ຕິນ​ປົກຄອງ​ຕົນ​ເອງ ທ່ານ​ຟັດ​ຕູ ປະທານ​ຊົ່ວ​ຄາວ​ຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ແລະ​ທ່ານ​ຊາ​ອັສ ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ປາ​ເລັສ​ຕິນ​ໄດ້​ແຍກ​ອອກ​ພົບ​ປະ​ທ່ານ​ວາງ​ຊືເຈ ທູດ​ພິ​ເສດ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຂອງ​ຈີນ.

​ໃນ​ການ​ພົບ​ປະ,ຜູ່​ນຳ​ປາ​ເລັສ​ຕິນ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​​ເອົາ​ໃຈ​​ໃສ່​ແລະ​ໃຫ້ການ​ສະ​ຫນັບ​ສະ​ຫນູນ​​ແກ່ຝ່າຍ​ປາ​ເລັສ​ຕິນ ພາຍ​ຫລັງ​​ໄດ້ປາ​ເລັສ​ຕິນ​ເສຍ​ທ່ານ​ອາ​ລາ​ຟັດ.

ທ່ານ​ວາງ​ຊືເຈ​ກ່າວ​ລື້ມ​ວ່າ​ລັດ​ຖະບານ​ແລະ​ປະ​ຊາ​ຊົນ​ຈີນ​ສະ​ຫນັບ ສະ​ຫນູນ​ພາ​ລະ​ກິດ​ອັນເປັນ​ທຳ​ຂອງ​ປະ​ຊາ​ຊົນ​ປາ​ເລັສ​ຕິນ,ຫວັງ​​ໃຫ້​ສອງ​ຝ່າຍ​ປາ​ເລັສ​ຕິນ​ອິສ​ລະ​ແອນ​ຟື້ນ​ຟູ​ການ​ເຈລະຈາ​ສັນ​ຕິ​ພາບ​ໂດ​ຍ​ໄວບົນ​ພື້ນ​ຖານ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ, ຊຸກ​ຍູ້​ຂະ​ບວນວິວັດ​ສັນຕິພາບ.