|
![](/images/spacer.gif) |
(GMT+08:00)
2004-11-25 20:40:18
|
![](/images/shim.gif) |
ການຢ້ຽມຢາມລາວຂອງທ່ານເວີ່ນເຈ່ຍປາວແມ່ນການເຄື່ອນໄຫວການຕ່າງປະເທດທີ່ສຳຄັນຂອງຈີນຢູ່ປະເທດອ້ອມຂ້າງ
cri
Author: MO
ໃນກອງປະຊຸມຜິວຂ່າວຕໍ່ນັກຂ່າວໃນວັນທີ 24,ທ່ານອູຕ້າອຸຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນເວົ້າວ່າ,ທ່ານເວີ່ນເຈ່ຍປາວນາຍົກລັດຖະມົນຕີຈີນຈະເລີ່ມຢ້ຽມຢາມລາວນັ້ນແມ່ນການເຄື່ອນໄຫວການຕ່າງປະເທດທີ່ສຳຄັນຂອງຈີນໃນປີນີ້, ເພື່ອຂະຫຍາຍການພົວພັນກັບບັນດາປະເທດອ້ອມຂ້າງ. ກອງປະຊຸມຜູ່ນຳລະຫວ່າງຈີນກັບອາຊຽນຄັ້ງທີ 8 ກອງປະຊຸມຜູ່ນຳ ລະຫວ່າງອາຊຽນກັບຈີນ ຍີ່ປຸ່ນແລະສາທາລະນະລັດເກົາຫລີ ກອງປະຊຸມຜູ່ນຳຈີນ ຍີ່ປຸ່ນ ສາທາລະນະລັດເກົາຫລີຄັ້ງທີ 6 ຈະຈັດຂຶ້ນຢູ່ວຽງຈັນນະຄອນຫຼວງແຫ່ງ ສປປລາວແຕ່ວັນທີ 28 ຫາ ວັນທີ 30 ພະຈິກ,ທ່ານນາຍົກລັດຖະມົນຕີອຸ່ນເຈຍປາວຈະເຂົ້າຮ່ວມກອງປະຊຸມດ່ັງກ່າວນີ້,ແລະຈະຢ້ຽມຢາມລາວຢ່າງເປັນທາງການ.
ຕາມທ່ານອູຕ້າອຸຍ ເຜີຍໃຫ້ຮູ້ວ່າ,ທ່ານເວີ່ນເຈ່ຍປາວກັບຜູ່ນຳລາວຮ່ວມກັນທົບທວນແລະສະຫຼຸບການພົວພັນໄມຕິຈິດຖານບ້ານໃກ້ເຮືອນຄຽງແລະການຮ່ວມມືລະ ຫວ່າງສອງປະເທດ,ແລະແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການຊຸກຍູ້ການແລກປ່ຽນແລະການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ,ແລະຍົກລະດັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດໃຫ້ສູງຂຶ້ນ.
ໃນໄລຍະການຢ້ຽມຢາມ,ທ່ານອຸ່ນເຈຍປາວຈະພົບປະທ່ານຄຳໄຕ ສີພັນດອນ ປະທານພັກປະຊາຊົນປະຕິວັດ ປະທານປະເທດລາວແລະເຈລະຈາກັບທ່ານບຸນຍັງ ວໍລະຈິດ ນາຍົກລັດຖະມົນຕີລາວ ພົບປະທ່ານສະຫມານ ວິຍາເກດ ປະທານສະພາແຫ່ງຊາດລາວ,ສອງຝ່າຍຍັງຈະເຊັນສັນຍາຮ່ວມມືເສດຖະກິດເຕັກນິກລະຫວ່າງປະເທດທັງສອງແລະເອກະສານຮ່ວມມືເສດຖະກິດການຄ້າລະຫວ່າງສອງປະເທດຫຼາຍສະບັບ.
ກ່ຽວກັບກອງປະຊຸມຜູ່ນຳອາຊຽນຈີນໃນປີນີ້,ທ່ານອູຕ້າອຸຍເວົ້າວ່າ,ຫົວຂໍ້ກອງປະຊຸມແມ່ນເຮັດໃຫ້ການພົວພັນຫມູ່ຄູ່ຍຸດທະສາດລະຫວ່າງຈີນອາຊຽນລົງສູ່ລວງເລິກ,ຝ່າຍຈີນຈະຕັ້ງຫນ້າຕີລາຄາຜົນຄືບຫນ້າຮ່ວມມືລະຫວ່າງສອງຝ່າຍໃນຫນ່ຶງປີທີ່ຜ່ານມາ,ແລະສະເຫນີຂ້ໍສະເຫນີລະອຽດທີ່ຊຸກຍູ້ການຮ່ວມມືໃຫ້ຂະຫຍາຍຕົວ ຕື່ມອີກ.ລວມທັງເພ່ີມທະວີການຮ່ວມມືພະລັງງານແລະການແລກປ່ຽນຊາວຫນຸ່ມ.
ທ່ານຍັງເວົ້າວ່າ,ກອງປະຊຸມຍັງຈະປະກາດແຜນດຳເນີນງານທີ່ຈັດຕັ້ງປະຕິບັດ ຄຳຖະແຫຼງການຮ່ວມລະຫວ່າງອາຊຽນຈີນກ່ຽວກັບການພົວພັນຫມູ່ຄູ່ຍຸດທະສາດ ອວ່າຍຫນ້າໄປສູ່ສັນຕິພາບແລະຈະເລີນຮຸ່ງເຮືອງ. ວາງແຜນຮ່ວມມືລະຫວ່າງສອງຝ່າຍໃນ 5 ປີຂ້າງຫນ້າ,ສອງຝ່າຍຍັງຈະເຊັນເອກະສານສຳຄັນຫຼາຍສະບັບ ລວມທັງສັນຍາການຄ້າສິນຄ້າລະຫວ່າງຈີນອາຊຽນ ສັນຍາກົນໄກແກ້ໄຂຂໍ້ວິວາດທີ່ກ່ຽວຂ້ອງແລະບົດບັນທຶກກັນລືມການຮ່ວມມືດ້ານຄົມມະນາຄົມລະຫວ່າງຈີນອາຊຽນ.
ກ່ຽວກັບກອງປະຊຸມຜູ່ນຳອາຊຽນກັບຈີນສ.ເກົາຫລີແລະຍ່ີປຸ່ນໃນປີນີ້, ທ່ານອູຕ້າອຸຍເວົ້າວ່າ, ຫົວຂໍ້ຂອງກອງປະຊຸມແມ່ນເພີ່ມທະວີການຮ່ວມມື 10 ບວກ 3 ,ທ່ານອຸ່ນເຈຍປາວຈະກ່າວຄຳປາໄສສຳຄັນໃນກອງປະຊຸມ,ຝ່າຍຈີນຈະບັນລະຍາຍເຈດຈຳນົງພື້ນຖານກ່ຽວກັບການຮ່ວມມື 10 ບວກ 3 ,ແລະຕັ້ງຫນ້າຕີລາຄາຜົນຄືບຫນ້າທີ່ໄດ້ຮັບແຕ່ດຳເນີນການຮ່ວມມືມານີ້,ກອງປະຊຸມຍັງຈະເຈາະຈົງຫາລືທິດຂະຫຍາຍການຮ່ວມມື 10 ບວກ 3 ,ຝ່າຍຕ່າງໆລ້ວນແຕ່ເຫັນດີຈະຖືເອົາການສ້າງປະຊາຄົມອາຊີຕາເວັນອອກເປັນເປົ້າຫມາຍຍາວໄກຂອງການຮ່ວມມື10 ບວກ 3.
ທ່ານອູຕ້າອຸຍເວົ້າວ່າ,ໃນກອງປະຊຸມຜູ່ນຳ 3 ປະເທດຈີນ ຍີ່ປຸ່ນແລະສາທາລະນະລັດເກົາຫລີເຊີ່ງຝ່າຍຍີ່ປຸ່ນເປັນປະທານ 3 ຝ່າຍຈະແລກປ່ຽນຄວາມເຫັນກ່ຽວກັບການຮ່ວມມືລະຫວ່າງຈີນຍ່ີປຸ່ນສາທາລະນະລັດເກົາຫລີ ການຮ່ວມມືອາຊີຕາເວັນອອກແລະສະຖານະການສາກົນແລະພາກພື້ນ,ຜູ່ນຳ 3 ປະເທດຍັງຈະປະກາດຍຸດທະສາດດຳເນີນງານຂອງການຮ່ວມມືລະຫວ່າງ 3 ປະເທດຈີນ ຍີ່ປຸ່ນ ສາທາລະນະລັດເກົາຫລີ,ແລະຕົກລົງທິດທາງຊີ້ນຳການຮ່ວມມືລະອຽດຂອງ 3 ປະເທດໃນຂົງເຂດຕ່າງໆ,ແລະຍັງໄດ້ຮັບຮອງບົດລາຍງານຜົນຄືບຫນ້າຂອງການຮ່ວມມືລະຫວ່າງຈີນຍ່ີປຸ່ນ ສາທາລະນະລັດເກົາຫລີ.
ກອງປະຊຸມຜູ່ນຳອາຊຽນຈີນ ກອງປະຊຸມຜູ່ນຳອາຊຽນກັບຈີນ ສເກົາຫຼີ ຍີ່ປຸ່ນແລະກອງປະຊຸມຜູ່ນຳຈີນຍີ່ປຸ່ນສາທາລະນະລັດເກົາຫລີລ້ວນແຕ່ມີຈຸດປະສົງຢາກເສີມສ້າງກົນໄກສົນທະນາ ການຮ່ວມມືໃນພາກພື້ນແຫ່ງນີ້, ຢູ່ໃຕ້ຂອບ10 ບວກ 1 , ຈີນກັບອາຊຽນໄດ້ສ້າງການພົນພັນຫມູ່ຄູ່ຍຸດທະສາດແລ້ວ,ການຮ່ວມມືລະຫວ່າງ 10 ບວກ 3 ໄດ້ສ້າງກົນໄກການຮ່ວມມືລະດັບລັດຖະມົນຕີ12; ຂົງເຂດຄືການຕ່າງປະເທດ ເສດຖະກິດແລະການເງິນເປັນຕົ້ນ, ໃຕ້ຂອບການພົບປະສະໄຫມສາມັນຂອງຜູ່ນຳຈີນ ຍີ່ປຸ່ນ ແລະສາທາລະນະລັດເກົາຫລີ 3ປະເທດໄດ້ເພີ່ມທະວີການປະສານງານດ້ານນະໂຍບາຍໃນພາກພື້ນເພື່ອຊຸກຍູ້ສະຖຽນລະພາບແລະການພັດທະນາໃນພາກພື້ນແຫ່ງນີ້.
|
|
|