ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-25 21:46:44    
ຈີນ​ເຂົ້າ​ຮ່ວມ​ແຜນການ​ແກ​ລິວ ຈະ​ເຮັດ​ໃຫ້​ສອງ​ຝ່າຍ​ຈີນ​ເອີ​ລົບ​ຕ່າງ​ໄດ້​ຮັບຜົນ​ປະ​ໂຫຍດ.

cri

ສະຫະພາບ​ເອີ​ລົບ​ພວມ​ກຽມສ້າງ​ລະບົບ​ກຳນົດ​ໂຄຈອນ​ນຳ​ທາງ​ດາວ​ທຽມ​ທົ່ວໂລກ​ທີ່​ໃຊ້​ດ້ານ​ພົນລະ​ເຮືອນ​ແຫ່ງຫນ່ຶງ​ຄື:​ແຜນການ​ແກ​ລິວ.ປີ​ກາຍ,ຈີນ​ໄດ້​​ເຊັນ​ສັນຍາ​ການ​ຮ່ວມ​ມືກ່ຽວ​ກັບ​ແຜນການ​​ແກ​ລິວ​ກັບ​ສະຫະພາບ​ເອີ​ລົບ,​ແລະ​ຍັງ​ໄດ້​ເຊັນ​ສັນຍາ​ການ​ຮ່ວມ​ມື​ກ່ຽວ​ກັບ​ເຕັກນິກ​ໃນ​​ເດືນອ ຕຸລາ ປີ​ນີ້,​ໃນ​ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ທ່ານ​ຈາງ​ໂກະ​ເຊິ​ງ ຮອງ​ຫົວຫນ້າ​ສູນ​ຄວບ​ຄຸມ​ທາງ​ໄກ​ແຫ່ງ​ຊາດ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂອງ​ວິທະຍຸ​ສາກົນ​ເຮົາ​ນັ້ນ,ທ່ານ​ຊີ້​ອອກ​ວ່າ,ຈີນ​ເຂົ້າ​ຮ່ວມ​ແຜນການ​ແກ​ລິວ​ແມ່ນ​ໃຊ້​ເຂົ້າ​ໃນ​ຈຸດປະສົງ​ພົນລະ​ເຮືອນ​ລ້ວນໆ,ທ່ານ​ເຫັນ​ວ່າ​ຈີນ​ເຂົ້າ​ຮ່ວມ​ຈະ​ເຮັດ​ໃຫ້​ສອງ​ຝ່າຍ​ຈີນ​​ເອີ​ລົບ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.ຕໍ່​ໄປ​ເຊີນ​ທ່ານ​ຟັງ​ບົດສະ​ເຫນີລະອຽດ.


ແຜນການ​ແກ​ລິວ​ແມ່ນ​ແຜນການ​ຄົ້ນຄວ້າ​ວິທະຍາສາດ​ລາຍ​ຫນ່ຶງ​ທີ່​ສະຫະພາບ​ເອີ​ລົບ​ໄດ້​ອະນຸມັດ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2002,ຈຸດປະສົງ​ແມ່ນ​ເພື່ອ​ສ້າງ​ລະບົບ​ກຳນົດ​ໂຄຈອນ​ພາທາງ​ດາວ​ທຽມ​ທ່ົວ​ໂລກ​ທີ່​ໃຊ້​​ໃນ​ດ້ານ​ພົນລະ​ເຮື​ອນ​ແ​ຫ່ງນ່ຶງ,ທ້າຍ​ເດືອນ​ຕຸລາ ປີ 2003 ,ຈີນ​ໄດ້​ເຊັນ​ສັນຍາ​ການ​ຮ່ວມມື​ກ່ຽວ​ກັບ​ແຜນການ​ແກ​ລິວ​ກັບ​ສະຫະພາບ​ເອີ​ລົບ,​ໄດ້​ກາຍ​ເປັນ​ປະ​ເທດສະມາຊິກຂອງ​ສະຫະພາບ​ເອີ​ລົບ​ປະ​ເທດ​ທຳ​ອິດ​ຂອງ​ແຜນການ​ດ່ັງກ່າວ​ນີ້.


ໂດຍ​ຕາມ​ສັນຍາ​ສະບັບ​ນີ້,ຈີນ​ລົງທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ແລະ​ສ້າງ​ລະບົບ​​ແຜນການ​ແກ​ລິວ,​ໃນ​ຫວ່າ​ງມໍ່ໆ​ນີ້,​ໃນ​ເວລາ​ທ່ານ​ຈາງ​ໂກະ​ເຊີງ​ ຮອງ​ຫົວາ​ຫນ້າ​ສູງ​ຄວບ​ຄຸມ​ທາງ​ໄກ​ແຫ່ງ​ຊາດ​ຈີນໃຫ້​ສຳພາດ​ໂດຍ​ຈຳ​ເພາະ​ຕໍ່​ນັກ​ຂ່າວ​ຂອງ​ວິ​ທະ​ຍຸ​ສາກົນ​ເຮົາຊີ້​ອອກ​ວ່າ,ຈີນ​ມີ​ຕະຫຼາດ​ອັນ​ກວ້າງ​ຂວາງ​ທີ່​ນຳ​ໃຊ້​ລະບົບ​ພາ​ທາງ​ດາວ​ທຽ​ມທ່ົວ​ໂລກ,ມີ​ໂອກາດ​ການ​ຄ້າ​ອັນ​ມະຫາສານ,ຈີນ​ເຂົ້າ​ຮ່ວມ​ແຜນການ​ແກ​ລິວ​ຈະ​ເຮັດ​ໃຫ້​ສອງ​ຝ່າຍ​ຈີນ​​ເອີ​ລົບ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ,ທ່ານ​ເວົ້າ​ວ່າຖ້າວ່າ​ແຜນການ​ແກ​ລິວ​ຂອງ​ເອີ​ລົບ​ຢາກ​ເຂົ້າ​ສູ່​ຕະຫຼາດ​ຈີນ,​ແຕ່​ນີ້​ເປັນ​ຕົ້ນ​ໄປ,ຮ່ວມ​ມື​ກັບຈີນ​ແມ່ນ​ມີ​ຜົນ​ດີ​ທີ່​ສຸດ,​ເພາະວ່າ​ຕະຫຼາດ​ສື່ສານ​ບໍ່ມີ​ສາຍ​ຂອງ​ຈີນ​ແມ່ນ​ພັດທະນາ​ໄວ​ທີ່​ສຸດ​ໃນ​ທົ່ວ​​ໂລກ,ພ້ອມ​ກັນ​ນັ້ນ,​ໂດຍ​ຜ່ານ​ເຂົ້າ​ຮ່ວມ​ແຜນການ​ດ່ັງກ່າວ​ນີ້,​ໄດ້​ສາ້ງ​ໂອກາດ​ທີ່​ສະ​ແດງ​ຕົນ​ເອງ​ໃຫ້​ແກ່​ວິ​ສາຫະກິດ​ຈີນ,ສອງ​ຝ່າຍ​ສະ​ເຫມີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​​ແລະ​ແມ່ນ​ການ​ພົວພັນ​ເປັນ​ຫມູ່​ຄູ່ທີ່​ມີ​ສິດສະ​ເຫມີ​ພາບ​ກັນ.


ປະຈຸ​ບັນ​ນີ້,ລະບົບ​ກຳນົດ​ໂຄຈອນ​ພາ​ທາງ​ດາ​ວທຽມ​ທ່ົວ​ໂລກ​ທີ່ນຳ​ໃຊ້​ຢ່າງ​ກວ້າງ​ຂວາງ​ໃນ​ໂລກ​ແມ່ນ​ລະບົບ​ກຳນົດ​ໂຄຈອນ​ພາ​ທາງ​ດາວ​ທຽມ​ທ່ົວ​ໂລ​ກ​ຂອງ​ອາ​ເມ​ລິ​ກາ.ລະບົບ​ດ່ັງກ່າວ​ນີ້​ມີ​ຂ້ໍ​ຕົກ​ພົກພ່ອງ​ແມ່ນ​ຄວາມ​ສາມາດ​ຕ້ານຄື້ນລົບ​ກວນ​ອ້ອນ,ຫາກ​ອາ​ເມ​ລິ​ກາ​ເພື່ອ​ຮັບປະກັນພ່ີ​ມທະວີ​ການ​ໃຊ້​ໃນການທະຫານ,ອາດ​ຈະ​​ເຊົາການ​ໃຊ້ດ້ານ​ພົນລະ​ເຮືອນ​ບາງ​ຄາວ​.


ແຜນການ​ແກ​ລິວ​ກໍ່​ແມ່ນ​ເພື່ອ​ຫວັງ​ວ່າ​ຕາບ​ຈູ​ນຊ່ອງ​ຫວ່າງຂອງ​ລະບົບກຳນົດ​ໂຄຈອນ​ພາ​ທາງ​ດາວ​ທຽມ​ທ່ົວ​ໂລກ​ຂອງ​ອາ​ເມ​ລິ​ກາ,​ເນື່ອງ​ຈາກລະບົບ​ແຜນການ​ແກ​ລິວ​ໄດ້​ໃຊ້​ເຕັກນິກ​ໃຫມ່,ພາຍຫລັງ​ທ່ົວ​ລະບົບ​ເລ່ີ​ມ​ເຮັດ​ວຽກ​ແລ້ວ​ຈະ​ສະ​ເຫ​ນີສັນ​ຍາ​ທີ່​ມີ​ຄວາມ​ຢອດ​ຢ້ຽມ​ລະອຽດ​ກວ່າ​ເກ່ົາ​ແລະ​ຫມັ້ນ​ທ່ຽງ​ກວ່າ​ເກ່ົາ,ສະ​ນັ້ນ,ຈ່ິງ​ມີ​ອະ​ນາຄົດ​ອັນ​ກວ້າງຂວາງ​ໃນ​ດ້ານ​ການບິນ ​ໂທລະ​ຄົມ​ສື່ສານ​ເຄື່​ອນທີ່​ເປ​ັນຕົ້ນ.


ຕາມ​ສະ​ເຫ​ນີ​ໃຫ້​ຮູ້​ວ່າ,ລະບົບ​ແຜນການ​ແກ​ລິວ​ໄດ້​ປະກອບ​ດ້ວຍ​ດາ​ວທຽມ 30 ດວງ,ດາວ​ທຽມ​ແຈກ​ຢາຍຫນ້າ​ 3 ໂຄຈອນທີ່​ຫ່າງ​ຈາກ​ຫນ້າດິນ​ທີ່​ມີ​ລະດັບ​ສູງ 24 ພັນ​ກິ​ໂລ​ແມັດ​ຢ່າງ​ສະຫມ່ຳສະ​ເຫມີ​ກັນ,​ແຕ່​ລະ​ຫນ້າ​ໂຄຈອນ​ມີ​ດາວ​ທຽມ 10 ດວງ,9 ດວງ​ເຮັດ​ວຽກ​ງານ​ຢ່າງ​ເປັນ​ປົກກະຕິ 1 ດວງ​ຫມູນ​ເດີນ​ເພື່ອ​ແຮ່​ໄວ້,ຍອດ​ຈຳນວນ​ງົບປະມານ​ຂອງ​ແຜນການ​ແກ​ລິ​ວ​ແມ່ນ 3 ຕື້ 500 ລ້ານ​ເງິນ​​ເອີ​ໂລ,ກະ​ວ່າທ່ົວ​ລະບົບ​​ເລ່ີ​ມຫມູນ​ເດີນ​ໃນ​ປີ 2008.


ພາຍຫລັງ​ຈີນ​ກັບ​ສະຫະພາບ​ເອີ​ລົບ​ໄດ້​ເຊັນ​ສັນຍາ​ການ​ຮ່ວມ​ມື​ຂອງ​ແຜນການ​ແກ​ລິວ​ໃນ​ປີ​ກາຍ​ແລ້ວ,​ເດືອນ​ຕຸລາ ປີ​ນີ້,ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ​ການ​ຮ່ວມ​ມື​ເຕັກນິກອີກ​ດ້ວຍ.​ໄດ້​ຕົກລົງ​ສິດ​ແລະ​ພັນທະ​ຢ່າງ​ລະອຽດ​ຂອງ​ຈີນ​ໃນ​ດ້ານ​ເຂົ້າ​ຮ່ວມ​ການ​ຄວບ​ຄຸມ​ແຜນການ​ແກ​ລິວ ພັດທະນາ​ໂຄງການ​ເປັນ​ໄລຍະ​ແລະ​ສະ​ເຫ​ນີ​ເງິນ​ທຶນ​ເປັນ​ຕົ້ນ,​ແລະ​ເຮັດ​ໃຫ້​ຈີນ​ຮູ້​​ໂຄງ​ຮ່າງ​ຄວບ​ຄຸມ​ໄດ້​ຢ່າງ​ຈະ​ແຈ້ງ​ທີ່​ເຂົ້າ​ຮ່ວມ​ແຜນການ​ແກລິວ,ທ່ານ​ຈາງ​ໂກະ​ເຊິ​ງ ຮອງ​ຫົວຫນ້າ​ສູນ​ຄວບ​ຄຸມ​ທາງ​ໄກ​ແຫ່ງ​ຊາດ​ຈີນ​ສະ​ເຫ​ນີ​ໃຫ້​ຮູ້​ວ່າ ປະຈຸ​ບັນ​ນີ້,ການ​ຮ່ວມ​ມື​ກ່ຽວຂ້ອງ​ໄດ້​ເຂົ້າ​ສູ່​ໄລຍະ​ປະຕິບັດ​ຢ່າງ​ລະອຽດ​ແລ້ວ

ລະບົບ​ແກລິວ​ຂອງ​​ເອີລົບ​ແມ່ນ​ໃຊ້​ໃນ​ດ້ານ​ພົນລະ​ເຮືອນ,ຈີນ​ເຂົ້າ​ຮວ່ມ​ໄດ້​ສະຫນັບ ສະ​ຫນູນ​ສະຫະພາບ​ເອີ​ລົບ​ຫຼາຍ​ທີ່​ສຸດ,ປະຈຸ​ບັນ​ນີ້,ຄຳ​ຫມັ້ນ​ສັນຍາ​ຂອງ​ພວກ​ເຮົາ​ແມ່ນຈ່າຍ​ 200 ລ້ານ​ເງິນ​​ເອີ​ໂລ​ເຂົ້າ​ຮ່ວມ​ໂຄງການ​ຮ່ວມ​ມື​ດ່ັງກ່າວ​ນີ້.


​ໃນ​ຫຼາຍ​ປີ​ມາ​ນີ້,ການ​ຮ່ວມ​ມື​ລະຫວ່າງ​ຈີນ​​ເອີ​ລົບ​ໃນ​ຂົງ​ເຂດ​ເຕັກ​ຈິກແລະ​ນຳ​ໃຊ້
ດ້ານ​ອະວະກາດ​ນັບ​ມື້​ນັບ​ລົງ​ສູ່​ລວງ​ເລິກ,ທ່ານ​ຈາງ​ໂກະ​​ເຊິ​ງ ຊີ້​ອອກ​ວ່າ,​ເນື່ອງ​ຈາກ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ,​ເຮັດ​ໃຫ້​ແຜນການ​ແກ​ລິວທົງ​ຫມົດ​ມີ​ກຳລັງ​ຊີວິດ​ຊີວາ ທ່ານ​ກ່າວ​​ເນັ້ນ​ພິ​ເສດ​ວ່າ,ຈີນ​ເຂົ້າ​ຮ່ວມລະບົບ​ແຜນການ​ແກລິວ,​ແມ່ນ​ໃຊ້​ເຂົ້າ​ໃນ​ຈຸດປະສົງ​ພົນລະ​ເຮືອນ​ລ້ວນໆ,​ເພາະວ່າ,ລະບົບ​ແກລິວ​ໃນ​ຖານ​ເປັນ​ລະບົບ​ກຳ​ນົດ​ໂຄຈອນ​ພາ​ທາງ​ດາວ​ທຽມ​ທ່ົວ​ໂລກ​ຍຸກ​ສະ​ໄຫມ​ໃຫມ່,ບໍ່​ພຽງ​ແຕ່​ມີ​ອະນາຄົດ​ນຳ​ໃຊ້ອັນ​ກວ້າງຂວາງ​ໃນ​ຂົງ​ເຂດ​ການບິນ​ພົນລະ​ເຮື​ອນ ທາງ​ລົດ​ໄຟ ທານ​ນ້ຳ ທາງ ຫຼວງ​ແລະ​ໂທລະ​ຄົມ​ສື່ສານ​ເຄື່ອນທີ່​ຂອງ​ຈີນ​ເປັນ​ຕົ້ນ,ຫາກ​​ເຂົ້າ​ຮ່າວ​ມ​​ແຜນການ​​ແກ​ລິວ​ແລ້ວ,ຍັງ​ຈະ​ສະ​ເຫ​ນີ​ໂອກາດພັດທະນາ​ອັນ​ດີງາມ​ໃຫ້​ອຸດສາ​ຫະກຳ​ກ່ຽວຂ້ອງ​ຂອງ​ຈີນ​ອີກ​ດ້ວຍ.