ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 09:45:55    
ໄທ

cri

ລາຊະອະນາຈັກໄທມີເນື້ອທ່ີທັງຫມົດ 5 ແສນ 1 ຫມື່ນ 3 ພັນ 115
ຕາຕະລາງກິໂລແມັດ. ຕັ້ງຢູ່ອາຊີອາຄະເນ, ຕັ້ງນະຄອນຫລວງຢູ່ບາງ
ກອກ.ພາຍຕາເວັນຕົກແລະພາກຕາເວັນຕົກສຽງເຫນືອຕໍ່ແດນກັບມຽນມາ, ພາກຕາ
ເວັນອອກສຽງເຫນືອຕໍ່ແດນກັບລາວ, ພາກຕາເວັນອອກສຽງໃຕ້ຕິດກັບກຳປູເຈຍ, ດິນ
ແດນເຈືອລະເນືອໄປສູ່ທິດໃຕ້ຈົນຮອດແຫລມມາລາຢູ.ຕໍ່ກັບມາເລເຊຍ, ພາກສ່ວນທີ່
ແຄບຢູ່ລະຫວ່າງມະຫາສະຫມຸດອິນເດຍແລະມະຫາສະຫມຸດປາຊີຟິກ.

ໄທມີປະຊາກອນ 60 ລ້ານກວ່າຄົນ, ອັດຕາເພີ່ມທຳມະຊາດແມ່ນ 1%.ອາຍຸສະເລ່ຍ
ຂອງປະຊາກອນທົ່ວປະເທດແມ່ນ:ຜູ່ຍິງ 75 ປີ,ຜູ່ຊາຍ 70 ປີ, ທົ່ວປະເທດມີ 30 ກວ່າ
ຊົນເຜົ່າ, ຕົ້ນຕໍແມ່ນເຜົ່າໄທ ເຜົ່າອື່ນຍັງມີເຜ່ົາລາວ ເຜົ່າມາລາຢູ ເຜ່ົາຂະເຫມນ
ເປັນຕົ້ນ.ພາສາໄທແມ່ນພາສາກາງ.ຖືສາສະຫນາພຸດເປັນສາສະຫນາປະຈຳຊາດ.

ໃນປະຫວັດສາດ, ໄທເຄີຍມີຊື່ວ່າສະຫຍາມ.ເມື່ອປີ ຄ.ສ. 1238 ໄດ້ສ້າງຕັ້ງອາຈາຈັກ
ສຸກໂຂໄທ.ໃນສະຕະວັດທີ 16 ເຄີຍຖືກປອກຕຸຍການ ໂຮນລັງ ອັງກິດແລະຝຣັ່ງຮຸກ
ຮານເປັນລຳດັບ.ໃນທ້າຍສັດຕະວັດທີ 19, ເຈົ້າຊີວິດລັດຊະການທີຫ້າຂອງລາຊະວົງ
ບາງ ກອກໄດ້ຮັບເອົາບົດຮຽນຈາກຝ່າຍຕາເວັນຕົກຢ່າງຫລວງຫລາຍ,ແລ້ວໄດ້ດຳ
ເນີນການປະຕິຣູບທາງສັງຄົມ.ປີ 1896 ອັງກິດແລະຝຣັ່ງໄດ້ເຊັນສົນທິສັນຍາ,ກຳນົດ
ໄວ້ວ່າ, ສະຫຍາມແມ່ນປະເທດກັນຊົນຢູ່ລະວຫ່າງມຽນມາທີ່ຂຶ້ນກັບອັງກິດແລະອິນ
ໂດຈີນທ່ີຂຶ້ນກັບຝຣັ່ງ,ສະຫຍາມໄດ້ກາຍເປັນປະເທດດຽວທີ່ບໍ່ໄດ້ຕົກເປັນເມືອງຂຶ້ນ
ໃນອາຊີອາຄະເນ.ໃນເດືອນມິຖຸນາປີ 1932 ພັກປະຊາຊົນໄດ້ກໍ່ການລັດຖະປະຫານ, ແລ້ວສ້າງລະບບອການປົກຄອງໃຫ້ລາຊາຢູ່ໃຕິລັດຖະທຳມະນູນ.ປີ 1938 ຫລວງພິ
ບຸນສົງຄາມຄອງອຳນາດ,ເດືອນມິຖຸນາປີ 1939 ປ່ຽນຊື່ເປັນປະເທດໄທ,ເຊິ່ງມີຄວາມ
ຫມາຍວ່າ,ແດນແຫ່ງອິດສະຫລະ.ປີ 1941 ໄທຖືກຍີປຸ່ນຍຶດຄອງ, ໄທປະກາດເຂົ້າ
ຮ່ວມກຸ່ມປະເທດອັກສະ.ປີ 1945 ໄທໄດ້ໃຊ້ຊື່ສະຫຍາມຄືນອີກ.ໃນເດືອນພຶດສະພາ
ປີ 1949 ໄດ້ປ່ຽນຊື່ເປັນປະເທດໄທອີກ.

ໄທເປັນປະເທດລະບອບລາຊາຢູ່ໃຕ້ລັດຖະທຳມະນູນ,ເຈົ້າຊີວິດແມ່ນປະມຸກລັດແລະ ຈອມທັບສູງສຸດຂອງກອງປະຊຸມກອບອາວຸດລາຊາອະນາຈັກ.ເຈົ້າຊີວິດດຳລົງໃຊ້ອຳ
ນາດນິຕິບັນຍັດ ອຳນາດບໍລິຫານແລະອຳນາດຕຸລາການໂດຍຜ່ານລັດຖະສະພາ
ຄະນະລັດຖະບານແລະສານ,ລັດຖະສະພາປະຕິບັດລະບອບສອງສະພາ,ຄືວຸດທິສະ
ພາແລະສະພາຜູ່ແທນລາສະດອນ.ໃນວັນທີ 11 ກຸມພາປີ 1995 ລັດຖະທຳມະນູນສະ
ບັບໃຫມ່ຂອງໄທໄດ້ປະກາດບັງເກີດຜົນສັກສິດ.

ໃນດ້ານເສດຖະກິດ, ໄທໄດ້ປະຕິບັດນະໂຍບາຍເສດຖະກິດເສລີເປັນຫລັກ,ສ່ົງເສີມ
ໃຫ້ສ່ວນຕົວບຸກຄົນລົງທຶນແລະແກ່ງແຍ່ງກັນ, ປົວແປງສະພາບແວດລ້ອມການລົງ
ທຶນໃຫ້ດີຂຶ້ນ, ອອກແຮງນຳເອົາທຶນຕ່າງປະເທດແລະເຕັກນິກເຂົ້າມາ, ພະຍາຍາມ
ເປີດກວ້າງການສົ່ງອອກ.ນອກນີ້ ກໍ່ຕັ້ງຫນ້າເຂົ້າຮ່ວມການຮ່ວມມືເສດຖະກິດພາກ
ພື້ນ, ໄດ້ເຂົ້າຮ່ວມອົງການອາເປັກແລະເຂດການຄ້າເສລີອາຊຽນ,ແລະເຂົາຣ່ວມການ
ຮ່ວມມືອະນຸພາກພື້ນແມ່ນ້ຳຂອງຢ່າງຕັ້ງຫນ້າ.ໄທມີຊັບພະຍາກອນທຳມະຊາດອຸດົມ
ສົມບູນ, ການທ່ອງທ່ຽວແມ່ນແຫລ່ງລາຍໄດ້ເປັນເງິນຕາຕ່າງປະເທດທີ່ສຳຄັນຂອງ
ໄທ,ການທ່ອງທ່ຽວໄດ້ຮັບການພັດທະນາຢ່າງແຂງແຮງແລະວ່ອງໄວ,ເຮັດໃຫ້ໄທໄດ້ ້ກາຍເປັນແຫລ່ງທ່ອງທ່ຽວແຫ່ງຫນຶ່ງທ່ີມີຊື່ສຽງໃນໂລກ.

ໃນດ້ານການສຶກສາ, ລັດຖະບານໄທໄດ້ລົງທຶນຫລາຍຂຶ້ນສູ່ປີເຂົ້າໃນການສຶກສາວິ
ຊາຊີບ.ມີໂຮງຮຽນວິຊາຊີບແລະເຕັກນິກ 244 ຫລັງຂຶ້ນກັບກະຊວງສຶກສາທິການ
ຂອງໄທໂດຍກົງ, ໃນນັ້ນ ມີໂຮງຮຽນເຕັກນິກກະສິກຳ 86 ຫລັງ ໂຮງຮຽນເຕັກນິກ
ອຸດສາຫະກຳ 62 ຫລັງ, ໂຮງຮຽນເຕັກນິກການຄ້າ 52 ຫລັງ ໂຮງຮຽນເຕັກນິກ
ການທ່ອງທ່ຽວ 50 ຫລັງແລະໂຮງຮຽນສິລະປະຈິດຕະກຳ 34 ຫລັງ.ມະຫາວິະທະ
ຍາໄລທ່ີມີຊື່ສຽງມີ:ມະຫາວິທະຍາໄລຈຸລາລົງກອນ ມະຫາວິທະຍາໄລທຳມະສາດ
ມະຫາວິທະຍາໄລມະຫິດົນ ມະຫາວິທະຍາໄລສີນະຄອນລິນວິໂລດແລະສະຖາບັນ
ເຕັກໂນໂຢຈີແຫ່ງອາຊີເປັນຕົ້ນ.ນອກນີ້, ຍັງມີມະຫາວິທະຍາໄບລາມກຳແຫງແລະ ມະຫາວິທະຍາໄລສຸກໂຂໄທທ່ີຮັບນັກຮຽນຕ່າງປະເທດເປັນຕົ້ນ.

ໃນດ້າກນານຕ່າງປະເທດ,   ໄທໄດ້ປະຕິບັດນະໂຍບາຍການຕ່າງປະເທດທ່ີຕັ້ງຕົວ
ເປັນເອກະລາດເປັນເຈົ້າຕົນເອງແລະທິດທາງການຕ່າງປະເທດຮອບດ້ານ,ເພີ່ມທະ
ວີການຕ່າງປະເທດເສດຖະກິດຕື່ມອີກ, ຖືການພົວພັນການເມືອງແລະເສດຖະກິດກັບ  ບັນດາປະເທດອາຊຽນເປັນພື້ນຖານຂອງການຕ່າງປະເທດ.ສືບຕໍ່ປະຕິບັດນະໂຍບາຍ ການຕ່າງປະເທດທ່ີໃຫ້ປະເທດໃຫຍ່ມີຄວາມສະຫມຳ່ສະເຫມີກັນ, ເອົາໃຈໃສ່ນຳບົດ
ບາດຂອງອາເມລິກາ ຍີ່ປຸ່ນແລະຈີນໃນກິດຈະການພາກພື້ນແລະສາກົນ.ຕັ້ງຫນ້າເພີ່ມ ທະວີການຮ່ວມມືຢ່າງຮອບດ້ານກັບອາຊຽນໃນຂົງເຂດການເມືອງ ເສດຖະກິດແລະ
ຄວາມປອດໄພເປັນຕົ້ນ;ເອົາໃຈໃສ່ເປັນພິເສດນຳການພົວພັນມິດຕະພາບກັບປະເທດ ບ້ານໃກ້ເຮືອນຄຽງຄືອິນໂດຈີນແລະມຽນມາເປັນຕົ້ນ, ການຮ່ວມມືດ້ານເສດຖະກິດ
ການຄ້າກັບຫວຽດນາມ ລາວແລະກຳປູເຈຍມີການພັດທະນາຂ້ອນຂ້າງຫລາຍ.ພະຍາຍາມເພີ່ມທະວີຄວາມເຂົ້າໃຈກັນແລະຮ່ວມມືກັນກັບປະເທດໂລກທີ 3,ປີ
1993 ໄທໄດ້ເຂົ້າເປັນສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມຢ່າງເປັນທາງການ