ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 09:49:00    
ບຣູໄນ

cri Author: huang

ບຼູໄນມີຊື່ຄົບຖ້ວນວ່າບຼູໄນດາລູຊະລາມ,ປະກາດເປັນເອກະລາດໃນວັນທີ
1 ມັງກອນປີ1984,ວັນທີ 23  ກຸມພາໃນປີດຽວກັນໄດ້ສະຖາປະນາປະ
ເທດ,ຕັ້ງນະຄອນບັນດາເຊລີເບກາວັນເປັນນະຄອນຫຼວງ.

ບຼູໄນມີເນື້ອທີ່ທັງໝົດ 5765 ຕາຕະລາງກິໂລແມັດ.ຕັ້ງຢູ່ພາກເໜືອເກາະກາລີມານຕານ,
ແມ່ນນອນຢູ່ໃນລັດຊາລາວັກແຫ່ງມາເລເຊຍ,ຖືກແບ່ງອອກເປັນສອງພາກສ່ວນ,ກາຍ
ເປັນຮູບຕົວອັກສອນW.ພາກເໜືອຕໍ່ກັບທະເລໃຕ້.ມີຊາຍຝັ່ງທະເລຍາວ 193 ກິໂລ
ແມັດ.ເຂດແຄມທະເລແມ່ນທົ່ງພຽງ,ເຂດໃນມີພູຫຼາຍ.ພາກຕາເວັນອອກຂ້ອນຂ້າງສູງ,
ພາກຕາເວັນຕົກສ່ວນຫຼາຍແມ່ນດິນເບື່ອມ,ມີອາກາດປ່າໄມ້ຝົນແຖບຮ້ອນ,ອາກາດອົບ
ເອົ້າ,ຝົນຕົກເລື້ອຍໆ.ອຸນຫະພຸມສະເລ່ຍຕໍ່ປີແມ່ນ 28 ອົງສາ,ອຸນຫະພູມຜິດໂຕນກັນບໍ່
ຫຼາຍປານໃດ.

ຢູ່ບຼູໄນ,ຊາວມາເລກວມ 68%,ຊາວຈີນກວມ 17%,ຊົນເຜົ່າອື່ນກວມ 6%, ຊາວຕ່າງ
ດ້າວທີ່ອາໄສຢູ່ບຼູໄນກວມ 9%.ພາສາມາເລແມ່ນພາສາແຫ່ງຊາດ, ພາສາອັງກິດແລະພາ
ສາຈີນເປັນພາສາທີ່ໃຊ້ທົ່ວໄປ.ສາສະໜາອິສລາມແມ່ນສາສະໜາແຫ່ງຊາດຂອງບຼູໄນ,
ນອກນີ້,ຍັງມີສາສະໜາພຸດ ສາສະໜາຄິຼສຕຽນແລະສາສະໜາບູຊາວັດຖຸເປັນຕົ້ນ.

ໃນສະໄໝບູຮານ,ປະເທດບຼູໄນແມ່ນປົກຄອງໂດຍເຈົ້າກົກເຈົ້າເຫຼົ່າ. ໃນຕົ້ນສະຕະວັດທີ
15, ສາສະໜາອິສລາມໄດ້ເຜີຍແຜ່ເຂົ້າບຼູໄນ,ພາຍລຸນມາ,ສ້າງຕັ້ງເປັນປະເທດຊູນຕານ.
ໃນຕົ້ນສະຕະວັດທີ 16, ເປັນສະໄໝທີ່ຈະເລີນສຸດຂີດ,ເຄີຍຍົກທັບໄປຕີຮອດແຄມຝັ່ງທະ
ເລຕາເວັນອອກຂອງເກາະກາລີມານຕານ ເກາະຊາວາ ມາລັກກາແລະລຸຍຊົງເປັນຕົ້ນ.
ແຕ່ໄລຍະກາງສະຕະວັດທີ 16 ເປັນຕົ້ນມາ,ບຼູໄນໄດ້ຖືກປະເທດປອກຕຸຍການ ແອັສ
ປາຍ ໂຮນລັງ ອັງກິດແລະປະເທດອື່ນໆຮຸກຮານບຼູໄນ.ໃນທ້າຍສະຕະວັດທີ16,ບຼູໄນໄດ້
ຊຸດໂຊມລົງເປັນກ້າວໆ. ປີ 1888, ກາຍເປັນປະເທດອາລັກຂາຂອງອັງກິດ.ປີ 1941,
ຖືກຍີ່ປຸ່ນຍຶດຄອງ. ປີ 1946,ຕົກເປັນປະເທດອາລັກຂາຂອງອັງກິດອີກ. ປີ 1959,ໄດ້
ເຊັນສັນຍາກັບອັງກິດ,ກຳນົດໄວ້ວ່າ,ການປ້ອງກັນປະເທດ ການປ້ອງກັນຄວາມສະຫງົບ
ແລະການຕ່າງປະເທດໃຫ້ອັງກິດເປັນຜູ້ຄຸ້ມຄອງ.ໃນເດືອນພຶດສະພາປີ 1971,ບຼູໄນໄດ້
ເຊັນສັນຍາກັບອັງກິດຄືນໃໝ່,ແລ້ວໄດ້ເປັນເອກກະລາດທາງພາຍໃນຢ່າງສົມບູນ,ອັງກິດ
ພຽງແຕ່ຮັກສາສິດຮັບຜິດຊອບວຽກງານການຕ່າງປະເທດຂອງບຼູໄນເທົ່ານັ້ນ.ວັນທີ 1 ມັງ
ກອນປີ1984,ບຼູໄນໄດ້ເປັນເອກກະລາດຢ່າງສົມບູນ,ແລ້ວໄດ້ສ້າງເປັນປະເທດລະບອບ
ລາຊາທິປະໄຕ,ເຈົ້າຊູນຕານມີສິດອຳນາດທັງໝົດຢ່າງສົມບູນໃນດ້ານນິຕິບັນຍັດ ບໍລິ
ຫານແລະສິດຕຸລາການ, ທົ່ວປະເທດແມ່ນຄວບຄຸມໂດຍເຈົ້າຊູນຕານແລະພະບໍລົມມະ
ວົງສານຸວົງ.

ບຼູໄນແມ່ນປະເທດລາຊາທິປະໄຕມຸສລິນມາເລທີ່ມີອະທິປະໄຕ ປະຊາທິປະໄຕແລະເປັນ
ເອກກະລາດ.ວັນທີ 29 ກັນຍາປີ 1956, ໄດ້ປະກາດລັດຖະທຳມະນູນສະບັບທຳອິດ.
ພາຍຫຼັງເປັນເອກກະລາດແລ້ວ,ມາດຕາພື້ນຖານຂອງລັດຖະທຳມະນູນຍັງມີຜົນສັກສິດຕໍ່
ໄປ.ໃນປີ 1971ແລະປີ1984,ເຄີຍດຳເນີນການດັດແປງທີ່ສຳຄັນ.ລັດຖະທຳມະນູນໄດ້ກຳ
ນົດໄວ້ວ່າ,ຊູນຕານແມ່ນປະມຸກລັດ,ມີສິດບໍລິຫານ. ຕັ້ງສະພາອົງຄະມົນຕີແລະ 4 ຄະນະ
ມົນຕີຄືຄະນະມົນຕີສາສະໜາ ຄະນະລັດຖະບານ ນິຕິບັນຍັດແລະຄະນະມົນຕີສືບຕະ
ກູນຊ່ວຍເຈົ້າຊູນຕານດຳເນີນການບໍລິຫານບ້ານເມືອງ.ສະມາຊິກຄະນະມົນຕີນິຕິບັນຍັດ
ແມ່ນເຈົ້າຊູນຕານເປັນຜູ້ແຕ່ງຕັ້ງທັງໝົດ.

ບຼູໄນແມ່ນປະເທດຜະລິດນຳ້ມັນເຊື້ອໄຟໃຫຍ່ທີສາມໃນອາຊີອາຄະເນແລະກໍເປັນປະ
ເທດຜະລິດແກັສທຳມະຊາດທາດແຫຼວໃຫຍ່ທີສີ່ຂອງໂລກ.ນຳ້ມັນເຊື້ອໄຟແລະອາຍ
ແກັສທຳມະຊາດແມ່ນເສົາຄຳ້ເສດຖະກິດຂອງບຼູໄນ,ກວມGDP 36% ແລະກວມຍອດ
ມູນຄ່າລາຍໄດ້ດ້ານການຄ້າຂາອອກ 95%. ນອກຈາກອຸດສາຫະກຳນ້ຳມັນເຊື້ອໄຟແລະ
ອາຍແກັສທຳມະຊາດແລ້ວ,ການທ່ອງທ່ຽວແມ່ນ ອຸດສາຫະກຳອີກຊະນິດໜຶ່ງທີ່ບຼູໄນ
ອອກແຮງພັດທະນາໃນຫຼາຍປີມານີ້, ປີ 2001 ແມ່ນປີທ່ອງທ່ຽວຂອງບຼູໄນ,ລັດຖະບານ
ບຼູໄນໄດ້ໃຊ້ມາດຕະການສ່ົງເສີມຫຼາຍຢ່າງເພື່ອດູດດຶງແຂກຕ່າງປະເທດມາທ່ອງທ່ຽວ.
ບ່ອນທ່ອງທ່ຽວຕົ້ນຕໍມີບ້ານນ້ຳທີ່ມີລັກສະນະຊົນເຜົ່າອັນເປັນພິເສດ ຫໍວາງສະແດງ
ຂອງພະບໍລົມມະວົງສານຸວົງ ວັດອິສລາມແຊັຟທິນ ສວນອຸທິຍານເຈລູດົງເປັນຕົ້ນ.

ໃນປີທີ່ບຼູໄນເປັນເອກກະລາດ,ສະຫະປະຊາຊາດໄດ້ຮັບເອົາບຼູໄນເຂົ້າເປັນປະເທດສະ
ມາຊິກທີ 159, ແລະເປັນປະເທດສະມາຊິກຂອງອາຊຽນ ເຄືອຈັກກະພົບອັງກິດແລະອົງ
ການສະພາອິສລາມ.ປະຕິບັດນະໂຍບາຍການຕ່າງປະເທດທີ່ຜູກເປັນມິດກັບບັນດາປະ
ເທດ,ເອົາໃຈໃສ່ຂະຫຍາຍການພົວພັນກັບອາຊຽນ ປະເທດສາສະໜາອີສລາມແລະປະ
ເທດເຄືອຈັກກະພົບອັງກິດພ້ອມທັງຍີ່ປຸ່ນແລະອາເມລິກາ,ກ່າວເນັ້ນວ່າ,ອາຊຽນແມ່ນພື້ນ
ຖານຂອງນະໂຍບາຍການຕ່າງປະເທດຂອງບຼູໄນ