ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 09:57:57    
ຫວຽດນາມ

cri Author: cri

ສາທາລະນະລັດສັງຄົມນິຍົມຫວຽດນາມມີເນື້ອທີ່ທັງໝົດ 3 ແສນ2 ໝື່ນ
9 ພັນ5 ຮ້ອຍຕາລາງກິໂລແມັດ,ນະຄອນຫຼວງແມ່ນຮາໂນຍ.ຫວຽດນາມ
ຕັ້ງຢູ່ພາກຕາເວັນອອກຂອງແຫຼມອິນດູຈີນແຫ່ງອາຊີອາຄະເນ,  ພາກເໜືອຕໍ່ແດນກັບ
ຈີນ,ພາກຕາເວັນຕົກຕິດກັບລາວແລະກຳປູເຈຍ,ພາກຕາເວັນອອກຕິດກັບທະເລຈີນໃຕ້.
ມີຊາຍຝັ່ງທະເລຍາວ 3260  ກວ່າກິໂລແມັດ. ພູມປະເທດຍາວຮີ,  ແຕ່ເໜືອຮອດໃຕ້
ຍາວ 1600 ກິໂລແມັດ,ບ່ອນແຄບສຸດ 50 ກິໂລແມັດ.ພາກເໜືອແລະພາກຕາເວັນຕົກ
ສຽງເໜືອແມ່ນພູສູງແລະພູພຽງ,ຈອມພູຟານຊີບາງຂອງພູຮວງລຽນເຊີນແມ່ນຈອມພູ
ສູງສຸດ,ສູງກວ່າລະດັບນຳ້ທະເລ 3142 ແມັດ.ສາຍພູຫຼວງທີ່ຢູ່ພາກກາງເຈືອລະເນືອ
ແຕ່ເໜືອຕະຫຼອດໃຕ້.ແມ່ນຳ້ສາຍສຳຄັນມີແມ່ນຳ້ແດງຢູ່ພາກເໜືອແລະແມ່ນ້ຳຂອງທ
າງພາກໃຕ້ເຂດສາມຫຼ່ຽມແມ່ນ້ຳແດງແລະແມ່ນຳ້ຂອງແມ່ນທົ່ງພຽງ.ອາກາດທົ່ວປະ
ເທດຮ້ອນແລະມີຝົນຕົກຫຼາຍ,ແມ່ນອາກາດລົມມໍລະສຸມແຖບຮ້ອນ.ອຸນຫະພູມສະເລ່ຍ
ໃນໝົດປີຢູ່ລະຫວ່າງ 24 ອົງສາ.

ຕາມການສຳຫຼວດປະຊາກອນໃນທົ່ວປະເທດເມື່ອວັນທີ 1 ເມສາປີ 1999 ສະແດງ
ໃຫ້ເຫັນວ່າ,ຫວຽດນາມມີປະຊາກອນ 76 ລ້ານ 3 ແສນ 2 ໝື່ນກວ່າຄົນ,ອັດຕາເພີ່ມ
ຂຶ້ນທຳມະຊາດແມ່ນ 1,58%.ຜູ້ຊາຍມີ 37 ລ້ານ 5 ແສນ 2 ໝື່ນຄົນ,ກວມຍອດຈຳ
ນວນປະຊາກອນ 49,2%;ຜູ້ຍິງມີ 38 ລ້ານ 8ແສນກວ່າຄົນ,ກວມຍອດຈຳນວນປະ
ຊາກອນ 50,8%.ເຜົ່າກິງກວມ 89% ຂຶ້ນໄປ,ຍັງມີ 60 ກວ່າຊົນເຜ່ົາຄືເຜົ່າໄຕ ເຜົ່າ
ເໝືອງ ເຜົ່າໄທ ເຜົ່າມົ້ງ ເຜ່ົາຢ້າວແລະເຜົ່າຂະເໝນເປັນຕົ້ນ.ໃຊ້ພາສາຫວຽດນາມ
ໂດຍທົ່ວໄປ.ຖືສາສະໜາພຸດ,ແລະຍັງມີສາສະໜາໂລມັງກາໂຕລິກເປັນຕົ້ນ.

ໃນສະໄໝບູຮານ,ຫວຽດນາມເຄີຍເປັນເມືອງຂອງຈີນມາ 1 ພັນກວ່າປີ,ແຕ່ກາງສະຕະ
ວັດທີ 10 ເປັນຕົ້ນມາ,ໄດ້ສ້າງເປັນປະເທດສັກດິນາທີ່ເປັນເຈົ້າຕົນເອງ.ປີ 1858,ອິດທ
ິກຳລັງຝຣັ່ງໄດ້ເຂົ້າຮຸກຮານ.ປີ 1874,ລາຊະວົງຫວຽດນາມໄດ້ເຊັນສົນທິສັນຍາສັນຕິ
ພາບກັບຝຣັ່ງ,ຕັດພາກໃຕ້ຫວຽດນາມໃຫ້ຝຣັ່ງ.ປີ 1884, ຫວຽດນາມໄດ້ຕົກເປັນປະ
ເທດອາລັກຂາຂອງຝຣ່ັງ.ປີ 1930,ທ່ານໂຮຈີໝິນໄດ້ສ້າງຕັ້ງພັກກອມມູນິດອິນດູຈີນ.
ໃນສົງຄາມໂລກຄັ້ງທີສອງ,ຫວຽດນາມໄດ້ຖືກຍີ່ປຸ່ນຍຶດຄອງອີກ,ໃນເດືອນສິງຫາປີ
1945,ການປະຕິວັດໄດ້ຮັບໄຊຊະນະ,ວັນທີ 2 ກັນຍາ,ຫວຽດນາມໄດ້ປະກາດເປັນເອ
ກະລາດ,ສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ.ໃນເດືອນກັນຍາປີ1945
ຝຣັ່ງໄດ້ເຂົ້າຮຸກຮານຫວຽດນາມຄືນໃໝ່,ປະຊາຊົນຫວຽດນາມໄດ້ດຳເນີນສົງຄາມຕໍ່
ຕ້ານຝຣັ່ງຢ່າງອົງອາດກ້າຫານ.ໃນເດືອນພຶດສະພາປີ 1954,ປະຊາຊົນຫວຽດນາມ
ໄດ້ຮັບໄຊຊະນະໃນບັ້ນລົບດຽນປຽນຟູ,ວັນທີ 20 ກໍລະກົດ,ຝຣັ່ງໄດ້ຖືກບັງຄັບໃຫ້ເຊັນ
ສັນຍາເຊີແນວ,ພາກເໜືອຫວຽດນາມ(ແຕ່ເສັ້ນຂະໜານເໜືອ 17 ອົງສາຂຶ້ນໄປ)ໄດ້
ຮັບການປົດປ່ອຍ,ພາກໃຕ້ຍັງຄົງຢູ່ໃຕ້ການປົກຄອງຂອງຝຣ່ັງ(ຕໍ່ມາໄດ້ສ້າງຕັ້ງອຳ
ນາດການປົກຄອງຫວຽດນາມໃຕ້ເຊິ່ງອຸປະຖຳຄຳ້ຊູໂດຍອາເມລິກາ).ປະຊາຊົນພາກ
ໃຕ້ຫວຽດນາມໄດ້ດຳເນີນສົງຄາມກູ້ຊາດຕ້ານອາເມລິກາອີກ.ປີ 1960,ແນວໂຮມປົດ
ປ່ອຍຊາດພາກໃຕ້ຫວຽດນາມໄດ້ສ້າງຕັ້ງຂຶ້ນ.ໃນເດືອນມັງກອນປີ1973,ຢູ່ປາລີ,ຫວຽດ
ນາມກັບອາເມລິກາໄດ້ເຊັນສັນຍາກ່ຽວກັບການສິ້ນສຸດສົງຄາມແລະຟື້ນຟູສັນຕິພາບ
ຢູ່ຫວຽດນາມ,ໃນເດືອນມີນາປີ 1973,ກອງທະຫານອາເມລິກາໄດ້ຖອນອອກຈາກ
ພາກໃຕ້ຫວຽດນາມ.ວັນທີ 30 ເມສາປີ 1975,ພາກໃຕ້ຫວຽດນາມໄດ້ຮັບການປົດ
ປ່ອຍທັງໝົດ.ໃນເດືອນກໍລະກົດປີ 1976,ພາກເໜືອແລະພາກໃຕ້ຫວຽດນາມໄດ້
ໂຮມເຂົ້າເປັນເອກະພາບກັນ,ຕັ້ງຊື່ປະເທດເປັນສາທາລະນະລັດສັງຄົມນິຍົມຫວຽດ
ນາມ.

ຫວຽດນາມຕັ້ງໜ້າຍາດແຍ່ງປົວແປງການພົວພັນການເມືອງກັບປະເທດທັງໝົດໃຫ້
ດີຂຶ້ນແລະຂະຫຍາຍການພົວພັນເສດຖະກິດກັບບັນດາປະເທດ,ເພື່ອສ້າງເງື່ອນໄຂ
ສາກົນທີ່ມີຜົນດີຕໍ່ການບັນລຸເປົ້າໝາຍຍຸດທະສາດຂອງຕົນ.

ວັນທີ 28 ກໍລະກົດປີ 1995,ຫວຽດນາມໄດ້ເຂົ້າຮ່ວມອາຊຽນຢ່າງເປັນທາງການ