ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 10:02:20    
ກຳປູເຈຍ

cri Author: huang

ຊື່​ເຕັມ​ຂອງກຳປູ​ເຈ​ຍ​ແມ່​ນ​ພະ​ລາດ​ຊະ​ອານາຈັກ​ກຳ​ປູ​ເຈ​ຍ, ທົ່ວ​ປະ​ເທດ​ກຳປູ​ເຈຍ​ກວ້າງ 1 ​ແສນ 8 ​ໝື່ນ 1 ພັນ 35 ​ກິ​ໂລ​ແມັດມົນທົນ, ນະ​ຄອນຫຼວງ​ຢູ່ພະນົມ​ເປັນ. ກຳປູ​ເຈຍ​ຕັ້ງຢູ່​ພາກ​ໃຕ້​ແຫຼມ​ອິນ​ດູ​ຈີນ​, ພາກ​ເໜືອ​ແດນຕໍ່​ແດນ​ກັບ​ລາວ, ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຕິດ​ກັບ​ໄທ, ພາກ​ຕາ​ເວັນ​ອອກ​ແລະ​ພາກ​ຕາ​ເວັນ​ອອກ​ສຽງ​​ໃຕ້​ຕິດ​ກັບ​ຫວຽດນາມ, ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​​ແມ່ນ​ອ່າວ​ໄທ. ​ແມ່​ນ້ຳ​​ຂອງ ໄຫຼຜ່ານພາກ​ຕາ​ເວັນ​ອອກ​ແຫ່ງ​ກຳປູ​ເຈ​ຍ, ຍາວ 500 ກິ​ໂລ​ແມັດ. ອາກາດ​ຂອງ​ກຳປູ​ເຈ​ຍ​ແມ່ນ​ອາກາດ​ລົມ​ມໍ​ສະ​ສຸມ​ແຖບຮ້ອນ, ​ສະ​ເລ່ຍ​ໃນຕະຫຼອດ​ປີ​ອຸນຫະພູມຢູ່​ລະຫວ່າງ 29 ຫາ 30 ອົງສາ.

ນັບ​ມາ​ຮອດ​ປີ 1998, ກຳປູ​ເຈ​ຍມີປະຊາກອນ 11 ລ້ານ 4 ​ແສນ 3 ໝ່ືນ​ຄົນ. ​ໃນ​ນັ້ນ, ມີ 84.3% ຊົນ​ນະ​ບົ​ດ. ຢູ່ກຳປູ​ເຈຍ​ມີ 20 ກວ່າ​ຊົນ​ເຜົ່າ, ເຜົ່າ​ຂະ​ແມກວມ​ປະ​ຊາກ​ອນທົ່ວ​ປະ​ເທດ 80%. ພາສາ​ຂະ​ແມ​ແມ່ນ​ພາສາ​​ທີ່​ໃຊ້​ທົ່ວ​ໄປ, ​ກໍແມ່ນ​ພາສາ​ທາງ​ການພ້ອມກັບ​ພາສາ​ອັງ​ກິດ​ແລະ​ພາສາຝະລັ່ງ. ສາສະໜາ​ພຸດ​ແມ່ນ​ສາສະໜາ​ແຫ່ງ​ຊາດ​ກຳ​ປະ​ປູ​ເຈ​ຍ, ມີປະຊາກອນ 80% ຂຶ້ນ​ໄປ​​ເຊ​ເຊື່ອຖືສາສະໜາ​ພຸດ. ປະຊາ​ຊົນ​ກຳປູ​ເຈຍ​ທີ່ດຸ​ໝັ່ນ​ແລະ​ໃຈ​ບຸນໄດ້​ປະດິດ​ສ້າງ​ວັດທະນະທຳ​ຊາດ​ທ່ີສະຫງ່າ​ລາ​ສີ​, ອາ​ລິ​ຍະ​ທຳ​ອັງ​ກໍ​ວັດ​​ມີ​ຊື່​ສຽງ​ດົງ​ດັງ​​ໃນ​ທົ່ວ​ໂລກ.

ທຸງຊາດແຫ່ງ​ກຳປູ​ເຈ​ຍ​ແມ່ນ​ຮູບ​ສ່ີຫຼ່ຽມຍາວ, ​ແມ່ນ​ປະ​ກອບ​​ໂດຍສາມ​ຮູ​ບສີ່ ຫຼ່ຽມທາງ​ຂວາງ​ທ່ຮຽງກັນ, ຢູ່ພາ​ກກາງ​ແມ່ນ​​​ສີ​ແດງ, ພາກ​ເທິງ​ແລະ​ພາກລຸ່​ມລ້ວນ​ແຕ່​ແມ່ນ​ສີ​ຟ້າ. ສີ​ແດງ​ເປັນ​ສັນຍາ​ເລັກ​ສິລິ​ມຸງຄຸນ, ສີຟ້າ​ເປັນ​ສັນຍາ​ເລັກ​ແຫ່ງ​ຄວາມ​ສະຫວ່າງ​ສະ​ໄຫວ​ແລະ​ເສ​ລີ​ພາບ. ​ໃນ​ພາກ​ກາງທ່ີ​ເປັນ​ສີ​ແດງ​ມີ​ຮູ​ບ​ອັງ​ກໍ​ວັດ​ສີ​ຂາວ​ແລະ​ມີ​ຂອບ​ສີຄຳທີ່ເປັນ​ສ່ິງ​ກໍ່ສ້າງ​ທີ່​ຊື່​ດັງ​ຂອງ​ສາສະໜາ​ພຸດ ​ເຊິ່ງໝາ​ຍ​ເຖິງ​ປະຫວັດສາດ​ອັນ​ຍາວ​ນານ​ແລະ​ວັດທະນະທຳ​ອັນ​ເກົ່າ​ແກ່​ຂອງ​ກຳ​ປູ​ເຈ​ຍ.

ກາ​ໝາຍ​ປະຈຳຊາດ​​ກຳ​ປູ​ເຈຍ​ແມ່ນ​ຮູບ​​​ດາບ​​ເຈົ້າຊີວິດ​ເປັນ​ເສັ້ນ​ຜ່ານກາງ. ດາບ​ເຈົ້າຊີວິດ​ໃນຮູບ​ສ່ີ​ແຈ​ແຫຼມຮອງ​ໂດຍ​ຖາດ, ໝາ​ຍ​ເຖິງ​ພະ​ບໍລົມ​ເດ​ຊານຸ​ພາບ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ; ຢູ່​ສອງ​ຂ້າງ​ແມ່ນ​ສິງ​ໂຕ​ເຝົ້າຄັນ​ຮົ່ມ 5 ຊັ້ນ, ​ໂຕໜັງ​ສື 5 ​ໃນ​ຮີດຄອງ​ປະ​ເພນີ​ຂອງ​ກຳປູ​ເຈ​ຍໝາຍ​ເຖິງ​ຄວາມ​ສິລິ​ມຸງຄຸນ, ​ໃບ​​ຕົ້ນ​ໄມ້ປາມ​ຢູ່​ສອງ​ຂ້າງ​ໝາຍ​ເຖິງ​​​ໄຊ​ຊະນະ. ​ຢູ່​ເທິງໂປ​ທີ່​ພາກລຸ່ມ​ໄດ້​ໜັງສື​ຂຽນ​ຂະ​ແມ​ໃສ່​ວ່າເຈົ້າຊີວິດ​ຂອງ​ພະລາດ​ຊະ​ອານາຈັກ​ກຳປູ​ເຈ​ຍ. ໝົດ​ທັງ​ຮູບໝາຍ​ເຖິງ​ພະລາດ​ຊະ​ອານາຈັກ​ກຳ​ປູ​ເຈ​ຍ​ແມ່ນ​ປະ​ເທດ​ອັນ​ເອກ​ກະພາບ ​ຄົບ​ຖ້ວນ ສາ​ມາ​ຄີ​​ແລະສຸກ​ສຳລານໃຕ້​ການ​ນຳພາ​ຂອງ​ເຈົ້າຊີວິດ.

​ລັດຖະທຳ​ມະນູນ​ແຫ່ງ​ກຳປູ​ເຈ​ຍລະ​ບູ​ໄວ້​ວ່າ, ກຳປູ​ເຈ​ຍ​ເປັນ​ປະ​ເທດພະລາ​ດຊະ​ອານາຈັກ​​ໃຕ້ລະບອບ​​​ລາຊາທິປະ​​ໄຕ​ລັດ​ຖະທຳ​ມະນູນ, ສາມ​ອຳ​ນາ​ດ ຄື, ນິຕິບັນ​ຍັດ ບໍລິຫານ ຍຸຕິ​ທຳ​ແຍກ​ກັນ​ເປັນ​ເອກ. ​ເຈົ້າຊີວິດ​ແມ່ນ​ປະມຸກ​ລັດຕະຫຼອດຊີວິດ ຜູ່ບັນຊາ​ການ​ສູງ​ສຸດ​ຂອງ​ກອງທັບແຫ່​ງຊາດ​ແລະ​​ເປັນ​ສັນຍະ​ເລັກ​ແຫ່ງຄວາມ​ເປັນ​ເອກກະພາບ​ແຫ່ງ​ຊາດ​ແລະ​ການ​ຊົງ​ຕົວ​ຢູ່​ຊົ່ວ​ກາ​ວະ​ນານ​, ມີ​ສິດ​ປະກາດ​ນີລະ​ໂທດ​  ​ຍຸບສະພາ​ໂດຍ​ອີງ​ຕາມ​ຂໍ້​ສະ​ເໜີ​ຂອງ​ນາຍົກລັດ​ຖະມົນ​ຕີແລະ​ໄດ້​ຮັບຄວາ​ມ​ເຫັນ​ດີ​ຈາກ​ປະທານ​ສະ​ພາ​ແຫ່ງ​ຊາດ. ​ໃນຊົ່ວ​ໄລຍະ​ທ່ີ​ເຈົ້າຊີວິດ​ບໍ່​ສາມາດ​ປົກຄອງລັ​ດຫຼືວ່າບໍ່ຢູ່ພາຍ​ໃນ​ປະ​ເທດ, ຈະ​ໃຫ້ປະທານ​ສະພາ​ສູງ​​​ເປັນຕົວ​ແທນ​ດຳລົງຕຳ​ແໜ່​ງ​ປະມຸກ​ລັດ. ພະ​ລາ​ຊະ​ບັນລັງ​ຈະ​ສືບ​ທອດ​ບໍ່​ໄດ້, ຫຼັງຈາກ​ເຈົ້າຊີວິດ​ສະຫວັນ​ລະ​ຄົດ​ແລ້ວ, ​ໃຫ້​ຄະນະ​ກຳມະການ​ພະລາຊະ​ບັນລັງ 9 ຄົນ​ທ່ີ​ປະກອບ​ດ້ວຍ​ນາ​ຍົກ​ລັດຖະມົນ​ຕິ ສົມ​ເດັດ​ພະ​ສັງ​ຄະລາ​ດທັງ​ສອງ​​​ນິກາຍ ປະທານ​ແລະ​ຮອງ​ປະທານ​​ສະພາ​ສູງ​ສະພາ​ແຫ່ງ​ຊາດສະ​ເໜີ​ເຊື້ອສາຍ​ຮຸ້ນຫຼັງ​ໃນ​ພະ​ບໍລົມ​ວົງສາ​ນຸວົງ​ເປັນ​ເຈົ້າຊີວິດ​ອົງ​ໃໝ່. ສະພາ​ແຫ່ງ​ຊາດ​ແມ່ນ​ອົງການອຳ​ນາດ​ສູງ​ສຸດ​ແລະ​ນິຕິ​ບັນ​ຍັດ​ແຫ່ງ​ຊາດ​ກຳ​ປູ​ເຈ​ຍ, ​ແຕ່​ລະ​ຊຸດ​ມີ​ອາ​ຍຸ​ 5 ປີ. ສະພາ​ສູງ​ມີ​ສິດ​ພິຈາລະນາ​ມາດຕາ​ທ່ີ​ຮັບຜ່ານ​​ໃນສະພາ​ແຫ່ງ​ຊາດ​ແລະ​​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ.

ວັນ​ທີ 24 ມີ​ຖຸນາ​ແມ່ນ​ວັນຊາດ​ຂອງ​ກຳ​ປູ​ເຈ​ຍ. ກຳ​ປູ​​ເຈ​ຍປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປັນ​ເອກກະລາດ ສັນຕິພາບ​ ​ເປັນກາງ​​ຖາ​ວອນ​ແລະ​ບໍ່​ຮ່ວມ​ກຸ່ມ, ​ຍຶດຖື​ໂຄລົບ​ແລະ​ປະຕິບັດຫຼັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດ​ຍສັນຕິ, ສ້າງ​ກາ​ນພົວພັນ​ໄມ​ຕິ​ຈິດ​ກັບ​ທຸກ​ປະ​ເທດ​ໃກ້​ຄຽງ. ກຳປູ​ເຈ​ຍ​​ເຂົ້າ​ເປັນ​ສະມາ​ຊິກ​ຂອງ​ອາ​ຊຽນຢ່າງ​ເປັນ​ທາງການ​ເມ່ືອ​ເດືອນ​ເມສາ ປີ 1999.