ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 10:08:29    
ອິນໂດເນເຊຍ

cri Author: huang

ສາທາລະນະ​ລັດ​ອິນ​ໂດ​ເນ​​ເຊຍ​ຕັ້ງຢູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ອາຊີ, ດິນ​ແດນ​ກວມ​ສອງ​ຝາກ​ຂອງ​​ເສັ້ນສູນ​ສູດ. ມີ​ເນື້ອ​ທ່ີ​ທາງບົກ 1 ລ້ານ 9 ​ແສນ 4 ພັນ 443 ຕາລາງ​ກິ​ໂລ​ແມັດ, ​ເນື້ອ​ທີ່​ນ່ານທະ​ເລ​ທໍ່​ກັບ​ປະມານ 4 ​ເທົ່າ​ຂອງ​ເມື້ອທີ່​ດິນ​ທາງບົກ. ຕາມ​ສື່​ມວນ​ຊົນ​ອິນ​​ໂດ​ເນ​​ເຊ​ຍລາຍ​ງານ​ໃນ​ວັນ​ທີ 18 ກຸມພາ​ປີ 2003 ວ່າ, ຕາມ​ຂໍ້​ມູນ​ດາວ​ທຽມ, ນັບ​ລວມ​ແລ້ວ, ອິນ​ໂດ​ເນ​ເຊຍ​ປະກອບ​ດ້ວຍ​ເກາະດອນ​ນ້ອຍ​ໃຫຍ່ 1 ​ໝື່ນ 8 ພັນ 108 ​ເກາະ, ຖືກ​ເອິ້ນ​ເປັນ​ປະ​ເທດ​ໝ່ືນ​ເກາະ​ເທິງ 6000 ກວ່າ​ເກາະ​ມີ​ຄົນ​ອາ​ໄສ​ຢູ່. ຊາຍ​ຝັ່ງ​ທະ​ເລ​ອິນ​ໂດ​ເນ​ເຊຍຍາວ 1 ​ແສນ 8 ພັນ 920 ກິ​ໂລ​ແມັດ, ​ເນື້ອ​ທ່ີ​ຫີນ​ປະ​ກາ​ລັງ​ທັງ​ໝົດ​ມີ 2 ໝື່ນ 731 ຕາລາງ​ກິ​ໂລ​ແມັດ. ​ເກາະ​ກາ​ລີ​ມານ​ຕານ​ທີ່​ຢູ່​ພາກ​ເໜືອ​ຕໍ່​ແດນ​ກັບ​ມາ​ເລ​ເຊຍ, ​ເກາະ​ນີວກີ​ເນຕິ​ດຕໍ່​ກັບ​ປາ​ປົວ​ນີວກີ​ເນ. ຕໍ່ໜ້າ, ພາກ​ຕາ​ເວັນ​ອອກສຽງ​ເໜືອ​ແມ່ນ​ຟີ​ລິບ​ປີນ, ພາກ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ​ມະຫາ​ສະໝຸດ​ອິນ​ເດຍ, ພາກ​ຕາວັນຕົກ​ສຽງ​ໃຕ້​ຢູ່​ກົງກັບ​ອົສຕຼາລີ. ນະຄອນຫຼວງຢາ​ກາກ​ຕາຕັ້ງຢູ່​ເກາະ​ຊາ​ວາ.

ຕາມ​ສະ​ຖິຕິ​ໃນ​ເດ​ືອນມິຖຸນາປີ 2000 , ປະຊາກອນ​ອິນ​ໂດ​ເນ​ເຊຍ​ມີ 203 ລ້ານ 5 ​ແສນ​ຄົນ, ອັດຕາ​ປະຊາກອນ​ເພີ່ມ​ຂຶ້ນ​ຢູ່​ລະຫວ່າງ 1,35%, ມີ 100 ກວ່າ​ຊົນ​ເຜົ່າ. ພາສາ​ຝ່າຍ​ທາງ​ການ​ແມ່ນ​ພາສາ​ອິນ​ໂດ​ເນ​ເຊຍ, ມີ​ພາສາ​ທ້ອງ​ຖິ່ນ​ປະມານ 300 ຊະນິດ. ພົນລະ​ເມືອງ​ປະມານ 88% ​ເຊື່​ອ​ຖື​ສາສະໜາ​ອິດສະ​ລາມ, 10% ​ເຊື່ອ​ຖື​ສາສະໜາ​ຄຼິສຕຽນ, ຜູ່​ເຊື່ອ​ຖື​ສາສະໜາ​ອິນ​ເດຍ​ແລະ​ສາສະໜາ​ພຸດ​ກວມ​ປະມານ 2%.

ລະຫວ່າງ​ຄ.ສ.ສະຕະວັດ​ທີ 3 ຫາ​ສະຕະວັດ​ທີ 7, ຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ສ້າງ​ລາ​ຊະ​ອານ​າຈັກ​ສັກດິນາ​ຈຳນວນ​ໜ່ຶງ​ທ່ີ​ຢູ່ກະຈັກກະ​ຈາ​ຍກັນ. ​ແຕ່​ທ້າຍ​ສະຕະວັດ​ທີ 13 ຫາ​ຕົ້ນສະຕະວັດ​ທີ 14, ຢູ່​ເກາະ​ຊາ​ວາ, ​ໄດ້​ສ້າງຕັ້ງປະ​ເທດ​ຈັກກະພັດ​ສັດ​ດິນາມາ​ໂນ​ບາ​ເຊ​ທ່ີ​ເຂັ້ມ​ແຂງ​ທ່ີ​ສຸດ​ໃນ​ປະຫວັດສາດ​ອິນ​ໂດ​ເນ​ເຊຍ. ​ໃນ​ສະຕະວັດ​ທີ 15, ປອກຕຸຍ​ການ ​​ແອັສປາຍ​ແລະ​ອັງກິດ​​ໄດ້​ເຂົ້າຮຸກ​ຮານ​ຢ່າງ​ເປັນ​ລຳດັບ. ​ເມ່ືອ​ປີ 1596, ​ໂຮ​ນລັງ​ໄດ້​ເຂົ້າຮຸກ​ຮານ, ປີ 1602, ​ໂຮ​ນລັງ​ໄດ້​ສ້າງຕັ້ງບໍລິສັດ​ອິນ​ເດຍຕາ​ເວັນ​ອອກ​ທ່ີ​ມີ​ສິດ​ອຳນາດ​ລັດຖະບານ, ​ເມ່ືອ​ທ້າຍ​ປີ 1799, ຕັ້ງ​ເປັນ​ລັດ​ຖະບານ​ເມືອງ​ຂຶ້ນ. ປີ 1942, ​ຢ່ີປຸ່ນຍຶດຄອງ​ອິນ​ໂດ​ເນ​ເຊຍ, ປີ 1945, ຫຼັງຈາ​ກຍ່ີ​ປຸ່ນຍອມ​ຈຳນົນ, ອິນ​​ໂດ​ເນ​ເຊຍ​ໄດ້​ເກີດ​ການ​ປະຕິ​ຫວັດ​ເດືອນ​ສິງຫາ, ວັນ​ທີ 17 ສິງ​ຫາ, ອິນ​ໂດ​ເນ​ເຊຍ​ໄດ້​ປະກາດ​ເປັນ​ເອກະລາດ, ​ແລ້ວ​ສ້າງຕັ້ງສາທາລະນະ​ລັດ​ອິນ​ໂດ​ເນ​ເຊຍ. ​ແຕ່​ປີ 1947 ​ເປັນຕົ້ນມາ, ​ໂຮມ​ລັງ​ກັບ​ອິນ​ໂດ​ເນ​ເຊຍ​ໄດ້​ເກີກສົງຄາມຫຼາຍ​ເທ່ືອ​ແລະ​ໄດ້​ຫາລື​ກັນ, ​ເຊັນ"ສັນຍາ​ກອງ​ປະຊຸມ​​ໂຕະມົນ​ອິນ​ໂດ​ເນ​ເຊຍ​ໂຮ​ນລັງ" ​ເມ່ືອ​ເດ​ືອນພາ​ຈິກ​ປີ 1949. ຕາມ​ສັນຍາ​ດັ່ງກ່າວ, ອິນ​ໂດ​ເນ​ເຊຍ​ໄດ້​ສ້າງຕັ້ງສາທາລະນະ​ລັດ​ສະຫະພາບ​ອິນ​ໂດ​ເນ​ເຊ​ຍ, ​ໃນ​ວັນ​ທີ 27 ທັນ​ວາປີ 1949, ​ແລະ​ເຂົ້າຮ່ວມ​ສະຫະພາບ​ໂຮ​ນລັງ​ອິນ​​ໂດ​ເນ​ເຊຍ. ​ເມ່ືອ​ເດືອນ​ສິງຫາ​ປີ 1950, ສະພາ​ສະຫະພາບ​ອິນ​ໂດ​ເນ​ເຊຍ​ໄດ້​ຜ່ານ​ລັດຖະທ​ຳມະນູນ​ຊ່ົວຄາວ, ປະກາດ​ສ້າງຕັ້ງສາທາລະນະ​ລັດ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ.

ອິນ​ໂດ​ເນ​ເຊຍ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ອັນຕັ້ງໜ້າ​ທ່ີ​ເປັນ​ເອກະ​ລາດ​ເປັນ​ເຈົ້າຕົນ​ເອງ, ມີ​ເຈດ​ຈຳນົງ​ໃຫ້​ປະ​ເທດ​ໃຫຍ່​ສະໝຳ່ສະ​ເໝີ​ກັນ, ຕັ້ງໜ້າ​ເຂົ້າຮ່ວມ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ, ສຸມ​ກຳລັງ​ເຂົ້າ​ໃນ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ. ມີ​ເຈດ​ຈຳ​ນັງ​ໃຫ້​ປັບ​ປຸງ​ສະຫະ​ປະຊາ​ຊາດ, ຂະຫຍາຍ​ສະພາ​ຄວາມ​ໝັ້ນຄົງ. ຄັດ ຄ້ານ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຄື​ອາ​ເມ​ລິ​ກາ​ເປ​ັນຕົ້ນ​ເອົາ​ເສດຖະກິດ​ພົວພັນ​ກັບ​ສິດທິ​ມະນຸດ ສ່ິງ​ແວດ​ລ້ອມ​ແລະ​ອ່ືນໆ, ຊຸກ​ຍູ້​ການ​ຮ່ວມ​ມື​ໃຕ້ໆ​ແລະ​ການ​ເຈ​ລະ​ຈາ​ເໜືອ​ໃຕ້, ຕັ້ງໜາ​ເຂົ້າຮ່ວມ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ, ​ເອົາ​ໃຈ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ຕັ້ງໜ້າ​ຂະຫຍາຍ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ ຍີ່​ປຸ່ນ ລັດ​ເຊຍ​ແລະ​ບັນດາ​ປະ​ເທດ​​ເອີ​ລົບ. ມີ​ເຈດ​ຈຳນົງ​ໃຫ້​​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໂດຍ​ສັນຕິ. ​ແມ່ນ​ປະ​ເທດ​ສະມາ​ຊິກ​ຂອງ​ອົງການ​ສະພາ​ອິດສະ​ລາມ ອາ​ຊຽນ​ແລະ​ອົງການ​ໂອ​ເປັກ.