ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 10:16:23    
ສິງກະໂປ

cri

ຊື່​ເຕັມ​ຂອງສິ​ງກະ​ໂປ​ແມ່​ນສາ​ທາ​ລະນະ​ລັດ​ສີ​ງກະ​ໂປ, ທ່ົວ​ປະ​ເທດ​ກວ້າງ 637 ກິ​ໂລ​ແມັດ​ຕາ. ສິງກະ​ໂປ​ແມ່ນ​ປະ​ເທ​ດ​​ຕົວ​ເມືອງ​ເທິງເກາະດອນ​ຢູ່​ສິ້ນ​ໃຕ້​ສຸດ​ຂອງແຫຼມມາ​ເລຢູ, ພາກ​ເໜືອ​ຕໍ່​ແດນກັບ​ມາ​ເລ​ເຊຍ​ທີ່​ຂັ້ນກັນ​ດ້ວຍຮ່ອມ​ທະ​ເລ​ໂຢຮໍ, ມີ​ຄັນ​ຄູຍາວ​ໄປຕິດ​ກັບ​ພູຂອງ​ມາ​ເລ​ເຊຍ, ພາກ​​ໃຕ້​ຂັ້ນຮ່ອມ​ທະ​ເລ​ສິງກະ​ໄປປິ່ນ​ໜ້າ​ໃສ່​​ອິນ​​ໂດ​ເນ​ເຊຍ​. ສິງກະ​ໂປ​ຕັ້ງຢູ່​​ປ່ອງ​ເຂົ້າ​ອອກ​ຂອງ​ຮ່ອມ​ທ​ະ​ເລມາ​ລາ​ກາ, ​ເຊິ່ງ​​ແມ່ນ​ຊ່ອງ​ທາງ​ການ​ຂົນ​ສິ່ງ​ທາງນ້ຳ​ແຫ່ງສຳຄັນ​ລະ​ຫວ່າງ​ມະຫາ​ສະໝຸດປາຊິ​ຟິກ​ກັບ​ມະຫາ​ສະໝຸດອິນ​ເດຍ, ປະກອບ​ດ້ວຍ 50 ກວ່າ​​ເກາະ​ທະ​ເລ. ​ເກາະ​ສິງກະ​ໂປກ​ວມ​ເນື້ອ​ທີ່​ທົ່ວ​ປະ​ເທດ 91,6%, ຢູ່​ໃນ​ມວນ​ອາກາດ​ມະຫາ​ສະໝຸດ​ແຖບ​ຮ້ອນ, ອຸນຫະພູມ​ໝົດ​ປີ​​ແມ່ນ​ຮ້ອນ​ແຮງ​ແລະ​ມີຝົນຕົກຫຼາຍ, ສະ​ເລ່ຍ​ຕະຫຼອດປີ​ອຸນຫະພູມ​​ແມ່ນຢູ່​​ໃນລະຫວ່າງ 24 ຫາ 27 ອົງສາ.

ສິງກະ​​ໂປ​ແມ່ນ​ປະ​ເທດ​ຕົວ​ເມືອງໜຶ່ງ, ຄວາມ​ໝາຍ​​ເດີມແມ່ນ​​ເມືອງ​ສິງ. ຕາມ​ປຶ້ມປະຫວັດສາດ​ມາ​ເລ​ເຊຍ​ບັນ​ທຶກ​​ໄວ້ວ່າ, ​​ໃນເມ່ືອ​ລະຫວ່າງຄ. ສ. ປີ 1150, ມີ​ພະ​ລາຊະ​ໂອ​ລັດ​ອົງໜ່ຶງ​ຂ່ີ​ເຮືອ​​ໄປ​ຮອດ​ເກາະ​ນີ້, ​ເຫັນ​ສັດ​ປ່າ​ສີດຳ​ໂຕ​ໜ່ຶງ, ຄົນ​ທ້ອງ  ​ຖ່ີ​ນຈ່ິງບອກ​ເພ່ິນ​ວ່າ​ແມ່ນ​ສີ​ງ, ສະນັ້ນ, ​ແຫ່ງ​ນີ້ຈ່ຶງ​​ເລີຍເອິ້ນ​ເປັນສິງກະ​ໂປ​ ​ແລະ​​ແປ​ວ່າ​ເມືອງ​ສິງ.

ນັບ​ມາ​ຮອດປິ 1997, ສີ​ງກະ​ໂປ​ມີ​ປະຊາກອນ 3 ລ້ານ 1 ​ແສນ​ຄົນ, ​ໃນ​ນັ້ນ, ຊາວ​ຈີນກວມ 77,2%, ຊາວ​ມາ​ລາ​ຢູກ​ວມ 14,1%, ຊາວອິນ​​ເດ​ຍ​ກວມ 7,4%.

ພາສາ​ມາ​ລາ​ຢູ ພາສາອັງກິດ​ ພາສາ​ຈີນ​ແລະ​ພາສາທາ​ມິນແມ່ນ​ພາສາ​ທາງ​ການ. ພາສາ​ປະຈຳຊາດ​ແມ່ນ​ພາສາ​ມາ​ລາ​ຢູ. ພາສາ​ອັງກິດ​ແມ່ນ​ພາສາ​ລັດຖະການ. ສິງກະ​ໂປ​ບໍ່​ມີ​ສາສະໜາປະຈຳຊາດ. ຊາວ​ຈີນ​ແລະ​ຊາວ​ສີ​ລັງກາ​ສ່ວນ ຫຼາຍ​ແມ່ນ​ເຊ່ືອຖືສາສະໜາ​ພຸດ, ຊາວ​ມາ​ລາ​ຢູ​ແລະ​ຊາວ​ປາ​ກີ​ສະ​ຖານ​ເຊ່ືອ​ຖື​ສາສະ ໜາອິສລະ​ລາມ, ຊາວ​ອິນ​​ເດຍ​ເຊ່ືອ​ຖື​ສາສະໜາ​ອິນ​ດູ. ນອກນັ້ນ, ກໍ​ຍັງ​ມີຄົນ​ເຊ່ືອ​ຖື​ສາສະໜາ​ຄຼິສຕຽນ.ູ

ທຸງຊາດ​ສິງກະ​​ໂປ​ເປັນຮູບ​ສ່ີຫຼ່ຽນຍາວ​ສີ​​ແດງກັບ​​ສີ​ຂາວຮຽງ​ຄຽງຄູ​ກັນ. ຮູບ​ສີ​ແດງ​ຢູ່​ເທິງ, ຮູບ​ສີ​ຂາວ​ຢູ່​ລຸ່ມ. ຢູ່​ເທິງ​ແຈ​ເບື້ອງ​ຊ້າຍ​ຂອງທຸງ​ມີ​ຮູບ​​ເດ​ືອນອອກໃໝ່​ສີ​ຂາວ​ແລະດາວ 5 ​ແຈ​ສີ​ຂາວ 5 ດວງ. ສີ​​ແດງ​ເປັນ​ສັນຍາ​ລັກ​ສະ​ແດງ​ວ່າ, ຄົນ​ມາ​ຈາກ​ທຸກ​ຈອກ​ທຸກ​​ແຈ​ລ້ວນ​ແຕ່​ແມ່ນ​ພ່ີນ້ອງ​ກັນ ​ເປັນ​ມະນຸດ​ຕ້ອງ​ສະ​ເໝີ​ພາບ​ກັນ, ສີຂາວ​ເປັນ​ສັນຍາ​ລັກ​​ໃຫ້​ແກ່ຄວາມ​ບໍ​ລີ​ສຸດ​ຜຸດຜ່ອງ​ແລະ​ມີຄຸນສົມບັດ​ດີ​ຢ່າງທົ່ວ​​​ເຖິງ​ຕະຫຼອດການ. ​ເດ​ືອນອອກ​ໃໝ່​ເປັນ​ສັນຍາ​ລັກ​​ໃຫ້​ແກ່ປະ​ເທດ​ໜຸ່ມທ່ີ​ພວມ​ກ້າວ​ຂຶ້ນ​ປານ​ຕາ​ເວັນ​ອອກ​ຢ່າງ​ຖາວອນ, ດາວ 5 ດວງ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ອຸດົມ​ການ​ຂອງ​ປະ​ເທດ​ນີ້​ທ່ີ​ຈະ​ສ້າງ​ເປັນປະຊາທິປະ​​ໄຕ ສັນຕິພາບ ກ້າວໜ້າ ຄວາມ​ເປັນທຳ​ແລະ​ສະ​ເໝີພາບ​.

ຮູ​ບກາງຂອງ​ກາ​ໝາຍ​ປະຈຳ​ຊາດ​ສີ​ງກະ​ໂປ​ແມ່ນ​ເຂນ​ສີ​ແດງ. ຢ​່​ູ​ເທິງ​​ເຂນ​ມີ  ​ເດ​ືອນອອກ​ໃໝ່ສີຂາວ​ຊູດາວ​ສີຂາວ 5 ດວງລຽນກັນ, ຄວາມ​ໝາຍ​ຂອງ​ດາວ​ກໍ​ຄື​ກັນ​ກັບ​ທຸງຊາດ. ຂ້າງ​ຮູບກາ​ໝາຍ​ປະຈຳ​ຊາດ​ຕ່າງ​ມີສັດ​ຮ້າຍ​ສອງໂຕ​ຢືນ​ຢູ່​​ແຕ່ລະ​ຂ້າງ, ​ເສືອ​ຄຳ​ລາຍ​ດຳ​ເປັນ​ສັນຍາ​ລັກ​​ໃຫ້​ແກ່ມາ​ເລ​ເຊຍ, ສິງ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ສິງກະ​​ໂປ. ຢູ່​ທາງ​ລຸ່ມ​ຂອງ​ຮູບ​ແມ່ນ​ກ້າ​ນກົກ​ໄມ້​ປາມ​ສີ​ຄຳ​ແລະສາຍ​ໂບສີຟ້າ, ຢູ່​ທາງເທິງ​ໄດ້​ຂຽນ​ໜັງສືໃສ່​ວ່າ, ຈ່ົງກ້າວ​ເດ່ີນ, ສິງກະ​ໂປ.

ດອກ​ໄມ້​ປະຈຳຊາດ​ຂອງ​ສີ​ງກະ​​ໂປ​ແມ່ນ​ດ​ອກ​ເອື້ອງ​ຊະນິດ​ໜ່ຶງ ​ເຊ່ິງຖະໜອມ​ປູກ​ໂດຍ​ນ່າງ​ໂຈ​ຈີນ, ດອກ​ຊະນິດ​ນີ້​ງາມ​ຂຶນ, ສະ​ຫງ່ຽມຄ່ຽມຄົມ, ​ແລະ​ມີ​ຊີວິ​ດຊີວາ, ມັນ​ເປັນ​ສັນຍາລັກ​ແຫ່ງ​ນ້ຳ​ໃຈ​ຂອງ​ຊາວ​ສີ​ງກະ​​ໂປ​ທ່ີ​ສູ້​ທຸກ​ທົນ​ຍາກ​ແລະ​ກ້າຫານ​ຊານ​ໄຊ.

ຢູ່​ສີ​ງກະ​​ໂປ, ປະທາ​ນາທີ​ບໍດີ​ແມ່ນ​ປະມຸກ​ລັດ, ​​ໃຫ້​ທ່ົວ​ປວງ​ຊົນ​ເປັນ​ຜູ່​ເລື​ອກຕັ້ງ. ປະທາ​ນາທີ​ບໍດ​ເປັນ​ຜູ່ແຕ່ງຕັ້ງຫົວ​ໜ້າ​ຂອງ​ພັກ​ສຽງສ່ວນຫຼາຍ​ໃນ​ສະພາ​​ແຫ່​ງຊາດເປັນ​ນາຍົກລັດຖະມົນຕີ. ປະທານ​າທີ​ບໍດີ​ແລະ​ສະພາ​ແຫ່​ງຊາດ​ພ້ອມ​ກັນ​ໃຊ້​ອຳ​ນາດ​ນິຕິບັນ​ຍັດ.

ສະພາ​ແຫ່ງ​ຊາດ​ສີ​ງກະ​​ໂປ​ປະຕິບັດ​ລະບອບ​ສະພາ​ດຽວ. ສະມາຊິກ​ສະພານັ້ນ​ແມ່ນ​​ໃຫ້​ພົນລະ​ເມືອງ​ເປັນ​ຜູ່ເລືອກຕັ້ງ, ​ແຕ່​ລະ​ຊຸດ​ມີ​ອາຍຸ 5 ປີ.