ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 10:24:19    
ສາທາລະນະ​ລັດ​ຟີ​ລິບ​ປີນ

cri

ສາທາລະນະ​ລັດ​​ຟີ​ລິບ​ປີນ ພາກ​ຕາ​ເວັນ​ອອກ​ຕໍ່​ກັບມະຫາ​ສະໝຸດ​ປະ​ຊີ​ຟິກ, ພາກ​ຕາ​ເວັນ​ຕົກ​ຕໍ່​ກັບ​ທະ​ເລ​ຈີນ​ໃຕ້, ປະກອບ​ດ້ວຍ​ເກາະດອນ​ນ້ອຍໆ​ໃຫຍ່ໆ 7101 ​ເກາະ, ​ເນື້ອ​ທ່ີ​ທັງ​ໝົດ 2 ​ແສນ 9 ໝື່ນ 9 ພັນ 7 ຮ້ອຍ​ຕາຕະລາງ​ກິ​ໂລ​ແມັດ, ​ແມ່ນ​ປະ​ເທດ​ໝູ່​ເກາະ​ທີ່​ຕັ້ງຢູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ອາຊີ, ຕັ້ງນະຄອນຫຼວງຢູ່​ມາ​ນີລາ. ​ໃນ​​ເກາະດອນ​ຕ່າງໆ, 11 ​ເກາະ​ໃຫຍ່ ຄື, ​ເກາະ​ລຸຍ​ຊົງ ​ເກາະ​ມິນ​ດາ​ນາວ​ແລະ​ເກາະ​ຊາ​ມາ​ເປັນຕົ້ນກວມ​ເນື້ອ​ທ່ີ​ທັງ​ໝົດຂອງ​ທົ່ວ​ປະ​ເທດ​ປະ​ມານ 96%. ທົ່ວ​ປະ​ເທດ​ຟີ​ລິບ​ປີນ​ແບ່ງ​ອອກ​ເປັນ 13 ​ເຂດ, 73 ​ແຂວງ​, 2 ​ແຂວງ​ສາ​ຂາ​ແລະ 60 ນະຄອນ. ຊາຍ​ຝັ່ງ​ທະ​ເລ​ຍາວ​ເຖິງ 1 ໝື່ນ 8 ພັນ 533 ກິ​ໂລ​ແມັດ.

ຕາມ​ສະຖິຕິ​ໃນ​ວັນ​ທີ 1 ພຶດສະພາ​ປີ 2000, ປະຊາກອນ​ຟີ​ລິບ​ປີນ​ມີ​ປະ​ມານ 75 ລ້ານ 3 ​ແສນ​ຄົນ, ​ແລະ​ເພ່ີມ​ຂຶ້ນ​ດ້ວຍ​ຄວາມ​ໄວ 2,3% ຕໍ່​ປີ. ​ໃນ​ບົດ​ລາຍ​ງານ​ສະບັບ​ໜ່ຶງ​ທ່ີ​ສະຫະ​ປະຊາ​ຊາດ​ປະກາດ​ໃນ​ປີ 1998, ​ໄດ້​ຈັດ​ຟີ​ລິບ​ປີນ​ເປັນ​ປະ​ເທດ​ທ່ີ​ມີ​ປະຊາກອນ​ໜາ​ແໜ້ນ​ກວ່າ​ໝູ່​ໃນ​ໂລກ. ​ເຜົ່າ​ມາ​ເລກ​ວ​ມ 85% ຂຶ້ນ​ໄປ, ລວມທັງ​ຊາວ​ຕາ​ກາລົກ ຊາວ​ອີ​ໂລ​ກົສ ຊາວ​ປຳປັງ​ກາ ຊາວ​ບີ​ຊາ​ຢັສ​ແລະ​ຊາວ​ປີ​ໂກນ​ເປັນຕົ້ນ. ຊົມ​ເຜ່ົາ​ສ່ວນໜ້ອຍ​ມີ​ຊາວມຸສລິ​ມ ຊາວ​ຈີນ ຊາວ​ອິນ​ໂດ​ເນ​ເຊຍ ຊາວ​ອາ​ລັບ ຊາວ​ອິນ​ເດຍ ຊາວ​ແອັສປາຍ​ແລະ​ຊາວ​ອາ​ເມ​ລິ​ກາ, ຍັງ​ມີ​ຊົມ​ເຜົ່າ​ພື້ນ​ເມືອງ​ຈຳນວນ​ໜ່ຶງ. ພົນລະ​ເມືອ​ງສ່ວນຫຼາຍ​ເຊ່ືອ​ຖື​ສາສະໜາ​ໂລ​ມັງ​ກາ​ໂຕ​ລິກ, ສ່ວນ​ໜ້ອຍ​ເຊ່ືອ​ຖື​ສາສະໜາ​ໂປຼ​ເຕັສຕາ​ຂອງສາສະໜາ​ຄຼິສຕຽນ ສາສະໜາ​ອິສລາມ​ແລະ​ສາສະໜາ​ພຸດ​ເປັນ​ຕົ້ນ. ຟີ​ລິບ​ປີນ​ມີ 70 ກວ່າ​ພາສາ, ພາສາ​ຊາດ​ແມ່ນ​ພາສາ​ຟີ​ລິບ​ປີນ​ ​ເຊິ່ງຖືພາ​ສາ​ຕາ​ກາລົກ​ເປັນ​ພື້ນ​ຖານ, ​ໃຊ້​ພາສາ​ອັງ​ກິດ​ໂດ​ຍທ່ົວ​ໄປ, ພາສາ​ທາງ​ການ​​ແມ່ນ​ພາສາ​ອັງກິດ​ແລະ​ພາສາ​ຟີ​ລິບ​ປີນ.

ບັນພະ​ບູລຸດຂອງ​ຊາວ​ຟີລິ​ບປີນ​ແມ່ນ​ຍົກຍ້າຍ​ມາ​ຈາກ​ແຜ່ນດິນ​ໃຫຍ່​ອາຊີ.ກ່ອນ​ແອັສປາຍ​ເຂົ້າຜຮຸກ​ຮານ, ຟີ​ລິ​ບປີນ​ມີຫຼາຍນາ​ຈັກ​ຂອງ​ກົກ​ເຫຼົ່າທ້ອງ​ຖ່ິນ​ແລະ​ຊາວ​ມາ​ເລ​ທ່ີ​ຍຍົກຍ້າຍ​ມາ​ຢູ່​​ແຫ່ງ​ນັ້ນ. ປີ 1565, ​ແອັສປາຍ​ໄດ້​ເຂົ້າຮຸກ​ຮານ​ຍຶດຄອງ​ຟີ​ລິ​ບປີນ, ສ້າງ​ເປັນ​ຫົວ​ເມືອງ​ຂຶ້ນ​ຍາວ​ນານ​ເປັນ​ເວລາ 300 ກວ່າ​ປີ. ວັນ​ທີ 12 ມີ​ຖຸນາປີ 1898, ຟີ​ລິບ​ປີນ​ໄດ້​ປະກາດ​​ເປັນ​ເອກ​ະລາດ, ​ແລ້ວ​ໄດ້​ສ້າງສາ​ທາ​ລະນະ​ລັດ​ທຳ​ອິດ​ໃນ​ປະຫວັ​ດສາດ​ຂອງ​ຟີ​ລິບ​ປີນ. ​ໃນ​ປີ​ດຽວກັນ, ອາ​ເມ​ລິ​ກາ​ໄດ້​ຍຶດຄອງ​ຟີ​ລິບ​ປີນ​ຕາມ​ສົນທິສັນຍາ​ປາລີ​ທ່ີ​ໄດ້​ເຊັນ​ກັນ​ພາຍຫຼັງສົງຄາມ ອາ​ເມ​ລິ​ກາ​ກັບ​ແອັສປາຍ, ຟີລິບ​ປີນ​ໄດ້​ຕົກ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ອາ​ເມ​ລິ​ກາອີກ. ​ເດືອນ​ພະຈິກ​ປີ 1935, ຟີ​ລິບ​ປີນ​ໄດ້​ສ້າງຕັ້ງລັດຖະບານ​ປົກ​ຄອງ​ຕົນ​ເອງ. ວັນ​ທີ 8 ທັນວາ ປີ 1941, ທະຫາ​ນຍ່ີ​ປຸ່ນ​ເຂົ້າຮຸກ​ຮານ​ຟີ​ລິບ​ປີນ. ປີ 1945, ອາ​ເມ​ລິ​ກາ​ຟື້ນ​ຟູ​ການ​ປົກຄອງ​ລ່າ​ເມືອງຂຶ້ນ​ຕໍ່​ຟີ​ລິ​ບປີນ​ຄືນ​ໃໝ່, ວັນ​ທີ 4 ກໍລະ​ກົດ​ປີ 1946, ຟີ​ລິບ​ປີນ​ປະກາດ​ເປັນ​ເອກະລາດ, ປີ 1965, ທ່ານ​ມາ​ກົສຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັຣປະ​ທາ​ນາ​ທິບໍດິຜູ່​ທີ 6 ຫຼັງສົງ​ຄາມ​ໂລກ​ຄັ້ງທີ​ 2 , ​ແລະ​ໄດ້​ເປັນ​ປະທາ​ນາ​ທິບໍດີ​ສາມ​ສະ​ໄໝ​ລຽນ​ຕິດ. ​ເດ​ືອນສິງຫາ​ປີ 1983, ທ່ານ​ເປ​ນີ​ໂກ​ໂນ ອາ​ກີ​ໂນ ຜູ່​ນຳ​ພັກ​ຝ່າຍ​ຄ້ານ​ຖື​ກສອບ​ຄາດ​ຕະກຳ, ​ເຮັດ​ໃຫ້​ສະຖານະ​ການ​ການ​ເມືອງ​ຟີ​ລິບ​ປີນ​ປັ່ນ​ປ່ວນ. ວັນ​ທີ 7 ກຸມພາ​ປີ 1986, ​ໄດ້​ຈັດການ​ເລືອກ​ຕັ້ງປະທາ​ນາ​ທິບໍດີ​ກ່ອນ​ເວລາ​ກຳນົດ. ທ່ານ​ໂກ​ລາ​ຊົງ ອາ​ກີ​ໂນ​ໄດ້​ຮັບ​ຕຳ​ແໜ່​ງປະທາ​ນາ​ທິບໍດີ​ໃຕ້​ການ​ສະໜັບສະໜູນ​ຂອງ​ປະຊາຊົນ ສະມາຄົມ​ສາສະໜາ​ໂລ​ມັງ​ກາ​ໂຕ​ລິກ​ແລະ​ກອງ​ທະຫານ. ປີ 1992, ທ່ານ​ປະທານາທິບໍດີ​ອາ​ກີ​ໂນ​ປົກຄອງ​ຈຸບ​ກຳນົດ​ການ​ປົກຄອງ, ​ໃນ​ເດືອນ​ພຶດສະພາ​ປີດ​ຽວກັນ, ​ໄດ້​ຈັດການ​ເລືອກ​ຕັ້ງທ່ົວ​ໄປ​ໃນ​ທ່ົວ​ປະ​ເທດ​ທ່ີ 6 ປີ​ໃດ​ຈັດ​ຂຶ້ນ​ເທ່ືອ​ໜ່ຶງ, ທ່ານ​ລາມົສ​ໄດ້​ຮັບ​ເລື​ອກຕັ້ງ​ເປັນ​ປະທາ​ນາ​ທິບໍດີ​ຊຸດ​ທີ 8. ວັນ​ທີ 2 ກັນ​ຍ່ປິ 1996, ລັດຖະບານ​ຟີ​ລິບ​ປີນ​ໄດ້​ເຊັນ​ສັນຍາ​ສັຍຕິ​ພາບ​ກັບ​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ໂມ​ໂລ ​ເຊ່ິງ​ເປັນ​ອົງການ​ຕ້ານ​ລັດຖະບານ​ທ່ີ​ໃຫຍ່​ກວ່າ​ໝູ່​ຂອງ​ຟີ​ລິບ​ປີນ, ​ແລ້ວ​ໄດ້ສິ້ນ​ສຸດ​ສະຖາ​ນະ​ສົນ​ວະ​ວົນ​ຍ້ອນ​ສົງຄາມ​ທ່ີ​ຍືດ​ເຍືອ​ເຖິງ 24 ປີຢູ່​ພາກ​ໃຕ້​ຟີ​ລິ​ບປີນ.

ຟີ​ລິບ​ປີນ​ປະກາ​ດປະຕິບັດ​ນະ​ໂຍບາຍ​ການ​ຕ່າ​ງປະ​ເທດ​ທ່ີ​ຕັ້ງຕົວ​ເປັນ​ເອກະລາດ, ຂະຫຍາຍ​ການ​ພົວພັນ​ການ​ເມືອງ​ແລະ​ເສດ​ຖະກິດ​ກັບປະ​ເທດ​ທັງ​ໝົດ​ບົນ​ພື້ນຖານ​ສະໝຳ່ສະ​ເໝີ​ກັນ​ ສະ​ເໝີ​ພາບ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ໂຄລົບ​ເຊ່ິງກັນ​ແລະ​ກັນ, ​ເອົາ​​ໃຈ​ໃສ່​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ​ແລະ​ຍ່ີ​ປຸ່ນ, ຕັ້ງໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ, ​ເນັ້ນໜັກ​ຂະຫຍາຍ​ການ​ພົວພັນ​ກັບປະ​ເທດ​ພວມ​ພັດທະນາ, ​ແມ່ນ​ສະມາຊິກ​ຂອງ​ອາຊຽນ. 3 ຈຸດໝາຍ​ສຳຄັນ​ຂອງ​ນະ​ໂຍບາຍ​ຕໍ່​ຕ່າງປະ​ເທດ​ຟີ​ລິບ​ປີນ​ກໍ​ຄື: ​ເພ່ີມ​ທະວີຄວາມ​ປອດ​ໄພ​ແຫ່​ງຊາດ, ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ປິກ​ປ້ອງ​ຮັກສາ​ຊາວ​ຟີ​ລິບ​ປີນ​ຢູ່​ຕ່າງປະ​ເທດ. ຟີ​ລິບ​ປີນ​ເຈາະ​ຈົງ​ດຳ​ເນີນ​ການ​ທູ​ດ​ເສດຖະກິດ, ຕັ້ງໜ້າ​ເຂົ້າຮ່ວມ​ວຽກ​ງານ​ສາກົນ​​ແລະ​ພາກພື້ນ, ພະຍາຍາມ​ປ່ຽນ​ແປງ​​ແລະ​ສ້າງ​ພາບ​ພົດ​ອັນ​ດີງາມ​ຂອງ​ຟີ​ລິ​ບປີນ​ບົນ​ເວທີ​ສາກົນ