ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 10:28:39    
ມຽນມາ

cri Author: huang

ມຽນມາ​ຊື່​ເຕັມ​ແມ່ນ​ສະຫະພາບ​ມຽນມ້າ. ​ມີເນ້ືອ​ທ່ີ​676581​ກິ​ໂລ​ແມັດ​ມົນທົນ. ມຽນມາ​ຕັ້ງ​ຢູ່​ພາກ​ຕາ​ເ​ວັນ​ຕົກ​ຂອງ​​ແຫຼມ​ອິນ​ດູ​ຈີນ, ຕັ້ງ​ຢູ່ຫວ່າງກາງ​​ພູ​ພຽງ​ຕີ​ເບ​ດກັບ​ແຫຼມ​ມາ​​​ເລ. ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຕໍ່​ແດນ​ກັບ​ອິນ​ເດຍ​ແລະ​ບັງ​ກະລາ​ເດັດ, ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຕໍ່​ແດນ​ກັບ​ຈີນ​ແລະ​ລາວ, ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຕິດກັບ​ໄທ, ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ແມ່ນ​ອ່າວ​​ເບັງ​ການ​ແລະ​ທະ​ເລອັນ​ດາ​ມັນ. ​ມີ​ຊາຍ​ຝັ່ງ​ທະ​ເລ​ຍາວ​ເຖິງ3200​ກິ​ໂລ​ແມັດ. ມີ​ອາກາດ​ລົມ​ມໍ​ສະ​ສຸມ​​ແຖບ​ຮ້ອນ, ອຸນຫະພູມ​ສະ​ເລ່ຍຕ່ໍ​ປີ​27​ອົງສາ​ເຊ. ​ອັດ​ຕາ​ປ່າ​ໄມ້​ປົກ​ຫຸ້ມ​ກວມ​ເນື້ອ​ທີ່​ທັງ​ໝົດ50%ຂຶ້ນ​ໄປ.

ນັບ​ມາ​ຮອດ​ເດືອນ​ກໍລະກົດ​ປີ2001, ປະຊາກອນ​​ມຽນມາ​ມີ52​ລ້ານ​ຄົນ. ມຽນມາ​ມີ135​ຊົນ​ເຜົ່າ, ຕ້ົນຕໍ​ມີ​​ເຜົ່າພະ​ມາ, ​ເຜົ່າ​ກະ​ລ່ຽງ, ​ເຜົ່າ​ໄທ​ໃຫຍ່​ແລະ​ເຜົ່າ​ມອນ​ເປັນຕົ້ນ, ​ເຜົ່າ​ພະ​ມາ​ກວມ​​ປະຊາກອນ​ທັງ​ໝົດປະມານ65%. ທົ່ວ​ປະ​ເທດ​ມີ​ປະຊາກອນ80%ຂ້ຶນ​ໄປ​ເຊ່ືອ​ຖື​ສາສະໜາ​ພຸດ. ມີ​ປະຊາກອນປະມານ8%​ເຊ່ືອ​ຖື​ສາສະໜາ​ອິດສະ​ລາມ. ພາສາ​ພະ​ມາ​ເປັນ​ພາສາ​ທາງການ, ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ລ້ວນ​ແຕ່​ມີ​ພາສາ​ຂອງ​ຕົນ​ເອງ, ບາງຊົນ​ເຜົ່າ​ຍັງ​ມີ​ຕົວ​ໜັງສື​ຂອງ​ເຜົ່າ​ຕົນ.

ທຸງຊາດ​ຂອງ​ມຽນມາ​ມີ​ພ້ືນສີ​ແດງ, ​ແຈ​ເທິງ​ເບ້ືອງ​ຊ້າຍ​ມີ​ຮູບ​ສີ່​ລ່ຽ​ມຍາວ​ສີ​ຟ້າ​ແກ່, ຮູບ​​ແຕ້ມສີຂາວມີຮວງ​ເຂົ້າ​ສອງ​ຮວງ​ແລະ​ແຂ້ວ​ໝາກ​ເຟືອງ14​​​ແຂ້ວ, ຕ່າງ​​ເປັນ​ສັນຍະລັກ​​ໃຫ້​ແກ່ກະສິກຳ​ແລະ​ອຸດສາຫະກຳ. ວົງ​ນອກ​ຂອງ​ແຂ້ວ​ໝາກ​ເຟືອງ​ມີດາວ5​ແຈ14​ໜ່ວຍວຽນ​ອ້ອມ, ຕາງໜ້າ​​ໃຫ້​ແກ່14​ແຂວງ​ແລະ​ລັດ​ທີ່​ປະກອບ​ເປັນ​ສະຫະພາບ​ມຽນມາ. ສີ​ແດງ​ເປັນ​ສັນຍະ​ລັກ​​ໃຫ້​ແກ່ຄວາມ​ກ້າຫານ​ແລະ​ຄວາມ​​ເດັດຂາດ; ສີຂາວ​ເປັນ​ສັນຍາະລັກ​ໃຫ້​ແກ່​ຄວາມ​ບໍລິສຸດ​ຜຸດ​ຜ່ອງ​ແລະ​ຄຸນນະທຳດີງາມ; ສີ​ສີຟ້າ​ແກ່​ໝາຍ​ເຖິງ​ສັນຕິພາບ​ແລະ​ຄວາມ​ຄົບ​ຖ້ວນສົມບູນ.

​ໃຈກາງ​ກາ​ໝາຍ​ຊາດ​ຂອງ​ມຽນມາມີແຂ້ວ​ໝາກ​ເຟືອງ14​ແຂ້ວ, ​​ແລະ​ແຜນ​ທ່ີ​ມຽນມາ. ​ແຂ້ວ​ໝາກ​ເຟືອງ​ມີ​ຮວງ​ເຂົ້າອ້ອມ​ຮອບ. ຂ້າງ​ຮວງ​ເຂົ້າ​ມີ​ສິງ​​ເບ້ືອງ​ລະ​ໂຕ, ສິງ​ຖືກ​ຖືເປັນ​ສັດປະຈຳຊາດ​ຂອງ​ມຽນມາ, ​ເປັນ​ສັນຍາ​ລັກ​ແຫ່ງ​​ສີ​ລິດ​ມຸງຄຸນ. ຂ້າງ​ເທິງ​ກາ​ໝາຍ​ຊາດແມ່ນ​ດາວ5​ແຈ​ດວງໜ່ຶງ, ສອງ​ຂ້າງ​ປະດັບດ້ວຍ​ດອກ​​ໄມ້​​ມຽນມາ. ສາຍ​ເອ້​ຂ້າງລຸ​ມ​ແມ່ນ​ຕົວ​ອັກສອນ​ພະ​ມາ​ທ່ີ​ຂຽນ​ວ່າສະຫະພັບ​ມຽນມາ​.

ທົ່ວ​ປະ​ເທດ​ມຽນມາ​ແບ່ງ​ເປັນ7​ແຂວງ​ແລະ7​ລັດ, ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທ່ີ​​ເປັນ​ເອກະລາດ​ແລະ​ຕັ້ງໜ້າ, ບໍ່​ອີງ​ອາ​ໄສ​ປະ​ເທດ​ໃຫຍ່​ຫຼື​ກຸ່ມປະ​ເທດ​​ໃດໆ. ມີ​ເຈດ​ຈຳນົງ​ຢູ່​ຮ່ວມ​ກັນ​ກັບ​ບັນດາ​ປະ​ເທດ​ຢ່າງ​ມີ​ໄມຕີ​ຈິດ​ຢູ່​ບົນ​ພື້ນຖານ​ຫຼັກ5​ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ​ເອົາ​ໃຈ​ໃສ່​ຂະ​ຫາ​ຍາຍ​ການ​ພົວພັນ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທ່ີ​ດີ​ຕ່ໍ​ກັນ​ກັບປະ​ເທດ​ໃກ້ຄຽງ. ມີ​ເຈດ​ຈຳນົງ​​ໃຫ້ສ້າງ​ລະບຽບ​ສາກົນ​ໃໝ່​ຢູ່​ບົນ​ພ້ືນຖານ​ຫຼັກ5​ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ຄືປະ​ເທດ​ບ່ໍ​ວ່າ​​ນ້ອຍ​ຫຼື​ໃຫຍ່, ຕ່າງ​ໂຄລົບ​ກັນ, ປຶກສາຫາລື​ກັນ​ຢ່າງ​ສະ​ເໝີ​ພາບ​, ໂຄລົບ​ກົດ​ບັດ​ສະຫະ​ປະຊາ​ຊາດ​ຢ່າງ​ເຂັ້ມ​ງວດ, ​ສະຫະ​ປະຊາ​ຊາດ​ຄວນ​ເສີມ​ຂະຫຍາຍ​ບົດບາດ​ຍິ່ງ​ຕັ້ງໜ້າ​ກວ່າ​ເກົ່າຢູ່​ໃນ​ໂລກ