![]( /mmsource/images/2004/04/21/laba.gif)
ໂດຍຕອບສະຫນອງຕາມຄຳເຊີນຂອງທ່ານບຸນຍັງ.ວໍລະຈິດ ນາຍົກລັດຖະມົນຕີສປປລາວ,ວັນທີ 28 ພະຈິກ ທ່ານເວີ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນຈະຢ້ຽມຢາມສປປລາວລາວທາງລັດຖະກິດ,ແລະຈະເຂົ້າຮ່ວມກອງປະຊຸມຜູ່ນຳລະຫວ່າງອາຊຽນກັບຈີນ ຍີ່ປຸ່ນແລະສາ ທາລະນະລັດເກົາ ຫລີຄັ້ງທີ 8 ຄື 10+3; ກອງປະຊຸມຜູ່ນຳລະຫວ່າງອາຊຽນກັບຈີນແລະກອງປະຊຸມຜູ່ນຳຈີນ ຍີ່ປຸ່ນແລະສາທາລະນະລັດເກົາຫລີຄັ້ງທີ 6 ທີ່ຈະຈັດຂຶ້ນແຕ່ວັນທີ 29 ຫາວັນທີ 30 ພະຈິກນີ້.ວັນທີ 25 ພະຈິກ ທ່ານລິວຢົງຊິງ ເອກອັກຄະລັດຖະທູດຈີນປະຈຳສປປລາວໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸສາກົນແຫ່ງປະເທດຈີນສະເຫນີຄວາມຫມາຍຂອງການຢ້ຽມ ຢາມລາວຂອງທ່ານເວີ່ນເຈ່ຍປາວແລະສະພາບການພັດທະນາການຮ່ວມມືລະຫວ່າງຈີນລາວ.
ໃນເວລາກ່າວເຖິງທ່ານນາຍົກລັດຖະມົນຕີເວີ່ນເຈ່ຍປາວເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ເທື່ອນີ້, ທ່ານເອກອັກຄະລັດຖະທູດລິວຢົງຊິງຊີ້ອອກວ່າ, ການຢ້ຽມຢາມຂອງທ່ານເວີ່ນເຈ່ຍປາວເທື່ອນີ້ແມ່ນການເຄື່ອນໄຫວໃນການຕ່າງປະເທດທີ່ສຳຄັນຢູ່ບປະເທດອ້ອມຂ້າງຂອງຈີນໃນປີນີ້,ຈຸດປະສົງຕົ້ນຕໍແມ່ນເພື່ອເພີ່ມທະວີການຮ່ວມມືຮອບດ້ານແລະມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນລາວ, ເຮັດໃຫ້ການພົວພັນຫມູ່ຄູ່ຍຸດທະສາດລະຫວ່າງຈີນອາຊຽນລົງສູ່ລວງເລິກ,ເພື່ອຊຸກຍູ້ການຮ່ວມມືລະຫວ່າງອາຊຽນກັບຈີນ ຍີ່ປຸ່ນແລະສາທາລະນະລັດເກົາຫລີກໍ່ຄືການຮ່ວມມືລະຫວ່າງຈີນ ຍີ່ປຸ່ນແລະສາທາລະນະລັດເກົາຫລີ.
ໃນເວລາກ່າວເຖິງການຢ້ຽມຢາມສປປລາວລາວຂອງທ່ານເວີ່ນເຈ່ຍປາວ, ທ່ານລິວຢົງຊິງຊີ້ອອກເປັນພິເສດວ່າ, ຢູ່ລະຫວ່າງຈີນລາວມີການພົວພັນອັນແຫນ້ນແຟ້ນທີ່ສຸດ, ມີການພົວພັນມິດຕະພາບອັນເປັນມູນເຊື້ອ,ການຮ່ວມມືຢູ່ເຂດຊາຍແດນຈີນລາວແມ່ນແບບຢ່າງຂອງການພົວພັນຊາຍແດນລະຫວ່າງຈີນກັບປະເທດອື່ນໆ.ຄຽງຄູ່ກັບການພົວພັນການເມືອງລະ ຫວ່າງສອງປະເທດໄດ້ພັດທະນາຕື່ມອີກໃນຫລາຍປີມໍ່ໆມານີ້, ສະເພາະຢ່າງຍິ່ງໃນປີ 2000 ປະມຸກລັດປະເທດທັງສອງໄດ້ຢ້ຽມຢາມເຊິ່ງກັນແລະກັນ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນທາງການເມືອງລະຫວ່າງສອງຝ່າຍໄດ້ເພີ່ມທະວີຂຶ້ນເລື້ອຍໆ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍເພີ່ມຫລາຍຂຶ້ນຢ່າງບໍ່ຢຸດຢັ້ງ, ການພົວພັນລະຫວ່າງຈີນລາວໃນປະຈຸບັນຢູ່ໃນໄລຍະພັດທະນາດີທີ່ສຸດ.ທ່ານລິວຢົງຊິງເວົ້າວ່າ:
ລັດຖະບານລາວສຸດທີ່ເອົາໃຈໃສ່ນຳການຢ້ຽມຢາມຂອງທ່ານເວີ່ນເຈ່ຍປາວເທື່ອນີ້.ເມື່ອສາມເດືອນກ່ອນ,ພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍກໍ່ໄດ້ປຶກສາຫາລືຢ້ຽມຢາມ.ການຢ້ຽມຢາມຂອງທ່ານເວີ່ນເຈ່ຍປາວເທື່ອນີ້ຕົ້ນຕໍແມ່ນເພີ່ມທະວີແລະປັບປຸງການພົວພັນຮ່ວມມືລະຫວ່າງຈີນລາວ, ແລກປ່ຽນຄວາມເຫັນກ່ຽວກັບບັນຫາທີ່ສົນໃຈນຳກັນເຊິ່ງລວມທັງບັນຫາເພີ່ມທະວີການຮ່ວມມືຕື່ມອີກ.ໃນໄລຍະຢ້ຽມຢາມ, ສອງຝ່າຍຍັງຈະເຊັນສັນຍາຮ່ວມມືດ້ານເສດຖະກິດແລະເຕັກນິກລວມ 5 ສະບັບ.
ທ່ານລິວຢົງຊິງຊີ້ອອກວ່າ, ການຮ່ວມມືການລົງທຶນລະຫວ່າງຈີນລາວພວມຂະຫຍາຍຕົວອອກເປັນກ້າວໆ,ຄຽງຄູ່ກັບເສດຖະກິດລາວໄດ້ມີການພັດທະນາ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດມີອະນາຄົດອັນກວ້າງຂວາງ.ທ່ານຊີ້ອອກວ່າ, ການຮ່ວມມືລະຫວ່າງຈີນກັບລາວແມ່ນແຍກອອກຈາກການຮ່ວມມືລະຫວ່າງຈີນກັບອາຊຽນບໍ່ໄດ້.ທ່ານລິວຢົງຊິງເວົ້າວ່າ:
ປະບັນນີ້ ອາຊຽນພວມສົ່ງເສີມການຫັນເປັນເອກະພົບດຽວ.ໃຕ້ສະພາບການແນວນີ້, ລາວແມ່ນຜູ່ຮັບຜົນປະໂຫຍດ, ແລະຈະໄດ້ຮັບຜົນປະໂຫຍດໃນການຮ່ວມມືລະຫວ່າງຂອບຈີນແລະອາຊຽນ.ການພົວພັນລະຫວ່າງຈີນກັບລາວມີສອງດ້ານຄື ດ້ານຫນຶ່ງແມ່ນການພົວພັນເສດຖະກິດການຄ້າລະຫວ່າງສອງຝ່າຍ, ອີກດ້ານຫນຶ່ງແມ່ນການພົວພັນເສດຖະກິດການຄ້າໃຕ້ຂອບລະຫວ່າງຈີນແລະອາຊຽນ, ສອງການພົວພັນດັ່ງກ່າວຕ່າງຊຸກຍູ້ກັນ, ເປັນການຊຸກຍູ້ເຊິ່ງ ກັນແລະກັນໄປສູ່ແງ່ດີ.
ທ່ານລິວຢົງຊິງເຊື່ອວ່າ, ຄຽງຄູ່ກັບການພົວພັນແລະຊ່ອງທາງການພັດ ທະນາເສດຖະກິດການຄ້າລະຫວ່າງຈີນລາວເປີດກວ້າງອອກເປັນກ້າວໆ, ການພົວພັນສອງຝ່າຍ ການພົວພັນຫລາຍຝ່າຍແລະການຮ່ວມມືໃນພາກພື້ນແລະອະນຸພາກພື້ນເຊິ່ງລວມທັງການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງຈະຂະຫຍາຍຕົວນັບມື້ນັບດີຂຶ້ນ.
ສຸດທ້າຍ ທ່ານລິວຢົງຊິ້ງເວົ້າວ່າ, ທ່ານມີຄວາມຫມັ້ນໃຈຫລາຍຕໍ່ລັດຖະບານສປປລາວເປັນເຈົ້າພາບຈັດກອງປະຊຸມສາກົນຂະຫນາດໃຫຍ່ເທື່ອນີ້ຢ່າງສຳເລັດຜົນ.ທ່ານເວົ້າວ່າ:
ປີນີ້ ສປປລາວເປັນປະເທດເຈົ້າພາບກອງປະຊຸມສຸດຍອດອາຊຽນ,ແມ່ນຈັດກອງປະຊຸມສາກົນຂະຫນາດໃຫຍ່ປານນີ້ເທື່ອທຳອິດ.ລັດຖະບານລາວສຸດທີ່ເອົາໃຈໃສ່ນຳກກອງປະຊຸມເທື່ອນີ້,ໄດ້ທຳການກະກຽມຢ່າງເຕັມສ່ວນໃນດ້ານສິ່ງກໍ່ສ້າງຄົມມະນາຄົມ ວຽກງານກອງປະຊຸມແລະຄວາມປອດໄພເປັນຕົ້ນ. ຂ້າພະເຈົ້າເຊື່ອວ່າ,ກອງປະຊຸມເທື່ອນີ້ຈະໄດ້ຮັບໄຊຊະນະແລະສຳເລັດຜົນຢ່າງເຕັມເມັດເຕັມຫນ່ວຍ,ລາວກໍ່ຈະປະກອບສ່ວນເທົ່າທີ່ຄວນເຂົ້າໃນການຮ່ວມມືໃນພາກພື້ນແຫ່ງນີ້.
|