ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 17:38:28    
"ບົດ​ລາຍ​ງານ​ກຳລັງ​ແກ່ງ​ແຍ່ງ​ຂອງ​ເອີ​ລົບ" ສຸມ​ໃສ່​ເສດຖະກິດ​ຈີນ

cri Author: lm

ຕາມ​ຂ່າວ CRI: "ບົດ​ລາຍ​ງານ​ກຳ​ລັງ​ແກ່ງ​ແຍ່ງ​ຂອງ​ເອີ​ລົບ" ປີ 2004ທີ່​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ປະກາດ​ໃນ​ວັນ​ທີ 25 ພະຈິກ​ເຫັນ​ວ່າ, ການ​ພັດທະນາ​ຂອງ​ຈີນ​ໄດ້​ເປັນ​ການ​ທ້າ​ທາຍ​ຕໍ່​ກຳລັງ​ແກ່ງ​ແຍ່ງ​ຂອງ​ສະຫະພາບ​ເອີ​ລົບ ທັງ​​ໄດ້ນຳ​ເອົາ​ໂອກາດ​ມາ​ໃຫ້​ສະຫະພາບ​ເອີ​ລົບ. ບົດ​ລາຍ​ງານ​ຂຽນ​ວ່າ, ​ໃນ​​ເວລາ​ຈີນ​ດຳ​ເນີນການ​ປະຕິ​ຮູບ​ເສດ​ຖະ​ກິດນັ້ນ ​ໄດ້​ຊຳລະ​ກຳ​ແພງ​ຕະຫຼາດຢ່າງຫຼວງຫຼາຍ. ພາຍຫຼັງຈີນ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ​ແລ້ວ, ຍັງ​ຈະ​ໃຊ້​ມາດ​ຕະການ​ໃໝ່​ຫຼາຍຢ່າງ​ຕໍ່​ເນື່ອງກັນ​ເພື່ອເປີດ​ຕະ​ຫຼາດ.ຈີນ​ທີ່​​ໄຂ​ປະຕູ​ໄດ້​ນຳ​ເອົາ​ໂອກາດ​ການ​ຄ້າ​ແລະ​ການ​ລົງທຶນ​ອັນ​ມະຫາສານມາ​ໃຫ້​ວິ​ສາ​ຫະ​ກິດ​ສະ​ຫະພາບ​ເອີ​ລົບ.

​ແຕ່​ປີ 1994 ​ເປັນຕົ້ນມາ, ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ໄດ້ປະກາດ "​ບົດ​ລາຍ​ງານກຳລັງ​ແກ່ງ​ແຍ່ງ​ຂອງ​ເອີ​ລົບ" ​ປີ​ລະເທື່ອ​, ວິ​ເຄາະ​ແລະ​ສະຫຼຸບຢ່າງ​ລະອຽດ​ຕໍ່​ກຳລັງ​ແກ່ງ​ແຍ່ງ​ຂອງ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ. ບົດ​ລາຍ​ງານ​ຂອງ​ປີ​ນີ້​ແບ່ງ​ອອກ​ເປັນ 5 ພາກສ່ວນ, ພາກສ່ວນ​ທີ 5 ​ໄດ້​ວິ​ເຄາະ​ໂດຍ​ຈຳ​ເພາະ​ຕໍ່​ການ​ພັດທະນາ​ເສດ​ຖະ​ກິດ​ຂອງ​ຈີນ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ກຳລັງ​ແກ່ງ​ແຍ່ງ​ຂອງ​ສະຫະພາບ​ເອີ​ລົບ, ​ໄດ້​ບັນ​ບາຍ​​ເປັນ​ຈຸ​ດ​ໜັກ​ກ່ຽວ​ກັບການ​ປ່ຽນ​ແປງ​​ໃນ​ການ​ຄ້າລະຫວ່າງຈີນ​ເອີ​ລົບທີ່​ເກີດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ນີ້​ ນະ​ໂຍບາຍ​ອຸດສາຫະກຳ​ຂອງ​ຈີນ​ແລະ​ສະພາບ​​ທຶນ​ພາຍ​ນອກ​ໄຫຼ​ເຂົ້າຈີນ.

ບົດ​ລາຍງານ​ຂຽນວ່າ, ​ໃນ 25 ປີຜ່ານມາ, ​ເສດຖະກິດ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ. ​ແຕ່​ປີ 1979 ຫາ​ປີ 2002, ຈັງຫວະ​​ເຕີບ​ໂຕ​ຂອງ GNP ສະ​ເລ່ຍ​ແລ້ວ​ໄດ້​ບັນລຸ 9%. ​ໃນ​ຜະລິດ​ຕະພັນ​ທີ່​ຈີນ​ສົ່ງ​​ອອກໃຫ້ສະຫະພາບ​ເອີ​ລົບ, ຜະລິດ​ຕະພັນ​ວິທະຍາສາດ​ເຕັກ​ນິກ​ສຸມ ປັນຍາ​ສຸມ​ແລະ​ທຶນ​ສຸມ​ໄດ້​ກວມ​ອັດຕາ​ນັບ​ມື້​ນັບ​ສູງ.

​ແຕ່​ກ່ອນ, ​ໃນ​ດ້ານ​ນຳ​ເຂົ້າສິນຄ້າ ສະຫະພາບ​ເອີ​ລົບ​ຕົ້ນຕໍ​ໄດ້ປະເຊີນກັບ​ການ​ແກ່ງ​ແຍ່ງ​ຂອງຜະລິດ​ຕະພັນ​ແຮງ​ງານ​ສຸມ​ຂອງ​ຈີນ. ​ແຕ່​ປະຈຸ​ບັນ, ນະ​ໂຍບາຍ​ອຸສາ​ຫະກຳ​ອັນ​ຕັ້ງ​ໜ້າ​ຂອງ​ຈີນ​ໄດ້​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ຜູ່​ມີ​ກຳລັງ​ແກ່ງ​ແຍ່ງຍ້ອນ​ອຸດສາຫະກຳ​​ໄຮ​ເທັກ​ຕົ້ນ​ທຶນ​ຕ່ຳ. ​ໃນ​ດ້ານ​ຜະລິດ​ຕະພັນ​ເຕັກນິກຂໍ້​ມູນ​ຂ່າວສານ, ຈີນ​ແມ່ນ​ປະ​ເທດ​ສຳ​ຄັນ​ທີ່​ສະ​ຫະ​ພາບ​ເອີ​ລົບສົ່ງ​ຂາຍອຸບປະກອນ​ໂທລະ​ຄົມ​ແລະ​ຄອມ​ພິວ​ເຕີ​, ຈຳນວນ​ຈີນ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນີ້​ເພີ່ມ​ຂຶ້ນ 20% ຮອດ 30% ຕໍ່​ປີ. ​ໃນຜະລິດ​ຕະພັນ​ທີ່​ຈີນ​ສົ່ງ​ຂາຍ​ໃຫ້ 15 ປະ​ເທດ​ສະ​ຫະ​ພາບ​ເອີ​ລົບ​ນັ້ນ, ຜະ​ລິດ​ຕະພັນ​​ໄຮເທັກ​ໄດ້​ລື່ນ​ກາຍ 20% ​ແລ້ວ, ​ແມ່ນ​ສອງ​ເທົ່າ​ຂອງ​ຈຳ​ນວນ​ທີ່ 10 ປະ​ເທດ​ສະ​ມາ​ຊິກ​​ໃໝ່​ຂອງ​ສະຫະພາບ​ເອີ​ລົບ​ທີ່​ສົ່ງ​ຂາຍ​ໃຫ້ 15 ປະ​ເທດ​ສະ​ຫະ​ພາບ​ເອີ​ລົບ.

ບົດ​ລາຍ​ງານ​ເຫັນ​ວ່າ, ຈີນ​ໃນ​ຖານ​ເປັນ​ຜູ່​ຜະລິດ​ຜະລິດ​ຕະພັນ​​ໄຮ​ເທັກ​ມີ​ຖານະນັບ​ມື້​ນັບ​ສຳຄັນ​ ​ເປັນການ​ສ່ອງ​ແສງ​ຢ່າງ​ໜຶ່ງ​ໃຫ້​ເຫັນ​ນະ​ໂຍບາຍ​ອຸດສາຫະກຳ​ອັນ​ແຈ່ມ​​ແຈ້ງ​ຂອງ​ລັດຖະບານ​ຈີນ. ນະ​ໂຍບາຍອຸດສາຫະກຳ​ຂອງ​ຈີນ​ໄດ້​ຮັບ​ເອົາ​ທຶນ​ພາຍ​ນອກ​ໂດຍ​ກົງ​ ​ໃຫ້​ເຂົ້າ​ສູ່​ອຸດສາຫະກຳ​​ເຕັກນິກ​ສຸມຢ່າງ​ມີ​ການ​ຄັດ​ເລືອກ. ພ້ອມ​ກັນນັ້ນ ລັດຖະບານ​ຈີນ​ຍັງ​ຕັ້ງ​ໜ້າ​ອຸບ​ປະ​ຖຳ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ທີ່​ຖືກ​ຖື​ວ່າມີ​ກຳລັງ​ແກ່ງ​ແຍ່ງ​​ໃນ​ໂລກ. ນີ້​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ຢ່າງ​ໃຫຍ່ຫຼວງທີ່​ເຮັດ​ໃຫ້​ອົງ​ປະກອບ​ອຸດສາຫະກຳ​ຂອງ​ຈີນ​ສູງຂຶ້ນ​ຫຼາຍ.

ບົດ​ລາຍ​ງານ​ຂຽນ​ວ່າ, ປີ 2002, ຈີນ​ໄດ້​​ຮັບ​ເອົາ​ທຶນ​ພາຍ​ນອກ​ໂດຍ​ກົງ​​ບັນລຸ 52 ຕື້ 700 ລ້ານ​​ໂດ​ລາ​ສະຫະລັດ. ​ໃນ​ທຶນ​ພາຍ​ນອກ​ທີ່​ມາໂດຍ​ກົງ​ນັ້ນ, 25 ປ​ະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ​ກວມ​ປະມານ 10%. ​ໃນ​ໄລຍະ​ຕົ້ນ, ​ທຶນ​ພາຍ​ນອກຖືກ​ດູດ​ດຶງ​ຍ້ອນ​ຕົ້ນ​ທຶນ​ຕ່ຳ​, ທິດ​ການ​ລົງທຶນ​ຂອງ​ສະຫະພາບ​ເອີ​ລົບ​ຕົ້ນຕໍ​ແມ່ນ​ອຸດສາຫະກຳ​ຂາ​ອອກ. ສ່ວນ​ໃນ​ປະຈຸ​ບັນ, ການ​ລົງທຶນ​ນັບ​ມື້​ນັບຫຼາຍຂອງ​ສະຫະພາບ​ເອີ​ລົບ​ແມ່ນ​ເພື່ອ​ໃຫ້​ຜະ​ລິດ​ຕະ​ພັນ​ຂອງ​ເຂົາ​ເຂົ້າ​ສູ່​ຕະຫຼາດຂອງ​ຈີນ​ທີ່​ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະຫາສານ.

ບົດ​ລາຍ​ງານ​​ເຫັນ​ວ່າ, ​ເມື່ອ​ທຽບ​ກັບ 15 ປະ​ເທດ​ສະມາຊິກ​​ເດີມຂອງສະຫະພາບ​ເອີ​ລົບ​ທີ່​ລະດັບ​ຫັນ​ເປັນ​ອຸດສາຫະກຳ​ຍິ່ງ​ສູງ​ນັ້ນແລ້ວ, ປະ​ເທດ​ສະມາຊິກ​ໃໝ່​ທີ່​ເຂົ້າ​ຮ່ວມ​ສະ​ຫະ​ພາບ​ເອີ​ລົບ​ໃນ​ວັນ​ທີ 1 ພຶດສະພາ​ປີ​ນີ້​ແລ​ະປະ​ເທດ​ສຳຮອງ​ຈຳນວນ​ໜຶ່ງ​ທີ່​ຖ້າ​ເຂົ້າ​ຮ່ວມ​ສະ​ຫະພາບ​ເອີ​ລົບ​ພວມ​ປະ​ເຊີນ​ກຳລັງ​ໜີບ​ຍິ່ງ​ແຮງຈາກ​ກຳລັງ​ແກ່ງ​ແຍ່ງ​ຂອງ​ຈີນ. ​ແຕ່​ຈີນ​ກໍ​ໄດ້​ອຳນວຍ​ໂອກາດ​ທີ່​ທັງ​ຊ່ອຍປະ​ເທດ​ພວມ​ພັດທະນາ​ພັດ​ທະ​ນາ​ເສດ​ຖະ​ກິດ ທັງ​ມີ​ຜົນ​ດີ​ຕໍ່​ຜູ່​ບໍລິ​ໂພ​ກ​ແລະ​ຜູ່​ຜະລິດ​ຂອງປະ​ເທດ​ອຸດສາຫະກຳ. ສະນັ້ນ ບົດ​ລາຍ​ງານ​ກ່າວ​ເນັ້ນວ່າ, ​ເອີ​ລົບ​ຄວນ​ອອກ​ແບບ​ຍຸດ​ທະ​ສາດ​ຢ່າງ​ໜຶ່ງ ບົນ​ພື້ນຖານ​ຍົກ​ກຳ​ລັງ​ຜະ​ລິດ ກຳ​ລັງ​ແກ່ງ​ແຍ່ງ​ແລະຄວາມ​ສາມາດ​ປະດິດ​ສ້າງ​​ໃຫ້​ສູງ​ຂຶ້ນ, ​ເພື່ອ​ຕ້ອນຮັບ​ການ​ທ້າ​ທາຍ​ຂອງ​ຈີນ, ​ແລະ​ກຳ​ກາລະໂອກາດພັດທະນາ​ໃຫ້​ດີ.