ສາສະຫນາພຸດ ສາສະຫນາພຸດເຜີຍແຜ່ເຂົ້າໃນປະເທດຈີນປະມານກ່ອນແລະຫລັງ ຄ.ສ 1 ,ພາຍຫລັງ ຄ.ສ 4 ແລ້ວ,ເລ່ີມເຜີຍແຜ່ຢ່າງກວ້າງຂວາງ,ກາຍເປັນສາສະຫນາທີ່ມີຜົນສະທ້ອນຫຼາຍກວ່າຫມູ່ຂອງຈີນເທື່ອລະກ້າວ,ສາສະຫນາພຸດຈີນປະກອບດ້ວຍ3 ພາສາໃຫຍຄື:ສາສະຫນາພຸດພາສາຈີນ ສາສະຫນາພຸດພາສາຕິເບດແລະສາສະຫນາພຸດພາສາປາລີ(ກໍເອີ້ນວ່າສາສະຫນາພຸດພາກໃຕ້ ) ສາສະຫນາພຸດ ສາມພາສາດ່ັງກ່າວນີ້ມີພະສົງສາມະເນນ 2 ແສນອົງ,ປະຈຸບັນນີ້,ຈີນມີວັດວາອາຮາມສາສະຫນາພຸດ 13 ພັນກວ່າແຫ່ງ,ມີໂຮງຮຽນສາສະຫນາພຸດ 33 ຫລັງ,ມີວາລະສານປະເພດສາສະຫນາພຸດເກືອບ 50 ຊະນິດ.
ສາສະຫນາພຸດນິກາຍຕິເບດແມ່ນສາຂາຫນ່ຶງຂອງສາສະຫນາພຸດຈີນ,ຕົ້ນຕໍເຜີຍແຜຢູ່ຕາມເຂດຕິເບດປົກຄອງຕົນເອງ ເຂດມົງໂກນໃນປົກຄອງຕົນເອງ ແຂວງຊິງໄຮເປັນຕົ້ນ,ຊາວເຜ່ົາຕິເບດ ເຜ່ົາມົງໂກນ ເຜ່ົາຢູ້ກູ ເຜ່ົາເມີນປາ ເຜ່ົາໂລ້ປາແລະເຜ່ົາທູເຈຍເຊື່ອຖືພຸດທະສາສະຫນານິກາຍຕິເບດໂດຍທ່ົວໄປ,ມີປະຊາກອນປະມານ 7 ລ້ານກວ່າຄົນ, ສາສະຫນາພຸດພາກໃຕ້ຕົ້ນຕໍແຈກຢາຍຢູ່ຕາມ ເຂດຍ່ອຍ ສິບສອງພັ່ນນາເຜ່ົາໄທລື້ປົກຄອງຕົນເອງແຂວງຢຸນນານພາກຕາເວັນຕົກສຽງໃຕ້ຂອງຈີນເຂດຍ່ອຍເດີຮົງ ເຜ່ົາໄທລື້ ເຜ່ົາຈິງໂພປົກຄອງຕົນເອງ ແລະເຂດຊືເມົາເປັນຕົ້ນ,ຄົນສ່ວນຫຼາຍຂອງເຜ່ົາໄທລື້ ເຜ່ົາປູ້ລັງ ເຜ່ົາອາຊັງແລະເຜ່ົາວາເຊື່ອຖືສາສະຫນາພຸດພາກໃຕ້ ປະຈຸບັນນີ້ມີພຸດທະສາສະນິກກະຊົນ 1 ລ້ານກວ່າຄົນ,ຜູ້ເຊື່ອຖືພຸດທະສາສະຫນາເຜ່ົາຮ້ານເອົາເຜ່ົາຮ້ານເປັນຕົ້ນຕໍ,ແຈກຢາຍຢູ່ຕາມແຫ່ງຕ່າງໆຂອງຈີນ.
ສາສະຫນາເຕົ້າ ສາສະຫນາເຕົ້າແມ່ນສາສະຫນາທີ່ກຳເນີດຂຶ້ນຢູ່ຈີນ,ເລ່ີມແຕ່ ຄ.ສ 2 ,ນັບມາຮອດປະຈຸບັນນີ້ມີປະຫວັດ1800 ກວ່າປີ,ສາສະຫນາເຕົ້າສືບທອດການບູຊາທຳມະຊາດແລະບັນພະບຸລຸດໃນສະໄຫມບູຮານຈີນ,ໃນປະຫວັດສາດມີຫຼາຍນິກາຍສາສະຫນາ,ຕໍ່ມາຜັນປ່ຽນເປັນສາສະຫນາເຕົ້າຊວນຈິນແລະສາສະຫນາເຕົ້າເຈີງອີເປັນເທື່ອລະກ້າວ,ແລະມີຜົນສະທ້ອນຫຼາຍສົມຄວນໃນເຜ່ົາຮ້າຍ,ເນື່ອງຈາກສາສະຫນາເຕົ້າບໍ່ມີພິທີແລະຂ້ໍກຳນົດທີ່ເຂົ້າຮ່ວມສາສະຫນາຢ່າງເຄ່ັງຄັດ,ສະນັ້ນ,ຈຳ ນວນຜູ້ເຊື່ອຖືສາສະຫນາຈ່ິງຍາກທີ່ຈະສະຖິຕິ,ປະຈຸບັນນີ້,ຈີນມີວັດ ສາສະຫນາເຕົ້າ 1500 ກວ່າຫລັງ, ມີນັກບວດິງຊາຍລວມ 25 ພັນກວ່າຄົນ.
ສາສະຫນາອິສລາມ ສາສະຫນາອິສລາມເຜີຍແຜ່ເຂົ້າໃສໃນປະເທດຈີນຫວ່າງ ຄ.ສ ສະຕະວັດທີ 7 ,ໃນຊົນເຜ່ົາສ່ວນຫນ້ອຍຂອງຈີນທີ່ມີປະຊາກອນ 18 ລ້ານກວ່າຄົນເຊ່ັນ:ເຜ່ົາຮຸຍ ເຜ່ົາອຸຍອູເອີ ເຜົ່າທາທາເອີ ເຜ່ົາເຄີເອີເຄີເຈີ ເຜ່ົາກາຊັກ ເຜ່ົາອຸສເບກ ເຜ່ົ່າຕົງຊຽງ ເຜ່ົາຊາລາແລະເຜ່ົາປາວອານເປັນຕົ້ນສ່ວນຫຼາຍເຊື່ອຖືສາສະຫນາອິສລາມ,ຊາວມຸສລິນຂອງຈີນສ່ວນຫຼາຍຕັ້ງພູມລຳເນົາຢູ່ເຂດຊິນຈ່ຽງເຜ່ົາອຸຍອູເອີປົກຄອງຕົນເອງ ເຂດນິງເຊຍເຜ່ົາຮຸຍປົກຄອງຕົນເອງແລະແຂວງການຊູ ແຂວງຊິງໄຮ ແຂວງນິງເຊຍເປັນຕົ້ນຢູ່ແຂວງ ນະຄອນອື່ນໆກໍມີຈຳນວນຫນ່ຶງ,ປະຈຸບັນນີ້,ສຸເຫຼ່ົາອິສລາມຢູ່ຈີນມີ 3 ຫມື່ນກວ່າຫລັງ,ມີອີມາມ ອາຫົງ 4 ຫມື່ນກວ່າອົງສາສະຫນາໂລມັງກະໂຕລິກ:ເຜີຍແຜ່ເຂົ້າຈີນຫວ່າງ ແຕ່ ຄ.ສ. ສະຕະວັດທີ 7, ແລະໄດ້ເຜີຍແຜ່ເຂົ້າມາໃນປະເທດຈີນຢ່າງຂະຫນາດໃຫຍ່,ພາຍຫລັງສົງຄາມຢາຝ່ິນເມື່ອປີ 1840 ປະຈຸບັນນີ້,ສະມາຄົມສາສະຫນາໂລມັງກະໂຕລິກຂອງຈີນມີ100 ເຂດສາສະຫນາ,ມີສາສະນິກກະຊົນເກືອບ 5 ລ້ານຄົນ,ມີໂບດ ສະມາຄົມທີ່ໄຂຕໍ່ພາຍນອກເກືອບ 5 ພັນແຫ່ງ,ສ້າງໂຮງຮຽນເທວະວິທະຍາແລະປັດຊະຍາ 12 ຫລັງ,ໃນປະມານ 20 ກວ່າປີມານີ້,ຄຸນພໍ່ຫນຸ່ມທີ່ສະມາຄົມສາສະຫນາໂລມັງກະໂລລິກຈີນອົບຮ່ົມນັ້ນ, ມີ 1500 ອົງໃນນັ້ນ, ມີຄຸນພໍ່ຫນຸ່ມ 100 ກວ່າຄົນຖືກສະມາຄົມສາສະຫນາແຕ່ງໄປຮຽນຕໍ່ຢູ່ຕ່າງປະເທດ,ນອກນີ້,ຄຸນແມ່ຫນຸ່ມທີ່ໄດ້ໃຫ້ຄຳຫມັ້ນສັນຍາໃນເບື້ອງຕົ້ນໃນສະມາຄົມສາສະຫນາໂລມັງກະໂຕລິກຈີນມີ 3 ພັນຄົນ ຄຸນແມ່ຫນຸ່ມທີ່ໃຫ້ຄຳຫມັ້ນສັນຍາຕະຫຼອດຊີວິດໃນສະມາຄົມໂລມັງກະໂຕລິກມີ 200 ຄົນ ສາສະຫນາໂລມັງກະໂຕລິກຈີນປີໃດກໍ່ຮັບເອົານັກບວດ 5 ຫມື່ນກວ່າຄົນ .ພິມຄຳພີໄບເບິນລວມ 3 ລ້ານກວ່າເຫຼ້ມ.
ສາສະຫນາຄຼິສຕຽນ ສາສະຫນາຄຼິສຕຽນໄດ້ເຜີຍແຜ່ເຂົ້າມາໃນປະເທດຈີນຫວ່າງ ຄ.ສ ສະຕະວັດທີ 19,ພາຍຫລັງສົງຄາມຢາຝ່ິນໄດ້ເຜີຍແຜ່ເຂົ້າມາໃນຈີນຢ່າງຂະຫນາດໃຫຍ່.ເມື່ອປີ 1950 ,ສາສະຫນາຄຼິສຕຽນໄດ້ດຳເນີນການເຄື່ອນໄຫວປົກຄອງຕົນເອງ ລ້ຽງກຸ້ມຕົນເອງແລະເຜີຍແຜ່ຕົນເອງ.ຮຽກຮ້ອງໃຫ້ວົງການຄຼິສຕຽນລົບລ້າງຜົນສະທ້ອນຂອງຈັກກະພັດນິຍົມ,ອົບຮ່ົມຈິດໃຈຮັກຊາດ,ທຳຄວາມພະຍາຍາມເພື່ອບັນລຸການປົກຄອງຕົນເອງ ລ້ຽງກຸ້ມຕົນເອງແລະເຜີຍແຜ່ຕົນເອງຂອງສະມາຄົມຄຼິສຕຽນ,ປະຈຸບັນນີ້,ຈີນມີສາສະນິກກະຊົນສາສະຫນາຄຼິສຕຽນປະມານ 10 ລ້ານຄົນ, ມີບາດຫຼວງ 18 ພັນກວ່າອົງ,ມີໂບດ 12 ພັນກວ່າແຫ່ງ,ແລະມີສະຖານທີ່ຈັດການເຄື່ອນໄຫວແບບງ່າຍໆ 25 ພັນກວ່າແຫ່ງ.
|