ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 20:20:13    
ວຽງ​ຈັນ​ທີ່​ປະດັບ​ປະດາສວຍ​ງາມ​ຕ້ອນຮັບ​ແຂກ​ຜູ້​ມີ​ກຽດ

cri
ກອງ​ປະຊຸມ​ສຸດ​ຍອດ​ອາຊຽນຄັ້ງ​ທີ10​ຈະ​ຈັດ​ຂຶ້ນ​ຢູ່​ວຽງ​ຈັນ​ນະຄອນຫຼວງ​ຂອງ​ລາວ​ໃນ​ໄວໆ​ນີ້, ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງອາຊຽນ​ເຊິ່ງ​ເປັນ​ພິທີ​ເລີ່​ມຕົ້ນ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ25​ພະຈິກ. ​​ເມື່ອ​ໄດ້​ທຳ​ການ​ກະກຽມຢ່າງ​ພຽນ​ໃຈ​ເປັນ​ເວລາ​ໜຶ່ງ​ປີ, ວຽງ​ຈັນ​ພວມ​ສະ​ແດງ​ໂສມ​ໜ້າ​ໃໝ່​ອ່ຽມ​ໃຫ້​ຊາວ​ໂລກ.

ສະໜາມ​ບິນ​ສາກົນ​ໄດ້​ຮັບ​ການ​ປະດັບ​ປະດາໃໝ່ອ່ຽມ

​ເມື່ອ​ເຂົ້າ​ສູ່​ສະໜາມ​ບິນ​ສາກົນ​ວຽງ​ຈັນ, ສິ່ງ​ທີ່​ປະຈັກ​ຕາກ່ອນ​ໝູ່​ແມ່ນ​ຮູບ​ພາບ​ສີໝາກກ້ຽງ​ທີ່​ໄດ້​ແຕ້ມ​ບຸກຄົນ​ກາ​ຕູນ3​ຄົນ. ​ເຖິງ​ວ່າ​ໃນ​ຮູບ​ບໍ່​ມີ​ຄຳ​ຂວຳ​ໃດໆ, ​ແຕ່ຄື​ກັນ​ກັບ​ໃບ​ໜ້າ​ຂອງ​ພະນັກງານ​ດ່ານ​ພາສີ, ​ແຂກ​ທີ່​ເຂົ້າ​ມາ​ຮູ້ສຶກອົບ​ອຸ່ນ​ທີ່​ສຸດ.

ຢູ່​ຕໍ່ໜ້າ​ຫໍສະ​ສະໜາມ​ບິນ, ທຸງຊາດ​ຂອງ17​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊ​ຽນ​ແລະ​ກອງ​ປະຊຸມ​ອື່ນໆ​ທີ່​ກ່ຽວຂ້ອງ​ໄດ້ປິວ​ສະ​ບັດ​ຕາມ​ສາຍ​ລົມ. ຢູ່​ຕໍ່ໜ້າ​ນັ້ນ​ແມ່ນ​ປ້າຍ​ໂຄສະນາ​ສິນຄ້າ​ແຜ່ນ​ໃຫຍ່10​ກວ່າ​ແຜ່ນ​ທີ່​ຕັ້ງ​ລຽນ​ຊ້າຍ​ລ້າຍ​ຢູ່​​ສອງຟາກ​ທາງ​ຫຼວງທີ່​ເນັ່ງ​ໄປ​ຫາ​​ເທດສະບານ​ເມືອງ. ຢູ່ສະໜາມ​ບິນ​ຍັງ​ໄດ້​ຈັດບ່ອນ​ຈອດລົດ​ແບບ​​ແຜນ​ທີ່​ສາມາດ​ຈອດ​ລົດ​ໄດ້ຫຼາຍ​ສິນ​ຄັນ​ເປັນ​ຄັ້ງ​ທຳ​ອິດ. ນັກ​ຂ່າວ​ຈີນ​ທີ່​ໄດ້​ມາ​ເອົາ​ຂ່າວ​ຢູ່​ທີ່​ນີ້​ໃນ​ຫຼາຍ​ເດືອນ​ກ່ອນອຸທານ​ວ່າ, ​ໄດ້ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ແທ້.

ກອງ​ປະ​ຊຸມ​ໄດ້​ສ້າງ​ຄວາມ​ສວຍ​ງາມ​ໃນ​ຕອນ​ຄ່ຳ

​ເພື່ອ​ຕ້ອນຮັບ​ແຂກ​ເມືອງ​ຂອງ​ບັນດາ​ປະ​ເທດ​ແລະ​ນັກ​ຂ່າວ​ສື່​ມວນ​ຊົນ800 ກວ່າ​ຄົນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ໃນ​ໂລກ, ຢູ່​ເທິງ​ສິ່ງ​ກໍ່ສ້າງ​ຕົ້ນຕໍ​ຕາມ​ຖະ​ໜົນສຳຄັນ​ຂອງ​ວຽງ​ຈັນ​, ລ້ວນ​ແຕ່​ໄດ້​ຫ້ອຍ​ດອກ​ໄຟຟ້າ​ສີ​ແດງ, ສີ​ເຫຼືອງ​ແລະ​ສີຂຽວ​ເປັນ​ຕົ້ນ. ຮູບດອກ​ໄມ້5​ກີບ​ແລະ​ຮູບ​ເລຂາຄະນິດ​ງ່າຍໆ​ເປັນ​ຮູບ​ຕົ້ນຕໍ​ຂອງ​ດອກ​ໄຟຟ້າ​ປະ​ເພດ​ຕ່າງໆ.

ພາຍ​ໃຕ້​ແສງ​ໄຟ​ນີອອນ​ຫຼາຍ​ສີ​ຫຼາຍສັນສາມາດຫຼ​ຽວ​ເຫັນ​ເຮືອນຕຶກ​ສີຂາວ​ເປັນຫຼັງໆ​ຢູ່​ສັບຫວ່າງ​ຕົ້ນ​ປາມ​ທີ່​ສູງ​ໃຫຍ່, ​ເຮັດ​ໃຫ້​ເມືອງ​ນີ້ມີ​ສະ​ເໜີ​ຍິ່ງ​ຂຶ້ນ.

ສິ່ງ​ທີ່​ຜະລິດ​ຢູ່​ຈີນ​ເຫັນ​ຢູ່​ເລື້ອຍໆ

ຢູ່​ເທິງ​ປ້າຍ​ຂອງ​ຮ້ານຄ້າ​ຫຼາຍຫຼັງ, ​ໄດ້​ຂຽນ​ໂຕ​ພາສາ​ຈີນ, ພາສາ​ລາວ​ແລະ​ພາສາ​ອັງກິດ​ພ້ອມ​ກັນ. ​ໃນ​ຮ້ານ​ອາຫານ​​ໄດ້​ພົບ​ລູກ​ຫຼານຂອງ​ຊາວ​ຈີນ​ຕ່າງ​ດ້າວ​ທີ່​​ປາກ​ພາສາ​ຈີນ​​ເປັນນັ້ນ​ເລື້ອຍໆ. ບໍລິສັດ​ຈີນ​ຈຳນວນ​ໜຶ່ງ​ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ສ້າງສາ​ໂຄງການ​ພຶ້ນຖານ​ໂຄງ​ລ່າງ​ຂະໜາດ​ໃຫຍ່​ທີ່​ກ່ຽວຂ້ອງ​ກັບ​ກອງ​ປະຊຸມ​ຄັ້ງ​ນີ້.

​ໂຮງ​ແຮມດອນ​ຈັນ​ພາ​ເລດ​ທີ່​ເປັນ​ໂຮງ​ແຮມ5​ດາວ​ພຽງ​ແຫ່ງ​ດຽວ​ຂອງ​ວຽງ​ຈັນ​ທີ່​ສ້າງ​ຂຶ້ນ​ໃໝ່​ນັ້ນ​ແມ່ນ​ກຸ່ມບໍລິສັດ​ຈ້ຽນກຸ່ງ​ແຂວງ​ຢຸນນານ​ຈີນ​ສ້າງ​ຂຶ້ນ​ມາ​ພາຍ​ໃນ​ເວລາ10​ເດືອນ. ສິ່ງ​ກໍ່ສ້າງ14​ຊັ້ນ​ຫຼັງ​ນີ້​ໄດ້​ກາຍ​ເປັນສັນຍະລັກ​ໃໝ່​ຂອງ​ນະຄອນຫຼວງ​ວຽງ​ຈັນ, ຈະ​ຕ້ອນຮັບ​ຄະນະ​ຜູ້​ແທນ​ທີ່​ມາ​ຈາກ​ອົສຕຼາລີ, ນິວຊີ​ແລນ​ແລະ​ສ.​ເກົາຫຼີ.

ຖະໜົນ​ກວ້າງ​ຫຼາຍ​ສາຍ​ທີ່​ໄດ້​ແປງ​ໃໝ່​ຢູ່ໃຈກາງ​ເມືອງ​ວຽງ​ຈັນ​ແມ່ນ​ບໍລິສັດ​ຈີນ​ຮັບ​ເໝົາ​ສ້າງ, ກິດຈະການ​ດັດ​ແປງ​ສວນສາທາລະນະ​ປະຕູ​ໄຊ​ເຊິ່ງ​ເປັນ​ໂຄງການ​ຊ່ອຍ​ເຫຼືອ​ລາວ​ທີ່​ກົມ​​ໄຟຟ້າ​ນ້ຳຕົກ​ກວາງ​ຕົງ​ທີ3​ຂອງ​ຈີນຮັບ​ເໝົາ​ສ້າງ​ນັ້ນ​ໄດ້​ສ້າງ​ສຳ​ເລັດ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ. ​ໃນ​ຫຼາຍ​ມື້​ມາ​ນີ້, ຢູ່​ສູນ​ກອງ​ປະຊຸມ​ແລະ​ວາງສະ​ແດງ​ສາກົນ​ແລະ​ໃນ​ເດີ່ນ​ຂອງ​ພະ​ແນ​ກການ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ນັກ​ຂ່າວ​ຍັງ​ໄດ້​​ເຫັນ​ລົດ​ແພດ​ແລະ​ລົດ​ຕຳຫຼວດ​ທີ່​ໄດ້ຂຽນ​ຕົວ​ໜັງສື​ທີ່​ວ່າ: ສປຈີນ​ບໍລິຈາກ​. ຈາກ​ນີ້​ສາມາດເຫັນ​​ໄດ້ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ​ລາວ.

ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ເຄັ່ງ​ຄັດ​ທີ່​ສຸດ

ຄື​ກັນ​ກັບ​ກອງ​ປະຊຸມ​ສາກົນ​ອື່ນໆ​ທີ່​ມີ​ຂະໜາດ​ອ່າວ​ໃຫຍ່, ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​​ໄພ​ແມ່ນ​ບັນຫາ​ສຳຄັນ​ທີ່​ຄົນ​ທັງຫຼາຍສົນ​ໃຈ​ນຳ​ກັນ. ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ຈັດ​ວາງ​ຢ່າງ​ເຄັ່ງ​ຄັດຫຼາຍ. ບໍ່​ວ່າ​ຢູ່​ກາງ​ເວັນ​ຫຼື​​ກາງຄືນ, ຢູ່​ຕາມ​ຖະໜົນ​ຕົ້ນຕໍ​ຂອງ​ວຽງ​ຈັນ, ​ໂຮງ​ແຮມ​ທີ່​ຄະນະ​ຜູ້​ແທນ​ພັກ​ເຊົ່າ​ແລະ​ອ້ອມ​ຂ້າງ​ຫໍ​ປະຊຸມ​ສາມ​ບ່ອນ​, ລ້ວນ​ແຕ່​ມີ​ຕຳຫຼວດ​ຢູ່ຍາມ. ຫຼາຍ​ສິບ​ແມັດກໍ​ມີ​ຄົນໜຶ່ງ, ​ແຕ່​ລະ​ບ່ອນ​ຢູ່ຍາມມີ​ຕຳຫຼວດທະຫານ4,5ຄົນ​ທີ່​ມື​ຈັບ​ປືນ​ຍາວ​ແລະ​ປືນ​ນ້ອຍ.

​ເມື່ອ​ຢ່າງເຂົ້າ​ປະຕູ​ເດີ່ນ​ຫໍ​ປະຕູຂອງ​ກອງ​ປະຊຸມ​ລັດຖະມົນຕີ​ອາຊຽນ​ແລະ​ຫໍ​ປະຊຸມ2​ແຫ່ງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ, ຕຳຫຼວດ​ຈະໃຊ້​ເຄື່ອງ​ຢັ່ງ​ແທກ​ກວດ​ວ່າ​ຢູ່​ພື້ນ​ລົດ​ມີ​ສິ່ງ​ລະ​ເບີດ​ຫຼື​ບໍ່. ​​ເມື່ອ​ເຂົ້າ​ສູ່​ຫໍ​ປະຊຸມ​ແລະ​ໂຮງ​ແຮມ​ທີ່​ຄະນະ​ຜູ້​ແທນ​ພັກ​ເຊົາ​ນັ້ນ, ທຸກ​ຄົນ​ແລະ​ສິ່ງ​ຂອງ​ຕ່າງໆ​ລ້ວນ​ແຕ່​ຕ້ອງ​ຜ່ານ​ການ​ກວດກາ​ຄວາມ​ປອດ​ໄພ. ຫວ່າງ​ມໍ່ໆ​ນີ້, ນັກ​ຂ່າວ​ຍັງ​ໄດ້​ເຫັນ​ທະຫານ​ຫຼາຍ​ຄົນ​ໄດ້​ຖື​ເຄື່ອງ​ຢັ່ງ​ແທກ​ສິ່ງ​ລະ​ເບີດ​ດຳ​ເນີນ​ການກວດກາ​ບ່ອນ​​ມໍ່​ສູນ​ກອງປ​ະຊຸມ​​ແລະ​ວາງສະ​ແດງ​ສາກົນ​ລາວ​ທີ່​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ.