ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 22:49:06    
ເຮັດ​ແນວ​ໃດ​ຈຶ່ງ​ບໍ່​ເຖົ້າ​ໄວ.

cri

ຄວາມ​ເຖົ້າ​ແກ່​ຊະລາ​​ແມ່ນ​ຫົວ​ຂໍ້​ທີ່​ທຸກ​ຄົນ​ສົນ​ໃຈ,ຫວ່າງ​ມໍ່ໆ​ນີ້,ນັກ​ຂ່າວ​ໄດ້​ສຳພາດ​ທ່ານຫ​ຫຼີຕ້ຽນຕົງ ນັກຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ຊີວະ​ຊາດ​ຢາ​ຂອງ​ສະພາ​ບັນດິດ​ແພດສາດ ປະທານ​ຄະນະ​ກຳມະການ​ຄົ້ນຄວ້າ​ການ​​ເຖົ້າ​ແກ່​ຊະລາ​ກັບ​ການ​ຕ້ານ​ການ​ເຖົ້າ​ແກ່​ຊະລາ​ແຫ່ງ​ສະມາຄົມ​ໄວ​ຊະລາ​ຈີນ,ສາດສະດາຈານ​ມະຫາວິທະຍ​ໄລ​ແພດສາດ​ເຊຍ​ເຮີ​ຈີນ​ອາຈານ​ຊີ້​ນຳ​ນັກ​ສຶກສາ​ປະລິນຍາ​ເອກ,ທ່ານຫ​ຫຼີຕ້ຽງຕົງ ຜູ່​ຊ່ຽວຊານ​ດ້ານ​ບັນຫາ​ຜູ່​ເຖົ້າອາຍຸ​ເກືອບ 70 ​ແລ້ວ​ທ່ານ​ກ່າວ​ວ່າ,​ເຖິງ​ວ່າຄວາມ​ເຖົ້າ​ແມ່ນ​ສະກັດ​ກັ້ນ​ໄວ້​ບໍ່​ໄດ້,​ແຕ່​ການ​ເລື່ອນ​ເວລາ​ເຖົ້າ​ແກ່​ຊະລາ​ແມ່ນ​ເປັນ​ໄປ​ໄດ້.

 ສາຍຕາ​ມົວ,​ແຂ້ວ​ຄອນ,ຜົມ​ຫງອກ,ຍ່າງ​ໂກະ​ໂກ່ງ​ໂກ້ຍ,​ແມ່ນ​ຈຸດ​ພິ​ເສດ​ຂອງ​ຜູ່​ເຖົ້າ​ຄົນ​ເຮົາ​ມັກ​ສັງ​ເກດ​ເຫັນ​ຕົນ​ເອງ​ເຖົ້າ​ແລ້ວ​ຈາກ​ຮູບ​ໂສມ​ພາຍ​ນອກ​ຂອງ​ຕົນ.


ສາຍຕາ​ເຖົ້າ​ແມ່ນ​ສັນຍາ​ລັກ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຖົ້າ​ກ່ອນ​ຫມູ່,ການຄົ້ນຄວ້​າສະ​ແດງ​ໃຫ້​ເຫັນ​ວ່າ,ຫນ້າ​ຕາ​ເຖົ້າ​ເລີ່​ມ​ໃນ​ເວລາ​ທີ່​ປາກົດ​ມີ​ສາຍຕາ​ເຖົ້າ​ເຊັ່ນ:ຕາຟາງ ​ແລະ​ຕາຟາງ​ຍິ່ງ​ໄວ​ກໍ່​ຍິງ​ເຖົ້າ​ໄວ.ທ່ານ​ສາດສະດາຈານ​ທ່ານ​ຫຼີຕ້ຽນຕົງ​ຊີ້​ອອກ​ວ່າ,ບໍ່​ຢາກ​ໃຫ້​ສາຍຕາ​ເຖົ້າ​ໄວ​ຕ້ອງ​ເລີ່ມຮັກສາ​ມາ​ແຕ່​ໄວ​ກາງຄົນ,ຕ້ອງ​ປ້ອງ​ກັນ​ຢ່າ​ໃຫ້​ຕາ​ເຫ​ມື່ອຍຫຼາຍ,​ໃຫ້ຫ​ຫຼັບ​ຕາ​ຜັກ​ຜ່ອນ​ເລື້ອຍໆ,ຢ່າ​ໃຊ້​ຕາ​ດົນ​ຫຼາຍ,ຖ້າຮູ້ສຶກ​ປວດ​ຕາ​ຫຼາຍ,ຄວນ​ໄຟ​ຫາ​ຫມໍ.


ອາຈານ​ປາກ​ຄໍ​ແຫ້ງ​ແລະ​ແຂ້ວ​ຄອນ​ແມ່ນ​ສັນຍະລັກ​ທີ​ສອງ​ທີ່​ບົ່ງ​ບອກ​ຄວາມ​ເຖົ້າ​ຊະລາ,,ທ່ານ​ສາດສະດາຈານ​ຫຼີຕ້ຽນຕົ້ງ​ເວົ້າ​ວ່າ,ຜູ່​ທີ່​ອາຍຸ 50 ກວ່າ​ປີ​ມັກ​ຈະ​ຮູ້ສຶກ​ຄໍ​ແຫ້ງ​ແລະຫວ່າງ​ແຂ້ວຍະອອກ,​ແຂ້ວ​ມັກຄອນ,ນີ້​ກໍ​ເຮັດ​ໃຫ້​ຄົນ​ເຮົາ​ຮູ້ສຶກ​ວ່າ​ເລີ່​ມ​ເຖົ້າ​ແລ້ວ. ຖ້າ​ຢາກ​ແກ້​ໄຂ​ບັນຫາ​ນີ້,ຕ້ອງ​ເຫນັງສົບ​ເຫນັງ​ປາກ​ເລື້ອຍໆ,​ແຕ່​ລະ​ມື້​ໃຫ້​ຂົບ​ແຂ້ວປາກ​ເບົາໆ 10 ກວ່າ​ເທື່ອ,ປາກ​ເວົ້າ​ໃຫ້ຫຼາຍ​ແລະ​ຮັກສາ​ອະນາ​ໄມ​ປາກ.


ຫນັງ​ຍານ​ແລະ​ຜົມ​ຫງອກ​ແມ່ນສັນຍະລັກ​ທີ​ສາມທີ່​ບອກ​ຄວາມ​ເຖົ້າ​ແກ່​ຊະລາ. ຫນັງ​ຍານ​ແລະ​ຜົມ​ຫງອກ​ແມ່ນ​ຈຸດ​ພິ​ເສດ​ອັນ​ໜຶ່ງ​ຂອງ​ຜູ້​​ເຖົ້າ,​ແຕ່​ສາຍ​ເຫດ​ທີ່​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ເຫຼົ່ານີ້​ມີຫຼາຍດ້ານ ທ່ານ​ສາດສະດາຈານຫຼີສະ​ເໜີ​ໃຫ້​ນວດ​ໜ້າຫຼາຍໆ,ຕົວຢ່າງ​ຄື​ແຕ່​ລະ​ມື້​ໃຊ້​ນິ້ວມື​​ເກົາຫນັງຫົວ​ເລື້ອຍ​ໆ,ນວດ​ຫນັງ​ຫົວ,​ແລະນວດ​ໜ້າຜາກ,​ແລະຂະໝັບ,​ນວດ​ເບົ້າຕາ​ ​ເບົາໆ​ເພື່ອ​ໃຫ້ເລືອດ​ຕາມໜ້າຫມູນ​ເດີນ,​ແລະ​ຫັດ​ກ້າມ​ເນື້ອຕາມ​ໃບ​ຫນ້າ​ໃຫ້​ແຂງ​ແຮງ.


ສຽງ​ແຫບ​ແມ່ນ​ສັນຍະລັກ​ທີ​ສີ່​ຂອງ​ການ​ເຖົ້າ​ແກ່​ຊະລາ. ຄຽງ​ຄູ່​ກັບ​ອາຍຸ​ແກ່​ເຂົ້າ,ສຽງ​ຂອງ​ຄົນ​ຈະ​​ຄ່ອຍໆແຫບ​​ເຂົ້າ. ທ່ານ​ສາດສະດາຈານຫຼີຕ້ຽນຕົງສະ​ເໜີ​ວ່າ,ຖ້າ​ບໍ່ຢາກ​ໃຫ້​ສຽງ​ແຫບ​ໄວ,ກ່ອນ​ອື່ນ​ຕ້ອງ​ປ້ອງ​ກັນ​ພະຍາດຫຼອດລົມຫາຍ​ໃຈ. ນອກ​ນີ້ ຍັງ​ຕ້ອງຫຼີກ​ເວັ້ນການ​ປາກ​ເວົ້າດ້ວຍ​ສຽງ​ດັງ​ເປັນ​ເວລາ​ຍາວ​ນານ​ໃນ​ສະພາບ​ແວດ​ລ້ອມ​ທີ່​ນັນ​ແຊວ,ຢ່າ​ໝາດ​ຄໍຫຼາຍ​. ຍາ​ມປົກກະຕິຢ່າ​ກິນ​ອາຫານ​ທີ່​ມີ​ລົດ​ຈັດ​ຫຼາຍ.


ການຍ່າງ​ໂກ່ງ​​ໂກະ​ໂກ່ງ​ໂກ້ຍ​ແມ່ນວາດ​ຍ່າງ​ຂອງ​ຜູ້​ເຖົ້າອາຍຸ​ສູງ. ການຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ,ກ້າມ​ເນື້ອ​ ​ຮ່າງກາຍຊອງ​ຄົນຜ່ານ 10 ປີ​​ໃດກໍຫຼຸດໜ້ອຍ​ລົງ 5%-10%,​ເມື່ອຮອດ​ອາຍຸ 75 ປີ,​ແຮງ​ກຳ​ຂອງ​ມື​ສອງ​ເບື້ອງ​ມີ​ແຕ່​ທໍ່​ກັບ 75% ​ໃນ​ອາຍຸ 35 ປີ,​ເອັນຈະ​ຫົດ​​ເຂົ້າແລະ​ແຂງ​. ທ່ານສາດສະດາຈານ ຫຼີຕ້ຽນຕົງຊີ້​ອອກ​ວ່າ,​ເຖິງ​ວ່າ​ກ້າມ​​ເນື້ອ​ແລະ​ກະດູກ​ຂອງຄົນ​ຍຸກ​ປັດຈຸບັນ​ແມ່ນ​ເລີ່​ມມາ​ແຕ່ອາຍຸ 30-40 ປີ​,​ແຕ່​ການ​ຍ່າງ​ບໍ່​ສະ​ດວກ​ ແທ້​ນັ້ນສ່ວນ​ຫຼາຍແມ່ນ​ຈຸດ​ພິ​ເສດຂອງ​ຜູ້​ເຖົ້າອາຍຸ​ສູງ. ວິທີ​ທີ່​ໄ​ດ້​ຜົນ​ກວ່າ​ໝູ່ໃນ​ການ​​ເຮັດ​ໃຫ້​ແຂ່ງ​ຂາ​ແຂງ​ແຮງ​ແມ່ນ​ຍ່າງ​ໃຫ້ຫ​ຫຼາຍ. ນອກ​ນີ້ ​ໃຫ້​ກັດ​ກາຍ​ແບບ​ຊ້າ​ແລະ​ເບົາໃຫ້ຫຼາຍ,​ໃ​ເຮັດ​ເຫນັງຕີງ​ກະດູກ​ກະດ້​ດ້ຽວ​ແລະ​ເສັ້ນ​ສາຍ​ຫມົດຄີງ​ກໍ​ສາມາດ​ເຮັດ​ໃຫ້​ແຂ່ງ​ຂາ​ຂງ​ແຮງຄື​ກັນ.


ທ່ານ​ສາດສະດາຈານຫຼີຕ້ຽນຕົງຊີ້​ອອກ​ວ່າ,ຮ່າງກາຍ​ພາຍ​ນອກ​​ເສື່ອ​ນ​ເຖົ້າ​​ໄດ້​ສ່ອງ​ແສງການ​ປ່ຽນ​ແປງ​ຢູ່​ພາຍ​ໃນ​ຂອງຮ່າງກາຍ. ສ່ວນ​ການ​ຂັບ​ຖ່າຍ​ໃນ​ຮ່າງກາຍ​ຜິດ​ປົກກະຕິ​ນັ້ນກໍ​ແມ່ນ​ທາດ​ແທ້​ຂອງ​ການ​ເຖົ້າ​ແກ່​ຊະລາ. ສະນັ້ນ,ຖ້າ​ບໍ່​ຢາກ​ເຖົ້າ​ໄວ​ກໍ​ຕ້ອງ​ຊຳລະ​ປັດ​ໄຈທີ່ ​ກີດຂວາງ​ການ​ປ່ຽນ​ຖ່າຍ​ຂອງ​ຈຸ​ລັງ​ຈຶ່ງ​ແມ່ນ​ວິທີ​ແກ້​ໄຂ​ກົກ​ຮາກ.


ທ່ານ​ສາດສະດາຈານຫຼີຕ້ຽນຕົງຊີ້​ສະ​ເໜີ​ວ່າ,​ເມື່ອ​ເຖົ້າ​ແລ້ວ,ສັບພະ​ຄຸນ​ຄັ້ນ​ຮູດຂອງ​ກະ​ເພາະ​ລຳ​ໄສ້ກໍ​ຈະ​ເສື່ອ​ມລົງ,ພາ​ໃຫ້​ທ້ອງຜູກ​ແລະ​ອາຫານ​ບໍ່​ຍ່ອຍ​. ຄວາມຊີມ​ລົດຂອງ​ຜູ້​ເຖົ້າອາຍຸ 75 ປີ​ຈະຊ້າ​ເດັກນ້ອຍກວ່າ 80% ​,ສະນັ້ນ ສະພາບ​ກິນ​ດື່ມ​ແມ່ນ​ຄາດຫມາຍສຳຄັນ​ທີ່​ກວດ​ເບິ່ງລະດັບຄວາມ​ເຖົ້າ​​ພາຍ​ໃນຮ່າງກາຍ ຂອງ​ຄົນ. ທ່ານ​ສາດສະດາຈານຫຼີຕ້ຽນຕົງສະ​ເໜີ​ວ່າ,ຜູ້​ເຖົ້າຕ້ອງ​ລະວັງ​ເປັນ​ພິ​ເສດ​ວ່າ ​ໃຫ້​ກິນ​ອາຫານ​ທີ່​ມີ​ໄຂມັນ​ສັດ​ຫນ້ອຍ,​ໂກ​ເລ​ສ​ເຕລອນ​ຕ່ຳ,ບໍ່​ເຄັມ​ຫຼາຍ,ອາຫານ​ເຍື້ອ​ໃຍ​ຫຼາຍ,ມີ​ໂປຼຕິນຄຸນ​ນະພາ​ບອຸດົມສົມ​ບຸນ​ແລະ​ມີ​ກາ​ໂລ​ຮີ​ສະ​ຫມ່ຳສະ​ເຫມີ​ແລະ​ຍັງ​ຕ້ອງ​ລະວັງຢ່າ​ກິນ​ຫຼາຍ.
 ທ່ານ​ຫຼີຕ້ຽນຕົງ​ຍັງ​ບອກ​ນັກ​ຂ່າວ​ວ່າ,ປອດ​ຂອງ​ຜູ່​​ເຖົ້າ​ຄວາມ​ຫົດ​ຍືດ​ເລີ່​ມຕ່ຳລົງ,ມັກ​ຈະ​ເປັນ​ປອດ​ບວມ,​ເພື່ອ​ບໍ່​ໃຫ້​ລະບົບ​ຫາຍ​ໃຈ​ເມ່ືອ​ມສັບພະ​ຄຸນ,ຄວນ​ຫັດກາຍ​ເລື້ອຍຽ,ຫາຍ​ໃຈ​ໃຫຍ່​ເລື້​ອຍໆ,​ເພີ່ມ​ໃຫ້​ປອດ​ຈຸ​ລັງ​ຫາຍ​​ໃຈ​ໄດ້​ຫຼາຍ,ຜູ່​ເຖົ້າ​ທີ່​ສູບຢາ​ທີ່​ສຸດ​ໃຫ້​ອອກ​ຢາຈຸລັງ​ສະຫມອງ​ຕາຍ​ໄວ້​ເຂົ້າ,​ແລະ​ນອນ​ຫນ້ອຍ​ລົງ​ກໍ່​ແມ່ນ​ອາການ​ຫນຶ່ງ​ຂອງ​ຜູ່​ເຖົ້າ,ທ່ານຫຼີຕ້ຽນຕົງ​ນບອກ​ນັກ​ຂ່າວ​ວ່າ,​ໃນ​ໄລຍະ​ອາຍຸ 30 ຫາ50 ​ປີ,ຄວາມ​ເຂົ້າ​ໃຈ ວິນິດ​ໄສ​ແລະ​ຫົວຄິດ​ປະດິດ​ຄິດ​ສ້າງ​ຂອງ​ສະຫມອງ​ແມ່ນ​ແຂງ​ແຮງ​ທີ່​ສຸດ,​ແຕ່​ເລີ່​ມ​ແຕ່​ອາຍຸ 50 ປີ​ເປັນຕົ້ນ​ໄປ,ການ​ກະທົບ​ຂອງ​ເສັ້ນປະສາດ​ກໍ​ເລີ່​ມຊ້ລົງ,ຄວາມ​ຊົງ​ຈຳ​ກໍ່​ອ່ອນ​ລົງ,ນອນ​ຫນ້ອຍ​ກວ່າ​ແຕ່​ກ່ອນ​ແລະ​ຄວາມ​ສາມາດ​ຈຳ​ແນ​ກວິນິ​ໄສ​ກໍ່​ຕ່ຳລົງ​ເປັນຕົ້ນ,.​ເມື່ອາ​ເວົ້າ​ມາ​ຫຼາຍ​ຍິ່ງ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຜູ່​ເຖົ້າ​ແລ້ວ,ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ການ​ເຖົ້າ​ແກ່​ທາງ​ດ້ານ​ຈິດ​ໃຈ,​ແຂວງ​ຫູ​ໄປ​ຈີນ​ເຄີຍ​ສຳ​ຫຼວດຜູ້​ເຖົ້າ​ອາຍຸ 100 ປີ 88 ຄົນດ​ໃນ​ນັ້ນ,ຜູ່​ທີ່​ນິ​ໄສ​ເບີກ​ບານ​ທຸ່ນ​ທ່ຽງ​ໃຈກວ້າງ​ໃຈດີ​ກວມ 95%,ຜູ່​ທີ່​ບໍ່​ມັກ​ຫນຸ່ມ​ຢູ່ດ​ດຽວ​ປ່ຽວພອຍ​ແລະ​ຫງ່ວມ​ເຫງົາ​ມີ​ແຕ່ 4.5%,ມີ​ແຕ່​ຮັກສາ​ສະພາບ​ຈິດ​ໃຈ​ອັນ​ດີ​ງາມ,ການ​ປ່ຽນ​ຖ່າຍ​ຂອງ​ຮ່າຍ​ກາຍ​ສະ​ຫມ່ຳສະ​ເມ​ຫີ​ກັນ,ຈະ​ຊ່ອຍ​ຫຼຸດ​ຄວາມ​ເຈັບ​ໄຂ້​ໄດ້​ພະຍາດ ຊ​ຸກຍູ້​ມ​ໃຫ​້ສຸຂະພາບ​ແຂງ​ແຮງ​ແລ​ະອາຍຸ​ຍືນ.