|
![](/images/spacer.gif) |
(GMT+08:00)
2004-11-28 09:41:40
|
![](/images/shim.gif) |
ທ່ານເວີ່ນເຈ່ຍປາວອອກເດີນທາງໄປຢ້ຽມຢາມລາວຢ່າງເປັນທາງການ
cri
Author: sayvanny
ຕາມຂ່າວ CRI: ໂດຍຕອບສະຫນອງຕາມຄຳເຊີນຂອງທ່ານບຸນຍັງ.ວໍ ລະຈິດ ນາຍົກລັດຖະມົນຕີສປປລາວ, ທ່ານເວີ່ນເຈ່ຍປາວ ນາຍົກລັດຖະ ມົນຕີຈີນໄດ້ອອກເດີນທາງອອກຈາກປັກກິ່ງໄປຢ້ຽມຢາມວຽງຈັນ ນະຄອນຫລວງສປປລາວຢ່າງເປັນທາງການໃນຕອນເຊົ້າວັນທີ 28 ພະຈິກ.
ໃນໄລຍະຢ້ຽມຢາມ, ທ່ານເວີ່ນເຈ່ຍປາວຈະເຈລະຈາກັບທ່ານບຸນຍັງ. ວໍລະຈິດ,ແລະຈະພົບປະທ່ານຄຳໄຕ.ສີພັນດອນ ປະທານພັກປະຊາຊົນປະຕິ ວັດລາວປະທານປະເທດລາວແລະທ່ານສະຫມານ.ວິຍະເກດປະທານສະພາແຫ່ງຊາດລາວ,ສອງຝ່າຍຈະລົງເລິກແລກປ່ຽນຄວາມເຫັນກ່ຽວກັບການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ ຍົກລະດັບການຮ່ວມມືດ້ານເສດຖະກິດການຄ້າແລະການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດໃຫ້ສູງຂຶ້ນຕື່ມອີກ.
ນອກນີ້ ທ່ານເວີ່ນເຈ່ຍປາວຍັງຈະເຂົ້າຮ່ວມກອງປະຊຸມຜູ່ນຳອາຊຽນກັບຈີນ ຍີ່ປຸ່ນ ແລະສາທາລະນະລັດເກົາຫລີຄັ້ງທີ 8 ຄື 10+3 ກອງປະຊຸມຜູ່ນຳອາຊຽນຈີນຄື 10+1 ແລະກອງປະຊຸມຜູ່ນຳຈີນ ຍີ່ປຸ່ນແລະສາທາລະນະລັດເກົາຫລີຄັ້ງທີ 6.
|
|
|