|
![](/images/spacer.gif) |
(GMT+08:00)
2004-11-28 09:50:09
|
![](/images/shim.gif) |
ຈີນອາຊຽນເຊັນບົດບັນທຶກຊ່ອຍຈຳກ່ຽວກັບການຮ່ວມມືຄົມມະນາຄົມ
cri
Author: sayvanny
ຕາມຂ່າວ CRI:ວັນທີ 27 ພະຈິກ ທ່ານຈ່າງຊຸນເຊນ ລັດຖະມົນຕີກຊວງຄົມມະນາຄົມຈີນແລະທ່ານອົງເຄັງຢົງ ເລຂາທິການກຸ່ມອາຊຽນໄດ້ເຊັນບົດບັນທຶກຊ່ອຍຈຳກ່ຽວກັບການຮ່ວມມືຄົມມະນາຄົມລະຫວ່າງຈີນອາຊຽນຢູ່ວຽງຈັນ ນະຄອນຫລວງສປປລາວ, ໄດ້ວາງແຜນຮ່ວມມືຄົມມະນາຄົມແລະການຂົນສົ່ງສິນຄ້າລະຫວ່າງຈີນອາຊຽນ.
ທ່ານຈ່າງຊຸນເຊນເວົ້າວ່າ, ການເຊັນບົດບັນທຶກຊ່ອຍຈຳສະບັບນີ້ໄດ້ກຳນົດເປົ້າຫມາຍໄລຍະກາງແລະໄລຍະຍາວຂອງການຮ່ວມມືໃນຂົງເຂດຄົມະມນາຄົມລະຫວ່າງຈີນອາຊຽນ.ໄດ້ສະຫນອງເອກະສານອ້າງອີງໃຫ້ການຮ່ວມມືການຄົມມະນາຄົມຂົນສົ່ງລະຫວ່າງຈີນກັບອາຊຽນ, ເປັນການບຸກ ທະລຸສຳຄັນຍິ່ງໃນການຮ່ວມມືການຄົມມະນາຄົມຂົນສົ່ງລະຫວ່າງສອງຝ່າຍ.
ບັນດາປະເທດອາຊຽນໄດ້ຕີລາຄາສູງຕໍ່ຜົນງານທີ່ສອງຝ່າຍໄດ້ຮັບໃນການຮ່ວມມືໃນຂົງເຂດຄົມມະນາຄົມ, ໄດ້ສະແດງຄວາມຊົມເຊີຍຕໍ່ການປະ ກອບສ່ວນອັນຕັ້ງຫນ້າຂອງຈີນໂດຍສະເພາະແມ່ນຈີນທີ່ໄດ້ໃຫ້ການສະຫນັບ ສະຫນູນໂຄງການກໍ່ສ້າງຄວາມສາມາດຂອງພາກພື້ນແຫ່ງນີ້.
|
|
|