ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-28 10:56:49    
ທ່ານ​ລີ​ຈ້າວ​ຊິງ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ

cri Author: sayvanny


(ວັນທີ 27 ພະຈິກ ທ່ານລີຈ້າວຊິງ ລັດຖະມົນຕີການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງ
ປະເທດຈີນອາຊຽນ)

ຕາມ​ຂ່າວ CRI:ວັນ​ທີ 27 ພະຈິກ ຢູ່​ວຽງ​ຈັນ ນະ​ຄອນ​ຫລວງ​ສປປ​ລາວ ທ່ານ​ລີ​ຈ້າວ​ຊິງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຈີນ ຍີ່​ປຸ່ນ​ແລະ​ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ.

​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ຈີນ​ອາ​ຊຽນ, ທ່ານ​ລີ​ຈ້າວ​ຊິງ​ເວົ້າ​ວ່າ, ການ​ເພີ່ມ​ທະວີ​ການ​ພົວ​ພັນ​ຫມູ່​ຄູ່​ຍຸດ​ທະ​ສາດ​ກັບ​ອາ​ຊຽນ​ແມ່ນ​ຍຸດ​ທະ​ສາດ​ແລະ​ການ​ເລືອກ​ເອົາ​ຂອງ​ຈີນ.​ໃຕ້​ຄວາມ​ພະ​ຍາ​ຍາມ​ພ້ອມ​ກັນ​ຂອງ​ສອງ​ຝ່າຍ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ອາ​ຊຽນ​ໄດ້​ຂະ​ຍາຍ​ຕົວ​ຢ່າງ​ຮອບ​ດ້ານ​ວ່ອງ​ໄວ​ແລະ​ຕິດ​ແທດ​ຕົວ​ຈິງ, ​ທັງ​ໄດ້​ຮັບ​ຫມາກ​ຜົນ​ອຸ​ດົມ​ສົມ​ບູນ.

(ວັນທີ 27 ພະຈິກ ທ່ານລີຈ້າວຊິງ ລັດຖະມົນຕີການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງ
ປະຊຸມລັດຖະມົນຕີການຕ່າງປະເທດຈີນອາຊຽນ)


ບັນດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອາ​ຊຽນ​ໄດ້​ຕັ້ງຫນ້າ​ຕີ​ລາຄາ​ຜົນ​ງານ​ມະ​ຫາ​ສານ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ການ​ສ້າງສາ​ເສດຖະກິດ​ແລະ​ບົດບາດ​ລັກສະນະ​ສ້າງສັນ​ຂອງ​ຈີນ​ໃນ​ວຽກ​ງານ​ສາກົນ, ​ໄດ້​ຍ້ອງຍໍ​ຈີນປະຕິ ບັດ​ນະ​ໂຍບາຍ​ມີ​​ໄມຕີ​ຈິດ​ກັບ​ບ້ານ​ໃກ້​ເຮືອນ​ຄຽງ.ສອງ​ຝ່າຍ​ລ້ວນ​ແຕ່​ຮູ້ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ຄວາມ​ກ້າວຫນ້າ​ຂອງ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ຊຽນ, ​ເຫັນ​ດີ​ສືບ​ຕໍ່​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ຄື​ກັນ,​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ,​ເຮັດ​ໃຫ້ການ​ພົວພັນ​ຫມູ່​ຄູ່​ຍຸດ​ທະ​ສາດ​ຈີນ​ອາ​ຊຽນ.ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ຍັງ​ເປັນ​ເອກະສັນ​ກັນ​ກ່າວ​ລື້ມ​ຍຶດ​ຫມັ້ນ​ຫລັກ​ການ​ປະ​ເທດ​ຈີນ​ດຽວ.

1  2