ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-29 14:32:32    
"10+3","10+1"​ແມ່ນ​ຫຍັງ?

cri Author: q
ຕາມຂ່າວCRI,ປີ1997,​​ໃນ​ໂອກາດ​ສ້າງ​ຕັ້ງ​ອາ​ຊຽນຄົບຮອບ30ປີ,ອາ​ຊຽນ​ໄດ້ຕົກລົງ​ສ້າງ​ກົນ​ໄກ​ປຶກສາ​ຫາລື​​ເປັນ​ປະຈຳ​ລະຫວ່າງ​ຜູ້ນຳ​ອາ​ຊຽນກັບ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ,​ຄື​"10+3".​ກອງ​ປະ​ຊຸມ​ຜູ້ນຳ​ອາ​ຊຽນ​ກັບ​ຈີນ,ຍີ່ປຸນ,ສ.​ເກົາຫຼີ​ປີ​ນີ້​ຕົກ​ລົງ​ຈັດ​ຂຶ້ນ​ຢູ່​ວຽງ​ຈັນ​ໃນ​ວັນ​ທີ29​ພະ​ຈິກ.​ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​​ຖະ​ມົນ​ຕີ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ກົນ​​ໄກ"10+3"​ໃນ​ເບື້ອງຕົ້ນ​ແມ່ນ​ກຳ​ເນີ​ດຂຶ້ນ​ຍ້ອນ​ສະຕິ​ວິ​ກິດ​ການ.ວິ​ກິດ​ການ​ການ​ເງິນ​ອາຊີ​ເມື່ອ​ປີ1997​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ລັກສະນະ​ໄພພິບັດ​ໃຫ້​ແກ່​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ,​ແລະ​ກໍ​ໄດ້​ກະຕຸ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ມີຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ແລະ​ຕ່າງ​ຊ່ອຍ​ເຫຼືອ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.​ໃນ​ທ້າຍ​ປີດຽວ​ກັນ,​ຜູ້​ນຳ​ອາ​ຊຽນ​ແລະ​ຈີນ,ຍີ່​ປຸ່ນ,ສ.​ເກົາຫຼີ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ກົວ​ລາ​ລຳ​ເປີ​ນະ​ຄອນ​ຫຼວງ​ມາ​ເລ​ເຊຍ.​ການ​ຮ່ວມ​ມ​​ື​"10+3"​ໄດ້​​ເລີ່ມ​ຕົ້ນ​​ຢ່າງ​ເປັນ​ທາງ​ການ.​ກົນ​ໄກ​ນີ້​ຕົ້ນ​ຕໍ​ແມ່ນ​ດຳ​ເນີນ​ການ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ອະນາຄົດ​​,ການ​ພັດ​ທະ​ນາ​ແລະ​ທິດ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ໃນ​ສະ​ຕະ​ວັດ​ທີ21,​ແລະ​ເຮັດ​ແນວ​ໃດ​ຊຸກ​ຍູ້​ຂົງ​ເຂດ​ແລະ​ຂອບ​ເຂດ​ຂອງ​ການ​ຮ່ວມ​ມື​ຕື່ມ​ອີກ​ເປັນ​ຕົ້ນ,​ອັນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​​ໃຫຍ່​ຫຼວງ​ໃຫ້​ແກ່​ສັນ​ຕິ​ພາບ,​ສະ​ຖຽງ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.​ປະ​ຈຸ​ບັນ,​ກົນ​ໄກ"10+3"​ໄດ້​ຂະ​ຫຍາຍ​ມາ​ເປັນ​ຊ່ອງ​ທາງ​ຕົ້ນ​ຕໍ​ແຫ່ງ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ,​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳຄັນ​ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ,​ແລະ​ຄ່ອຍໆ​ຊອກ​ໄດ້​ເສັ້ນ​ທາງ​ຮ່ວມ​ມື​ທີ່​ສອດ​ຄ່ອງ​ກັບ​ຈຸດ​ພິ​ເສດ​ຫຼາຍ​ຢ່າງ​ຫຼາຍ​ແນວ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​.

ກົນ​ໄກ​ທີ່​ສ້າງ​ຕັ້ງ​ຂຶ້ນພ້ອມກັນ​ກັບ​ກົນ​ໄກ"10+3"ນັ້ນ​ແມ່ນ​ກອງ​ປະ​ຊຸມ​ຜູ້​ນຳ​ອາຊຽນ​ກັບ​ຈີນ,​ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນ​ກັບ​ຍີ່​ປຸ່ນ​ແລະ​ກອງ​ປະຊຸມ​ຜູ້ນຳ​ອາຊຽນ​ກັບ​ສ​.ເກົາ​ຫຼີ,​ຄື​ກົນ​ໄກ​"10+1".​ກົນ​ໄກ​ນີ້​ມີ​ວັດຖຸ​ປະ​ສົງ​ເພີ່ມ​ທະວີ​ການ​ພົວ​ພັນ​ແລະ​ການ​ຮ່ວມ​ມືກັນ​ລະ​ຫວ່າງ​ອາຊຽນ​ກັບ​ຈີນ,ຍີ່​ປຸ່ນ,ສ.​ເກົາຫຼີ​ພາຍ​ໃນ​ຂອບ​ເຂດ​ສອງ​ຝ່າຍ.

ປີ​ນີ້,ກອງ​ປະຊຸມ​ຜູ້ນຳ​ອາຊ​ຽນ-ຈີນ​ຄັ້ງ​ທີ8​ຈະ​ຈັດ​ຂຶ້ນ​ຢູ່​ວຽງ​ຈັນ,ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕ​​ີ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.ປະຈຸ​ບັນ,​ກອງ​ປະຊຸມ​ຜູ້​ນຳ​ອາຊຽນ-ຈີນ​(10+1)​ໄດ້​ຂະ​ຫຍາຍ​ກາຍ​ເປັນ​ກົນ​ໄກ​ຮ່ວມ​ມື​ທີ່​​ແນໃສ່​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ອາຊຽນ​ກັບ​ຈີນ​​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ.

ຜ່ານ​ຈາກ​ກົນ​ໄກ"10+1",ການ​ພົວພັນ​ລະ​ຫວ່າງ​ອາຊ​ຽນກັບ​ຈີນ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ.​ໃນ​ກອງ​ປະຊຸມ​ຜູ້ນຳ​ອາຊ​ຽນ-ຈີນ​ຄັ້ງ​ທີ5​​ໃນ​ປີ​2001,​ສອງ​ຝ່າຍ​ໄດ້​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ພາຍ​ໃນ10​ປີ.​ໃນ​ປີ​2002,​ສອງ​ຝ່າຍ​ໄດ້​ເຊັນ​ສັນ​ຍາ​ໂຄງ​ຮ່າງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ແລະ​ຄຳ​ຖະ​ແຫຼ​ງການ​ດຳ​ເນີນ​ງານ​ຂອງ​ບັນ​ດາ​ຝ່າຍ​ທີ່​ທະ​ເລ​ຈີນ​ໃຕ້,​ໄດ້​ກຳນົດ​ເປົ້າ​ໝາຍ​​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນ​ໃນ​ປີ​2010.​ໃນ​ກອງ​ປະ​ຊຸມ​ຜູ້​ນຳ​ອາ​ຊຽນ-ຈີນ​ຄັ້ງ​ທີ7​​ປີ​ກາຍ.ຈີນ​ແລະ​ອາຊ​ຽນ​ໄດ້​ປະ​ກາດ​ສ້າງ​ການ​ພົວ​ພັນ​ໝູ່​ຄູ່​ຍຸດ​ທະ​ສາດ​ທີ່​ຫັນ​ໜ້າ​ສູ່​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​​ເລີ​ນຮຸ່ງ​ເຮືອງ,​ຈີນ​ເຂົ້າ​ຮ່ວມ​ສົນ​ທ​ິ​ສັນ​ຍາ​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ອາຊີ​ອາ​ຄະ​ເນ​ຢ່າງ​ເປັນ​ທາງ​ການ,​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ຢູ່​ນອກ​ພາກ​ພື້ນ​ອາ​ຊີ​ອາ​ຄະ​ເນປະ​ເທດ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ.