|
![](/images/spacer.gif) |
(GMT+08:00)
2004-11-29 15:17:25
|
![](/images/shim.gif) |
ການຮ່ວມມືທາງເສດຖະກິດການຄ້າເປັນພິຍານໃຫ້ແກ່ມິດຕະພາບຈີນລາວ
cri
Author: huang
ຕາມທ່ານໄຊຊະນະນັກຂ່າວCRIລາຍງານວ່າ:ວັນທີ 28 ພະຈິກ,ພິທີຕັດແຖບຜ້າເປີດສວນປະຕູໄຊວຽງຈັນໄດ້ຈັດຂຶ້ນຢູ່ໜ້າປະຕູໄຊເຄຫະສະຖານສັນຍະລັກໜຶ່ງທີ່ສ້ອມແປງໃໝ່ອ່ຽມຢູ່ວຽງຈັນ.ທ່ານລີຈ້າວຊິ່ງ ລັດຖະມົນຕີການຕ່າງປະເທດຈີນທີ່ໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຢູ່ລາວໄດ້ເຂົ້າຮ່ວມພິທີດັ່ງກ່າວ,ແລະພ້ອມກັນກັບທ່ານທອງສິງ.ທຳມະວົງ ກຳມະການກົມການເມືອງຂອງພັກປະຊາຊົນປະຕິວັດລາວ ເຈົ້າຄອງກຳແພງນະຄອນວຽງຈັນຕັດແຖບຜ້າໃຫ້ແກ່ການເປີດສວນປະຕູໄຊ.
ເຈົ້າໜ້າທີ່ຂອງຈີນແລະລາວເຊັ່ນທ່ານລິວຢົງຊິ່ງ ເອກອັກຄະລັດຖະທູດຈີນປະຈຳລາວແລະທ່ານສົມມາດ.ພົນເສນາ ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງໄປສະນີກໍ່ສ້າງຂອງລາວພ້ອມດ້ວຍຜູ້ຕາງໜ້າບໍລິສັດທຶນຈີນໄດ້ເຂົ້າຮ່ວມພິທີຕັດແຖບຜ້າດັ່ງກ່າວ.
ໃນພິທີ,ທ່ານສົມມາດ.ພົນເສນາໄດ້ກ່າວຄຳປາໄສສັງເຂບ,ແລະຕາງໜ້າລັດຖະບານແລະປະຊາຊົນລາວສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການຊ່ອຍເຫືຼອລ້າອັນປະເສີດຂອງລັດຖະບານແລະປະຊາຊົນຈີນທີ່ຊ່ອຍສ້າງກິດຈະການສວນປະຕູໄຊ.
ທ່ານຈັ່ງຢຸ້ຍຄຸ່ນ ທີ່ປຶກສາເສດຖະກິດການຄ້າຂອງສະຖານທູດຈີນປະຈຳລາວເວົ້າວ່າ,ກິດຈະການດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຄວາມຮັກແພງອັນເລິກເຊິ່ງລະຫວ່າງປະຊາຊົນຈີນແລະປະຊາຊົນລາວ,ສວນປະຕູໄຊໄດ້ເປັນສິ່ງປະດັບປະດານະຄອນຫຼວງວຽງຈັນ,ໂດຍສະເພາະແມ່ນສວນປະຕູໄຊກັບທາງເລກສອງທີ່ຈີນຮັບເໝົາກໍ່ສ້າງຢູ່ມໍ່ສຳນັກງານນາຍົກ,ໄດ້ຕາງໜ້າໃຫ້ແກ່ປະເທດລາວ,ສ້າງຄວາມສຸກໃຫ້ແກ່ປະຊາຊົນລາວ,ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງປະຊາຊົນລາວ.
ທ່ານໄຊ້ຈີເກົາ ຫົວໜ້າກົມກິດຈະການຊົນລະປະທານແລະເຂື່ອນໄຟຟ້ານ້ຳຕົກທີສາມແຂວງກວາງຕຸ້ງເວົ້າວ່າ,ປະຕູໄຊແມ່ນເຂດສູນການເມືອງວັດທະນະຂອງລາວ,ການສ້າງກິດຈະການສ້າງສວນປະຕູໄຊໃຫ້ດີແມ່ນເລື່ອງໝາຍແຫ່ງມິດຕະພາບປະຊາຊົນຈີນລາວ.
ປະຕູໄຊຕັ້ງຢູ່ກາງນະຄອນຫຼວງວຽງຈັນ,ແຕ່ລະປີດູດດຶງປະຊາຊົນລາວແລະນັກທ່ອງທ່ຽວຕ່າງປະເທດຈຳນວນຫຼວງຫຼາຍມາທ່ຽວຊົມ.ກິດຈະການດັດສ້າງສວນປະຕູໄຂແມ່ນລັດຖະບານຈີນຊ່ອຍສ້າງລ້າທີ່ມີມູນຄ່າ 10 ລ້ານຢວນ,ແມ່ນພິຍານອີກອັນໜຶ່ງທີ່ຢືນຢັນມິດຕະພາບອັນເປັນມູນເຊື້ອລະຫວ່າງລັດຖະບານແລະປະຊາຊົນສອງຊາດຈີນລາວ.
ນ້ຳພຸ່ດົນຕີວຽງຈັນແລະກິດຈະການດັດສ້າງສວນປະຕູໄຊ,ເລີ່ມສ້າງແຕ່ວັນທີ 7 ກໍລະກົດປີ 2004,ສ້າງສຳເລັດໃນວັນທີ 24 ຕຸລາປີ 2004 ກ່ອນເວລາກຳນົດ 14 ມື້.ໂຄງການດັ່ງກ່າວນີ້ມີສະນ້ຳພຸ່ສອງບ່ອນທີ່ເສັ້ນຜ່າກາງ 25 ແມັດ,ພົ່ນນ້ຳສູງເຖິງ 23 ແມັດ.
|
|
|