|
![](/images/spacer.gif) |
(GMT+08:00)
2004-11-29 16:52:28
|
![](/images/shim.gif) |
ທ່ານເວີ່ນເຈຍປາວໄປຢ້ຽມຢາມລາວມີຄວາມໝາຍສຳຄັນຍິ່ງ
cri
Author: huang
ວັນທີ 28 ພະຈິກ, ທ່ານເວີ່ນເຈຍປາວ ນາຍົກລັດຖະມົນຕີຈີນຈະໄປວຽງຈັນ ນະຄອນຫລວງຂອງລາວເພື່ອເຂົ້າກອງປະຊຸມຜູ້ນຳອາຊຽນກັບຈີນ ຍີ່ປຸ່ນ ສ.ເກົາລີຫຼືເອີ້ນວ່າ 10+3 ຄັ້ງທີ 8 , ກອງປະຊຸມຜູ້ນຳອາຊຽນກັບຈີນຫຼືເອີ້ນວ່າ 10+1 , ແລະກອງປະຊຸມຜູ້ນຳຈີນ ຍີ່ປຸ່ນແລະສ.ເກົາຫລີຄັ້ງທີ 6, ແລະຈະຢ້ຽມຢາມລາວຢ່າງເປັນທາງການ. ທ່ານອູຕ້າເວີຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ຕິດຕາມທ່ານໄປຢ້ຽມຢາມນັ້ນເຫັນວ່າ, ທ່ານນາຍົກລັດຖະມົນຕີເວີ່ນເຈຍປາວໄປຢ້ຽມຢາມລາວເທື່ອນີ້ມີຄວາມໝາຍສຳຄັນຍິ່ງ.
ທ່ານອູຕ້າເວີຍກ່າວວ່າ, ການຢ້ຽມຢາມເທື່ອນີ້ຂອງທ່ານເວີ່ນເຈຍປາວແມ່ນຂອດສຳຄັນຂອງການທູດກັບປະເທດອ້ອມຂ້າງຂອງຈີນ, ແລະກໍແມ່ນການເຄື່ອນໄຫວການທູດອັນສຳຄັນຂອງຈີນໃນການຂະຫຍາຍການພົວພັນກັບປະເທດອ້ອມຂ້າງໃນປີນີ້. ແຕ່ປີ 1997 ເປັນຕົ້ນມາ, ການຮ່ວມມື 10+3 ໄດ້ສ້າງກົນໄກສົນທະນາແລະກົນໄກຮ່ວມມືໃນ 16 ຂົງເຂດແລ້ວ, ໂຄງການຮ່ວມມືທີ່ຢູ່ໃນຂອບການຮ່ວມມືໄດ້ມີ 91 ໂຄງການ, ໃນນັ້ນ, ມີເກືອບເຄິ່ງໜຶ່ງໄດ້ສຳເລັດໃນຂັ້ນພື້ນຖານແລ້ວ. ທ່ານອູຕ້າເວີຍສະເໜີວ່າ, ທ່ານນາຍົກລັດຖະມົນຕີເວີ່ນເຈຍປາວໄດ້ວາງຂໍ້ສະເໜີລະອຽດກ່ຽວກັບການຮ່ວມມື 10+3 ໃນກອງປະຊຸມເທື່ອນີ້. ທ່ານເວົ້າວ່າ: ຫົວຂໍ້ຕົ້ນຕໍຂອງກອງປະຊຸມໃນປີນີ້ແມ່ນເພີ່ມທະວີການຮ່ວມມື 10+3, ຝ່າຍຈີນຈະຕີລາຄາຄວາມຄືບໜ້າທີ່ໄດ້ຮັບໃນການຮ່ວມມື 10+3 ຢ່າງຕັ້ງໜ້າ, ບັນລະຍາຍເຈດຈຳນົງພື້ນຖານຂອງຈີນໃນການເພີ່ມທະວີການຮ່ວມມື 10+3. ກ່ຽວກັບທິດຂະຫຍາຍການຮ່ວມມື 10+3 ກໍແມ່ນເນື້ອໃນສຳຄັນທີ່ຈະຫາລືໃນກອງປະຊຸມຄັ້ງນີ້. ເວົ້າສຳລັບຝ່າຍຈີນແລ້ວ, ພວກເຮົາສະໜັບສະໜູນການຊອກຄົ້ນກ່ຽວກັບປະຊາຄົມອາຊີຕາເວັນອອກແລະກອງປະຊຸມສຸດຍອດອາຊີຕາເວັນອອກເປັນຕົ້ນ, ສະໜັບສະໜູນອາຊຽນສືບຕໍ່ເສີມຂະຫຍາຍບົດບາດສຳຄັນໃນຂະບວນວິວັດດັ່ງກ່າວ, ແລະກໍສະໜັບສະໜູນການສ້າງປະຊາຄົມອາຊຽນຄືກັນ.
ກອງປະຊຸມຜູ້ນຳ 10+1 ແມ່ນການພົວພັນລະຫວ່າງຈີນກັບອາຊຽນທີ່ຕິດແທດຕົວຈິງກວ່າໝູ່ແລະເປັນແກນກາງກວ່າໝູ່ພາຍໃຕ້ໂຄງຮ່າງ 10+3 . ແຕ່ຈີນກາຍເປັນໝູ່ຄູ່ສົນທະນາຮອບດ້ານຂອງອາຊຽນໃນ 1996 ມານີ້, ສອງຝ່າຍໄດ້ດຳເນີນການຮ່ວມມືຢ່າງບັງເກີດຜົນພາຍໃຕ້ໂຄງຮ່າງ 10+1 , ແລະໄດ້ສ້າງການພົວພັນໝູ່ຄູ່ຍຸດທະສາດໃນປີ 2003 . ຫົວຂໍ້ຕົ້ນຕໍຂອງກອງປະຊຸມໃນປີນີ້ແມ່ນລົງເລິກການພົວພັນໝູ່ຄູ່ຍຸດທະສາດຈີນອາຊຽນ. ທ່ານອູຕ້າເວີຍກ່າວວ່າ,
ກອງປະຊຸມຄັ້ງນີ້ກຽມຈະປະກາດແຜນການດຳເນີນງານກ່ຽວກັບການປະຕິບັດຄຳຖະແຫລງການຮ່ວມຈີນອາຊຽນທີ່ອວ່າຍໜ້າໄປສູ່ສັນຕິພາບແລະຈະເລີນຮຸ່ງເຮືອງ, ວາງແຜນການຮ່ວມມືຈີນອາຊຽນໃນ 5 ປີຂ້າງໜ້າຢ່າງຮອບດ້ານ. ໃນໄລຍະກອງປະຊຸມ, ຈີນອາຊຽນຈະເຊັນເອກະສານສຳຄັນຕ່າງໆ, ໃນນັ້ນ, ລວມທັງສັນຍາຂອບຮ່ວມມືເສດຖະກິດຮອບດ້ານຈີນອາຊຽນ, ສັນຍາການຄ້າສິນຄ້າ ແລະສັນຍາກົນໄກແກ້ໄຂການວິວາດກັນຈີນອາຊຽນທີ່ກ່ຽວພັນກັບສັນຍາດັ່ງກ່າວ, ພ້ອມດ້ວຍບົດບັນທຶກຄວາມເຂົ້າໃຈກັນໃນການຮ່ວມມືຄົມມະນາຄົມຈີນອາຊຽນ.
ກອງປະຊຸມຜູ້ນຳຈີນ ຍີ່ປຸ່ນແລະສ.ເກົາຫລີເລີ່ມຕົ້ນເມື່ອປີ 1999, ທ່ານອູຕ້າເວີເຫັນວ່າ, ຈີນ ຍີ່ປຸ່ນ ແລະສ.ເກົາຫລີມີຄວາມຮັບຮູ້ຄືກັນອັນກວ້າງຂວາງໃນການຊຸກຍູ້ການຮ່ວມມືພາກພື້ນອາຊີຕາເວັນອອກ, ແລະກໍມີຜົນປະໂຫຍດຮ່ວມອັນກວ້າງຂວາງ, ໄດ້ຮັກສາການຮ່ວມມືອັນດີງາມພາຍໃຕ້ໂຄງຮ່າງ 10+3 ແລະໂຄງຮ່າງຈີນ ຍີ່ປຸ່ນແລະສ.ເກົາຫລີ. ເວົ້າສຳລັບຝ່າຍຈີນແລ້ວ, ພວກເຮົາຍິນດີພ້ອມກັນກັບຍີ່ປຸ່ນແລະສ.ເກົາຫລີທຳຄວາມພະຍາຍາມ, ເພີ່ມການແລກປ່ຽນແລະປະສານງານດ້ານນະໂຍບາຍພາກພື້ນ, ພ້ອມກັນຊຸກຍູ້ໃຫ້ພາກພື້ນແຫ່ງນີ້ມີສະຖຽນລະພາບແລະການພັດທະນາ.
ຕາມຊາບວ່າ, ເທື່ອນີ້ສາມຝ່າຍຈະແລກປ່ຽນຄວາມເຫັນຕົ້ນຕໍກ່ຽວກັບການຮ່ວມມືຈີນຍີ່ປຸ່ນສ.ເກົາຫລີ, ການຮ່ວມມືອາຊີຕາເວັນອອກ, ແລະສະຖານະການສາກົນແລະພາກພື້ນ. ຜູ້ນຳສາມປະເທດຈະປະກາດຍຸດທະສາດການເຄື່ອນໄຫວຮ່ວມມືຂອງສາມປະເທດຈີນຍີ່ປຸ່ນສ.ເກົາຫລີ, ກຳນົດທິດຊີ້ນຳໃຫ້ສາມປະເທດໃນການຮ່ວມມືລະອຽດໃນທຸກຂົງເຂດ, ແລະຜ່ານບົດລາຍງານການຄືບໜ້າຂອງການຮ່ວມມືຈີນຍີ່ປຸ່ນສ.ເກົາຫລີ.
ການຢ້ຽມຢາມສປປລາວເທື່ອນີ້ຂອງທ່ານເວີ່ນເຈຍປາວ ແມ່ນສະມາຊິກຕົ້ນຕໍຂອງໝູ່ຄະນະນຳຊຸດໃໝ່ຂອງຈີນໄປຢ້ຽມຢາມລາວເປັນຄັ້ງທຳອິດ. ໃນຫລາຍປີມານີ້, ການພົວພັນຈີນລາວໄດ້ມີທ່ວງທ່າຂະຫຍາຍຕົວອັນດີງາມໂດຍຕະຫລອດ, ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງຂອງສອງປະເທດໄດ້ເພີ່ມທະວີຂຶ້ນເລື້ອຍໆ, ການຮ່ວມມືເສດຖະກິດການຄ້າແລະການແລກປ່ຽນໃນທຸກຂົງເຂດໄດ້ພັດທະນາຢ່າງບໍ່ຢຸດຢັ້ງ. ໃນໄລຍະຢ້ຽມຢາມ, ທ່ານເວີ່ນເຈຍປາວຈະລົງເລິກແລກປ່ຽນຄວາມເຫັນກັບຜູ້ນຳລາວກ່ຽວກັບການຊຸກຍູ້ການຮ່ວມມືຂອງສອງປະເທດໃນທຸກຂົງເຂດ, ຍົກລະດັບການຮ່ວມມືເສດຖະກິດການຄ້າຂອງສອງປະເທດຂຶ້ນຕື່ມແລະການແລກປ່ຽນໃນຂົງເຂດອື່ນໆ.
ທ່ານອູຕ້າເວີຍກ່າວວ່າ, ການຢ້ຽມຢາມລາວຂອງທ່ານເວີ່ນເຈຍປາວມີຄວາມໝາຍສຳຄັນ, ຂໍ້ລິເລີ່ມໃໝ່ຕ່າງໆທີ່ທ່ານຕາງໜ້າລັດຖະບານຈີນສະເໜີນັ້ນຍ່ອມຈະມີຜົນດີຕໍ່ການຮັກສາຖານະສຳຄັນຂອງຈີນໃນການຮ່ວມມືອາຊີຕາເວັນອອກ.
|
|
|