ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-29 16:54:23    
ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ​ເສດຖະກິດ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ແມ່ນ​ການ​ຮ່ວມ​ມື​ຈຸດ​ໜັກລະຫວ່າງ​ຈີນ​ກັບອາຊ​ຽນ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 29 ພະຈິກ, ຢູ່​ນະຄອນຫລວງ​ວຽງ​ຈັນ, ​ໃນ​ເວລາທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ພົບ​ປະທ່ານ​ທັກສິນ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທທີ່​​ໄປເຂົ້າຮ່ວມ​ບັນດາກອງ​ປະຊຸມ​ສຸດ​ຍອດ​ອາຊຽນນັ້ນ, ທ່ານ​ເວົ້າວ່າ, ​ເສດຖະກິດ​ຂອງ​ອະນຸ​ພາກພື້ນ​ແມ່ນ້ຳຂອງ​ແມ່ນ​ຈຸດ​ໜັກ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ປີໜ້າ, ຈີນ​ຈະ​​ເປັນ​ເຈົ້າພາບຈັດ​ກອງ​ປະຊຸມ​ຜູ້ນຳ​ຄັ້ງທີ 2 ຂອງ​ການ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກພື້ນ​ແມ່ນ້ຳຂອງ, ຝ່າຍ​ຈີນ​ຫວັງ​ໃຫ້​ກອງ​ປະຊຸມ​ເທື່ອ​ນີ້​ສາມາດ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ຝ່າຍ​ທີ່​ກ່ຽວຂ້ອງ​ມີ​ການ​ຄືນ​ໜ້າ​ຕົວ​ຈິງ​ໃນ​ດ້ານ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົມມະນາຄົມ ພະລັງງານ ​ໂທລະ​ຄົມ ສິ່ງ​ແວດ​ລ້ອມ ກະສິກຳ ການ​ຄ້າ ​ແລະ​ສ້າງຄວາມ​ສະ​ດວກ​ໃຫ້​ແກ່​ການ​ລົງທຶນ​ເປັນຕົ້ນ.

ທ່ານ​ທັກສິນ ຊິນນະ​ວັດ​ກ່າວ​ວ່າ, ຝ່າຍ​ໄທ​ຈະ​ປະສານ​ສົມ​ທົບ​ກັບ​ຝ່າຍ​ຈີນ​ຢ່າງ​​​ໃກ້ຊິດ, ຊຸກ​ຍູ້​ໃຫ້​ກອງ​ປະຊຸມ​ຜູ້ນຳ​ຄັ້ງທີ​ສອງ​ຂອງ​ການ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ໄດ້​ຮັບ​ໝາກຜົນ​ອັນຕັ້ງໜ້າ.