ຕາມຂ່າວCRI , ວັນທີ 29 ພະຈິກ,ກອງປະຊຸມສຸດຍອດອາຊຽນຄັ້ງທີ 10 ໄດ້ຈັດຂຶ້ນຢູ່ວຽງຈັນ ນະຄອນຫຼວງຂອງລາວ

ຜູ່ນຳຂອງ 10 ປະເທດອາຊຽນທີ່ຮ່ວມປະຊຸມໄດ້ເຈາະຈົງຫາລືເຮັດແນວໃດຊຸກຍູ້ຄວາມສາມັກຄີກັນ ເຊື່ອມໂຍງເສດຖະກິດແລະສັງຄົມກ້າວຫນ້າ,ເພີ່ມທະວີຄວາມປອດໄພແລະພະລັງຊີວິດຂອງມະຫາຄອບຄົວອາຊຽນ

ຫຼັງກອງປະຊຸມ,ຜູ່ນຳທີ່ຮ່ວມປະຊຸມໄດ້ເຊັນໂຄງການປະຕິບັດງານວຽງຈັນທີ່ມີວັດຖຸປະສົງລົງເລິກການເຊື່ອມຕົວຫາກັນໃນພາກພື້ນແລະຫຼຸດຄວາມແຕກໂຕນກັນແຫ່ງການພັດທະນາ,ພ້ອມທັງເຫັນດີໃຫ້ສ້າງກອງທຶນພັດທະນາຂອງອາຊຽນ,ເພື່ອຊຸກຍູ້ການປະຕິບັດໂຄງການປະຕິບັດງານວຽງຈັນແລະແຜນປະຕິບັດທຸກລາຍໃນອະນາຄົດ
ຜູ່ນຳບັນດາປະເທດຍັງໄດ້ເຊັນສັນຍາຂອບວ່າດ້ວຍການເຊື່ອມໂຍງຂອງຂະແຫນງການບູລິມະສຸດອາຊຽນ
ນອກນີ້,ຜູ່ນຳອາຊຽນໄດ້ໃຫ້ຄຳຫມັ້ນສັນຍາວ່າຈະເພີ່ມທະວີການຮ່ວມມືກັນໃນພາຍຫນ້າ,ພ້ອມກັນປາບປາມການຕ້ອງໂທດຂ້າມຊາດ
|